ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈະ​ສູ້​ຄືນ ຫຼື ໜີ? ການ​ເກນ​ທະ​ຫານໃນມຽນ​ມາ ບັງ​ຄັບ​ໃຫ້​ຊາວ​ໜຸ່ມຕ້ອງ​ທຳ​ການ​ຕັດ​ສິນ​ໃຈ​ທີ່​ຍາກ


ປະ​ຊາ​ຊົນ​ລໍ​ຖ້າ​ໃນ​ແຖວ​ເພື່ອ​ເຂົ້າ​ຂໍ​ວີ​ຊາ​ໃນ​ສະ​ຖານ​ທູດ​ ໄທ, ນະ​ຄອນ ຢາງ​ກຸ້ງ, ມຽນ​ມາ, 20 ກຸມ​ພາ 2024.
ປະ​ຊາ​ຊົນ​ລໍ​ຖ້າ​ໃນ​ແຖວ​ເພື່ອ​ເຂົ້າ​ຂໍ​ວີ​ຊາ​ໃນ​ສະ​ຖານ​ທູດ​ ໄທ, ນະ​ຄອນ ຢາງ​ກຸ້ງ, ມຽນ​ມາ, 20 ກຸມ​ພາ 2024.

ຫຼາຍ​ອາ​ທິດ​ຫຼັງ​ຈາກລັດ​ຖະ​ບານ​ທະ​ຫານ​ຂອງ​ມຽ​ນ​ມາ​ໄດ້​ປະ​ກາດ​ການ​ເກນ​ທະ​ຫານ​ທົ່ວ​ປະ​ເທດ​ນັ້ນ, ແມ່​ຍິງ​ໄວ​ໜຸ່ມ​ສອງ​ຄົນ​ຈາກ​ພາກ​ສ່ວນ​ທີ່​ຫ່າງ​ໄກ​ສອກຫຼີກ​ຂອງ​ປະ​ເທດ ​ທີ່​ຕັ້ງ​ຢູ່​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້​ດັ່ງ​ກ່າວ ​ໄດ້​ມຸ່ງ​ໜ້າ​ໄປ​ປ່າ​ດົງ​ເພື່ອ​ຈັບ​ອາ​ວຸດ​ຕໍ່​ສູ້​ກັບ​ລັດ​ຖະ​ບານ​ທະ​ຫານ​.

ສຳ​ລັບ​ຜູ້​ຊາຍ​ສອງ​ຄົນອາ​ຍຸ​ສາມ​ສິບ​ປີກວ່າ​ ໃນ​ສອງ​ເມືອງ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ມຽນ​ມາ​ນັ້ນ, ໄພ​ຂົ່ມ​ຂູ່​ຂອງ​ການ​ເກນ​ທະ​ຫານຫຼັງ​ຈາກ​ການ​ຮຽກ​ຕົວ​ເມື່ອ​ເດືອນ​ກຸມ​ພາ​ທີ່​ຜ່ານ​ມາ​ ໄດ້​ເຮັດ​ໃຫ້​ເຂົາ​ເຈົ້າ​ປ່ຽນ​ແປງ​ຊີ​ວິດ​ຂອງພວກ​ເຂົາ​ ແລະ ຫຼົບ​ໜີ​ໄປ​ປະ​ເທດ ໄທ ທີ່​ຢູ່​ໃກ້​ຄຽງ.

ການ​ຕັດ​ສິນ​ໃຈ​ໂດຍ​ສີ່​ຄົນ​ທີ່​ວ່ານີ້​ ທີ່​ຈະ​ເປັນ​ກະ​ບົດ ຫຼື ຫຼົບ​ໜີ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ວຸ້ນ​ວາຍ​ໃນ ມຽນ​ມາ ໃນ​ຂະ​ນະ​ທີ່​ການ​ຕໍ່​ຕ້ານ​ທະ​ຫານ ເພີ້ມ​ຍິ່ງ​ຂຶ້ນ​ໄດ້​ສ້າງ​ສິ່ງ​ທ້າ​ທາຍ​ທີ່​ໃຫຍ່​ທີ່​ສຸດ​ໃຫ້​ລັດ​ຖະ​ບານ​ທະ​ຫານ ​ນັບ​ຕັ້ງແຕ່​ພວກ​ເຂົາ​ໄດ້​ຍຶດ​ອຳ​ນາດ​ໃນ​ການ​ກໍ່​ລັດ​ຖະ​ປະ​ຫານ ​ເມື່ອ​ປີ 2021.

ໃນ​ການ​ບັ​ງ​ຄັບ​ໃຊ້​ກົດ​ໝາຍ​ປີ 2010, ລັດ​ຖະ​ບານ​ທະ​ຫານ ​ໄດ້​ກ່າວ​ໃນ​ເດືອນ​ກຸມ​ພາ​ທີ່​ຜ່ານ​ມາ​ວ່າ​ ຜູ້​ຊາຍ​ທຸກ​ຄົນ​ອາ​ຍຸ 18 ຫາ 35 ປີ ແລະ ແມ່​ຍິງ 18 ຫາ 27 ປີ​ຕ້ອງ​ຮັບ​ໃຊ້​ຊາດ​ເປັນ​ເວ​ລາ​ເຖິງ 2 ປີ, ໃນ​ຂະ​ນະ​ທີ່ພວກ​ຜູ້​ຊ່ຽວ​ຊານ ເຊັ່ນແພດ​ໝໍ ​ອາ​ຍຸ​ເຖິງ 45 ປີ ​ຕ້ອງ​ໄດ້ຮັບ​ໃຊ້ຊາດເປັນເວລາ 3 ປີ.

ນັ້ນ​ກໍ​ໝາຍ​ຄວາມ​ວ່າ 14 ລ້ານ​ຄົນ, ເຊິ່ງ​ແມ່ນ 27 ເປີ​ເຊັນ​ຂອງ​ປະ​ຊາ​ກອນ, ແມ່ນ​ຈ​ະ​ຕ້ອງ​ຖືກ​ເກນ​ເປັນ​ທະ​ຫານ, ອີງ​ຕາມ​ການ​ກ່າວ​ຂອງ​ລັດ​ຖະ​ບານ​ທະ​ຫານ, ໂດຍ​ເກນ​ປະ​ມານ 60,000 ຄົນ​ຕໍ່​ປີ. ​ການ​ຄາດ​ຄະ​ເນ​ຂະ​ໜາດ​ໃນ​ປັດ​ຈຸ​ບັນ​ຂອງກອງ​ກຳ​ລັງ​ຕິດ​ອາ​ວຸດ​, ກຸ່ມ​ກະ​ບົດ ຫຼື ຈຳ​ນວນ​ປະ​ຊາ​ທີ່​ກຳ​ລັງ​ພະ​ຍາ​ຍາມຫຼີກ​ລ່ຽງ​ການ​ເກນ​ທະ​ຫານ​ນັ້ນ ​ອາດ​ຈະ​ບໍ່​ຊັດ​ເຈນ.

ລັດ​ຖະ​ບານ​ແມ່ນ​ກຳ​ລັງ​ຕອບ​ໂຕ້​ຕໍ່​ການ​ໂຈມ​ຕີ​ຂອງ​ພວກ​ກະ​ບົດ​ທີ່​ໄດ້​ດຳ​ເນີນ​ຂຶ້ນ​ ໃນ​ເດືອນ​ຕຸ​ລາ​ປີ​ກາຍນີ້ ທີ່​ໄດ້​ກາຍ​ເປັນ​ໄພ​ຂົ່ມ​ຂູ່​ທີ່​ໃຫຍ່​ທີ່​ສຸດ ​ຕໍ່​ລະ​ບອບ​ການ​ປົກ​ຄອ​ງ​ດັ່ງ​ກ່າວ ​ນັບ​ຕັ້ງ​ແຕ່​ການ​ກໍ່​ລັດ​ຖະ​ປະ​ຫານ​ທີ່​ໄດ້​ໂຄ່ນ​ລົ້ມ​ລັດ​ຖະ​ບານ​ທີ່​ນຳ​ພາ​ໂດຍ​ພົນ​ລະ​ເຮືອນ​ຜູ້ທີ່ໄດ້ຮັບ​ລາງວັນ​ໂນ​ແບ​ລ໌ ທ່ານ​ນາງ ອອງ ຊານ ຊູ ຈີ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG