ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຟິນ​ແລນ ປະ​ກາດ​ການ​ຂໍສະ​ໝັກ​ເປັນ​ສະ​ມາ​ຊິກ​ອົງ​ການ NATO ຢ່າງ​ເປັນ​ທາງ​ການ


ນາ​ຍົກ​ລັດ​ຖະ​ມົນ​ຕີ​ຟິນ​ແລນ ທ່ານ​ນາງ ຊານ​ນາ ມາ​ຣິ​ນ (ຊ້າຍ) ແລະ ປະ​ທາ​ນາ​ທິ​ບໍ​ດີ ທ່ານ ຊາວ​ລີ ນີ​ນິ​ສ​ໂຕ ຈັດ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ເພື່ອ​ປະ​ກາດ​ວ່າ ຟິນ​ແລນ ຈະ​ສະ​ໝັກ​ເປັນ​ສະ​ມາ​ຊິກ​ອົງ​ການ NATO ຢູ່​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ, ນະ​ຄອນຫຼວງ ແຮ​ລ​ຊິງ​ກິ, ຟິນ​ແລນ. 15 ພຶດ​ສະ​ພາ, 2022.
ນາ​ຍົກ​ລັດ​ຖະ​ມົນ​ຕີ​ຟິນ​ແລນ ທ່ານ​ນາງ ຊານ​ນາ ມາ​ຣິ​ນ (ຊ້າຍ) ແລະ ປະ​ທາ​ນາ​ທິ​ບໍ​ດີ ທ່ານ ຊາວ​ລີ ນີ​ນິ​ສ​ໂຕ ຈັດ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ເພື່ອ​ປະ​ກາດ​ວ່າ ຟິນ​ແລນ ຈະ​ສະ​ໝັກ​ເປັນ​ສະ​ມາ​ຊິກ​ອົງ​ການ NATO ຢູ່​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ, ນະ​ຄອນຫຼວງ ແຮ​ລ​ຊິງ​ກິ, ຟິນ​ແລນ. 15 ພຶດ​ສະ​ພາ, 2022.

ປະ​ເທດ ຟິນ​ແລນ ໄດ້​ປະ​ກາດ​ຢ່າງ​ເປັນ​ທາງ​ການ ​ໃນ​ວັນ​ອາ​ທິດ​ວານນີ້​ວ່າ ເຂົາ​ເຈົ້າ​ມີ​ຈຸດ​ປະ​ສົງ​ທີ່​ຈະ​ຂໍ​ສະ​ໝັກ​ເປັນ​ສະ​ມາ​ຊິກ​ພັນ​ທະ​ມິດ​ທາງ​ທະ​ຫານ​ປະ​ເທດຕາ​ເວັນ​ຕົກ NATO, ໂດຍບໍ່​ຫົວ​ຊາ​ກັບ​ຄຳ​ເຕືອນ​ຂອງ​ປະ​ທາ​ນາ​ທິ​ບໍ​ດີຣັດ​ເຊຍ ທ່ານວ​ລາ​ດິ​ເມຍ ປູ​ຕິນ ວ່າ​ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ​ຈະ​ສົ່ງ​ຜົນ​ກະ​ທົບ​ໃນ​ທາງ​ລົບ​ຕໍ່​ສາຍ​ພົວ​ພັນ​ທີ່​ສັນ​ຕິ​ລະ​ຫວ່າງ​ປະ​ເທດ​ທີ່​ຢູ່​ໃກ້​ຄຽງ​ກັນ​ນັ້ນ.

ປະ​ທາ​ນາ​ທິ​ບໍ​ດີ ຊາວ​ລີ ນີ​ນິ​ສ​ໂຕ ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ ຊານ​ນາ ມາ​ຣິ​ນ ໄດ້​ປະ​ກາດ​ການ​ສະ​ໝັກ​ເປັນ​ສະ​ມາ​ຊິກ​ອົງ​ການ NATO ຢູ່​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ​ໃນ​ນະ​ຄອນຫຼວງ ແຮ​ລ​ຊິງ​ກິ.

ທ່ານ ນີ​ນິ​ສ​ໂຕ ໄດ້​ກ່າວ​ວ່າ “ນີ້​ແມ່ນ​ວັນ​ແຫ່ງ​ປະ​ຫວັດ​ສາດ. ຍຸກ​ສະ​ໄໝ​ໃໝ່​ໄດ້​ເລີ່ມ​ຂຶ້ນ​ແລ້ວ.”

ການ​ປະ​ກາດ​ຂອງ​ຟິນ​ແລນ​ວ່າ​ເຂົາ​ເຈົ້າ​ພະ​ຍາ​ຍາມ​ຂໍ​ເຂົ້າພັນທະ​ມິດທີ່​ມີ​ສະ​ມາ​ຊິກ 30 ປະ​ເທດ​ ເຊິ່ງ​ຖື​ກ​ຄອບ​ງຳ​ໂດຍ​ສະ​ຫະ​ລັດ ທີ່​ຖືກ​ສ້າງ​ຕັ້ງ​ຂຶ້ນຫຼັງ​ສົງ​ຄາມ​ໂລກ​ຄັ້ງ​ທີ​ສອງ​ນັ້ນ ​ແມ່ນ​ໄດ້​ຖືກ​ຄາດ​ການ​ໄວ້ ​ຍ້ອນ​ການ​ບຸກ​ລຸກ​ຢູ​ເຄ​ຣນ​ຂອງ​ຣັດ​ເຊຍ ໃນ​ວັນ​ທີ 24 ກຸມ​ພາ ແລະ ການ​ໂຈມ​ຕີ​ຢ່າງ​ຕໍ່​ເນື່ອງ.

ປະ​ເທດ​ ສວີ​ເດັນ ທີ່​ຢູ່​ໃກ້​ຄຽງ​ກັບ​ຟິນ​ແລນ ທາງ​ພາກ​ຕາ​ເວັນ​ຕົກ, ກໍ​ຄາດ​ວ່າ​ຈະ​ຂໍ​ເຂົ້າ​ພັນ​ທະ​ມິດ​ດັ່ງ​ກ່າວ, ເຊິ່ງ​ຈະ​ສິ້ນ​ສຸດ ​ການບໍ່​ເຂົ້າ​ຂ້າງ​ຝ່າຍ​ໃດ​ທາງ​ທະ​ຫານ​ເປັນ​ເວ​ລາສອງ​ສັດ​ຕະ​ວັດ. ພັກ​ລັດ​ຖະ​ບານຂອງ​ສວີ​ເດັນ​ໃນ​ວັນ​ອາ​ທິດ​ວານນີ້​ໄດ້​ຍົກ​ເລີກ​ການ​ຄັດ​ຄ້ານ​ຂອງ​ເຂົາ​ເຈົ້າ ​ທີ່​ຈະ​ເຂົ້າ​ຮ່ວມ​ອົງ​ການ NATO.

ການ​ສະ​ໝັກ​ເຂົ້າ​ອົງ​ການ NATO ຂອງ​ສອງ​ປະ​ເທດ ​ພາກ​ເໜືອ​ຂອງ​ຢູ​ໂຣບ​ດັ່ງ​ກ່າວ​ມີ​ຄວາມ​ເປັນ​ໄປ​ໄດ້​ວ່າ​ຈະ​ເຄື່ອນ​ໄຫວ​ຢາງວ່ອງ​ໄວ, ດ້ວຍ​ເລ​ຂາ​ທິ​ການ​ໃຫຍ່​ຂອງ​ພັນ​ທະ​ມິດ ທ່ານ ເຈັນ ສ​ໂຕ​ລ​ເທັນ​ເບີກ, ເວົ້າ​ໃນ​ສອງ​ສາມ​ວັນ ​ທີ່​ຜ່ານ​ມາ​ວ່າ ເຂົາ​ເຈົ້າ​ຈະ​ຖືກ​ຕ້ອນ​ຮັບ​ເອົາ.

ຫ້ອງ​ການ​ສື່ມວ​ນ​ຊົນ​ຂອງວັງ​ເຄ​ຣັມ​ລິນ​ໄດ້​ກ່າວ​ວ່າ​ທ່ານ ປູ​ຕິນ, ໃນ​ການ​ລົມ​ໂທ​ລະ​ສັບ​ກັບ​ທ່ານ ນີ​ນິ​ສ​ໂຕ ເມື່ອ​ວັນ​ເສົາ​ທີ່​ຜ່ານ​ມາ​ນັ້ນ, ​ໂດຍໄດ້​ເຕືອນ​ຜູ້​ນຳ​ຂອງ​ຟິນ​ແລນ​ວ່າ ການ​ປະ​ຖິ້ມ “ນະ​ໂຍ​ບາຍ​ຄວາມ​ເປັນ​ກາງ ​ທາງ​ທະ​ຫານ​ດັ້ງ​ເດີມ​ຂອງ​ເຂົາ​ເຈົ້າ​ຈະ​ເປັນ​ຄວາມ​ຜິດ​ພາດ ໃນ​ເມື່ອ​ມັນ​ບໍ່​ມີ​ໄພ​ຂົ່ມ​ຂູ່​ຕໍ່​ຄວາມ​ປອດ​ໄພ​ຂອງ​ຟິນ​ແລນ.”

ຖະ​ແຫຼງ​ການ​ນັ້ນ​ໄດ້​ກ່າວ​ຕື່ມວ່າ “ການ​ປ່ຽນ​ແປງ​ທີ່​ວ່າ​ນັ້ນ​ ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ປະ​ເທດ​ດັ່ງ​ກ່າວ​ຈະ​ສົ່ງ​ຜົນ​ກະ​ທົບ​ໃນ​ແງ່​ລົບ​ຕໍ່​ສາຍ​ພົວ​ພັນ​ລະ​ຫວ່າງຣັດ​ເຊຍ ກັບ ຟິນ​ແລນ, ເຊິ່ງ​ໄດ້​ຖືກ​ສ້າງ​ຂຶ້ນ​ດ້ວຍ​ນ້ຳ​ໃຈ​ຂອງ​ການ​ເປັນ​ເພື່ອນ​ບ້ານ​ທີ່​ດີ ແລະ ການ​ເປັນ​ຄູ່​ຮ່ວມ​ມາຫຼາຍ​ປີ, ແລະ ໄດ້​ມີ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ.”

ທ່ານ ນີ​ນິ​ສ​ໂຕ ໄດ້​ກ່າວ​ຕໍ່​ລາຍ​ການ State of the Union ຂອງ​ໂທ​ລະ​ພາບ CNN ວ່າ​ການ​ລົມ​ໂທ​ລະ​ສັບ​ຂອງ​ທ່ານ​ກັບ​ທ່ານ​ປູ​ຕິນ ແມ່ນ​ຄື​ກັບ​ການ​ສົນ​ທະ​ນາ​ດ້ານ​ທຸ​ລະ​ກິດ. “ສິ່ງ​ທີ່​ປະຫຼາດ​ໃຈ ​ກໍ​ແມ່ນ​ລາວ​ໄດ້​ຮັບ​ເອົາ​ມັນ​ຢ່າງ​ໃຈ​ເຢັນຫຼາຍ,” ເຊິ່ງ​ທ່ານ ນີ​ນິ​ສ​ໂຕ ໄດ້​ກ່າວ​ກ່ຽວ​ກັບ​ການ​ເຄື່ອ​ນ​ໄຫ​ວ​ຂອງ​ຟິນ​ແລນ ທີ່​ຈະ​ເຂົ້າ​ຮ່ວມ​ອົງ​ການ NATO.

ເຂດ​ຊາຍ​ແດນ​ຍາວ 1,300 ກິ​ໂລ​ແມັດ​ຕິດ​ກັບ​ຣັດ​ເຊຍ ຂອງຟິນ​ແລນ ຈະ​ເປັນ​ເຂ​ດ​ຊາຍ​ແດນ​ທີ່​ຍາວ​ກວ່າ​ປະ​ເທດ​ໃດໆ ​ໃນ​ບັນ​ດາ​ປະ​ເທດ​ NATO.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG