ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ກັນຍາ ໒໐໒໓

ອິນເດຍຈັບ ຜູ້ຕ້ອງສົງໄສ ຄົນສຸດທ້າຍ ໃນຄະດີ ຂົ່ມຂືນໝູ່ ນັກຂ່າວຍິງ ໄດ້ແລ້ວ (ວີດິໂອ)


ຕໍາຫລວດຄຸມໂຕ ຜູ້ຕ້ອງສົງໄສຄົນນຶ່ງ (ຜ້າຄຸມຫົວໄວ້) ໄປ ຢູ່ນະຄອນ Mumbai, ວັນທີ 24 ສິງຫາ 2013.
ເຈົ້າ​ໜ້າ​ຕໍາ​ຫລວດ​ອິນ​ເດຍກ່າວວ່າ ​ເຂົາ​ເຈົ້າ​ໄດ້​ຈັບ​ຜູ້​ຊາຍ​ຄົນ​
ສຸດ​ທ້າຍໃນ​ຈໍານວນ​ຫ້າ​ຄົນ ທີ່​ຕໍາຫລວດ​ຕ້ອງການ​ໂຕ ​ໃນ​ຖານ
ມີ​ສ່ວນ​ພົວພັນ​ກັບ​ການ​ຂົ່ມຂືນ​ໝູ່ ນັກ​ຂ່າວ​ຊ່າງ​ພາບ​ຜູ້ຍິງ​ຄົນ​ນຶ່ງ
ທີ່ນະຄອນ ມູມບາຍ.

ຕໍາຫລວດ​ໄດ້​ຈັບ​ຜູ້​ຕ້ອງ​ສົງ​ໄສ ຄົນທີ​ຫ້າ ​ໃນ​ວັນ​ອາທິດ​ມື້​ນີ້ ຢູ່ນະຄອນຫລວງ​ນິວ ​ແດ​ລລີ ຫລັງ​ຈາກ​ທີ່​ຈັບ​ໄດ້​ອີກ​ສີ່ຄົນ ຢູ່​ນະຄອນ ​ມູມບາຍ.

ສະມາຊິກ​ຄອບຄົວ​ຂອງຜູ້​ຕ້ອງ​ສົງ​ໄສ​ຄົນ​ນຶ່ງ​ເວົ້າ​ວ່າ ຜູ້ກ່ຽວ​ຍັງ​ເປັນ​ເດັກນ້ອຍ​ໄວ​ລຸ່ນ​ຢູ່ ​
ແລະ​ທາງ​ຕໍາຫລວດ​ກໍ​ກໍາ​ລັງ​ສືບສວນ​ກ່ຽວ​ກັບ​ອາຍຸ​ແທ້​ຂອງ​ຜູ້ກ່ຽວ. ​ໃນ​ຖານະ​ທີ່​ອາ​ຍຸ​
ນ້ອຍ ບໍ່​ຮອດ 18 ປີ​ນັ້ນ ຜູ້ກ່ຽວ​ຈະ​ໄດ້​ຮັບ​ໂທດ​ເບົາ​ກ່ວາ​ຜູ້​ຕ້ອງ​ສົງ​ໄສ​ຄົນ​ອື່ນໆ ຖ້າ​ຫາກ​
ຖືກ​ຕັດສິນ​ວ່າ​ມີ​ຄວາມ​ຜິດ​ໃນ​ຂໍ້ຫາ​ດັ່ງກ່າ​ວ.

​ເຈົ້າ​ໜ້າ​ທີ່​ດ້ານ​ການ​ແພດ​ເວົ້າ​ວ່າ ຜູ້​ເຄາະ​ຮ້າຍ​ໃນ​ການ​ຂົ່ມຂືນ​ຊໍາ​ເລົາໝູ່​ເມື່ອ​ວັນ​ພະຫັດ​
ຜ່ານ​ມາ​ ຊຶ່ງ​ມີ​ອາຍຸ​ 20 ປີ​ປາຍ​ໜ້ອຍ​ນຶ່ງ​ນັ້ນ ກໍາລັງ​ພັກ​ຮັກສາ​ໂຕ​ຢູ່​ໂຮງພະຍາບານ ​ແລະ​
ມີ​ອາການ​ທຸ່ນ​ທ່ຽງ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ຜູ້​ຊາຍທັງ​ຫ້າ​ຄົນ​ ໄດ້​ທໍາ​ການ​ໂຈມ​ຕີ​ຜູ້ຍິງ​ຄົນ​ນີ້ ​ໃນ​ຂະນະ​ທີ່​
ລາວ​ກໍາລັງ​ຖ່າຍຮູບ​ ​ເອົາ​ໂຮງງານ​ຕໍ່າ​ຜ້າ​ຮ້າງ​ແຫ່ງ​ນຶ່ງ ພ້ອມ​ດ້ວຍ​ເພື່ອນ​ຮ່ວມ​ງານ​ຜູ້​ຊາຍ​
ຂອງ​ລາວ​ຄົນ​ນຶ່​ງ. ​ລາຍ​ງານ​ຂ່າວ​ເວົ້າ ວ່າ ນັກຂ່າວ​ຜູ້​ຊາຍ​ໄດ້ຖືກ​ມັດ​ໄວ້​ ໃນ​ຂະນະທີ່ນັກ​
ຂ່າວຍິງ​ ຖືກຂົ່ມຂືນໝູ່​.

India Rape
please wait
Embed

No media source currently available

0:00 0:01:15 0:00
XS
SM
MD
LG