ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໑໑ ມິຖຸນາ ໒໐໒໓

ຕົວຊີ້ວັດພຽງເລັກນ້ອຍ ສະໜັບສະໜຸນ ຜົນສຳເລັດໃນອະນາຄົດ ສຳລັບກອງກຳລັງຂອງອັຟການິສຖານ


ກຳລັງຮັກສາຄວາມປອດໄພຂອງອັຟການິສຖານ ຢືນຍາມລົດ Humvee ຢູ່ຕາມເສັ້ນທາງໃນເຂດການດາຮາຣ ເມື່ອວັນທີ 14 ກໍລະກົດ 2021. (Photo by JAVED TANVEER / AFP)

ບັນດາເຈົ້າໜ້າທີ່ສະຫະລັດສະແດງຄວາມຫວັງໃນແງ່ດີທີ່ວ່າ ກຳລັງຮັກສາຄວາມປອດໄພຂອງອັຟການິສຖານຈະສາມາດປ້ອງກັນບໍ່ໃຫ້ກຳລັງຂອງກຸ່ມກະບົດຕາລີບານບຸກເຂົ້າຍຶດເອົາຫົວເມືອງຕ່າງໆໃນທົ່ວອັຟການິສຖານກໍອາດຈະອີງໃສ່ການ ປະເມີນຜົນຂອງພວກເຂົາເຈົ້າໃນແງ່ຂອງຄວາມຫວັງ ຫຼາຍກວ່າຂໍ້ມູນທີ່ອາດວັດ ແທກໄດ້ນັ້ນ.

ບົດລາຍງານສະບັບນຶ່ງທີ່ເອີ້ນວ່າ “ບົດຮຽນທີ່ໄດ້ຮຽນຮູ້” ຫຼື SIGAR ໄດ້ຖືກເປີດເຜີຍໃນວັນພຸດວານນີ້ ໂດຍຜູ້ກວດກາພິເສດສຳລັບການບູລະນະອັຟການິສຖານ ຊຶ່ງເປັນອົງການສິ້ງຊອມລັດຖະບານ ກ່າວເຕືອນວ່າ ຫຼັງຈາກເກືອບ 20 ປີ ແລະທຶນໃນການໃຊ້ຈ່າຍຫຼາຍກວ່າ 88 ພັນລ້ານໂດລາ ກອງທັບສະຫະລັດມີຕົວຊີ້ບອກຫຼາຍອັນທີ່ເຫັນໄດ້ຢ່າງຊັດເຈນພຽງເລັກນ້ອຍວ່າກຳລັງຮັກສາຄວາມປອດໄພຂອງອັຟການິສຖານ ຈະເຮັດໄດ້ແນວໃດດ້ວຍຕົນເອງ.

ບົດລາຍງານນີ້ ໄດ້ກ່າວວ່າ “ຄຳຖາມຂອງວິທີກ່ຽວກັບການຄາດຄະເນຢ່າງແມ່ນຢຳວ່າ ກອງກຳລັງປ້ອງກັນແລະຮັກສາຄວາມປອດໄພແຫ່ງຊາດຂອງອັຟການິສຖານ ຫຼື ANDSF ຈະປະຕິບັດການຕໍ່ຕ້ານສັດຕູໂດຍປາສະຈາກການສະໜັບສະໜຸນໂດຍກົງຂອງກອງກຳລັງສະຫະລັດໄດ້ຫຼືບໍ່ນັ້ນ ກໍຍັງເປັນການຍາກທີ່ຈະຕອບໄດ້.”

ບົດລາຍງານໄດ້ກ່າວອີກວ່າ “ລະບົບຕ່າງໆທີ່ໄດ້ອອກແບບເພື່ອການວັດແທກຄວາມອາດສາມາດນັ້ນ ກໍໄດ້ຖືກວິພາກວິຈານວ່ າບໍ່ສອດຄ່ອງກັນເລີຍ.” ບົດລາຍງານກ່າວຕໍ່ໄປວ່າ “ລະບົບການໃຫ້ຄະແນນ ໄດ້ອອກແບບເພື່ອເກັບກຳປະສິດທິພາບໃນການປະຕິບັດງານຂອງ ANDSF ນັ້ນ ໄດ້ປ່ຽນໄປຕາມໄລຍະເວລາ, ໂດຍສະທ້ອນໃຫ້ເຫັນຄຳຖາມຕ່າງໆຂອງທ່ານປະທານາທິບໍດີ ກ່ຽວກັບວ່າ ຂໍ້ມູນອັນໃດທີ່ສຳຄັນ, ວິທີໃດທີ່ຈະດຸ່ນດ່ຽງໃນດ້ານປະລິມານ ແລະໃນດ້ານຄຸນນະພາບຂອງຂໍ້ມູນ ແລະ ດ້ານພື້ນຖານແລ້ວ ວິທີໃດແທ້ໆ ທີ່ຈະວັດແທກຄວາມອາດສາມາດໃນເບື້ອງຕົ້ນໄດ້.”

ບົດລາຍງານ SIGAR ຍັງໄດ້ໃຫ້ຂໍ້ສັງເກດວ່າ ຄວາມພະຍາຍາມທີ່ຈະປະເມີນຄວາມພ້ອມຂອງກຳລັງອັຟການິສຖານນັ້ນ ແມ່ນ “ຖືກຈຳກັດໂດຍສະພາບແວດລ້ອມທີ່ສະຫລັບສັບຊ້ອນ ຈຶ່ງເຮັດໃຫ້ມັນຫຍຸ້ງຍາກ ທີ່ຈະເກັບກຳຂໍ້ມູນທີ່ນຳໄປປະຕິບັດໄດ້ ແລະລະບຸຕົວຊີ້ວັດທີ່ມີປະໂຫຍດ” ໃນຂະນະທີ່ການປະເມີດຜົນບາງສ່ວນທີ່ເຊື່ອຖືໄດ້ ທີ່ໄດ້ເຮັດມາແລ້ວນັ້ນ ແມ່ນ “ບ່ອນທຳລາຍການເບິ່ງໂລກໃນແງ່ດີຫຼາຍເກີນຄວາມເປັນຈິງ.”

ຄວາມພະຍາຍາມທີ່ຈະວັດແທກ ວ່າກອງກຳລັງອັຟການິສຖາຈະຮັກສາຄວາມປອດໄພໄວ້ໄດ້ດົນຊ່ຳໃດ ໃນຂະນະທີ່ ສະຫະລັດແລະພວກທະຫານຂອງພັນ ທະມິດ ຖອນກຳລັງອອກໄປນັ້ນ ກໍເປັນເລື້ອງທີ່ວິຕົກກັງວົນເຊັ່ນກັນ.

ການຕິດຕາມເບິ່ງອີກອັນນຶ່ງ ໂດຍກອງທຶນເພື່ອການປ້ອງກັນປະຊາທິປະໄຕຂອງວາລະສານ Long War Journal ທີ່ມີຫ້ອງການຕັ້ງຢູ່ໃນວໍຊິງຕັນ ກະປະມານວ່າ ກຸ່ມຕາລີບານ ມີຈຳນວນຫົວເມືອງພາຍໃຕ້ການຄວບຄຸມຂອງພວກເຂົາເຈົ້າ ເພີ້ມຂຶ້ນຫຼາຍກວ່າສອງເທົ່າ ຈາກ 73 ເປັນ 204 ຫົວເມືອງ ນັບຕັ້ງ ແຕ່ເດືອນພຶດສະພາ ເປັນຕົ້ນມາ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG