ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພວກ​ຜູ້​ນຳ​ຟິນ​ແລນ ສະ​ແດງ​ການ​ສະ​ໜັບ​ສະ​ໜຸນ ຕໍ່​ການ​ເຂົ້າ​ຮ່ວມ​ອົງ​ການ​ເນ​ໂຕ້ ຊຶ່ງ​ໄດ້​ຮັບ​ການ​ຕ້ອງ​ຕິ​ ຈາກ​ມົ​ສ​ກູ ໃນ​ທັນ​ທີ


ພວກ​ທະ​ຫານ​ຟິນ​ແລນ​ພາ​ກັນ​ມ່ວນ​ຊື່ນ​ເວ​ລາກັບມາ​ຈາກ​ການ​ຝືກ​ທະ​ຫານ Exercise Arrow 22 ໃນ​ວັນ​ທີ 5 ພຶດ​ສະ​ພາ, 2022. ການ​ຊ້ອມ​ທະ​ຫານ Exercise Arrow ເປັນ​ການ​ຊ້ອມ​ປະ​ຈຳ​ປີຂອງ​ຟິນ​ແລນທີ່​ພວກ​ທະ​ຫານ​ຕ່າງ​ປະ​ເທດ​ເຂົ້າ​ຮ່ວມ​ນຳ ຈາກ​ສະ​ຫະ​ລັດ, ອັງ​ກິດ, ລັດ​ເວຍ ແລະ​ແອ​ສ​ໂຕ​ເນຍ.
ພວກ​ທະ​ຫານ​ຟິນ​ແລນ​ພາ​ກັນ​ມ່ວນ​ຊື່ນ​ເວ​ລາກັບມາ​ຈາກ​ການ​ຝືກ​ທະ​ຫານ Exercise Arrow 22 ໃນ​ວັນ​ທີ 5 ພຶດ​ສະ​ພາ, 2022. ການ​ຊ້ອມ​ທະ​ຫານ Exercise Arrow ເປັນ​ການ​ຊ້ອມ​ປະ​ຈຳ​ປີຂອງ​ຟິນ​ແລນທີ່​ພວກ​ທະ​ຫານ​ຕ່າງ​ປະ​ເທດ​ເຂົ້າ​ຮ່ວມ​ນຳ ຈາກ​ສະ​ຫະ​ລັດ, ອັງ​ກິດ, ລັດ​ເວຍ ແລະ​ແອ​ສ​ໂຕ​ເນຍ.

ປະ​ທາ​ນາ​ທິ​ບໍ​ດີຂອງ​ປະ​ເທດຟິ​ນ​ແລນ ທ່ານຊາວ​ລີ ນີ​ນິ​ສ​ໂຕ ແລະນາ​ຍົກ​ລັດ​ຖະ​ມົນ​ຕີ​ ທ່ານຊານ​ນາ ມາ​ຣິນ ໄດ້​ສະ​ແດງ​ຄວາມ​ເຫັນ​ເພື່ອ​ໃຫ້​ການ​ອະ​ນຸ​ມັດ​ຕໍ່​ການ​ເຂົ້າ​ຮ່ວມ​ອົງ​ການ​ເນ​ໂຕ້​ໃນ​ວັນ​ພະ​ຫັດ​ວານນີ້ ຊຶ່ງ​ເປັນ​ການ​ເຄື່ອນ​ໄຫວ​ເຮັດ​ໃຫ້​ມີ​ການ​ປ່ຽນ​ແປງ​ນະ​ໂຍ​ບາຍ​ທີ່​ສຳ​ຄັນໆ​ທັງ​ໝົດ​ຂອງ​ປະ​ເທດ​ດັ່ງ​ກ່າວ ເພື່ອ​ຕອບ​ໂຕ້​ຕໍ່​ການ​ຮຸກ​ຮານ​ຂອງ​ຣັດ​ເຊຍ ເຂົ້າ​ໄປ​ໃນ​ປະ​ເທດ​ຢູ​ເຄ​ຣນ. ການ​ປະ​ກາດ​ດັ່ງ​ກ່າວ ​ແມ່ນ​ໄດ້​ຮັບ​ການ​ຕ້ອງ​ຕິ​ໃນ​ທັນ​ທີ​ຈາກ​ມົ​ສ​ກູ.

ພວກ​ຜູ້​ນຳ​ຂອງ​ຟິນ​ແລນ ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ຮ່ວມ​ສະ​ບັບ​ນຶ່ງວ່າ “ການ​ເຂົ້າ​ເປັນ​ສະ​ມາ​ຊິກ​ໃນ​ອົງ​ການ​ເນ​ໂຕ້ ຈະ​ເສີມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຄວາມ​ໝັ້ນ​ຄົງ​ຂອງ​ຟິນ​ແລນ. ໃນ​ຖາ​ນະ​ທີ່​ເປັນ​ສະ​ມາ​ຊິກ​ຂອງ​ອົງ​ການ​ເນ​ໂຕ້ ຟິນ​ແລນ​ຈະ​ເສີມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ການ​ປ້ອງ​ກັນ​ທັງ​ໝົດ​ຂອງ​ກຸ່ມ​ພັນ​ທະ​ມິດ. ຟິນ​ແລນ​ຕ້ອງ​ໄດ້​ຍື່ນ​ໃບ​ສະ​ໝັກ​ຂໍ​ເປັນ​ສະ​ມາ​ຊິກ​ຂອງ​ອົງ​ການ​ເນ​ໂຕ້ ​ໂດຍບໍ່​ມີ​ການ​ຊັກ​ຊ້າ​ໃດໆ. ພວກ​ເຮົາ​ຫວັງ​ວ່າ​ ຂັ້ນ​ຕອນ​ລະ​ດັບ​ຊາດຍັງ​ຈຳ​ເປັນເພື່ອ​ເຮັດ​ການ​ຕັດ​ສິນ​ໃຈ​ດັ່ງ​ກ່າວ​ນີ້ ​ຊຶ່ງ​ຈະ​ມີ​ການ​ຈັດ​ຂຶ້ນ​ພາຍ​ໃນ​ບໍ່​ເທົ່າ​ໃດ​ມື້​ຂ້າງ​ໜ້າ.”

ພວກ​ຜູ້​ນຳ​ຂອງ​ຟິນ​ແລນ​ກ່​າວ​ວ່າ ພວກ​ເຂົາ​ເຈົ້າ​ໄດ້​ພາ​ກັນ​ຕັດ​ສິນ​ໃຈ​ທີ່​ວ່ານີ້ ຫຼັງ​ຈາກ​ໄດ້​ໃຫ້​ເວ​ລາ​ແກ່​ສະ​ພາ​ແຫ່ງ​ຊາດ ແລະ​ຊາ​ຊົນ​ພິ​ຈາ​ລະ​ນາ​ກ່ຽວ​ກັບ​ເລື້ອງ​ດັ່ງ​ກ່າວ ແລະ​ໄດ້​ປຶກ​ສາ​ຫາ​ລື​ກັບ​ອົງ​ການ​ເນ​ໂຕ້​ແລະ​ສະ​ວີ​ເດັນ​ທີ່​ເປັນ​ເພື່ອນ​ບ້ານ. ເຈົ້າ​ໜ້າ​ທີ່​ໃນ​ສະ​ວີ​ເດັນ​ກໍ​ຄາດ​ວ່າ ຈະ​ພິ​ຈາ​ລະ​ນາ​ກ່ຽວ​ກັບ​ຄວາມ​ເປັນ​ໄປ​ໄດ້​ທີ່​ຈະ​ຍື່ນ​ຄຳ​ຮ້ອງ​ຂໍ​ເຂົ້າ​ເປັນ​ສະ​ມາ​ຊິກ​ຂອງ​ເນ​ໂຕ້​ພາຍ​ໃນ​ບໍ່​ເທົ່າ​ໃດ​ວັນ​ຂ້າງ​ໜ້ານີ້.

ແຜນ​ທີ່​ປະ​ເທດ​ສະ​ມາ​ຊິກ NATO ແລະປະ​ເທດ​ຕ່າງໆທີ່​ຢາກ​ເຂົ້າ​ເປັນ​ສະ​ມາ​ຊິກລວມ​ທັງ ຟິນ​ແລນ ທີ່ນາ​ຍົກ​ຈັດ​ການ​ອະ​ພິປາຍ​ວ່າ​ຄວນ​ເຂົ້າ​ຮ່ວມ​ຫລືບໍ່​ນັ້ນ.
ແຜນ​ທີ່​ປະ​ເທດ​ສະ​ມາ​ຊິກ NATO ແລະປະ​ເທດ​ຕ່າງໆທີ່​ຢາກ​ເຂົ້າ​ເປັນ​ສະ​ມາ​ຊິກລວມ​ທັງ ຟິນ​ແລນ ທີ່ນາ​ຍົກ​ຈັດ​ການ​ອະ​ພິປາຍ​ວ່າ​ຄວນ​ເຂົ້າ​ຮ່ວມ​ຫລືບໍ່​ນັ້ນ.

ວັງ​ເຄ​ຣັມ​ລິນ​ໄດ້​ສະ​ແດງ​ປະ​ຕິ​ກິ​ລິ​ຍາ​ຕໍ່​ລາ​ຍ​ງານ​ຂ່າວ​ດັ່ງ​ກ່າວ ໂດຍ​ຂົ່ມ​ຂູ່​ທີ່​ຈະ​ເອົາ​ມາດ​ຕະ​ການ​ຕອບ​ໂຕ້ “ທາງ​ທະ​ຫານ ​ແລະ​ເທັກ​ນິກ” ແລະ “ມາດ​ຕະ​ການ

​ໃນ​ຮູບ​ແບບອື່ນໆ​ເພື່ອ​ຕອບ​ໂຕ້​ຕໍ່​ໄພ​ຂົ່ມ​ຂູ່​ທີ່​ພວມ​ເກີດ​ຂຶ້ນ​ຕໍ່​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ.”

ທ່ານດ​ະ​ມີ​ຕ​ຣີ ເມັດ​ວີ​ເດັບ ຮອງ​ຫົວ​ໜ້າ​ສະ​ພາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊ​າດ​ຂອງ​ຣັດ​ເຊຍ ກ່າວ​ວ່າ “ມັນ​ມີ​ຄວາມ​ສ່ຽງ​ຢູ່​ສະ​ເໝີ​ທີ່​ບັນ​ຫາ​ຂັດ​ແຍ້ງ​ຈະ​ຫັນ​ປ່ຽນ​ກາຍ​ເປັນ​ສົງ​ຄາມ​ນິວ​ເຄ​ລຍ​ຢ່າງ​ເຕັມ​ອັດ​ຕາ ຊຶ່ງ​ເປັນ​ເຫດ​ການ​ທີ່​ຈະ​ສ້າງ​ຄວາມ​ຫາ​ຍາ​ນະ​ໃຫ້​ແກ່​ໝົດ​ທຸກ​ຄົນ.”

ໃນ​ກາງ​ເດືອນ​ເມ​ສາ​ຜ່ານ​ມາ ທ່ານ​ເມັດ​ເວ​ເດັບ​ ຊຶ່ງ​ໃນ​ເວ​ລານັ້ນ​ກ່າວ​ວ່າ ມັນ​ຈະ “ບໍ່​ມີອີກແລ້ວ ໃນ​ການ​ເວົ້າ​ເຖິງ​ເຂດ​ປອດ​ນິວ​ເຄ​ລຍ​ໃນ​ທະ​ເລ​ບາ​ລ​ຕິກ” ຖ້າ​ຫາກ​ຟິນ​ແລນແລະ​ສະ​ວີ​ເດັນ​ຕັດ​ສິນ​ໃຈ​ເຂົ້າ​ຮ່ວມ​ອົງ​ການ​ເນ​ໂຕ້ ຊຶ່ງ​ເປັນ​ກຸ່ມ​ພັນ​ທະ​ມິດ
ທາງ​ທະ​ຫານ​ຂອງ 30 ປະ​ເທດ​ທີ່​ຄອບ​ງຳ​ໂດຍ​ສະ​ຫະ​ລັດ ທີ່​ຖືກ​ສ້າງ​ຕັ້ງ​ຂຶ້ນ​ມາ​ຫຼັງ​ຈາກ​ສົງ​ຄາມ​ໂລກ​ຄັ້ງ​ທີສອງນັ້ນ.

ທ່ານ​ເມັດ​ວີ​ເດັບ ກ່າ​ວ​ວ່າ “ຄວາມ​ກ້ຳ​ເກິ່ງ​ສົມ​ດູນ​ຈະ​ຕ້ອງ​ໄດ້​ຮັບ​ການ​ຟື້ນ​ຟູ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG