ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ້າອົງການອາຫານແລະຢາ ສຫລ ເວົ້າວ່າ ວິທະຍາສາດຈະເປັນສິ່ງນໍາພາ ການອະນຸມັດ ຢາວັກຊີນປ້ອງກັນໄວຣັສໂຄໂຣນາ


ທ່ານ Stephen Hahn ຫົວໜ້າອົງການອາຫານແລະຢາໄປໃຫ້ການຢູ່ຕໍ່ໜ້າຄະນະກຳມະການດ້ານສາທາລະນະສຸກ, ການສຶກສາ, ແຮງງານແລະເງິນບຳນານຂອງສະພາສູງໃນການຮັບຟັງ ການກວດກາພະຍາດ COVID-19 ຢູ່ຕຶກລັດຖະສະພາ ສຫລ ມນນະຄອນຫລວງວໍຊິງຕັນ, ວັນທີ 23 ກັນຍາ, 2020.
ທ່ານ Stephen Hahn ຫົວໜ້າອົງການອາຫານແລະຢາໄປໃຫ້ການຢູ່ຕໍ່ໜ້າຄະນະກຳມະການດ້ານສາທາລະນະສຸກ, ການສຶກສາ, ແຮງງານແລະເງິນບຳນານຂອງສະພາສູງໃນການຮັບຟັງ ການກວດກາພະຍາດ COVID-19 ຢູ່ຕຶກລັດຖະສະພາ ສຫລ ມນນະຄອນຫລວງວໍຊິງຕັນ, ວັນທີ 23 ກັນຍາ, 2020.

ຫົວໜ້າອົງການອາຫານແລະຢາ ຫລື FDA ຂອງສະຫະລັດ ກ່າວໃນວັນພຸດວານນີ້ວ່າ "ວິທະຍາສາດຈະເປັນສິ່ງນຳພາການຕັດສິນໃຈຂອງພວກເຮົາ" ໃນຂະນະທີ່ອົງການດັ່ງກ່າວ ທໍາການຕັດສິນໃຈວ່າຈະໃຫ້ການອະນຸຍາດຢ່າງເຕັມສ່ວນ ຫຼືແບບສຸກເສີນແກ່ຢາວັກຊີນປ້ອງກັນໄວຣັສໂຄໂຣນາ.

ໃນຕອນທີ່ກ່າວຕໍ່ຄະນະກຳມະການດ້ານສາທາລະນະສຸກ, ການສຶກສາ, ແຮງງານແລະເງິນບຳນານຂອງສະພາສູງນັ້ນ, ດຣ. ສເຕັຟເຟັນ ຮານ (Stephen Hahn) ກ່າວວ່າ ການຕັດສິນໃຈເຫລົ່ານັ້ນຈະຖືກດຳເນີນໂດຍນັກວິທະຍາສາດອາຊີບຂອງ FDA ໂດຍປະຕິບັດຕາມ “ມາດຕະຖານທີ່ເຂັ້ມງວດສໍາລັບຄວາມປອດໄພແລະ ປະສິດທິພາບ.”

ທ່ານຮານ (Hahn) ໄດ້ສັນຍາວ່າ ຂັ້ນຕອນການອະນຸມັດຈະ “ໂປ່ງໃສ ແລະເປັນອິດສະຫຼະ” ແລະວ່າ FDA ຈະບໍ່ອະນຸຍາດໃຫ້ສັກຢາວັກຊີນທີ່ພະນັກງານຂອງຕົນບໍ່ຮູ້ສຶກສະບາຍໃຈທີ່ຈະສັກໃຫ້ຄອບຄົວຂອງພວກເຂົາເຈົ້າ.

ຫົວໜ້າຜູ້ຊ່ຽວຊານດ້ານພະຍາດຕິດແປດຂອງສະຫະລັດ, ດຣ. ອານໂທນີ ຟາວຈິ (Anthony Fauci) ທີ່ກ່າວໃນການຮັບຟັງຄໍາໃຫ້ການອັນດຽວກັນນີ້ເວົ້າວ່າ ໃນຂະນະທີ່ວັກຊີນປ້ອງກັນໄວຣັສໂຄໂຣນາຫລາຍຢ່າງທີ່ມີສັກຍະພາບ ທີ່ກຳລັງຖືກທົດລອງໃຊ້ຢ່າງກວ້າງຂວາງຢູ່ນີ້, ເຈົ້າໜ້າທີ່ຄາດຄະເນວ່າຮອດເດືອນພະຈິກ ຫລືເດືອນທັນວາ ພວກເຂົາຈະຮູ້ວ່າ ມີຢາວັກຊີນທີ່ປອດໄພ ແລະມີປະສິດຕິພາບຫລືບໍ່.

ທ່ານຟາວຈິ (Fauci) ໄດ້ກ່າວເຕືອນວ່າ ໃນຂະນະທີ່ມີຄວາມຄິດ ໃນແງ່ດີກ່ຽວກັບສັກຢາວັກຊີນທີ່ກໍາລັງທົດລອງຢູ່ນີ້, "ມັນຈະບໍ່ມີການຄໍ້າປະກັນໃດໆໄດ້ເລີຍ" ວ່າຈະຊອກຫາຢາທີ່ໃຊ້ໄດ້ຜົນໄດ້.

ທ່ານຍັງໄດ້ຊີ້ແຈງເຖິງຄວາມຈຳເປັນທີ່ຈະຕ້ອງສົມທົບໂຄງການສັກຢາວັກຊີນໃດນຶ່ງໃສ່ກັບຄຳແນະນຳທີ່ມີຢູ່ໃນປັດຈຸບັນເພື່ອຍຸຕິການແຜ່ລະບາດຂອງໄວຣັສເຊັ່ນການໃສ່ໜ້າກາກແລະການຢູ່ຫ່າງກັນຂອງຄົນໃນສັງຄົມ.

"ພວກເຮົາມີຄວາມຮູ້ສຶກຢ່າງແຮງກ້າວ່າ ຖ້າພວກເຮົາມີການປະສານສົມທົບກັບປະຕິບັດຕາມມາດຕະການດ້ານສາທາລະນະສຸກໃສ່ກັບວັກຊີນທີ່ຈະຖືກແຈກຢາຍໃຫ້ແກ່ປະຊາຊົນໃນປະເທດນີ້ແລະທົ່ວໂລກ, ພວກເຮົາອາດຈະສາມາດແກ້ໄຂໂຣກລະບາດຮ້າຍແຮງທີ່ພວກເຮົາປະສົບຢູ່ນີ້ໄດ້,” ນັ້ນຄືຄໍາເວົ້າຂອງ ທ່ານ ຟາວຈິ (Fauci).

ສະຫະລັດກຳລັງດຳເນີນແຜນການຜະລິດຢາວັກຊີນຈຳນວນນຶ່ງທີ່ກຳລັງດຳເນີນການທົດລອງຢູ່ ເພື່ອວ່າເມື່ອຫາກໄດ້ຮັບການອະນຸມັດແລ້ວ ຢາຈໍານວນນັ້ນ ກໍຈະສາມາດໃຫ້ມີໄວ້ໃຫ້ຄົນທົ່ວໄປໃຊ້ຢ່າງໄວວາໂລດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG