ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຟິນແລນ ແລະສະວີເດັນ ກຳລັງກ້າວເຂົ້າເສັ້ນທາງ ການເປັນສະມາຊິກ ຂອງອົງການເນໂຕ້ ຂະນະທີ່ເທີກີ ຍົກເລີກການຄັດຄ້ານ


ຈາກຊ້າຍ ຫາຂວາ: ເລຂາທິການໃຫຍ່ ຂອງເນໂຕ້, ປະທານາທິບໍດີ ເທີກີ, ປະທານາທິບໍດີ ຟິນແລນ, ນາຍົກລັດຖະມົນຕີ ສະວີເດັນ, ລັດຖະມົນຕີການຕ່າງປະເທດເທີກີ, ລັດຖະມົນຕີການຕ່າງປະເທດຟິນແລນ, ແລະລັດຖະມົນຕີ ການຕ່າງປະເທດສະວີເດັນ ຢູ່ທີ່ພິທີການລົງນາມໃນບົດບັນທຶກ ໃນນະຄອນມາດຣິດ ປະເທດສະເປນ, ວັນທີ 28 ມິຖຸນາ 2022.
ຈາກຊ້າຍ ຫາຂວາ: ເລຂາທິການໃຫຍ່ ຂອງເນໂຕ້, ປະທານາທິບໍດີ ເທີກີ, ປະທານາທິບໍດີ ຟິນແລນ, ນາຍົກລັດຖະມົນຕີ ສະວີເດັນ, ລັດຖະມົນຕີການຕ່າງປະເທດເທີກີ, ລັດຖະມົນຕີການຕ່າງປະເທດຟິນແລນ, ແລະລັດຖະມົນຕີ ການຕ່າງປະເທດສະວີເດັນ ຢູ່ທີ່ພິທີການລົງນາມໃນບົດບັນທຶກ ໃນນະຄອນມາດຣິດ ປະເທດສະເປນ, ວັນທີ 28 ມິຖຸນາ 2022.

ເທີກີ ທີ່ເປັນພັນທະມິດຂອງອົງການເນໂຕ້ ໄດ້ຍົກເລີກການຄັດ​ຄ້ານຂອງຕົນກ່ຽວກັບການຂໍເຂົ້າຮ່ວມໃນອົງການພັນທະມິດຂອງຕາເວັນຕົກຈາກປະເທດຟິນແລນ ແລະສະວີດເດັນ ໃນວັນອັງຄານວານນີ້ ຫຼັງຈາກທີ່ສາມປະເທດດັ່ງກ່າວ ໄດ້ຕົກລົງທີ່ຈະປົກປ້ອງຄວາມໝັ້ນຄົງຂອງແຕ່ລະປະເທດ ຊຶ່ງໄດ້ສິ້ນສຸດເລື້ອງນອງນັນມາໄດ້ຫຼາຍອາທິດ ທີ່ໄດ້ທົດສອບຄວາມສາມັກຄີ ຂອງບັນດາປະເທດພັນທະມິດໃນການຕໍ່ຕ້ານການບຸກລຸກຢູເຄຣນຂອງຣັດເຊຍ ອີງຕາມລາຍງານຂອງອົງການຂ່າວຣອຍເຕີສ໌.

ຄວາມຄືບໜ້າດັ່ງກ່າວ ໄດ້ມີຂຶ້ນ ຫຼັງຈາກມີການເຈລະຈາກັນ ເປັນເວລາສີ່ຊົ່ວ ໂມງ ບໍ່ດົນກ່ອນທີ່ກອງປະຊຸມສຸດຍອດຂອງອົງການເນໂຕ້ໄດ້ເລີ້ມຕົ້ນຂຶ້ນຢູ່ໃນນະຄອນມາດຣິດ ໂດຍຫລີກເວັ້ນ ຄວາມອັບອາຍທີ່ອາດຈະເກີດຂຶ້ນ ຢູ່ທີ່ການເຕົ້າໂຮມກັນຂອງບັນດາຜູ້ນຳ 30 ຄົນ ທີ່ແນເປົ້າໝາຍ ເພື່ອສະແດງໃຫ້ເຫັນເຖິງຄວາມມຸ້ງໝັ້ນ ໃນການຕໍ່ຕ້ານຣັດເຊຍ ທີ່ດຽວນີ້ ເປັນການມອງເຫັນຈາກກຸ່ມພັນທະມິດ ທີ່ນຳພາໂດຍສະຫະລັດ ວ່າເປັນໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງໂດຍກົງ ແທນທີ່ຈະເປັນໄປໄດ້ວ່າ ເປັນຄູ່ປໍລະປັກ.

ມັນກໍໝາຍຄວາມວ່າ ແຮລຊິງກີ ແລະສະຕັອກໂຮມ ສາມາດດຳເນີນການໄປໄດ້ ນຳການຍື່ນເອກະສານຂໍເຂົ້າຮ່ວມ ອົງການພັນທະມິດທີ່ມີອາວຸດນິວເຄຼຍ ໂດຍເປັນການປະສານສິ່ງທີ່ຖືກກຳນົດໃຫ້ເປັນການຫັນປ່ຽນໃນດ້ານຄວາມໝັ້ນຄົງຂອງຢູໂຣບ ທີ່ໃຫຍ່ທີ່ສຸດໃນຮອບຫຼາຍທົດສະວັດ ຂະນະທີ່ທັງສອງປະເທດໃນເຂດນໍດິກ ທີ່ເປັນກາງມາຍາວນານນັ້ນ ສະແຫວງຫາການປົກປ້ອງຈາກອົງການເນໂຕ້.

“ລັດຖະມົນຕີການຕ່າງປະເທດຂອງພວກເຮົາ ໄດ້ລົງນາມໃນບົດບັນທຶກສາມຝ່າຍ ຊຶ່ງໄດ້ຢືນຢັນວ່າ ເທີກີ ຈະສະໜັບສະໜຸນ ການເຊື້ອເຊີນຂອງຟິນແລນ ແລະສະວີເດັນ ໃຫ້ເຂົ້າຮ່ວມເປັນສະມາຊິກ ຂອງອົງການເນໂຕ້” ນັ້ນແມ່ນຄຳເວົ້າຂອງປະທານາທິບໍດີຟິນແລນ ທ່ານຊາວລີ ນີນິສໂຕ ທີ່ໄດ້ກ່າວ ໃນຖະແຫລງການ.

ທ່ານນີນິສໂຕ ໄດ້ກ່າວອີກວ່າ “ບາດກ້າວ ທີ່ເປັນຮູບປະທຳ ຂອງການປະນີປະ ນອມຂອງພວກເຮົາຕໍ່ອົງການເນໂຕ້ ຈະເປັນທີ່ຕົກລົງໄດ້ໂດຍບັນດາພັນທະມິດຂອງອົງການເນໂຕໃນລະຫວ່າງສອງມື້ຂ້າງໜ້ານີ້ ແຕ່ການຕັດສິນໃຈນັ້ນ ແມ່ນຈະເກີດຂຶ້ນດຽວນີ້.”

ເລຂາທິການໃຫຍ່ອົງການເນໂຕ້ ເຈັນສ໌ ສະໂຕເຕັນເບີກ ແລະປະທານາທິບໍດີ ຂອງເທີກີ ໄດ້ຢືນຢັນ ຕໍ່ຂໍ້ຕົກລົງໃນຖະແຫລງການຕ່າງຫາກ ຫຼັງຈາກການເຈລະຈາກັນ ລະຫວ່າງ ຫົວໜ້າອົງການເນໂຕ້ ປະທານາທິບໍດີ ເທີກີ ທ່ານໄຕຢິບ ເອີດ​ວານອານ ນາຍົກລັດຖະມົນຕີ ສະວີເດັນ ທ່ານນາງ ແມກດາລີນາ ແອນເດີສ໌ສັນ ແລະທ່ານນີນິສໂຕ ແລ້ວ.

ນາຍົກລັດຖະມົນຕີອັງກິດ ທ່ານບໍຣິສ ຈອນສັນ ໄດ້ຂຽນລົງໃນທວີດເຕີ ວ່າ “ຂ່າວທີ່ມະຫັດສະຈັນ ໃນຂະນະທີ່ພວກເຮົາ ຈະເລີ້ມເປີດກອງປະຊຸມສຸດຍອດຂອງເນໂຕ້. ການເຂົ້າຮ່ວມເປັນສະມາຊິກຂອງ ສະວີເດັນ ແລະຟິນແລນ ຈະເຮັດໃຫ້ກຸ່ມພັນທະມິດທີ່ຍອດຢ້ຽມຂອງພວກເຮົາແຂງແກ່ນ ແລະປອດໄພຂຶ້ນກວ່າເກົ່າ.”

ທ່ານສະໂຕລເຕັນເບີກ ໄດ້ກ່າວວ່າ ບັນດາຜູ້ນຳຂອງອົງການເນໂຕ້ 30 ຄົນ ບັດນີ້ຈະເຊື້ອເຊີນຟິນແລນ ຊຶ່ງມີຊາຍແດນຕິດກັບຣັດເຊຍ 1,300 ກິໂລແມັດ ແລະສະວີເດັນ ໃຫ້ເຂົ້າຮ່ວມອົງການເນໂຕ້ ແລະວ່າ ພວກເຂົາເຈົ້າ ຈະກາຍ ເປັນ “ຜູ້ຖືກເຊື້ອເຊີນ” ຢ່າງເປັນທາງການ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG