ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ດຣ. ຟາວຈີ ກ່າວວ່າ ຄຳແນະນຳໃໝ່ ສຳລັບຜູ້ທີ່ສັກຢາວັກຊີນແລ້ວ ຈະອອກມາໃນບໍ່ຊ້ານີ້


ດຣ. ແອນໂທນີ ຟາວຈີ ຜູ້ອຳນວຍ ການສະຖາບັນດພູມແພ້ ແລະພະຍາດຕິດແປດ ແຫ່ງຊາດ ສະຫະລັດ.
ດຣ. ແອນໂທນີ ຟາວຈີ ຜູ້ອຳນວຍ ການສະຖາບັນດພູມແພ້ ແລະພະຍາດຕິດແປດ ແຫ່ງຊາດ ສະຫະລັດ.

ໃນຂະນະທີ່ຊາວອາເມຣີກັນພາກັນສັກຢາວັກຊີນຢູ່ນັ້ນ ດຣ. ແອນໂທນີ ຟາວຈີ ຜູ້ອຳນວຍການສະຖາບັນພູມແພ້ແລະພະຍາດຕິດແປດກ່າວວ່າ ຄຳແນະນຳໃໝ່ ສຳລັບການສັກຢາວັກໃຫ້ແກຜູ້ຄົນຈະອອກມາ “ໃນໄວໆນີ້” ຈາກສູນກາງປ້ອງກັນ ແລະຄວບຄຸມພະຍາດຂອງສະຫະລັດ
(CDC).

ດຣ. ຟາວຈີ ກ່າວຕໍ່ໂທລະພາບ CNN ວ່າ “ຂ້າພະເຈົ້າເຊື່ອວ່າ ທ່ານຈະໄດ້ ຍິນເພີ້ມຂຶ້ນອີກກ່ຽວກັບຄຳແນະນຳຕ່າງໆວ່າ ທ່ານຈະພັກຜ່ອນຢ່າງໃດຕໍ່ສະ ພາບການຂອງເລື້ອງນີ້ຈຳນວນນຶ່ງ ໂດຍສະເພາະເວລາທ່ານພົວພັນກັບສະມາຊິກໃນຄອບຄົວຂອງທ່ານ ເວລາຄົນໄດ້ສັກຢາແລ້ວ.”

ການປ່ຽນແປງບາງຢ່າງໃນການສັກຢາສັກຢາວັກຊີນ ໄດ້ພິມເຜີຍແຜ່ອອກໄປແລ້ວ. ດັ່ງໂຕຢ່າງວ່າ ຄົນຜູ້ທີ່ໄດ້ສັກຢາວັກຊີນໄປແລ້່ວນັ້ນບໍ່ຈຳເປັນຕ້ອງກັກໂຕ ຖ້າຫາກເຂົາເຈົ້າໄດ້ຕິດຕໍ່ກັບຄົນທີ່ຕິດພະຍາດ.

ອົງການຂ່າວ CNBC ໄດ້ລາຍງານວ່າ ປະລິມານຂອງຢາວັກຊີນ ຄາດວ່າຈະມີເພີ້ມຂຶ້ນ ໃນຂະນະທີ່ບັນດາໂຮງງານຜະລິດກ່່າວວ່າ ເຂົາເຈົ້າຈະເພີ້ມການຜະລິດ.

ຢູ່ໃນລາຍງານທີ່ເປັນລາຍລັກອັກສອນຕໍ່ສະພານັ້ນ ຫົວໜ້າທຸລະກິດຂອງບໍລິສັດ ຟາຍເຊີ
ທ່າຈອນ ຢັງ ກ່າວວ່າ ບໍລິສັດມີແຜນເພີ້ມການຜະລິດຂຶ້ນສອງເທົ່າ ເປັນ 13 ລ້ານໂດສຕໍ່
ອາທິດພາຍໃນກາງເດືອນມີນາ.

ບໍລິສັດໂມເດີຣນາ ຫວັງວ່າ ຈະສົ່ງມອບຢາວັກຊີນ 40 ລ້ານໂດສ ຕໍ່ເດືອນ ພາຍໃນເດືອນເມສາຈະມາເຖິງນີ້.

ການສະໜອງຢາວັກຊີນອາດຈະມີເພີ້ມຂຶ້ນຕື່ມ ສຳລັບການສັກຢາໃໝ່ເຂັມດຽວ ໂດຍບໍລິສັດຈອນສັນ ແລະຈອນສັນ ຊຶ່ງຄາດວ່າຈະມີການທົບທວນ ໃນວັນພະ ຫັດມື້ອື່ນນີ້.

ໃນຂະນະທີ່ສະຫະລັດແຂ່ງກັບເວລາ ແລະຄວາມຫາຍຍະນະຂອງລະດູໜາວ ເພື່ອສັກຢາ
ວັກຊີນມຫ້ຫຼາຍກວ່າ 300 ລ້ານຄົນຕ້ານໂຄວິດ-19 ຫ້ອງການອາຫານ ແລະຢາຂອງ
ສະຫະລັດ (FDA)ໄດ້ອອກຄຳແນະນຳຊຸດໃໝ່ ທີ່ໄດ້ລຶບລ້າງຂໍ້ບັງຄັບຈຳນວນນຶ່ງ ໃນການ
ອະນຸມັດຕໍ່ການສັກຢາວັກຊີນ.

ອົງການ FDA ໄດ້ປະກາດໃນວັນຈັນທີ່ຜ່ານມານີ້ວ່າບໍລິສັດຜະລິດຢາບໍ່ຈຳເປັນຕ້ອງທຳການທົດລອງຮອບໃໝ່ທີ່ພົວພັນກັບອາສາສະໝັກຫຼາຍພັນຄົນ ເພື່ອທົດ ລອງຢາວັກຊີນທີ່ໄດ້ດັດແປງເພື່ອແນເປົ້າໝາຍໃສ່ເຊື້ອໄວຣັສໂຄໂຣນາສາຍພັນໃໝ່. ອົງການດັ່ງກ່າວຍັງກ່າວວ່າ ບັນດາບໍລິສັດສາມາດທົດລອງ ປະສິດທິຜົນ ຂອງການຍົກລະດັບຢາວັກຊີນ ຜ່ານຂັ້ນຕອນທີ່ຄ້າຍຄືກັນທີ່ໄດ້ໃຊ້ສຳລັບສັກຢາ ປ້ອງກັນໄຂ້ຫວັດປະຈຳປີ.

As more Americans are vaccinated, Dr. Anthony Fauci, director of the National Institute of Allergy and Infectious Diseases, says new guidelines for vaccinated people will be coming “soon” from the U.S. Centers for Disease Control and Prevention (CDC).

“I believe you’re going to be hearing more of the recommendations of how you can relax the stringency of some of the things, particularly when you’re dealing with something like your own personal family when people have been vaccinated,” Fauci told CNN.

Some changes for those vaccinated have already been published. For example, people who have been vaccinated do not need to quarantine if they come in contact with an infected person.

The supply of vaccines is expected to grow as manufacturers say they will increase production, CNBC reported.

In written congressional testimony, Pfizer’s Chief Business Officer John Young said the company plans to double its output to 13 million doses per week by mid-March.

Moderna hopes to deliver 40 million doses per month by April.

The supply could be further bolstered by Johnson & Johnson’s new one-shot vaccine, which is expected to be reviewed Thursday.

As the United States races against time and devastating winter weather to vaccinate more than 300 million people against COVID-19, the U.S. Food and Drug Administration (FDA) has issued a new set of guidelines that removes a key requirement for vaccine approval.

The FDA announced Monday that drugmakers would not need to perform a new round of massive clinical trials involving thousands of volunteers to test vaccines that have been adapted to target new variants of the coronavirus. The agency said companies can test the efficacy of the updated vaccines through a similar process used for annual flu shots.

XS
SM
MD
LG