ປະຊາກອນຂອງທະວີບ ອາຟຣິກາ ຄາດວ່າຈະເພີ່ມຂຶ້ນເປັນສອງເທົ່າພາຍໃນປີ 2050,
ໝາຍຄວາມວ່າ ມັນຈະມີຄວາມຕ້ອງການເພີ່ມຂຶ້ນ ສຳລັບທີ່ຢູ່ອາໄສໃນທະວີບດັ່ງກ່າວ.
ອົງການສະຫະປະຊາຊາດ ໄດ້ຂໍໃຫ້ບັນດານັກວາງຜັງເມືອງຄົ້ນຄິດຂໍ້ແກ້ໄຂໃໝ່ ສຳລັບ
ບັນຫາດັ່ງກ່າວ. ທີ່ກອງປະຊຸມໃຫຍ່ທີ່ຢູ່ອາໄສ ອົງການສະຫະປະຊາຊາດ, ເຊິ່ງໄດ້ປິດ
ລົງ ໃນວັນສຸກທີ່ຜ່ານມານັ້ນ, ວີໂອເອ ໄດ້ພົບກັບບັນດານັກປະດິດສ້າງ ຜູ້ທີ່ຄິດວ່າເຂົາ
ເຈົ້າອາດມີຂໍ້ແກ້ໄຂຕໍ່ສິ່ງທ້າທາຍ ໃນເຂດຕົວເມືອງບາງຢ່າງ, ພຸດທະສອນ ຈະນຳລາຍ
ລະອຽດ ມາສະເໜີທ່ານໃນອັນດັບຕໍ່ໄປ.
ທ້າວ ແວມຊີ ແກດດຳ, ຈາກອຸດສາຫະກຳ ວິສາຄາ, ປະເທດ ອິນເດຍ ໄດ້ ສ້າງຕົວຢ່າງ
ເຮືອນຫຼັງຄາພະລັງງານແສງອາທິດ, ເປັນນະວັດຕະກຳໃໝ່ທີ່ລາວເວົ້າວ່າ ຈະຊ່ວຍໃນ
ການຮັບມື ກັບວິກິດການດ້ານທີ່ຢູ່ອາໄສ ໃນເຂດຕົວເມືອງຕ່າງໆຂອງໂລກ.
ທ່ານ ແວມຊີ ກ່າວວ່າ “ພວກເຮົາມີຫຼັງຄາແສງອາທິດທີ່ຊະນິດທີ່ບໍ່ເຄີຍເຮັດຂຶ້ນມາກ່ອນ,
ເຊິ່ງອົງປະກອບພະລັງງານແສງອາທິດຕ່າງໆໄດ້ຖືກສີດໃສ່ຜະລິດຕະພັນນັ້ນ, ສະນັ້ນມັນ
ຈຶ່ງເປັນຫຼັງຄາແຜ່ນດຽວ ເຊິ່ງມັນຈະຜະລິດໄຟຟ້າ. ແລະ ຊີວິດການໃຊ້ງານຂອງຫຼັງຄາ
ນັ້ນແມ່ນ 50 ປີ ແລະ ພາກສ່ວນແສງອາທິດຂອງມັນແມ່ນ 25 ປີ, ສະນັ້ນພວກເຮົາເຮັດ
ໃຫ້ມັນມີຊີວິດຍາວກວ່າ ແຜ່ນພະລັງງານແສງອາທິດທົ່ວໄປ, ໃນຂະນະທີ່ຫຼັງຄາແຜ່ນນຶ່ງ
ມັນຈຶ່ງພໍຟັງໄດ້ສຳລັບທ່ານໃນໄລຍະຍາວ.”
ທ່ານ ແກດດຳ ແມ່ນນຶ່ງໃນບັນດາຜູ້ແທນເກືອບ 3,000 ຄົນ ຜູ້ທີ່ໄດ້ເຂົ້າຮ່ວມໃນກອງປະ
ຊຸມສະມັດຊາໃຫຍ່ທີ່ຢູ່ອາໄສ, ເປັນກອງປະຊຸມໃຫຍ່ ກ່ຽວກັບ ວິທີທີ່ຈະພັດທະນາທີ່ຢູ່ອາ
ໄສ ໃນເຂດຕົວເມືອງ ທີ່ດີທີ່ສຸດ. ລາວ ກັບ ບັນດາຜູ້ຊ່ຽວຊານຄົນອື່ນໆເວົ້າວ່າ ຄວາມສຳ
ເລັດໃນນະວັດຕະກຳໃໝ່ນີ້ ຈະມີຄວາມຈຳເປັນ ຖ້າປະຊາຊົນທີ່ອາໄສຢູ່ໃນຕົວເມືອງ ມີ
ເຮືອນທີ່ມີລາຄາພໍຊື້ໄດ້.
ນອກຈາກຫຼັງຄາແສງອາທິດແລ້ວ, ຝາເຮືອນໃນຕົວຢ່າງຂອງທ່ານ ແກດດຳ ນັ້ນແມ່ນ
ເຮັດຈາກແຜ່ນກະດານຊີເມັນ, ເຊິ່ງມັນຈະນຳມາທົດແທນໄມ້. ລາວເວົ້າວ່າ ເຮືອນຫຼັງນັ້ນ
ຈະມີລາຄາໃນການສ້າງພຽງ 6,000 ໂດລາ.
ຢູ່ຟາກກົງກັນຂ້າມລາວ, ສາສະດາຈານ ດັອກເຕີ ມິແຊລ ລູທ ຈາກປະເທດ ແບລຈຽມ
ແມ່ນກຳລັງວາງສະແດງເຮືອນ ໄທຣດຽລ (Trideal House), ເປັນເຮືອນຮູບສາມຫຼ່ຽມ
ທີ່ມີສວນຜັກຫ້ອຍຢູ່, ທ່ານເວົ້າວ່າ ເທັກໂນໂລຈີຕົວເມືອງສະຫຼາດຂອງທ່ານ ທີ່ບັນລຸ 12
ຈາກ 17 ເປົ້າໝາຍການພັດທະນາແບບຍືນຍົງ ເຊິ່ງແມ່ນໂຄງການຂອງອົງການສະຫະ
ປະຊາຊາດ ເພື່ອສິ້ນສຸດຄວາມທຸກຍາກ ແລະ ຮັບປະກັບຄວາມສະເໝີພາບໃນທົ່ວໂລກ.
ທ່ານ ມິແຊລ ລູທ ຜູ້ບໍລິຫານໃຫຍ່ຂອງບໍລິສັດ Trideal House ໄດ້ກ່າວວ່າ “ພວກເຮົາ
ໄດ້ປະດິດເຮືອນຊະນິດນຶ່ງ, ເຊິ່ງແທ້ຈິງແລ້ວແມ່ນເຮືອນທີ່ຜະລິດອາຫານ ແລະ ລາຍ
ໄດ້, ສະນັ້ນເຮືອນທີ່ວ່ານີ້ ແມ່ນໄດ້ຖືກສ້າງຂຶ້ນຢູ່ເທິງຖັງນ້ຳທີ່ທົນທານທີ່ສຸດ ທີ່ມັນຈະ
ເກັບນ້ຳໃນລະຫວ່າງລະດູຝົນ ແລະ ຫຼັງຈາກນັ້ນຈະໃຫ້ນ້ຳຢ່າງພຽງພໍ ເພື່ອທີ່ຈະປູກຜັກ
ແລະ ໝາກໄມ້ ທີ່ເຂົາເຈົ້າຕ້ອງການຕະຫຼອດປີ.”
ທ່ານ ລູທ ໄດ້ເຊັນຂໍ້ຕົກລົງກັບລັດຖະບານ ເອທິໂອເປຍ ທີ່ຈະນຳເອົາມັນໄປສູ່ຂະບວນ
ການອຸດສາຫະກຳແລ້ວ, ດ້ວຍຄວາມຫວັງວ່າ ຈະດັດແປງເທັກໂນໂລຈີດັ່ງກ່າວໃຫ້ເຂົ້າ
ກັບປະເທດ ທີ່ຕັ້ງຢູ່ພາກຕາເວັນອອກຂອງ ອາຟຣິກາ ນັ້ນ.