ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ວັນທີ 5 ທັນວາ ຄົບຮອບ​ປີທຳ​ອິດ​ ຂອງ​ການ​ເຖິງແກ່ ອະສັນຍະກຳ ມື້ລາງ ປະທານາທິບໍດີ​ອາ​ຟຣິກາໃຕ້


SOUTH AFRICA MANDELA VO
please wait

No media source currently available

0:00 0:00:46 0:00

ເບິ່ງວີດີໂອ ລາຍງານເລື້ອງນີ້

ວັນ​ສຸກ​ມື້​ນີ້ ​ເປັນ​ຂີດ​ໝາຍ ຄົບຮອບ​ປີທຳ​ອິດ​ ຂອງ​ການ​ເຖິງແກ່
ອະສັນຍະກຳ ຂອງ​ອະ​ດີດ ປະທານາທິບໍດີ​ອາ​ຟຣິກາ​ໃຕ້ ທ່ານ
Nelson Mandela.

ພັນ​ລະ​ຍາ​ຂອງ​ທ່ານ ຍານາງ Graca Machel ນຳພາບັນດາ
ຍາດຕິ​ພີ່​ນ້ອງ ​ແລະ ບັນດາ​ເຈົ້າໜ້າ​ທີ່​ລັດຖະບານ ​ໃນ​ການວາງ
​ພວງມາລາ ທີ່ຕີນ​ຮູບ​ປັ້ນຂອງ​ທ່ານ Mandela ​ໃນນະຄອນຫລວງ Pretoria.

ທ່ານ Nelson Mandela ​ເຖິງແກ່ອະສັນຍະກຳ ​ເມື່ອ​ວັນ​ທີ 5 ທັນວາ ນຶ່ງ​ປີ​ກ່ອນ ​ລວມອາຍຸ​ໄດ້ 95 ປີ.

​ໃນ​ວັນ​ພະຫັດ​ວານ​ນີ້ ​ໄດ້​ເປີດ​ການວາງສະ​ແດງ ທີ່​ເນັ້ນ​ໃຫ້​ເຫັນ​ເຖິງ​ຊີວິດ​ຂອງປະທານາທິບໍດີ​ຄົນ​ຜິວ​ດຳ​ຜູ້​ທຳ​ອິດ ຂອງອາ​ຟຣິກາ​ໃຕ້ ຢູ່​ທີ່​ຫ້ອງການ​ລັດຖະການ​ຂອງ​ທ່ານ ​ໃນນະຄອນ Johannesburg.

Friday marks the first anniversary of the death of former South African President Nelson Mandela.

His wife, Graca Machel led relatives and government officials in placing wreaths at the foot of his statue in Pretoria.

Nelson Mandela died on December 5, one year ago, at the age of 95.

On Thursday, an exhibit highlighting the life of South Africa's first black president opened at his official office in Johannesburg.

XS
SM
MD
LG