ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ລັດ​ຖະບານ ​ຟິນ​ແລນ​ດ໌ ຈະ​ສອບ​ສວນ​ ບໍລິສັດ POYRY ກ່ຽວກັບ ເຂື່ອນໄຊຍະບູລີ


ສະຖານທີ່ກໍ່ສ້າງເຂື່ອນໄຊຍະບູລີເທິງແມ່ນໍ້າຂອງຢູ່ຝັ່ງລາວ
ສະຖານທີ່ກໍ່ສ້າງເຂື່ອນໄຊຍະບູລີເທິງແມ່ນໍ້າຂອງຢູ່ຝັ່ງລາວ
ທາງ​ການ​ຂອງ​ລັດ​ຖະບານ​ຟິນ​ແລນ​ດ໌ ຈະ​ດໍາ​ເນີນ​ການ​ສອບ​ສວນ
​ບໍລິສັດ POYRY ​ເພື່ອ​ຄົ້ນ​ຫາ​ຄວາມ​ຈິງ​ວ່າ​ບໍລິສັດ​ດັ່ງ​ກ່າວ​ນີ້ ​ໄດ້​
ສະແດງ​ບົດບາດ​ໃນ​ໂຄງການ​ເຂື່ອນໄຊ​ຍະ​ບູລີ​ໃນ​ລາວຢ່າງເໝາະ ​ສົມຫຼື​ບໍ່

ທາງ​ການ​ຂອງ​ລັດຖະບານ​ຟິນ​ແລນ​ດ໌ ​ໂດຍ​ທ່ານ Lauri
Ihalainen ລັດຖະມົນຕີ ວ່າການ​ກະຊວງ​ເສດຖະກິດ ​ແລະ​ການ
​ຈ້າງ​ງານ ​ໄດ້​ມີ​ຄໍາ​ສັ່ງ​ໃຫ້​ດໍາ​ເນີນ​ການ​ສອບສວນ​ບໍລິສັດ POYRY
ຈາກ​ສະ​ວິດ​ເຊີ​ແລນ​ດ໌ຢ່າງ​ເປັນ​ທາງ​ການ​ເມື່ອ​ວັນ​ທີ 16 ຕຸລາ ​
ແລະ​ກໍ​ໄດ້​ແຈ້ງ​ການ​ດັ່ງກ່າວ​ໄປ​ເຖິງ​ບັນດາ​ອົງການ​ໃນ​ພາກ​ປະຊາ
​ສັງຄົມ​ທັງ​ໃນ​ປະ​ເທດ ​ແລະ​ໃນ​ລະດັບ​ສາກົນ​ຢ່າງ​ເປັນ​ທາງ​ການ
​ໃນ​ທ້າຍ​ເດືອນ​ຕຸລາ​ທີ່​ຜ່ານ​ມາ.

​ສາ​ເຫດ​ທີ່​ເຮັດ​ໃຫ້​ທາງ​ການ​ຂອງ​ລັດຖະບານ​ຟິນ​ແລນ​ດ໌ຕ້ອງ​ມີ​ຄໍາ​ສັ່ງ​ດັ່ງກ່າວ​ນີ້ ກໍ​ຍ້ອນ​ວ່າ​ໄດ້​ຮັບ​ການ​ຮ້ອງ​ຮຽນ​ຈາກ​ບັນດາ​ອົງການ ​ໃນ​ພາກ​ປະຊາ​ສັງຄົມ​ທີ່​ສົງ​ໄສ ວ່າ​ບໍລິສັດ POYRY ຊຶ່ງ​ມີ​ພັນທະ​ກັບ​ລັດຖະບານ​ຟິນ​ແລນ​ດ໌ ໃນ​ການ​ດໍາ​ເນີນ​ໂຄງ ການ​ພັດທະນາ​ດ້ານ​ຕ່າງໆ​ໃນ​ພູ​ມີ​ພາກ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້​ນັ້ນ ​ໄດ້​ສະ​ແດງບົດບາດ​ຢ່າງ​ບໍ່​ເໝາະ​ສົມ​ໃນ​ການ​ເຂົ້າ​ໄປ​ມີ​ສ່ວນ​ກ່ຽວ​ກັບ​ໂຄງການ​ກໍ່​ສ້າງ​ເຂື່ອນ​ໄຊ​ຍະ​ບູລີ​ເທິງ​ແນວ​ແມ່​ນໍ້າຂອງໃນ​ລາວ.

ການສ້າງພາບຈໍາລອງເຂື່ອນໄຊຍະບູລີ
ການສ້າງພາບຈໍາລອງເຂື່ອນໄຊຍະບູລີ

ທັງ​ນີ້​ໂດຍ​ທ່ານ Otto Bruun ຜູ້​ຈັດການ​ຂອງ​ມູນ​ນິທິ Siemenpuu ຊຶ່ງ​ເປັນ​ອົງການ​ນຶ່ງ​ໃນ​ພາກ​ປະຊາ​ສັງຄົມ​ໃນ​ປະ​ເທດ​ຟິນ​ແລນ​ດ໌ນັ້ນ ກໍ​ໄດ້​ຖະ​ແຫຼງຢືນຢັນ​ໃນ​ກໍລະ​ນີດຽວ​ກັນ​ນີ້​ວ່າ ບໍລິສັດ POYRY ​ໄດ້​ມີ​ສ່ວນ​ຢ່າງ​ສໍາຄັນ​ໃນ​ການ​ຊຸກຍູ້​ໃຫ້​ດໍາເນີນ​ການ​ກໍ່ສ້າງ​ເຂື່ອນ​ໄຊ​ຍະ​ບຸລີ​ຕໍ່​ໄປ ທັງໆ​ທີ່​ເປັນ​ໂຄງການ​ທີ່​ຖືກ​ຄັດຄ້ານ​ຈາກ​ທາງ​ການ​ກໍາປູ​ເຈຍ ກັບ​ຫວຽດນາມ ທີ່​ຢ້ານ​ວ່າ​ໂຄງການ​ຈະ​ສົ່ງ​ຜົນ​ກະທົບ​ຕໍ່​ສິ່ງ ແວດ​ລ້ອມ​ທໍາ​ມະ​ຊາດ​ໃນ​ແມ່​ນໍ້າຂອງ​ຢ່າງ​ໜັກໜ່ວງ ຈຶ່ງ​ໄດ້​ຮຽກຮ້ອງ​ຂໍ​ໃຫ້​ທໍາ​ການສຶກສາ​ເພື່ອ​ປ້ອງ​ກັນ​ຜົນ​ກະທົບ​ຢ່າງຮອບດ້ານ ​ແລະ​ໄດ້​ມາດຕະຖານ​ສາກົນ​ເສຍກ່ອນ.

ຊຶ່ງ​ໃນ​ກໍລະນີ​ດຽວ​ກັນ​ນີ້ ທ່ານ ​ເຣວັດ ສຸວັນນະ​ກິດ​ຕິ ຮອງ​ຜູ້​ອໍາ​ນວຍ​ການ​ບໍລິສັດ​ໄຟຟ້າ​ໄຊ​ຍະ​ບູລີ​ຈໍາກັດ ກໍຢືນຢັນ​ວ່າ ​ກຸ່ມ​ລົງທຶນໃນ​ການ​ພັດທະນາ​ໂຄງການ​ເຂື່ອນ​ໄຊ​ຍະ​ບູລີ ​ໄດ້​ເພີ່ມ​ການ​ລົງ​ທຶນເພື່ອ​ທໍາ​ການ​ສຶກສາ ​ແລະ​ອອກ​ແບບ​ກໍ່​ສ້າງ​ເຂື່ອນ​ໄຊ​ຍະ​ບຸລີ​ອີກ​ເທື່ອ​ໃໝ່​ແລ້ວ​ໃນ​ຂະນະ​ນີ້ ໂດຍ​ຄາດ​ວ່າການ​ດໍາ​ເນີນ​ການ​ດັ່ງກ່າວນີ້​ຈະສໍາ​ເລັດ​ສົມບູນ​ພາຍ​ໃນ 3 ​ເດືອນ​ຂ້າງ​ໜ້າ.

ການ​ອອກ​ແບບ​ກໍ່ສ້າງ​ເຂື່ອນ​ໄຊ​ຍະ​ບູລີ​ໃນ​ຄັ້ງ​ໃໝ່​ນີ້ ກໍ​ເພື່ອ​ເຮັດ​ໃຫ້​ເຂື່ອນ​ໄຊ​ຍະ​ບູລີ​ເປັນ​ໂຄງການ​ທີ່​ມີ​ຄວາມໂປ່​ງ​ໃສ ​ແລະ​ບໍ່​ສ້າງ​ຜົນ​ກະທົບ​ດ້ານ​ລົບ​ຕໍ່​ສະພາບ​ແວດລ້ອມ​ທໍາ​ມະ​ຊາດ​ໃຫ້​ກັບ​ພື້ນ​ທີ່​ ທີ່ຢູ່​ເຂດ​ຕອນ​ລຸ່ມ​ຂອງ​ຕົວ​ເຂື່ອນ ທັງ​ນີ້​ດ້ວຍ​ການ​ເພີ່ມ​ເງິນ​ລົງທຶນ​ເຂົ້າ​ໃນ​ການ​ປ້ອງ​ກັນ​ຜົນ​ກະທົບ​ຕໍ່​ສະພາບ​ແວດ​ລ້ອມ ​ແລະ​ສັດ​ນໍ້າ​ຢ່າງ​ໄດ້ມາດຕະຖານ​ສາກົນ ດັ່ງ​ທີ່​ທ່ານ​ເຣວັດ ​ໄດ້​ໃຫ້ການ​ຊີ້​ແຈງ​ວ່າ:

“​ເຮົາ​ໄດ້​ອອກ​ແບບ​ເພື່ອ​ໄວ້​ໃນ​ອະນາຄົດ​ອີກດ້ວຍ​ວ່າ​ ເຮືອ​ທີ່​ຈະ​ຂຶ້ນ-ລ່ອງ​ອັນ​ນີ້​ໄດ້​ເຖິງ 500 ​ໂຕນ​ ໄດ້​ທັງ​ປີ​ເລີຍ ທີ່ນີ້​ພວກ​ເຮົາ​ຍັງ​ອອກ​ແບບ​ໃຫ້​ມີ​ທາງ​ປາ​ຜ່ານ​ຢູ່ ທາງ​ຝັ່ງ​ເມືອງ​ນ່ານ ຊຶ່ງ​ເລື້ອງນີ້ ​ກໍ​ເສຍ​ເງິນເພີ່ມ​ອີກ ​ແຕ່​ກໍ​ບໍ່​ເປັນ​ຫຍັງ ​ເພື່ອ​ໃຫ້​ປະ ຊາ​ຊົນ​ທີ່​ອາ​ໄສ​ຢູ່​ຕອນ​ລຸ່ມແມ່ນໍ້າຂອງ​ນີ້ ມີ​ຄວາມ​ສະບາຍ​ໃຈ​ວ່າ​ເຂື່ອນ​ຂອງ​ເຮົາ​ນີ້ ບໍ່​ໄດ້​ເຮັດ​ໃຫ້​ເກີດ​ຜົນ​ກະທົບ​ດ້ານ​ສິ່ງ​ແວດ​ລ້ອມ​ ແລ້ວ​ເຮົາ​ຍັງ​ຮັບປະກັນ​ເລື້ອງ​ຕົກຕະກອນວ່າ ເຮົາຈະ​ບໍ່​ໃຫ້​ເກັບ​ກັກ​.”

ພາບຖ່າຍໃນເດືອນຕຸລາທີ່ຜ່ານມາ ເລີ້ມມີການສ້າງເຂື່ອນໄຊຍະບູລີແລ້ວ
ພາບຖ່າຍໃນເດືອນຕຸລາທີ່ຜ່ານມາ ເລີ້ມມີການສ້າງເຂື່ອນໄຊຍະບູລີແລ້ວ

​ການ​ອອກ​ແບບ​ກໍ່ສ້າງ​ເຂື່ອນ​ໄຊ​ຍະ​ບຸລີ​ດັ່ງກ່າວ​ນີ້ ​ເປັນ​ການ​ປະ
ຕິບັດ​ຕາມການ​ສຶກສາ​ຂອງ​ບໍລິສັດ​ທີ່​ປຶກສາ 2 ​ແຫ່ງ​ທີ່​ລັດຖະ
ບານ​ລາວ​ ໄດ້​ວ່າ​ຈ້າງ​ໃຫ້​ທໍາ​ການສຶກສາ​ເພື່ອ​ປ້ອງ​ກັນ​ຜົນ​ກະ
ທົບ​ຈາກ​ການ​ກໍ່ສ້າງ​ເຂື່ອນ​ໄຊ​ຍະ​ບູລີ ​ແລະ​ກໍ​ໄດ້​ດໍາ​ເນີນການ​
ດັ່ງກ່າວ​ ສໍາ​ເລັດ​ແລ້ວ​ເມື່ອ​ບໍ່​ດົນ​ມາ​ນີ້ ກໍ​ຄືບໍລິສັດ POYRY
ຈາກ​ສະ​ວິດ​ເຊີ​ແລນ​ດ໌ ​ແລະບໍລິສັດ CNR ຈາກ​ປະ​ເທດ​ຝຣັ່ງ
ຊຶ່ງ​ທັງ​ສອງ​ບໍລິສັດ​ດັ່ງກ່າວ​ກໍ​ຢືນຢັນ​ວ່າ ສາມາດ​ທີ່​ຈະ​ປ້ອງ​ກັນ
​ຜົນ​ກະທົບ​ໄດ້​ຢ່າງ​ແນ່ນອນ.

ທັງ​ນີ້ດ້ວຍ​ການ​ສ້າງ​ລະບົບ​ທາງ​ປາ​ຜ່ານ​ທີ່​ໃຊ້​ວິດ​ທະ​ຍາ​ການສະ​ໄໝ​ໃໝ່ ພ້ອມ​ດ້ວຍ​ການ​ສ້າງ​ອູ່​ຂອງ​ປາ ການ​ສ້າງປ່ອງ​ປາຂຶ້ນ-ລົງ ​ຢູ່ໃນ​ລະບົບ​ປະຕູ​ເດີນ​ເຮືອ ການ​ສ້າງ​ສະຖານີ​ປາ​ທີ່​ຕິດ​ຕັ້ງ​ດ້ວຍ​ລະບົບກັງ​ຫັນ​ນໍ້າ​ ທີ່​ເປັນ​ມິດ​ກັບ​ສັດ​ນໍ້າ​ທຸກ​ຊະນິດ ​ແລະ​ການ​ກໍ່ສ້າງ​ປະຕູ​ລະ ບາຍ​ດິນ​ຕົກຕະກອນ​ທີ່​ເປັນ​ແຫຼ່ງອາຫານ​ຂອງ​ສັດ​ນໍ້າ​ ແລະ​ປຸ໋ຍຂອງພືດ​ພັນ​ຕ່າງໆ​ເປັນ​ຕົ້ນ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ການ​ອອກ​ມາສະ​ແດງ​ທ່າ​ທີ​ດັ່ງກ່າວ​ນີ້​ຂອງ​ທາງ​ການ​ລັດຖະບານ​ຟິນ ​ແລນ​ດ໌ ກໍ​ຖື​ເປັນ​ອີກ​ບັນຫາ​ນຶ່ງ ​ທີ່​ຈະ​ກາຍ​ເປັນ​ອຸບປະສັກ​ຕໍ່​ການ​ພັດທະນາ​ໂຄງການ​ເຂື່ອນ
​ໄຊ​ຍະ​ບູລີໃນ​ໄລຍະ​ຕໍ່​ໄປ ຊຶ່ງ​ກໍ​ເຊັ່ນ​ດຽວ​ກັນ​ກັບ​ການ​ເຄຶ່ອນ​ໄຫວ​ຄັດຄ້ານ​ໂດຍ​ເຄືອ​ຂ່າຍ ອະນຸລັກ​ແມ່​ນໍ້າຂອງ​ທັງ​ໃນ​ໄທ ແລະ​ສາກົນ ທີ່​ໄດ້​ດໍາ​ເນີນ​ການ​ມາ​ຢ່າງ​ຕໍ່​ເນື່ອງ​ຈົນ​ເຖິງ​ທຸກ​ມື້​ນີ້.
XS
SM
MD
LG