ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງ​ການ FBI ຢ້ຳ​ຄຳ​ເຕືອນ ກ່ຽວ​ກັບ ອັນ​ຕະ​ລາຍ​ຂອງ​ປັນ​ຍາ​ປະ​ດິດ


ປ້າຍ AI (artificial intelligence ຫຼື ປັນ​ຍາ​ປະ​ດິດ) ຕັ້ງ​ຢູ່ກອງ​ປະ​ຊຸມ​ປັນ​ຍາ​ປະ​ດິດ​ໂລກ ໃນ​ນະ​ຄອນ ຊຽງ​ໄຮ້, ຈີນ, 6 ກໍ​ລະ​ກົດ 2023.
ປ້າຍ AI (artificial intelligence ຫຼື ປັນ​ຍາ​ປະ​ດິດ) ຕັ້ງ​ຢູ່ກອງ​ປະ​ຊຸມ​ປັນ​ຍາ​ປະ​ດິດ​ໂລກ ໃນ​ນະ​ຄອນ ຊຽງ​ໄຮ້, ຈີນ, 6 ກໍ​ລະ​ກົດ 2023.

ໃນ​ຂະ​ນະ​ທີ່ຫຼາຍໆ​ຄົນ​ໃນ ສະ​ຫະ​ລັດ ເລີ່ມ​ທີ່​ຈະ​ຊອກ​ຫາ​ວິ​ທີ​ ເພື່ອ​ນຳ​ໃຊ້​ປັນ​ຍາ​ປະ​ດິ​ດ​ສຳ​ລັບ​ເຮັດ​ໃຫ້​ຊີ​ວິດ​ຂອງ​ເຂົາ​ເຈົ້າ​ດີ​ຂຶ້ນ​ນັ້ນ, ພວກ​ສັດ​ຕູ​ຂອງ ສະ​ຫະ​ລັດ ແລະ ແກັ່ງ​ອາ​ຊະ​ຍາ​ກອນ​ແມ່ນ​ກຳ​ລັງ​ທຳ​ການ​ເຄື່ອນ​ໄຫວ​ໄປ​ໜ້າ​ດ້ວຍ​ແຜນ​ການ​ທີ່​ຈະ​ເອົາ​ປຽບ​ຈາກ​ເທັກ​ໂນ​ໂລ​ຈີນ​ດັ່ງ​ກ່າວ​ໂດຍ​ການ​ສູນ​ເສຍ​ຂອງ​ຄົນ​ອາ​ເມ​ຣິ​ກັນ.

ຜູ້​ອຳ​ນວຍ​ການ​ອົງ​ການ FBI ທ່ານ ຄ​ຣິ​ສ​ໂຕ​ເຟີ ເວຣ ໄດ້​ອອກ​ຄຳ​ເຕືອນ​ໃນ​ວັນ​ຈັນ​ວານນີ້, ໂດຍບອກ​ຕໍ່​ກອງ​ປະ​ຊຸມ​ການ​ຮັກ​ສາ​ຄວາມ​ປ​ອດ​ໄພ​ທາງ​ຄອມ​ພິວ​ເຕີ​ໃນ​ນະ​ຄອນຫຼວງ ວໍ​ຊິງ​ຕັນ ວ່າ​ປັນ​ຍາ​ປະ​ດິດ ຫຼື AI “ແມ່ນ​ຖືກ​ພັດ​ທະ​ນາ​ສຳ​ລັບການ​ລ່ວງ​ລະ​ເມີດ ທີ່​ອາດ​ເປັນ​ໄປ​ໄດ້.”

ທ່ານ ເວ​ຣ ໄດ້​ກ່າວ​ໂດຍບໍ່​ໄດ້​ເວົ້າຢ່າງ​ສະ​ເພາະ​ເຈາະ​ຈົງ​ວ່າ “ພວກ​ອາ​ຊະ​ຍາ​ກອນ ແລະ ລັດ​ຖະ​ບານ​ຕ່າງ​ປະ​ເທດ​ທີ່​ມຸ່ງ​ຮ້າຍ ແມ່ນ​ໄດ້​ເອົາ​ລັດ​ເອົາ​ປຽບ​ຈາກ​ເທັກ​ໂນ​ໂລ​ຈີ​ທີ່​ວ່າ​ນັ້ນ​ແລ້ວ.”

ທ່ານ​ໄດ້​ກ່າວ​ວ່າ “ໃນ​ຂະ​ນະ​ທີ່​ການ​ສ້າງ​ປັນ​ຍາ​ປະ​ດິດ​ສາ​ມາດ​ຊ່ວຍ​ຮັກ​ສາ​ເວ​ລາ​ຂອງ​ປະ​ຊົນ​ທີ່​ເຄົາ​ລົບ​ກົດ​ໝາຍ​ຢ່າງ​ແນ່ນອນ​ດ້ວຍ​ການ​ແຕ່ງ​ຕັ້ງ​ວຽກ​ງານ​ຢ່າງ​ອັດ​ຕະ​ໂນ​ມັດ​ນັ້ນ, ມັນ​ຍັງ​ສາ​ມາດ​ເຮັດ​ໃຫ້​ພວກ​ຄົນ​ບໍ່​ດີ​ເຮັດ​ສິ່ງ​ຕ່າງໆ​ໄດ້​ງ່າຍ​ຂຶ້ນ ຄື​ການ​ສ້າງວິ​ດີ​ໂອ​ປອມ ແລະ ລະ​ຫັດ​ອັນ​ຕະ​ລາຍ ແລະ ສາ​ມາດ​ສະ​ໜອງ​ເຄື່ອງ​ມື​ສຳ​ລັບ​ພວກ​ທີ່​ທຳ​ການ​ຂົ່ມ​ຂູ່​ເພື່ອ​ພັດ​ທະ​ນາ​ຄວາມ​ສາ​ມາດ​ທີ່​ມີ​ພະ​ລັງ, ມີ​ຄວາມ​ຊຳ​ນານ, ສາ​ມາດ​ປັ​ບ​ແຕ່ງ​ໄດ້ ແລະ ສາ​ມາດ​ວັດ​ໄດ້.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG