ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

50 ຄົນ ເສຍຊີວິດ ຍ້ອນເຮືອຫຼົ້ມ ຢູ່ ຄອງໂກ


ແຜນທີ່ີສາທາລະນະລັດ ປະຊາທິປະໄຕຄອງໂກ.
ແຜນທີ່ີສາທາລະນະລັດ ປະຊາທິປະໄຕຄອງໂກ.

ເຈົ້າໜ້າທີ່ລັດຖະບານສາທາລະນະລັດປະຊາທິປະໄຕຄອງໂກ ກ່າວ່າ ມີ 50 ຄົນເສຍ
ຊີວິດ ໃນອຸປະຕິເຫດທາງເຮືອ ຢູ່ໃນພາກເໜືອ ທີ່ສອກຫລີກຫ່າງໄກຂອງປະເທດ.

ທ່ານຣິເຈີດ ແອັມໂບໂຢ ອີລູເກ (Richard Mboyo Iluke) ຮອງເຈົ້າແຂວງ ແຂວງ
ຊູອາປາ ກ່າວຕໍ່ອົງການຂ່າວຂອງຝຣັ່ງວ່າ “ພວກເຮົາພົບແລ້ວ 49 ສົບໃນມື້ວັນພຸດ
ແລະອີກຄົນນຶ່ງ ໃນຕອນເຊົ້າມື້ນີ້.”

ສ່ວນຮອງເຈົ້າແຂວງອີກຄົນນຶ່ງ ກ່າວຕໍ່ອົງການຂ່າວຣອຍເຕີ້ວ່າ ມີຜູ້ຄົນໃນຈຳນວນ
ເທົ່າໆກັນນີ້ ໄດ້ລອດຊີວິດມາໄດ້ ຈາກອຸປະຕິເຫດເຮືອຫລົ້ມ.

ອຸປະຕິເຫດທີ່ຮ້າຍແຮງທາງເຮືອ ແມ່ນຖືເປັນເລື້ອງທຳມະດາ ຢູ່ໃນສາທາລະນະລັດ
ປະຊາທິປະໄຕຄອງໂກ.

A Democratic Republic of Congo government official says 50 people have died in a boat accident in the remote northern region of the country.

Richard Mboyo Iluke, the vice governor of Tshuapa province, told AFP:"We found 49 people Wednesday and another one this morning."

Another vice governor told Reuters that about the same amount of people had survived the mishap.

Deadly boat accidents are common in the DRC.

XS
SM
MD
LG