ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຢາວັກຊີນ ກັນໂຄວິດ-19 ຊຸດທຳອິດ ໄປຮອດປະເທດ ໃນເຂດອາເມຣິກາລາຕິນແລ້ວ


ການຈັດສຳສົ່ງຢາວັກຊີນປ້ອງກັນໂຄວິດ-19 ຂອງຟາຍເຊີຣ ຊຸດທຳອິດ ໄປຍັງປະເທດແມັກຊິໂກ ແມ່ນໄດ້ເຄື່ອນຍ້າຍໄປເດີ່ນເຮືອບິນ ເພື່ອນຳຂຶ້ນເຮືອບິນຂົນສົ່ງສິນຄ້າ ຈາກບໍລິສັດ DHL ຢູ່ທີ່ສະໜາມບິນສາກົນ Benito Juarez ຂອງນະຄອນຫຼວງ ແມັກຊິໂກຊີຕີ ໃນວັນພຸດ ທີ 23 ທັນວາ 2020. (AP Photo/Eduardo Verdugo)
ການຈັດສຳສົ່ງຢາວັກຊີນປ້ອງກັນໂຄວິດ-19 ຂອງຟາຍເຊີຣ ຊຸດທຳອິດ ໄປຍັງປະເທດແມັກຊິໂກ ແມ່ນໄດ້ເຄື່ອນຍ້າຍໄປເດີ່ນເຮືອບິນ ເພື່ອນຳຂຶ້ນເຮືອບິນຂົນສົ່ງສິນຄ້າ ຈາກບໍລິສັດ DHL ຢູ່ທີ່ສະໜາມບິນສາກົນ Benito Juarez ຂອງນະຄອນຫຼວງ ແມັກຊິໂກຊີຕີ ໃນວັນພຸດ ທີ 23 ທັນວາ 2020. (AP Photo/Eduardo Verdugo)

ເຂດອາເມຣິກາລາຕິນ ໄດ້ຮັບຢາວັກຊີນປ້ອງກັນໂຄວິດ-19 ຊຸດທຳອິດຂອງຕົນໃນວັນພຸດວານນີ້ ໂດຍການຈັດສົ່ງຢາວັກຊີນນັ້ນ ໄດ້ໄປເຖິງນະຄອນຫຼວງເມັກຊິໂກຊີຕີແລ້ວ.

ລັດຖະມົນຕີກະຊວງການຕ່າງປະເທດຂອງແມັກຊິໂກທ່ານມາຣແຊໂລ ອີບຣາດ ກໍໄດ້ໄປລໍຖ້າ ເມື່ອຖ້ຽວບິນຈາກແບລຈ້ຽມ ທີ່ໄດ້ບັນທຸກຢາວັກຊີນຂອງບໍລິສັດຟາຍເຊີຣແລະໄບໂອເອັນເທັກ ໄດ້ລົງຈອດ.

ທ່ານອີບຣາດ ໄດ້ກ່າວວ່າ “ມື້ນີ້ ເປັນການເລີ້ມຕົ້ນຂອງການສິ້ນສຸດໂຣກລະ ບາດນັ້ນ.”

ປະເທດເມັກຊິໂກ ມີກຳນົດຈະໄດ້ຮັບຢາວັກຊີນຂອງຟາຍເຊີຣແລະໄບໂອເອັນ ເທັກ ໃນປະລິມານ 1 ລ້ານ 4 ແສນໂດສ. ໃນວັນພຸດວານນີ້ ບັນດາເຈົ້າໜ້າທີ່ ບໍ່ໄດ້ກ່າວວ່າ ການຈັດສົ່ງດັ່ງກ່າວນັ້ນ ແມ່ນຫຼາຍຊ່ຳໃດ ເຖິງຢ່າງໃດກໍຕາມ ແຕ່ກໍໄດ້ກ່າວວ່າ ພວກເຂົາເຈົ້າໄດ້ວາງແຜນ ທີ່ຈະເລີ້ມການສັກຢາວັກຊີນ ໃຫ້ແກ່ພວກພະນັກງານສາທາລະນະສຸກ ຢູ່ໃນນະຄອນຫຼວງເມັກຊິໂກຊີຕີແລະນະຄອນ ຊາລຕີລໂລ ຢູ່ທາງພາກເໜືອຂອງປະເທດ ໃນວັນພະຫັດມື້ນີ້.

ສ່ວນປະເທດອື່ນໆໃນເຂດອາເມຣິກາລາຕິນ ກຳລັງຄາດໝາຍກັນວ່າ ຈະໄດ້ຮັບຢາວັກຊີນທີ່ຈັດສົ່ງໃຫ້ ໃນຂະນະທີ່ ອາເຈັນຕີນາ ແມ່ນໄດ້ຮັບຢາວັກຊີນແລ້ວ ໃນວັນພຸດວານນີ້ ຫຼືວ່າກຳລັງອະນຸມັດຢາວັກຊີນ ເພື່ອການນຳໃຊ້ຢູ່ໃນປະເທດຂອງພວກເຂົາເຈົ້າ.

ໃນວັນພຸດວານນີ້ເຊັ່ນກັນ ບັນດານັກຄົ້ນຄວ້າໄດ້ພົບເຫັນວ່າ ພວກຄົນຜູ້ທີ່ໄດ້ຕິດພະຍາດໂຄວິດ-19 ອັນເປັນພະຍາດທີ່ເກີດຈາກໄວຣັສໂຄໂຣນານັ້ນ ເປັນໄປໄດ້ສູງວ່າ ມີທ່າທີໜ້ອຍຫຼາຍທີ່ຈະກວດພົບເປັນບວກອີກເທື່ອນຶ່ງ. ພວກຄົນເຫຼົ່ານັ້ນຜູ້ທີ່ໄດ້ຜະລິດພູມຕ້ານທານໃນຮ່າງກາຍ ແມ່ນ “ຢູ່ໃນພາວະຄວາມສ່ຽງທີ່ຕ່ຳກວ່າ” ທີ່ຈະຕິດພະຍາດດັ່ງກ່າວອີກເທື່ອນຶ່ງ ແລະອາດຈະຍັງຄົງປອດໄວຣັສເປັນເວລາຫຼາຍກວ່າ 6ເດືອນຂຶ້ນໄປ ຫຼືດົນກວ່ານັ້ນອີກ ອີງຕາມການສຶກສາຄົ້ນ ຄວ້າສອງຄັ້ງ ທີ່ໄດ້ພົບເຫັນນັ້ນ.

ທ່ານໝໍ ເນດ ຊາບປ໌ເລັສ ຜູ້ອຳນວຍການຂອງສະຖາບັນໂຣກມະເຮັງແຫ່ງຊາດຂອງສະຫະລັດ ຊຶ່ງໄດ້ດຳເນີນການສຶກສາຄົ້ນຄວ້າ ນຶ່ງໃນສອງຄັ້ງນັ້ນ ໄດ້ກ່າວຕໍ່ອົງການຂ່າວເອພີ ວ່າ ພວກຄົນຜູ້ທີ່ໄດ້ສ້າງພູມຕ້ານທານໃນຮ່າງກາຍ ຈາກການຕິດພະຍາດຕາມທຳມະຊາດແລ້ວຜະລິດ “ຊະນິດຂອງການປ້ອງກັນແບບດຽວກັນທີ່ເຈົ້າໄດ້ຮັບຈາກຢາວັກຊີນທີ່ມີປະສິດທິພາບນັ້ນ….ມັນເປັນເລື້ອງທີ່ບໍ່ຄ່ອຍເກີດຂຶ້ນຫຼາຍແທ້ໆ” ທີ່ຈະຕິດພະຍາດນີ້ອີກເທື່ອນຶ່ງ.

ການສຶກສາຄົ້ນຄວ້າຂອງສະຖາບັນໂຣກມະເຮັງ ຫຼື NCI ໄດ້ພົວພັນກັບພວກຄົນຈຳນວນຫຼາຍກວ່າ 3 ລ້ານຄົນ ຜູ້ທີ່ໄດ້ຖືກກວດຫາພູມຕ້ານທານ ໃນຮ່າງ ກາຍ. ການສຶກສາຂອງ NCI ໄດ້ພົບເຫັນວ່າ ມີພຽງ 0.3 ເປີເຊັນຂອງພວກຄົນເຫຼົ່ານັ້ນ ຜູ້ມີພູມຕ້ານທານໃນຮ່າງກາຍ ທີ່ໄດ້ຖືກກວດຫາໄວຣັສໂຄໂຣນາອອກມາເປັນບວກໃນເວລາຕໍ່ມາ ເມື່ອປຽບທຽບກັບ 3 ເປີເຊັນ ຜູ້ທີ່ຂາດພູມຕ້ານທານໃນຮ່າງກາຍ ອີງຕາມການລາຍງານຂອງອົງການຂ່າວເອພີ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG