ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄົນລາວໃນກຸ່ມທໍາອິດ ກັບບ້ານ ຫລັງໂຄວິດ -19 ເຫັນວ່າ ຂະແໜງການບິນ ມີການປ່ຽນແປງ ຢ່າງຫລວງຫລາຍ


ຄົນລາວຈໍານວນນຶ່ງໃນກຸ່ມ 20 ຄົນທໍາອິດທີ່ກັບຄືນບ້ານ ກໍາລັງຈະອອກເດີນທາງຈາກສະໜາມບິນສາກົນຂອງລັດເວີຈີເນຍໄປຫາເກົາຫລີໃຕ້ໃນວັນທີ 28 ພຶດສະພາ 2020
ຄົນລາວຈໍານວນນຶ່ງໃນກຸ່ມ 20 ຄົນທໍາອິດທີ່ກັບຄືນບ້ານ ກໍາລັງຈະອອກເດີນທາງຈາກສະໜາມບິນສາກົນຂອງລັດເວີຈີເນຍໄປຫາເກົາຫລີໃຕ້ໃນວັນທີ 28 ພຶດສະພາ 2020

ຄວາມເປັນຫ່ວງຕໍ່ຄວາມສ່ຽງໃນການຕິດໂຣກລະບາດໂຄວິດ-19 ເຮັດ ໃຫ້ມີການປ່ຽນແປງໄປ ເກືອບວ່າຮອບດ້ານ ໃນວິຖີການດໍາລົງຊີວິດ ຂອງຄົນ ເຊັ່ນການພົບປະສັງສັນກັນ, ການຊື້ເຄື່ອງ ແລະການໄປເຮັດວຽກເຮັດການ ຢູ່ຫລາຍແຫ່ງໃນທົ່ວໂລກ. ນອກນັ້ນແລ້ວການລະບາດຂອງໂຣກດັ່ງກ່າວຍັງໄດ້ເຮັດໃຫ້ມີການປ່ຽນແປງໄປຢ່າງຫລວງຫລາຍ ໃນຂະແໜງການບິນ, ອີງຕາມ ການສໍາພາດ ຂອງຄົນລາວຜູ້ນຶ່ງ ໃນກຸ່ມທໍາອິດ ທີ່ໄດ້ກັບຄືນບ້ານ ຫລັງຈາກ ປະເທດໄດ້ປິດມາ ໄດ້ສອງເດືອນກວ່າແລ້ວ ແລະຄົນລາວ-ອາເມຣິກາຄົນນຶ່ງ ທີ່ເຮັດວຽກໃນເດີ່ນບິນສາກົນທີ່ໃຫຍ່ ທີສຸດຂອງໂລກ. ບົວສະຫວັນ ມີລາຍລະ ອຽດກ່ຽວກັບເລື້ອງນີ້ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ການລະບາດຢ່າງໜັກຂອງໄວຣັສໂຄໂຣນາ ທີ່ເປັນເຫດໃຫ້ຫລາຍປະເທດທົ່ວໂລກ ລວມທັງສະຫະລັດ ແລະລາວ ປິດປະເທດໄວ້ ນັບແຕ່ທ້າຍເດືອນມີນາ ເປັນຕົ້ນມານັ້ນ ໄດ້ເຮັດໃຫ້ມີການປ່ຽນແປງໄປຢ່າງຫລວງຫລາຍ ບໍ່ພຽງແຕ່ຢູ່ໃນກິດຈະວັດປະຈໍາວັນຂອງບຸກຄົນເທົ່ານັ້ນ ມັນຍັງມີຜົນກະທົບເຮັດໃຫ້ເກືອບໝົດທຸກຂົງເຂດວຽກງານ ແລະເສດຖະກິດຂອງໂລກ ປ່ຽນແປງໄປ. ເຊັ່ນດຽວກັນຢູ່ໃນຂະແໜງການຂົນສົ່ງທາງອາກາດໂດຍທົ່ວໄປນັ້ນ ແມ່ນແຕກຕ່າງໃນ ເມືອກ່ອນຫລາຍ ເພາະມັນມີຂໍ້ຮຽກຮ້ອງໃຫ້ຜູ້ໂດຍສານ ແລະເຈົ້າໜ້າທີ່ກ່ຽວ ຂ້ອງກັບການບໍລິການຂອງສາຍການບິນຕ່າງໆຕ້ອງໄດ້ປະຕິບັດຕາມເພື່ອ ປ້ອງ ກັນການແຜ່ລະບາດຂອງໄວຣັສທີ່ເປັນອັນຕະລາຍຮ້າຍແຮງດັ່ງກ່າວ ອີງຕາມ ການບອກເລົ່າຂອງທ້າວອ້ອມ ຊຶ່ງເປັນນັກສຶກສາມາຈາກລາວເພື່ອສຶກສາ ຕໍ່ໃນມະຫາວິທະຍາໄລຈອດຈ໌ ເມຊັນໃນລັດເວີຈີເນຍຂອງສະຫະລັດ ໃນນາມ ທີ່ເປັນຜູ້ນຶ່ງນອນຢູ່ໃນຄົນລາວ 20 ຄົນທີ່ສ່ວນໃຫຍ່ລ້ວນແຕ່ເປັນນັກສຶກສາ ທີ່ ພາກັນເດີນທາງຈາກສະຫະລັດ ກັບໄປບ້ານເປັນກຸ່ມທໍາອິດ ພາຍຫລັງທີ່ທັງສະ ຫະລັດ ແລະລາວປິດປະເທດໄດ້ສອງເດືອນກວ່າ. ຜູ້ກ່ຽວພັນລະນາສູ່ຟັງດັ່ງນີ້:

ພະນັກງານບໍລິການເທິງເຮືອບິນຂອງສາຍການບິນ Delta Airlines ກໍາລັງລົມກັບຄົນໂດຍສານ ຢູ່ໃນເຮືອບິນ ທີ່ມີຜູ້ໂດຍສານນັ່ງຢູ່ຫ່າງກັນຍ້ອນຄວາມເປັນຫ່ວງວ່າ ຈະຕິດພະຍາດ COVID-19) ໃນຂະນະທີ່ບິນອອກຈາກສະໜາມບິນສາກົນແຫ່ງນຶ່ງ ຂອງສະຫະລັດ
ພະນັກງານບໍລິການເທິງເຮືອບິນຂອງສາຍການບິນ Delta Airlines ກໍາລັງລົມກັບຄົນໂດຍສານ ຢູ່ໃນເຮືອບິນ ທີ່ມີຜູ້ໂດຍສານນັ່ງຢູ່ຫ່າງກັນຍ້ອນຄວາມເປັນຫ່ວງວ່າ ຈະຕິດພະຍາດ COVID-19) ໃນຂະນະທີ່ບິນອອກຈາກສະໜາມບິນສາກົນແຫ່ງນຶ່ງ ຂອງສະຫະລັດ

ເມື່ອຖາມເຖິງຂັ້ນຕອນການຂໍໃບຢັ້ງຢືນການກວດພະຍາດນັ້ນ ໜຸ່ມນັກສຶກສາ ລາວຄົນນີ້ທີ່ມີໝູ່ ເດີນທາງອອກຈາກລັດເວີຈີເນຍພ້ອມກັນ 5 ຄົນນັ້ນ ຕອບວ່າ ທຸກຄົນຕ້ອງໄດ້ ຕິດຕໍ່ໄປຫາຄລີນິກທີ່ໃຫ້ບໍລິການກວດຫາໄວຣັສໂຄໂຣນານີ້ ແລະຕ້ອງໄດ້ໃຫ້ ເຫດຜົນວ່າ ເປັນຫຍັງຈຶ່ງຕ້ອງການກວດພະຍາດນີ້ ຊຶ່ງກໍຈະໃຊ້ເວລາປະມານ 3 ຫລື 4 ມື້ຈຶ່ງໄດ້ຮັບຜົນກວດ. ແຕ່ວ່າ ເນື່ອງຈາກຊຸດການກວດມີຈໍາກັດ ການ ຊອກຫາຄລີນິກທີ່ຈະຮັບກວດພະຍາດເພື່ອໃຫ້ໄດ້ຮັບໃບຢັ້ງຢືນການກວດພະ ຍາດນີ້ ໄປໃຊ້ໃນການເດີນທາງນັ້ນ ກໍເປັນຂັ້ນຕອນທີ່ຂ້ອນຂ້າງຫຍຸ້ງຍາກ ສົມ ຄວນ ດັ່ງທີ່ຜູ້ກ່ຽວເລົ່າສູຟັງວ່າ:

ລິງໂດຍກົງ

ອ້ອມເລົ່າສູ່ຟັງອີກວ່າ ການບິນອອກຈາກສະຫະລັດນັ້ນ ແມ່ນໄປນໍາສາຍການບິນ ແດລຕາຂອງອາເມຣິກາ ແຕ່ວ່າເມື່ອປຮອດສະໜາມບິນສາກົນໃນນະຄອນຫຼວງ ໂຊລຂອງເກົາຫລີໃຕ້ແລ້ວກໍໄດ້ພັກຢູ່ທີ່ນັ້ນຄືນນຶ່ງ ຈຶ່ງໄດ້ຂຶ້ນຂີ່ເຮືອບິນຂອງສາຍ ການບິນລາວ ເພື່ອກັບໄປວຽງຈັນ ພ້ອມກັບຄົນລາວທີ່ເດີນທາງມາຈາກປະເທດ ອື່ນທີ່ໄປຕໍ່ຍົນຢູ່ທີ່ນັ້ນ ແລະຄົນລາວຢູ່ໃນເກົາຫລີເອງ ເພື່ອຈະກັບໄປລາວພ້ອມ ກັນປະມານນຶ່ງຮ້ອຍຄົນ. ເມື່ອຖາມວ່າ ດ້ວຍເຫດໃດຈຶ່ງສາມາດກັບໄປ ລາວ ໄດ້ ໃນ ສະພາບທີ່ປະເທດກໍ່ຍັງປິດຢູ່ໃນຊ່ວງທ້າຍເດືອນພຶດສະພາຜ່ານມານັ້ນ ຍົກ ເວັ້ນກໍລະນີຈໍາເປັນ, ຜູ້ກ່ຽວກໍເລົ່າສູ່ຟັງວ່າ:

ລິງໂດຍກົງ
ນາງສາວອາກາດຄົນນຶ່ງ ທີ່ເຮັດວຽກຢູ່ເທິງເຮືອບິນຂອງສາຍການບິນລາວ ໃສ່ເຄື່ອງປ້ອງກັນການລະບາດຂອງໂຄວິດ-19
ນາງສາວອາກາດຄົນນຶ່ງ ທີ່ເຮັດວຽກຢູ່ເທິງເຮືອບິນຂອງສາຍການບິນລາວ ໃສ່ເຄື່ອງປ້ອງກັນການລະບາດຂອງໂຄວິດ-19

ເມື່ອໄປຮອດລາວແລ້ວ ຜູ້ທີ່ມີໃບຢັ້ງຢືນການກວດພະຍາດວ່າ ບໍ່ມີໄວຣັສໂຄໂຣ ນານັ້ນຕ້ອງໄດ້ໄປກັກຕົວເອງເປັນເວລາ 14 ວັນ ຢູ່ໂຮງແຮມແຫ່ງນຶ່ງ ທີ່ຢູ່ໃນ ບັນຊີທີ່ເຈົ້າໜ້າທີ່ໃນຄະນະສະເພາະກິດໂຄວິດ-19 ສະໜອງໃຫ້ນັ້ນ. ສ່ວນຜູ້ ທີ່ບໍ່ມີໃບຢັ້ງຢືນກວດກາໄວຣັສນີ້ ກໍຖືກບອກໃຫ້ຢູ່ໃນເດີ່ນຫັ້ນກ່ອນແລະເຈົ້າໜ້າ ທີ່ອາດຈະໃຫ້ໄປຢູ່ບ່ອນໃດບ່ອນນຶ່ງຕ່າງຫາກ. ແລະໃນເວລາທີ່ກັກຕົວຢູ່ນັ້ນ ກໍ ມີການກວດກາຕິດຕາມພວກເດີນທາງໄປເຖິງນີ້ຢູ່ຕະຫລອດ ຊຶ່ງທ້າວອ້ອມ ເລົ່າສູ່ຟັງວ່າ:

ລິງໂດຍກົງ

ໃນການກັກຕົວນີ້ ແຕ່ລະຄົນແມ່ນຮັບຜິດຊອບຈ່າຍຄ່າອາຫານການກິນ ແລະຄ່າ ໂຮງແຮມເອງ ແລະໃນກໍລະນີທີ່ພໍ່ແມ່ເອົາອາຫານໄປສົ່ງກໍບໍ່ສາມາດອອກມາຮັບ ເອົານໍາພໍ່ແມ່ໄດ້ ມີແຕ່ພະນັກງານຂອງໂຮງແຮມຖືຂຶ້ນໄປປະໄວ້ປາກປະຕູຫ້ອງ ໃຫ້. ຫລັງຈາກສິ້ນສຸດການກັກຕົວ ແລະບໍ່ກວດພົບພະຍາດນີ້ ທ້າວອ້ອມ ປັດຈຸ ບັນນີ້ ກໍໄດ້ກັບໄປຢູ່ເຮືອນນໍາຄອບຄົວແລ້ວ.

ທ. ບຸນປະສົງ, ພະນັກງານຂອງສາຍການບິນ Southwest ກໍາລັງໄປເຮັດວຽກຢູ່ສະໜາມບິນສາກົນຂອງນະຄອນແອັດແລນຕາ ໃນຕອນເຊົ້າມືດ
ທ. ບຸນປະສົງ, ພະນັກງານຂອງສາຍການບິນ Southwest ກໍາລັງໄປເຮັດວຽກຢູ່ສະໜາມບິນສາກົນຂອງນະຄອນແອັດແລນຕາ ໃນຕອນເຊົ້າມືດ

ສ່ວນທ່ານ ບຸນປະສົງ ວົງສໍາພັນ, ພະນັກງານຂົນເຄື່ອງສິນຄ້າຂອງບໍລິສັດເຊົາແວສ (Southwest Airline), ຢູ່ໃນສະໜາມບິສາກົນ ຂອງນະຄອນແອັດແລນຕາ (Hartsfield-Jackson Atlanta), ລັດຈໍເຈຍ ທີ່ເປັນສະໜາມໃຫຍ່ ແລະມີຄົນເດີນທາງໄປມາໃນຈໍານວນຫລາຍທີ່ສຸດຂອງໂລກ ຊຶ່ງກໍຄືຕາມປົກກະຕິແລ້ວ ແມ່ນຫລາຍກວ່າ 62 ລ້ານຄົນຕໍ່ປີ ນັ້ນກໍເວົ້າວ່າ ມີການປ່ຽນແປງ ຢ່າງຫລວງ ຫລາຍໃນການຈັດວາງໂຕະຕັ່ງ, ຫ້າງຮ້ານ ແລະວິທີການປະຕິບັດຕ່າງໆເຊັ່ນ ການຢ່າງຫ່າງກັນ 6 ຟຸດ ຫລື 2 ແມັດໃນເວລາເຮັດວຽກເຮັດການຢູ່ໃນ ສະໜາມບິນດັ່ງກ່າວ ຊຶ່ງທ່ານກ່າວສູ່ຟັງວ່າ:

ຜູ້ກ່ຽວເລົ່າສູ່ຟັງອີກວ່າ ຢູ່ໃນເດີ່ນທີ່ຕາມປົກກະຕິແລ້ວເປັນເຂດທີ່ຄົນໄປຖ້າກວດ ຜ່ານປະຕູນັ້ນ ກໍຈະເປົ່າຫວ່າງຫລາຍ ແລະກໍບໍ່ຄ່ອຍມີເຈົ້າໜ້າທີ່ຢືນຍາມ ຈຶ່ງ ເຮັດໃຫ້ພວກທີ່ຂາດທີ່ຢູ່ອາໄສບາງຄົນໄປມັກໄປພັກຢູ່ທີ່ນັ້ນ.

ແຕ່ຢ່າງໃດກໍຕາມ ເມື່ອເວົ້າເຖິງມາດຕະການປ້ອງກັນການແຜ່ລະບາດຂອງພະ ຍາດໂຄວິດ-19 ຢູ່ສະຫະລັດນັ້ນ ຍັງບໍ່ມີຄວາມເຄັ່ງຄັດຫຼາຍປານໃດເພາະຕອນ ຢູ່ສະໜາມບິນ ແລະກ່ອນຈະຂຶ້ນເຮືອບິນ ຜູ້ໂດຍສານມີແຕ່ຕ້ອງໄດ້ໃສ່ໜ້າກາກ ປິດປາກໄວ້ເທົ່ານັ້ນ ຊຶ່ງເມື່ອທຽບໃສ່ເກົາຫລີໃຕ້ແລ້ວ ແມ່ນແຕກຕ່າງກັນ ຢູ່ເກົາຫລີໃຕ້ນັ້ນຫລັງຈາກລົງເຮືອບິນມາ ທຸກຄົນຕ້ອງໄດ້ຖືກກວດອຸນຫະພູມ ແລະກ່ອນ ຈະຂຶ້ນເຮືອບິນໄປລາວ ກໍຕ້ອງໄດ້ຜ່ານການກວດອະຫະພູມອີກເທື່ອນຶ່ງອີງຕາມ ການບອກເລົ່າຂອງທ້າວອ້ອມ.

ເມື່ອເວົ້າເຖິງການອໍານວຍຄວາມສະດວກຂອງທາງການລາວນັ້ນ, ກ່ອນຈະກັບ ບ້ານໄດ້ໃນຄັ້ງນີ້ ທຸກຄົນຢູ່ໃນກຸ່ມດັ່ງກ່າວ ກໍໄດ້ຕິດຕໍ່ຫາສະຖານເອກອັກຄະລັດ ຖະທູດລາວທີ່ນະຄອນຫລວງວໍຊິງຕັນດຊີ ເພື່ອ ໃຫ້ເພິ່ນແຈ້ງລາຍຊື່ໄປຫາກະ ຊວງການຕ່າງປະເທດຂອງລາວ ເພື່ອໃຫ້ເປີດດ່ານທີ່ສະໜາມບິນວັດໄຕ ເປັນພິເສດ ໃຫ້ພວກ ກ່ຽວເຂົ້າປະເທດໄດ້.

ອ່ານສະຫລຸບຫຍໍ້ກ່ຽວກັບລາຍງານນີ້ເພີ້ມເປັນພາສາອັງກິດຢູ່ລຸ່ມນີ້

The First Group of Lao Citizens Returning Home from the U.S. After Countries’ Lock-down over the Concerns of Covid-19 Saw A Big Change in Air Traveling Business

While Laos and U.S. had not fully reopened the countries yet due to Covid-19 pandemic, the first group of twenty Lao citizens, mostly students, returned home on May 28 with a special permission from the government. There is a big change in traveling regulations, “we have to obtain negative coronavirus test result certificates from the U.S. and we have to contact Lao embassy in Washington DC in order to be included in the Ministry of Foreign Affairs’ list of travelers to Laos in order to enter the county,” said a George Mason University student, Om, one of the travelers in the group. Upon arrival, all travelers in that flight from Korea had to do self-quarantine in one of the hotels in Covid-19 Task Force’s list and were monitored closely by the Task Force Officers for 14 days.

XS
SM
MD
LG