ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການແຂ່ງຂັນເປັນສະມາຊິກສະພາສູງຂອງລັດ ເພັນຊີລເວເນຍ ອາດຈະກໍານົດຊະຕາກໍາ ການດໍາລົງຕໍາແໜ່ງຂອງ ທ່ານ ໄບເດັນ


ການລວມກັນຂອງຮູບ ທີ່ເປີດເຜີຍໃຫ້ເຫັນສະໝັກລົງແຂ່ງຂັນສະມາຊິກສະພາສູງຈາກພັກເດໂມແຄຣັດ ຮອງຜູ້ວ່າການລັດເພັນຊີລເວເນຍ ທ່ານຈອນ ເຟັດເຕີແມນ (ຊ້າຍ), ແລະຜູ້ລົງແຂ່ງຂັນສະມາຊິກສະພາສູງຈາກພັກຣີພັບບຣິກັນ ດຣ. ເມເມັດ ອອສ, ໃນພາບປະຈໍາປີ 2022.
ການລວມກັນຂອງຮູບ ທີ່ເປີດເຜີຍໃຫ້ເຫັນສະໝັກລົງແຂ່ງຂັນສະມາຊິກສະພາສູງຈາກພັກເດໂມແຄຣັດ ຮອງຜູ້ວ່າການລັດເພັນຊີລເວເນຍ ທ່ານຈອນ ເຟັດເຕີແມນ (ຊ້າຍ), ແລະຜູ້ລົງແຂ່ງຂັນສະມາຊິກສະພາສູງຈາກພັກຣີພັບບຣິກັນ ດຣ. ເມເມັດ ອອສ, ໃນພາບປະຈໍາປີ 2022.

ຖ້າຝ່າຍຄ້ານພັກຣີພັບບຣິກັນ ເຂົ້າຄອບຄອງ​ໃນທັງສະພາສູງ ແລະສະພາຕໍ່າ ຂອງສະຫະລັດໃນການເລືອກຕັ້ງກາງສະໄໝຂອງວັນທີ 8 ພະຈິກນີ້, ວາລະ ການດໍາເນີນງານທາງກົດໝາຍຂອງປະທານາທິບໍດີ ໂຈ ໄບເດັນ ຈາກພັກເດ ໂມແຄຣັດ ກໍຈະບໍ່​ເປັນ​ໄປ​ຕາມ​ແຜນ, ເຊິ່ງເປັນນຶ່ງໃນການແຂ່ງຂັນທີ່ມີການ ຕິດຕາມເບິ່ງແບບໃກ້ຊິດທີ່ສຸດ ສໍາລັບບ່ອນນັ່ງສະພາສູງຢູ່ໃນລັດ ເພັນຊີລເວເນຍ. ຜູ້ທີ່ໄດ້ຮັບການສະເໜີຊື່ຈາກພັກຣີພັບບຣິກັນໃນປີນີ້ແມ່ນ ທ່ານ ເມເມັດ ອອສ (Mehmet Og), ແລະຄູ່ແຂ່ງທີ່ໄດ້ຮັບການສະເໜີຊື່ ຈາກພັກເດໂມແຄຣັດ ທ່ານ ຈອນ ເຟັດເຕີແມນ (John Fatterman), ເຊິ່ງເປັນຮອງຜູ້ວ່າການຂອງລັດ.

ການໂຄສະນາຫາສຽງຂອງ ທ່ານ ເຟັດເຕີແມນ ໄດ້ອອກມາໂຄສະນາທາງ ສື່ສັງຄົມວ່າ ທ່ານ ອອສ ມີຄວາມຮູ້ກ່ຽວກັບລັດເພັນຊີລວາເນຍໜ້ອຍ, ພັນລະນາວ່າລາວເປັນຄົນຮັ່ງມີ, ຫ່າງເຫີນຈາກຊາວເໜືອທີ່ມີຊາຍແດນຢູ່ ເໜືອລັດ ນິວ ເຈີຊີ.

ທ່ານ ອອສ, ເປັນແພດ ແລະ ນ້ອງ​ໃໝ່​ທາງການເມືອງ ໄດ້ພະຍາຍາມຄໍາ ນວນເບິ່ງຂໍ້ສົງໄສກ່ຽວກັບຜູ້ທີ່ຈະໄປເລືອກຕັ້ງໃນລັດເພັນຊີລວາເນຍ ສໍາລັບ ຄວາມພ້ອມຂອງທ່ານ ເຟັດເຕີແມນ ທີ່ຈະເຂົ້າດໍາເນີນງານເປັນຜູ້ວ່າການລັດ ນັບຕັ້ງແຕ່ທ່ານປະສົບກັບພາວະສະໝອງຂາດເລືອດໃນເດືອນພຶດສະພາທີ່ຜ່ານມາ, ບໍ່ດົນຫຼັງຈາກທີ່ທ່ານໄດ້ຮັບການສະເໜີຊື່ຈາກພັກເດໂມແຄຣັດ. ເນື່ອງຈາກ ບັນຫາດັ່ງກ່າວ ຈຶ່ງເຮັດໃຫ້ທ່ານຕ້ອງປະເຊີນກັບໄລຍະຂອງການໄດ້ຍິນທີ່ ຄ່ອຍໆຍາກຂຶ້ນເລື້ອຍໆ.

ຮອງຜູ້ວ່າການລັດເພັນຊີລວາເນຍ ທ່ານຈອນ ເຟັດເຕີແມນ ຜູ້ລົງສະໝັກສໍາລັບການເລືອກຕັ້ງສະມາຊິກສາພາສູງສະຫະລັດ ຈາກພັກເດໂມແຄຣັດ (ຂວາ), ກ່າວທັກທາຍຜູ້ສະໜັບສະໜຸນພ້ອມກັບ ສະມາຊິກສະພາສູງ ຈາກພັກເດໂມແຄຣັດ ປະຈໍາລັດມິນນີໂຊຕ້າ ທ່ານນາງເອມີ ໂຄລບູຊາ (Amy Klobuchar), ຢູ່ທີ່ Stolen Sun Craft Brewing Company ໃນເມືອງ Exton, ລັດເພັນຊີລວາເນຍ, ວັນທີ 22 ຕຸລາ 2022.
ຮອງຜູ້ວ່າການລັດເພັນຊີລວາເນຍ ທ່ານຈອນ ເຟັດເຕີແມນ ຜູ້ລົງສະໝັກສໍາລັບການເລືອກຕັ້ງສະມາຊິກສາພາສູງສະຫະລັດ ຈາກພັກເດໂມແຄຣັດ (ຂວາ), ກ່າວທັກທາຍຜູ້ສະໜັບສະໜຸນພ້ອມກັບ ສະມາຊິກສະພາສູງ ຈາກພັກເດໂມແຄຣັດ ປະຈໍາລັດມິນນີໂຊຕ້າ ທ່ານນາງເອມີ ໂຄລບູຊາ (Amy Klobuchar), ຢູ່ທີ່ Stolen Sun Craft Brewing Company ໃນເມືອງ Exton, ລັດເພັນຊີລວາເນຍ, ວັນທີ 22 ຕຸລາ 2022.

ລະຫວ່າງການໂຕ້ວາທີທາງໂທລະພາບກັບທ່ານ ອອສ ໃນວັນອັງຄານ ທີ່ຜ່ານມາ, ທ່ານ ເຟັດເຕີແມນ ໄດ້ຮັບອະນຸຍາດໃຫ້ໃຊ້ອຸປະກອນຮັບຟັງ ການບັນຍາຍທີ່ໃກ້ຊິດຍິ່ງຂຶ້ນ.

“ຂ້າພະເຈົ້າອາດຈະບໍ່ໄດ້ຍິນບາງຄໍາເວົ້າໃນລະຫວ່າງການໂຕ້ວາທີ, ປົນບາງ ຄໍາເວົ້າເຂົ້ານໍາກັນ, ຍ້ອນພາວະສະໝອງຂາດເລືອດຈຶ່ງເຮັດໃຫ້ຂ້ອຍລົ້ມລົງ. ແຕ່ຂ້າພະເຈົ້າຈະພະ​ຍາ​ຍາມລຸກມາອີກຄັ້ງ,” ທ່ານເຟັດເຕີແມນ ກ່າວໃນໄລ ຍະເວລາທີ່ໃກ້ຈະເລີ້ມຕົ້ນການປະເຊີນໜ້າກັນຫຼາຍຊົ່ວໂມງ, ໂດຍໄດ້ຈັດຂຶ້ນຢູ່ ນະຄອນ ແຮຣິສເບີກ, ເຊິ່ງເປັນເມືອງຫຼວງຂອງລັດ, ແລະບໍ່ມີຜູ້ເຂົ້າຊົມຄົນ ອື່ນໆຢູ່ໃນສະຕູດິໂອ.

ທ່ານເຟັດເຕີແມນ ພົບກັບບັນຫາທີ່ຫຍຸ້ງຍາກໃນລະຫວ່າງການໂຕ້ວາທີ, ຕາມທີ່ທ່ານໄດ້ຄາດເດົາເອົາໄວ້ແລ້ວ, ເມື່ອຜູ້ດໍາເນີນການໂຕ້ວາທີໄດ້ຖາມທ່ານ ກ່ຽວກັບ ການປ່ຽນແປງ​ຕຳ​ແໜ່ງ​ໃນເຈາະກ້ອນ​ຫີນດ້ວຍ​ແຮງ​ດັນ​ນ້ຳ, ໂດຍເປັນ ຂັ້ນຕອນທີ່ມີການໂຕ້ຖຽງກັນກ່ຽວກັບການກັ່ນຕອງແກັສ ແລະນໍ້າມັນເຊື້ອໄຟ, ເຊິ່ງເຫັນໄດ້ຢ່າງແຈ່ມແຈ້ງເລີຍວ່າ ມັນເຮັດໃຫ້ຜູ້ສະໝັກລົງແຂ່ງຂັນມີຄວາມຮູ້ ສຶກງົງ.

ເຊິ່ງທ່ານໄດ້ຕອບໄປວ່າ “ຂ້າພະເຈົ້າສະໜັບສະໜູນການເຈາະກ້ອນ​ຫີນດ້ວຍ​ແຮງ​ດັນ​ນ້ຳ. ແລະຂ້າພະເຈົ້າບໍ່, ຂ້າພະເຈົ້າບໍ່, ຂ້າ​ພະ​ເຈົ້າສະໜັບສະໜູນການ​ເຈາະກ້ອນ​ຫີນດ້ວຍ​ແຮງ​ດັນ​ນ້ຳ.​ ຂ້າພະເຈົ້າຈະຢືນຢັດ ແລະ ສະໜັບສະໜູນການ​ເຈາະ​ດ້ວຍ​ແຮງ​ດັນນໍ້າແທ້.”

ດຣ. ເມເມັດ ອອສ, ຜູ້ສະໝັກສະມາຊິກສະພາສູງໃນລັດເພັນຊີລວາເນຍຈາກພັກຣີພັບບຣີກັນ, ໄປຢ້ຽມຢາມ Fraternal Order of Police Lodge 91 ໃນເມືອງ ເວັສທ໌ ໂຮມສະຕີດ (West Homestead), ລັດເພັນຊີລວາເນຍ, ວັນທີ 18 ຕຸລາ 2022.
ດຣ. ເມເມັດ ອອສ, ຜູ້ສະໝັກສະມາຊິກສະພາສູງໃນລັດເພັນຊີລວາເນຍຈາກພັກຣີພັບບຣີກັນ, ໄປຢ້ຽມຢາມ Fraternal Order of Police Lodge 91 ໃນເມືອງ ເວັສທ໌ ໂຮມສະຕີດ (West Homestead), ລັດເພັນຊີລວາເນຍ, ວັນທີ 18 ຕຸລາ 2022.

If opposition Republicans capture both the U.S. House and Senate in the November 8 midterm election, the legislative agenda of President Joe Biden, a Democrat, will be derailed. One of the most closely watched and tightest races is for an open Senate seat in Pennsylvania. It features Republican Party nominee Mehmet Oz against Democratic Party nominee John Fetterman, who is the state’s lieutenant governor.

Fetterman’s campaign has issued social media memes mocking Oz’s apparent lack of knowledge about Pennsylvania, portraying him as a wealthy, out-of-touch carpetbagger from over the border, in New Jersey.

Oz, a physician and political novice, has sought to cast doubts among Pennsylvania’s voters about Fetterman’s fitness to serve as a senator since he suffered an ischemic stroke in May, shortly after capturing the Democratic Party nomination. The condition has left him with auditory processing difficulties.

During Tuesday’s televised debate with Oz, Fetterman was allowed to use a closed captioning device.

“I might miss some words during this debate, mush some words together. But it [the stroke] knocked me down. But I’m going to keep coming back up,” Fetterman said near the start of the hourlong encounter, which took place in Harrisburg, the state capital, without a studio audience.

Fetterman did have difficulty during the debate, as he predicted. When the moderators quizzed him about his changing positions on fracking, a controversial process to extract gas and oil, the candidate was visibly flummoxed.

“I do support fracking. And I don't, I don't, I support fracking. And I stand and I do support fracking,” he responded.

XS
SM
MD
LG