ຟິນແລນ ແລະສະວີເດັນ ຄາດວ່າ ຈະສະໝັກເຂົ້າຮ່ວມເປັນສະມາຊິກອົງການ NATO ຢ່າງເປັນທາງການພາຍໃນທ້າຍເດືອນນີ້. ທັງສອງປະເທດດັ່ງກ່າວນີ້ເວົ້າວ່າ ການຮຸກຮານຢູເຄຣນທີ່ບໍ່ມີການຍົ້ວຍຸເກາະຜິດຂອງຣັດເຊຍ ໄດ້ເຮັດໃຫ້ຄວາມໝັ້ນຄົງ ຢູ່ໃນຢູໂຣບ ມີການປ່ຽນແປງຢ່າງໄວວາ, ແລະໄພຂົ່ມ
ຂູ່ຈາກອາວຸດນິວເຄລຍຂອງວັງເຄຣມລິນ ໄດ້ສົ່ງຜົນເຮັດໃຫ້ຈໍາເປັນຕ້ອງໄດ້ມີການປົກປ້ອງຕົນເອງໂດຍການຊ່ວຍເຫຼືອຂອງກຸ່ມພັນທະມິດ. ເຮັນຣີ ຣິຈເວລ (Henry Ridgwell) ມີລາຍງານຈາກ ນະຄອນແຮລຊິງກີ (Helsinki), ເຊິ່ງທິບສຸດາ ມີລາຍລະອຽດ ມາສະເໜີທ່ານໃນອັນດັບຕໍ່ໄປ.
ເປັນເວລາຫຼາຍສິບປີ, ເຖິງແມ່ນວ່າສົງຄາມເຢັນຈະຢູ່ຈຸດສູງສຸດ, ຟິນແລນ ໄດ້ມີການວາງແຜນຢ່າງລະວັດລະວັງໃນຄວາມເປັນກາງລະຫວ່າງອົງການ NATO ແລະ ຣັດເຊຍໃນການຍາດແຍ່ງຄວາມເປັນເຈົ້າສູງສຸດ ຢູ່ໃນຢູໂຣບ.
ແຕ່ກະແສຟອງນັ້ນ ໄດ້ມີການປ່ຽນແປງພາຍໃນເວລາພຽງບໍ່ເທົ່າໃດເດືອນຜ່ານມານີ້. ຟິນແລນ ຢູ່ໃນສະພາບທີ່ກຽມຈະເຂົ້າຮ່ວມອົງການ NATO ແລ້ວ.
ທ່ານທິດຕີ ທຸບປູໄຣເນັນ (Tytti Tuppurainen), ລັດຖະມົນຕີທາງດ້ານວຽກງານແຫ່ງຢູໂຣບ ຂອງ ຟິນແລນ ກ່າວເປັນພາສາອັງກິດວ່າ:
“ມັນເປັນທີ່ແຈ່ມແຈ້ງແລ້ວວ່າ ທຸກໆຢ່າງໄດ້ມີການປ່ຽນແປງ ນັບຕັ້ງແຕ່ຣັດເຊຍ ໄດ້ທໍາການບຸກລຸກເຂົ້າໄປໃນຢູເຄຣນ, ແລະພວກເຮົາກໍຕ້ອງໄດ້ຕັດສິນໃຈດ້ວຍໂຕຂອງພວກເຮົາເອງ ເພື່ອປະໂຫຍດສໍາລັບປະເທດຂອງພວກເຮົາ. ແມ່ນຫຍັງຄືທາງອອກທີ່ດີທີ່ສຸດເພື່ອຮັບປະກັນຕໍ່ຄວາມໝັ້ນຄົງຂອງປະຊາຊົນຊາວຟິນແລນ ແລະປະເທດຟິນແລນ? ນັ້ນຄື ພວກເຮົາຄືສ່ວນນຶ່ງຂອງບັນດາປະເທດຕ່າງໆທາງທິດຕາເວັນຕົກ, ແລະປັດຈຸບັນນີ້ ພວກເຈົ້າກໍຄົງເຫັນແລ້ວວ່າ ສະມາຊິກຂອງອົງການ NATO ນີ້ ເປັນສ່ວນສຸດທ້າຍໃນການລວມເປັນອັນນຶ່ງອັນດຽວກັນຂອງສະມາຊິກປະເທດຕາເວັນຕົກພວກເຮົາ.”
ຄວາມຄິດເຫັນທົ່ວໄປຂອງປະຊາຊົນໄດ້ມີການປ່ຽນແປງ ນັບຕັ້ງແຕ່ຣັດເຊຍໄດ້ບຸກລຸກເຂົ້າໄປໃນຢູເຄຣນ. ໃນທ້າຍປີກາຍນີ້ 1 ສ່ວນ 4 ຂອງປະຊາກອນຊາວຟິນແລນ ແມ່ນໄດ້ສະໜັບສະໜຸນການເຂົ້າຮ່ວມເປັນສະມາຊິກອົງການ NATO, ເຊິ່ງການສໍາຫຼວດປະຊາກອນຄັ້ງຫຼ້າສຸດ ໄດ້ສະແດງໃຫ້ເຫັນວ່າ ປັດ ຈຸບັນ 76 ເປີເຊັນຂອງຈໍານວນປະຊາກອນ ມີຄວາມຍິນດີທີ່ຈະເຂົ້າຮ່ວມເປັນສະມາຊິກຂອງອົງການ NATO.
ເປັກກາ ລຸຕາ (Pekka Luhta), ປະຊາຊົນທີ່ອາໄສຢູ່ໃນນະຄອນແຮລຊິງກີ ກ່າວເປັນພາສາຟິນແລນວ່າ:
“ພວກເຮົາບໍ່ສາມາດທີ່ຈະອາໄສຢູ່ກັບປະເທດເພື່ອນບ້ານທີ່ບໍ່ແນ່ນອນແບບນີ້ ໃນທິດທາງທີ່ພວກເຮົາເຄີຍເປັນ. ດັ່ງນັ້ນ, ອົງການ NATO ເປັນພຽງທາງເລືອກດຽວທີ່ພວກເຮົາຈະສະຫຼຸບກ່ຽວກັບການແກ້ໄຂບັນຫາທາງດ້ານຄວາມໝັ້ນຄົງຂອງພວກເຮົາໄດ້.”
ຊານນາ ອາລທ໌ (Sanna Allt), ປະຊາຊົນທີ່ອາໄສຢູ່ນະຄອນຫຼວງແຮລຊິງກິເຊັ່ນກັນ ໄດ້ກ່າວເປັນພາສາອັງກິດວ່າ:
“ຖ້າພວກເຈົ້າເບິ່ງໃນດ້ານພູມສາດ, ພວກເຮົາເປັນພຽງປະເທດດຽວຢູ່ໃນ ຢູໂຣບ ເຊິ່ງເປັນເພື່ອນບ້ານຂອງ ຣັດເຊຍ ທີ່ບໍ່ໄດ້ເປັນສະມາຊິກອົງການ NATO, ຈົນເຖິງຂະນະນີ້ ແມ່ນບໍ່ເຄີຍຖືກຮຸກຮານ. ດັ່ງນັ້ນ, ຂ້າພະເຈົ້າຄິດວ່າ ຂ້າພະເຈົ້າໄດ້ກ່າວໄປຫຼາຍແລ້ວເຖິງເຫດຜົນທີ່ວ່າ ດ້ວຍສາເຫດອັນໃດພວກເຮົາຈຶ່ງຈໍາເປັນຈະຕ້ອງເຂົ້າຮ່ວມອົງການ NATO, ເນື່ອງຈາກວ່າ ຂ້າພະເຈົ້າບໍ່ມີຄວາມເຊື່ອຖືຕໍ່ ຣັດເຊຍ ຫຼາຍ.”
ປະເທດຟິນແລນ ພິຈາລະນາທີ່ຈະຍື່ນຄໍາຮ້ອງເຂົ້າເປັນສະມາຊິກຂອງອົງການ NATO ພ້ອມກັບປະເທດສະວີເດັນ, ຈົນເຖິງຂະນະນີ້ ຍັງຄົງຢູ່ໃນສະຖານະບໍ່ໄດ້ເຂົ້າຮ່ວມເປັນສະມາຊິກໃດໆເຊັ່ນກັນ. ພັນທະມິດອື່ນໆໄດ້ສະແດງໃຫ້ເຫັນຢ່າງແຈ່ມແຈ້ງແລ້ວວ່າ ມີຄວາມຍິນດີຕ້ອນຮັບປະເທດຟິນແລນ ແລະສະວີເດັນ ເຂົ້າມາເປັນສະມາຊິກ ເໝືອນດັ່ງສະມາຊິກອື່ນໆໃນອົງການຢ່າງອົບອຸ່ນ.
ທັງສອງ ເປັນສະມາຊິກຂອງສະຫະພາບຢູໂຣບ, ກອງທັບຂອງພວກເຂົາເຈົ້າ ໄດ້ປະກອບສ່ວນເຂົ້າຮ່ວມໃນການປະຕິບັດງານຂອງອົງການ NATO ແລະມີຄວາມຊໍານານໃນການເຮັດສົງຄາມຢູ່ມະຫາສະໝຸດອາກຕິກ. ພວກເຂົາເຈົ້າຈະເປັນພັນທະມິດທີ່ສໍາຄັນ ໃນການຜັກດັນຄວາມສາມາດຂອງປະເທດພັນທະມິດຢູ່ໃນຂົງເຂດທະເລບາລຕິກ ແລະ ຢູໂຣບເໜືອ, ເຊິ່ງ ຣັດເຊຍ ຍັງຄົງເຄື່ອນໄຫວທາງທະຫານຂະໜາດໃຫຍ່ຢູ່ນະທີ່ນັ້ນ.
ພົນຈັດຕະວາຊາມີ ເນີມີ (Brig. Ben. Sami Nurmi), ລັດຖະມົນຕີກະຊວງປ້ອງກັນປະເທດຂອງຟິນແລນ ກ່າວເປັນພາສາອັງກິດວ່າ:
“ມັນຈະຕ້ອງເປັນກຸ່ມທີ່ເຂັ້ມແຂງລະຫວ່າງພັນທະມິດຂອງບັນດາປະເທດ ນໍດິກ (Nordic) ໃນອະນາຄົດຂ້າງໜ້າ. ດັ່ງນັ້ນ, ຂ້າພະເຈົ້າຄິດວ່າ ພວກເຮົາມີຄວາມທັນສະໄໝ, ມີຄວາມສາມາດທາງດ້ານຄວາມໝັ້ນຄົງ ທີ່ພວກເຮົາໄດ້ສ້າງມັນຂຶ້ນມາຕະຫຼອດໄລຍະເວລາຫຼາຍປີ.”
ຣັດເຊຍ ໄດ້ມີການຂົ່ມຂູ່ ໃນອັນທີ່ຮ້ອງວ່າ “ການຕອບສະໜອງດ້ານເທັກນິກທາງທະຫານ” ຖ້າປະເທດຟິນແລນ ແລະສະວີເດັນ ຫາກເຂົ້າຮ່ວມເປັນສະມາຊິກອົງການ NATO, ລວມເຖິງການຕິດຕັ້ງອາວຸດນິວເຄລຍຢູ່ໃນຂົງເຂດກາລີນິນ ກຣາດ (Kaliningrad) ທີ່ຖືກປິດລ້ອມຂອງຣັດເຊຍ. ແຕ່ການຂົ່ມຂູ່ດ້ວຍອາວຸດນິວເຄລຍດັ່ງກ່າວ ຊໍ້າພັດມີຜົນຮັບທີ່ກົງກັນຂ້າມ.
ທ່ານຊາລີ ຊາໂລນຽດ-ແພັສເຕີນັກ (Charly Salonius-Pasternak), ຈາກສະຖາບັນຟິນແລນ ຂອງໜ່ວຍງານລະຫວ່າງປະເທດ ກ່າວເປັນພາສາອັງກິດວ່າ:
“ການກ່າວຄໍາຄຸກຄາມນີ້ ເປັນການກ່າວອອກມາໃນທິດທາງທີ່ພວກເຮົາບໍ່ຄ່ອຍເຫັນເລີຍ ຕັ້ງແຕ່ຊ່ວງສົງຄາມເຢັນ, ເຊິ່ງມັນເປັນສ່ວນນຶ່ງ ທີ່ເຮັດໃຫ້ມີຄວາມກັງວົນ ແລະມັນກໍເປັນການກ່າວທີ່ຮ້າຍແຮງໃນດ້ານການເມືອງທີ່ສູງທີ່ສຸດຂອງປະຊາຊົນຊາວຟິນແລນທີ່ຈະກ່າວວ່າ ຄວາມໝັ້ນຄົງຂອງປະເທດຟິນແລນ ແມ່ນມີຄວາມເຂັ້ມແຂງ, ແຕ່ພວກເຮົາບໍ່ມີທາງທີ່ຈະສ້າງສິ່ງຂັດຂວາງນິວເຄລຍໄດ້. ສິ່ງດຽວທີ່ພວກເຮົາສາມາດຈະເຮັດໄດ້ ກໍມີພຽງແຕ່ເຂົ້າຮ່ວມເປັນສະມາຊິກຂອງອົງການ NATO.”
ກ່ອນການຮຸກຮານເຂົ້າໄປໃນຢູເຄຣນ, ປະທານາທິບໍດີຂອງຣັດເຊຍ ທ່ານ
ວລາດິເມຍ ປູຕິນ ຮຽກຮ້ອງໃຫ້ອົງການ NATO ຖອນກອງກໍາລັງທະຫານອອກຈາກທິດຕາເວັນອອກຂອງຢູໂຣບ. ແຕ່, ໃນທາງກົງກັນຂ້າມ ປະເທດພັນທະມິດຂອງອົງການ NATO ຊໍ້າພັດໃຫ້ການອະນຸຍາດ ຮັບເອົາສະມາຊິກໃໝ່ເຂົ້າມາຕື່ມ.
ທ່ານຊາລີ ຊາໂລນຽດ-ແພັສເຕີນັກ ກ່າວເປັນພາສາອັງກິດວ່າ:
“ນະປັດຈຸບັນນີ້ ໄດ້ມີການປ່ຽນແນວຄວາມຄິດດ້ານນະໂຍບາຍຄວາມໝັ້ນຄົງ ແລະການປ້ອງກັນປະເທດຂອງທັງສອງປະເທດດັ່ງກ່າວໄປຢ່າງໄວວາໃນຊ່ວງເວລາບໍ່ເທົ່າໃດເດືອນ ອັນໄດ້ເຮັດໃຫ້ເຫັນວ່າ ເປັນຄວາມລົ້ມແຫຼວທາງຍຸດທະສາດອີກອັນນຶ່ງຂອງ ປູຕິນ ຢ່າງແນ່ນອນ.”
ສໍາລັບ ຟິນແລນ ແລະສະວີເດັນ, ສະມາຊິກຂອງອົງການ NATO ຈະຕ້ອງເປັນຕົວຢ່າງຂອງການປ່ຽນແປງທາງທະເລ ໃນວິໄສທັດທາງດ້ານຍຸດທະສາດ.
ທ່ານເຮັນຣີ ຣິຈເວລ, ນັກຂ່າວຂອງ VOA ສະແດງມຸມມອງອອກມາວ່າ:
“ນັບຕັ້ງແຕ່ມີການປະກາດເອກະລາດອອກຈາກ ຣັດເຊຍ ໃນປີ 1917, ຟິນແລນ ຄືປະເທດທີ່ເປັນກາງ ບໍ່ຮວມກຸ່ມໃດໆ, ແຕ່ ຍ້ອນການຮຸກຮານຢູເຄຣນ ຂອງ ຣັດເຊຍ ມັນຈຶ່ງໄດ້ເຮັດໃຫ້ເປັນແຮງຜັກດັນ ໃນການຄິດທົບທວນຢ່າງໄວວາກ່ຽວກັບຄວາມຈໍາເປັນທາງດ້ານຄວາມໝັ້ນຄົງຂອງປະເທດຕົນເອງ ທີ່ຕ້ອງປະເຊີນກັບໄພຄຸກຄາມຈາກປະເທດເພື່ອນບ້ານທາງທິດຕາເວັນອອກຂອງພວກເຂົາເຈົ້າ.”
Finland and Sweden are expected to formally apply to join NATO later this month. Both countries say that Russia’s unprovoked invasion of Ukraine has changed the security dynamic in Europe — and that the Kremlin's nuclear threats require the collective self-defense the alliance can provide. Henry Ridgwell reports from Helsinki.
For decades — even through the height of the Cold War — Finland plotted a careful course of neutrality as NATO and Russia vied for supremacy in Europe.
But the tide has turned in the space of a few months. Finland is on the brink of joining NATO.
Tytti Tuppurainen, Finland Minister for European Affairs (in English)
“It's clear that everything has changed since Russia started the war in Ukraine. And we have to do our own decisions now according to our own national interest. What is the best way to ensure security of Finns and Finland? We are part of the West. And now you could see that this NATO membership is a sort of finalization of our Western integration.”
Public opinion has changed since Russia’s invasion of Ukraine. Late last year, one-quarter of the Finnish population supported joining NATO. The latest poll shows 76 per cent now favor joining the alliance.
Pekka Luhta, Helsinki Resident (in Finnish)
“We cannot live with such an unpredictable neighbor in the way we used to. And so NATO is the only option we end up with as a security solution.”
Sanna Allt, Helsinki Resident (in English)
“If you look at the geographical facts, we are the only (European) non-NATO neighboring country to Russia which hasn’t been invaded so far. So I think that pretty much tells the reason why we should be joining. I don’t trust Russia that much.”
Finland is mulling a joint NATO membership application with Sweden — which until now has also maintained a non-aligned status. The alliance has made it clear that Finland and Sweden would be warmly welcomed as members — possibly within the next few months.
Both are members of the European Union. Their forces regularly take part in NATO military exercises and are skilled in Arctic warfare. They would significantly boost alliance capabilities in the Baltic and Northern Europe — where Russia maintains a massive military presence.
Brig. Gen. Sami Nurmi, Finnish Ministry of Defense (in English)
“It would be a substantial group of Nordic nations within the alliance in the future. And this has a meaning. Second is military capabilities and know-how. So I think we have a modern, capable defense [force] that we have been building throughout the years.”
Russia has threatened what it calls a "military technical response" if Finland and Sweden join NATO — including deploying nuclear weapons in the Russian enclave of Kaliningrad. But such nuclear threats may have backfired.
Charly Salonius-Pasternak, Finnish Institute of International Affairs (in English)
“It is speaking out this threat in a way that we did not really even see during the Cold War, which is of some concern — and one of the outspoken reasons for the Finnish political elite to say Finland's defense may be strong, but we will never be able to build a robust nuclear deterrent. The only way to do that is by joining NATO.”
Before his invasion of Ukraine, Russian President Vladimir Putin demanded that NATO pull back its forces in Eastern Europe. Instead, the alliance looks set to admit new members.
Charly Salonius-Pasternak, Finnish Institute of International Affairs (in English)
“To now have radically changed these two countries' security and defence policy thinking in a matter of months is certainly must be seen as yet another strategic failure by Putin.”
For Finland and Sweden, NATO membership would represent a sea change in its strategic outlook.
Henry Ridgwell, VOA News (standup version)
“Since it declared independence from Russia in 1917, Finland has been a neutral, non-aligned country. But Russia’s invasion of Ukraine has prompted a radical rethink of its security needs, faced with the threat of its eastern neighbor.”