ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ກຸ່ມປົກປ້ອງ ສິດທິມະນຸດ ຮຽກຮ້ອງ ໃຫ້ສາກົນ ກົດດັນລາວ ກ່ຽວກັບ ດຳລັດ ສະບັບໃໝ່


ສັນຍາຫລັກ ຂອງ ສະຫະພັນສາກົນເພື່ອສິດທິມະນຸດ ຫຼື International Federation for Human Rights (FIDH)
ສັນຍາຫລັກ ຂອງ ສະຫະພັນສາກົນເພື່ອສິດທິມະນຸດ ຫຼື International Federation for Human Rights (FIDH)

ປະເທດຕ່າງໆ ແລະອົງການທີ່ໃຫ້ຄວາມຊ່ອຍເຫຼືອຕ້ອງກົດດັນລັດຖະບານລາວໃຫ້ຍົກ
ເລີກດໍາລັດສະບັບໃໝ່ ທີ່ຈໍາກັດຮັດແຄບ ຢ່າງຮ້າຍແຮງ ຕໍ່ກຸ່ມສັງຄົມພົນລະເຮືອນ ອີງຕາມຖະແຫຼງການ ຂອງສະຫະພັນສາກົນເພື່ອສິດທິມະນຸດສາກົນ ຫຼື International Federation for Human Rights (FIDH) ແລະ ຂະ ບວນການລາວເພື່ອສິດທິມະນຸດ
ຫຼື Lao Movement for Human Rights (LMHR) ທີ່ນໍາອອກເຜີຍແຜ່ເມື່ອໄວໆມານີ້.

ດຳລັດວ່າດ້ວຍສະມາຄົມສະບັບໃໝ່ ທີ່ລົງນາມໂດຍນາຍົກລັດຖະມົນຕີທອງລຸນ ສີສຸລິດ ໃນວັນທີ 11 ສິງຫາ 2017​ ເລີ້ມມີຜົນບັງຄັບໃຊ້ໃນວັນທີ 15 ພະຈິກຜ່ານມາ ແລະຈະໃຊ້
ແທນດຳລັດວ່າດ້ວຍສະມາຄົມ ສະບັບປີ 2009 ແລະຈະນຳໃຊ້ກ່ຽວກັບການຈັດຕັ້ງສະມາ
ຄົມຕ່າງໆ ພາຍໃນປະເທດທັງໝົດ.

ທ່ານ Andrea Giorgeta ຜູ້ອຳນວຍການ​ຝ່າຍ​ເອ​ເຊຍຂອງ​ອົງການ FIDH ໄດ້ກ່າ​ວ ຕໍ່ວີໂອເອວ່າ:

ລິງໂດຍກົງ

"ພວກເຮົາໝາຍຄວາມວ່າ ສະພາບການຢູ່ໃນລາວແມ່ນມີການຈຳກັດຮັດແຄບ ຢ່າງ
ຮ້າຍແຮງຢູ່ແລ້ວ ຄວາມສາມາດຂອງສະມາຄົມໃນເຂດທ້ອງຖິ່ນແມ່ນເຄັ່ງຄັດຫຼາຍ
ແລະດຳລັດສະບັບນີ້ຍິ່ງເຮັດໃຫ້ສະຖານະການຮ້າຍແຮງຂຶ້ນຕື່ມ ໂດຍພື້ນຖານແລ້ວ
ແມ່ນການປິດບໍ່ໃຫ້ມີໂອກາດແລະຊ່ອງທາງໃດໆ ເພື່ອໃຫ້ອົງ ການແລະສະມາຄົມ
ຕ່າງໆຈັດຕັ້ງ ແລະປະຕິບັດງານໄດ້."

ສ່ວນທ່ານ Dimitris Christopoulos ປະທານໃຫຍ່ຂອງສະຫະພັນສາກົນເພື່ອສິດທິ
ມະນຸດ ກ່າວວ່າ ດຳລັດສະບັບນີ້ ແມ່ນຕະປູດອກສຸດທ້າຍ ທີ່ຈະຕອກປິດຕາຍໃສ່ໂລງ
ສົບສຳລັບກຸ່ມສັງຄົມພົນລະເຮືອນໃນລາວ.

ການຮຽກຮ້ອງຂອງອົງການ FIDH ແລະ LMHR ມີຂຶ້ນກ່ອນໜ້າກອງປະຊຸມຈັດຕັ້ງ
ປະຕິບັດໂຕະມົນ ທີ່ເອີ້ນວ່າ RTIM ຊຶ່ງເປັນກອງປະຊຸມປະຈຳປີທີ່ເຂົ້າຮ່ວມໂດຍເຈົ້າ
ໜ້າທີ່ລັດຖະບານລາວ ແລະພວກຜູ້ຕາງໜ້າທີ່ເປັນຄູ່ຮ່ວມພັດທະນາ. ກອງປະຊຸມດັ່ງ
ກ່າວ ມີກຳນົດທີ່ຈະເລີ້ມຂຶ້ນລະຫວ່າງວັນທີ 22 ຫາ 23 ພະຈິກ ທີ່ເມືອງປາກເຊ ໃນ
ພາກໃຕ້ຂອງລາວ.

ອົງການ FIDH ​ແລະ LMHR ຍັງ​ຮຽກຮ້ອງໃຫ້​ບັນດາ​ຄູ່​ຮ່ວມພັດທະນາ​ຂອງລາວ ສະ
​ແດງ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບຄວາມບໍ່ສາມາດທີ່ແກ່ຍາວມາຂອງລັດ ຖະບານ ​ໃນ​ການ
​ສືບ​ສວນ​ຢ່າງ​ຖີ່​ຖ້ວນ ເບິ່ງ​ການ​ຫາຍ​ສາບ​ສູ​ນ​ໄປ ​ຂອງທ່ານ​ສົມບັດ ສົມ​ພອນ ຜູ້ນຳກຸ່ມ
ສັງຄົມພົນລະເຮືອນທີ່ມີຊື່ສຽງ ແລະລົງຄວາມເຫັນກ່ຽວກັບຊະຕາກຳຂອງທ່່ານ​ວ່າ​ຢູ່​ໃສ.
ວັນທີ 15 ທັນວາຈະມານີ້ ແມ່ນວັນຄົບຮອບ 5 ປີ ໃນການຫາຍສາບສູນໄປຂອງທ່ານ
ສົມບັດ ສົມພອນ.

ອົງການ FIDH ​ແລະ LMHR ຍັງໄດ້ສະແດງຄວາມເປັນຫ່ວງຢ່າງແຮງ ກ່ຽວກັບຫຼາຍໆ
ມາດຕາຂອງດຳລັດສະບັບໃໝ່ ທີ່ບໍ່ສອດຄ່ອງກັບມາດຕະຖານຂອງສາກົນກ່ຽວກັບສິດ
ເສລີພາບໃນການສະແດງຄວາມຄິດຄວາມເຫັນແລະການຕັ້ງສະມາຄົມ ໂດຍສະເພາະ
ແມ່ນມາດຕາ 8 ທີ່ໃຫ້ຕັ້ງໄດ້ແຕ່ 3 ປະເພດຂອງສະ ມາຄົມເທົ່ານັ້ນ.

XS
SM
MD
LG