ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ບັນດາປະເທດ ໃນກຸ່ມ G7 ບໍລິຈາກເງິນ 22 ລ້ານໂດລາ ເພື່ອຕໍ່ສູ້ກັບໄຟປ່າ ໃນເຂດອາມາຊອນ


ໄຟໄໝ້ຂຶ້ນຮອດທາງຫຼວງ ໃນເມືອງໂປຣໂຕ ແວລໂຮ ຂອງລັດຣອນໂດເນຍ ທີ່ເປັນພາກສ່ວນນຶ່ງຂອງເຂດປ່າອາມາຊອນ ຂອງປະເທດບຣາຊີລ, ວັນທີ 25 ສິງຫາ 2019.
ໄຟໄໝ້ຂຶ້ນຮອດທາງຫຼວງ ໃນເມືອງໂປຣໂຕ ແວລໂຮ ຂອງລັດຣອນໂດເນຍ ທີ່ເປັນພາກສ່ວນນຶ່ງຂອງເຂດປ່າອາມາຊອນ ຂອງປະເທດບຣາຊີລ, ວັນທີ 25 ສິງຫາ 2019.

ບັນດາຜູ້ນຳຂອງໂລກ ຢູ່ທີ່ກອງປະຊຸມສຸດຍອດ G7 ໃນປະເທດຝຣັ່ງ ໄດ້ໝັ້ນໝາຍໃຫ້
ເງິນຊ່ອຍເຫຼືອ ໃນທັນທີ 22 ລ້ານໂດລາ ເມື່ອວັນຈັນວານນີ້ ເພື່ອຕໍ່ສູ້ກັບໄຟປ່າທີ່ກຳລັງ
ເຜົາຜານເຂດປ່າອາມາຊອນຂອງປະເທດ ໃນທະວີບອາເມຣິກາໃຕ້ ຊຶ່ງກຳລັງເປັນໄພ
ຂົ່ມຂູ່ຕໍ່ປ່າດົງດິບເຂດຮ້ອນ ທີ່ໃຫຍ່ທີ່ສຸດໃນໂລກ.

ປະທານາທິບໍດີຝຣັ່ງ ທ່ານເອັມແມນູແອລ ມາກຣົງ ຜູ້ທີ່ເປັນເຈົ້າຈັດກອງປະຊຸມສຸດຍອດ
ແລະປະທານາທິບໍດີ ຂອງຊີເລ ທ່ານເຊແບສຕຽນ ປີແນຣາ (Sebastian Pinera) ຜູ້ທີ່
ມາຮ່ວມໃນຖານະເປັນແຂກຢ້ຽມຢາມ ໄດ້ກ່າວວ່າ ປ່າດົງດິບໃນປັດຈຸບັນນີ້ ກຳລັງຖືກ
ໄຟປ່າເຜົາຜານ ຊຶ່ງປຽບເໝືອນດັ່ງກັບ “ປອດ” ຂອງໂລກ ສຳລັບບົດບາດຂອງມັນ ໃນ
ການດູດຊຶມເອົາສານຄາບອນໄດອັອກໄຊ ແລ້ວສັງເຄາະໃຫ້ກາຍເປັນອັອກຊີເຈັນ.

ທ່ານມາກຣົງ ໄດ້ກ່າວວ່າ ຝຣັ່ງ ພາຍໃນບໍ່ເທົ່າໃດຊົ່ວໂມງ ຈະສະໜອງການສະໜັບ
ສະໜຸນດ້ານການທະຫານ ຢູ່ໃນຂົງເຂດດັ່ງກ່າວ ເພື່ອຕໍ່ສູ້ກັບໄຟປ່ານັ້ນ.

ທ່ານມາກຣົງ ແລະທ່ານປີແນຣາ ໄດ້ກ່າວວ່າ ປະເທດທັງຫຼາຍໃນກຸ່ມ G7 ໂດຍມີ
ສະຫະລັດ ອັງກິດ ເຢຍຣະມັນ ອີຕາລີ ຍີ່ປຸ່ນ ການາດາ ແລະຝຣັ່ງ ພວມສຶກສາຄົ້ນຄວ້າ
ເບິ່ງຄວາມເປັນໄປໄດ້ ໃນການໃຫ້ຄວາມຊ່ອຍເຫຼືອແບບຄືກັນກັບທີ່ໃຫ້ແກ່ອາຟຣິກາ
ເພື່ອຕໍ່ສູ້ກັບໄຟປ່າທີ່ເຜົາໄໝ້ປ່າດົງດິບຂອງປະເທດນີ້.

ທ່ານມາກຣົງ ໄດ້ຂົ່ມຂູ່ຈະກີດກັ້ນ ຂໍ້ຕົກການຄ້າໃໝ່ຂອງສະຫະພາບຢູໂຣບ ກັບ
ອາເມຣິກາລາຕິນ ເວັ້ນເສຍແຕ່ວ່າ ປະທານາທິບໍດີຂອງບຣາຊີລ ທ່ານໄຈເຍຍ
ໂບໂຊນາໂຣ (Jair Bolsonaro) ຜູ້ທີີ່ສົງໄສໃນເລື້ອງການປ່ຽນແປງຂອງດິນຟ້າ
ອາກາດ ເອົາມາດຕະການຈິງຈັງ ເພື່ອຕໍ່ສູ້ກັບໄຟປ່າໃນອາມາຊອນ. ໃນຂະນະຖືກ
ກົດດັນຈາກປະຊາຄົມນາໆຊາດ ໃຫ້ປົກປ້ອງສະພາບແວດລ້ອມ ທ່ານໂບໂຊນາໂຣ
ໃນວັນອາທິດຜ່ານມານີ້ ໄດ້ສົ່ງເຮືອບິນ C-130 Hercules ສອງລຳໃຫ້ໄປຊ່ອຍ
ມອດໄຟປ່າ.

ທ່ານມາກຣົງໄດ້ກ່າວວ່າ ສະຫະລັດ ກໍໄດ້ສະໜັບສະໜຸນການຊ່ອຍເຫຼືອແກ່ບັນດາ
ປະເທດ ໃນເຂດອາເມຣິກາໃຕ້ ເຖິງແມ່ນວ່າ ປະທານາທິບໍດີ ດໍໂນລ ທຣຳ ບໍ່ໄດ້ໄປ
ຮ່ວມກອງປະຊຸມການປະຕິບັດງານ ວ່າດ້ວຍສະພາບແວດລ້ອມຂອງ G7 ກໍຕາມ.

ໄຟປ່າຫຼາຍກວ່າ 75,000 ແຫ່ງ ໄດ້ຖືກກວດພົບເຫັນວ່າ ເຜົາໄໝ້ຢູ່ໃນຂົງເຂດປ່າ
ອາມາຊອນ ໃນປີນີ້ ໂດຍມີໄຟປ່າຈຳນວນຫຼວງຫຼາຍ ທີ່ເກີດຂຶ້ນພາຍໃນເດືອນນີ້.
ບັນດານັກຊ່ຽວຊານ ໄດ້ຖິ້ມໂທດໃສ່ພວກຊາວນາ ແລະພວກຊາວສວນ ສຳລັບໄຟປ່າ
ໂດຍກ່າວຫາພວກເຂົາເຈົ້າວ່າ ເຜົາປ່າເພື່ອບຸກເບີກພື້ນທີ່ເພື່ອການປູກຝັງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

World leaders at the G7 summit in France committed an immediate $22 million on Monday to fight the raging wildfires in the Amazon countries in South America that are threatening the world's biggest rainforest.

French President Emmanuel Macron, the summit host, and Chilean President Sebastian Pinera, a visitor at the summit, said that the rainforest now being ravaged by the fires represents the "lungs" of the planet for its role in absorbing carbon dioxide and producing oxygen.

Macron said France within hours would provide military support in the region to fight the fires.

Macron and Pinera said the G7 countries - the United States, Britain, Germany, Italy, Japan, Canada and France - were studying the possibility of similar aid to support Africa to fight wildfires in its rainforests.

Macron had threatened to block a new European Union trade deal with Latin America unless Brazilian President Jair Bolsonaro, a climate change skeptic, took serious steps to fight the Amazon fires. Under pressure from the international community to protect the environment, Bolsonaro on Sunday dispatched two C-130 Hercules aircraft to help douse the blazes.

Macron said the United States supported the aid to South American countries even though President Donald Trump skipped Monday's G7 working session on the environment.

More than 75,000 fires covering the Amazon region have been detected this year, with a large number of them this month. Experts have blamed farmers and ranchers for the fires, accusing them of setting the fires to clear lands for farming.

XS
SM
MD
LG