ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຮືອ​ບິນ​ລົບ F-16 ສ​ຫລ ຕົກ ຢູ່ ລັດ​ຄາ​ລີ​ຟໍ​ເນຍ


ເຮືອ​ບິນ​ລົບ F-16 ຂອງ​ສະ​ຫະ​ລັດ ຄື​ກັນ​ກັບເຮືອ​ບິນ​ລົບ ຂອງ​ອີ​ຣັກ​ລຳ​ນີ້ ໄດ້​ປະ​ສົບ​ອຸ​ບັດ​ຕິ​ເຫດ​ຕົກ ທີ່​ລັດ​ຄາ​ລີ​ຟໍ​ເນຍ.
ເຮືອ​ບິນ​ລົບ F-16 ຂອງ​ສະ​ຫະ​ລັດ ຄື​ກັນ​ກັບເຮືອ​ບິນ​ລົບ ຂອງ​ອີ​ຣັກ​ລຳ​ນີ້ ໄດ້​ປະ​ສົບ​ອຸ​ບັດ​ຕິ​ເຫດ​ຕົກ ທີ່​ລັດ​ຄາ​ລີ​ຟໍ​ເນຍ.

ນັກ​ບິນ​ທະ​ຫານ​ສະ​ຫະ​ລັດ​ຄົນ​ນຶ່ງ ທີ່​ພວມ​ບິນ​ປະ​ຕິ​ບັດ​ງານ​ຕາມ​ປົກ​ກະ​ຕິ​ນັ້ນ ໄດ້​ໂດດ​ຈ້ອງ​ອອກ ດ້ວຍ​ຄວ​າມ​ປອດ​ໄພ ຈາກ​ເຮືອ​ບິນ​ລົບອາຍ​ພົ່ນ F-16 ​ກ່ອນ​ທີ່​ເຮືອ​ບິນ​ລຳ​ດັ່ງ​ກ່າວ ຕົກ​ຢູ່​ພາກ​ໃຕ້​ລັດ​ຄາ​ລີ​ຟໍ​ເນຍ.

ເຈົ້າ​ໜ້າ​ທີ່ກອງ​ທັບ​ສະ​ຫະ​ລັດ ກ່າວ​ວ່າ ບໍ່​ມີ​ຜູ້​ໃດ​ໄດ້​ຮັບ​ບາດ​ເຈັບ​ຮ້າຍ​ແຮງ ໃນ​ຕອນ​ບ່າຍ​ວັນ​ພະ​ຫັດ​ວານນີ້ ເວ​ລາ​ເຮືອ​ບິນ​ລົບ​ລຳ​ດັ່ງ​ກ່າວ ໄດ້​ຕົກ​ລົງ​ໃສ່​ສາງ​ເກັບ​ເຄື່ອງ​ແຫ່ງ​ນຶ່ງ ໃກ້ໆ​ຄ້າຍ​ທະ​ຫານກອງ​ໜຸນ March Air Reserve ໃນ​ເຂດ​ເມືອງ Riverside ​ປະ​ມານ 150 ກິ​ໂລ​ແມັດຫ່າງ​ຈາກ​ນະ​ຄອນ​ລອ​ສແອນ​ເຈ​ລິ​ສ​ໄປ​ທາງກ້ຳຕາ​ເວັນ​ອອກ.

ຫົວ​ໜ້າ​ດັບ​ໄຟ​ທີ່​ຄ້າຍ March Air Reserve ທ່ານ​ທີ​ໂມ​ທີ ຮອ​ລ​ລີ​ເດ ກ່າວ​ວ່າ “ນັກ​ບິນ​ໄດ້​ມີ​ບັນ​ຫາ​ດ້ານ​ໄຮ​ໂດ​ຣ​ລິກ” ແລະ “ເລີ້ມ​ຄວບ​ຄຸມ​ເຮືອ​ບິນ​ບໍ່​ໄດ້.”

ຜູ້​ເຫັນ​ເຫດ​ການ​ຄົນ​ນຶ່ງ​ເວົ້າ​ວ່າ “ລາວ​ເຫັນ​ຜູ້​ຄົນ​ຄົນ​ນຶ່ງ ໂດດ​ອອກ ຢູ່​ເທິງ​ສາງ​ເກັບ​ເຄື່ອງ​ຂອງ​ພວກ​ເຮົາ ແລະ​ເຮືອ​ບິນ​ກໍ​ຕົກ​ລົງ​ມາ​ໃສ່​ຫຼັງ​ຄາ​ດ້ານ​ນຶ່ງ ແລະ​ກໍ​ໄປ​ຕຳ​ໃສ່​ອີກ​ດ້ານ​ນຶ່ງຂອງ​ຕຶກ​ອາຄານ.”

​ຄ້າຍ March Air Reserve ເປັນ​ກອງ​ບັນ​ຊາ​ການພວກ​ທະ​ຫານ​ອາ​ກາດກອງ​ໜຸນ ກອງ​ພັນ​ທີ 4 ແລະ​ນອກນັ້ນ ຍັງ​ເປັນ​ຄ້າຍກອງ​ໜຸນ​ໜ່ວຍ​ຕ່າງໆ​ຂອງ​ພວກ​ທະ​ຫານ​ບົກ ທະ​ຫານ​ເຮືອ ທະ​ຫານ​ມາ​ຣີນ ກຳ​ລັງ​ອາ​ກາດ​ຂອງ​ໜ່ວຍ​ຍາມ​ຝັ່ງແລະ​ກຳ​ລັງ​ຮັກ​ສາ​ດິນ​ແດນ ຈາກ​ລັດຄາ​ລີ​ຟໍ​ເນຍ​ນຳ​ດ້ວຍ.

A U.S. military pilot, on a routine military training mission, ejected safely from a F-16 fighter jet before it crashed in Southern California.

Military officials say no one was seriously hurt Thursday afternoon when the jet plunged into a warehouse near the March Air Reserve Base in Riverside County, 105 kilometers east of Los Angeles.

March Air Reserve Base Fire Chief Timothy Holliday said, "The pilot was having hydraulic problems" and "started losing control of the aircraft."

One witness said he saw "a guy eject right over our warehouse and the plane went into the top of our roof in one side of the building and it went through the other side of the building."

The March base is home to the Air Force Reserve Command's Fourth Air Force Headquarters and various units of the Army Reserve, Navy Reserve, Marine Corps Reserve, California Air National Guard and California Army National Guard.

XS
SM
MD
LG