ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ດຣ. ຟາວຈີ ກ່າວວ່າ ໂຣກລະບາດ ໄວຣັສໂຄໂຣນາ ຍັງບໍ່ຈົບເທື່ອ


ບັນດາສະມາຊິກສະພາສູງນັ່ງຟັງ ໃນຂະນະທີ່ ດຣ. ແອນໂທນີ ຟາວຈີ, ຜູ້ອຳນວຍການຂອງສະຖາບັນແຫ່ງຊາດ ກ່ຽວກັບ ໂຣກພູມແພ້ ແລະ ໂຣກຕິດຕໍ່ ໃຫ້ຄຳເຫັນຜ່ານທາງວິດີໂອ. ຫໍລັດຖະສະພາ ແຄັບປິຕອລ ຮິລ. 12 ພຶດສະພາ, 2020.
ບັນດາສະມາຊິກສະພາສູງນັ່ງຟັງ ໃນຂະນະທີ່ ດຣ. ແອນໂທນີ ຟາວຈີ, ຜູ້ອຳນວຍການຂອງສະຖາບັນແຫ່ງຊາດ ກ່ຽວກັບ ໂຣກພູມແພ້ ແລະ ໂຣກຕິດຕໍ່ ໃຫ້ຄຳເຫັນຜ່ານທາງວິດີໂອ. ຫໍລັດຖະສະພາ ແຄັບປິຕອລ ຮິລ. 12 ພຶດສະພາ, 2020.

ດຣ. ແອນໂທນີ ຟາວຈີ ໄດ້ອະທິບາຍ ໂຄວິດ-19 ແມ່ນ “ຝັນຮ້າຍທີ່ເປັນຕາ ຢ້ານທີ່ສຸດ” ຂອງທ່ານ, ໂດຍເວົ້າວ່າ ພະຍາດດັ່ງກ່າວ ແຜ່ລາມໄປທົ່ວໂລກ ດ້ວຍຄວາມໄວທີ່ໜ້າຕົກໃຈ.

ລາຍງານຂອງໜັງສືພິມ ນິວ ຢອກ ໄທມສ໌, ກ່ຽວກັບ ຄຳປາໄສຂອງທ່ານ ຟາວຈີ ຕໍ່ບັນດາຜູ້ບໍລິ ຫານຂອງເທັກໂນໂລຈີຊີວະພາບ ເວົ້າວ່າ ທ່ານ ຟາວຈີ ໄດ້ເຕືອນວ່າ ໂຣກລະບາດດັ່ງກ່າວ “ແມ່ນຍັງບໍ່ໄດ້ຈົບລົງເທື່ອ,” ເຖິງແມ່ນວ່າ ຫຼາຍປະເທດໃນ ຢູໂຣບ ແລະ ສະຫະລັດ ໄດ້ເລີ່ມຫຼຸດຜ່ອນຂໍ້ຫ້າມຕ່າງໆແລ້ວ ກໍຕາມ.

ທ່ານ ຟາວຈີ ໄດ້ກ່າວວ່າ ທ່ານຕົກໃຈກັບຄວາມໄວໃນການແຜ່ລາມຂອງ ໂຄວິດ-19 ຫຼັງຈາກມັນໄດ້ເກີດຂຶ້ນໃນປະເທດ ຈີນ ເມື່ອເດືອນທັນວາປີກາຍນີ້.

ການຕິດຕໍ່ໂຣກທີ່ມີປະສິດທີ່ພາບທີ່ສຸດ ສາມາດກາຍເປັນໂຣກລະບາດ ໃນລະຫວ່າງ ຫົກເດືອນ ຫານຶ່ງປີ. ທ່ານ ຟາວຈີ ກ່າວວ່າໂຣກນີ້ໃຊ້ເວລາເດືອນດຽວ.

ພ້ອມກັນນັ້ນໃນວັນອັງຄານວານນີ້, ຜູ້ຊ່ຽວຊານໂຣກລະບາດວິທະຍາອີກຄົນນຶ່ງ, ທ່ານນາງ ມາເຣຍ ແວນ ເຄິກໂຮຟ ຈາກອົງການອະນາໄມໂລກໄດ້ພະຍາຍາມ ທີ່ຈະໃຫ້ຄວາມກະຈ່າງແຈ້ງ ກ່ຽວ ກັບ ສິ່ງທີ່ທ່ານນາງເວົ້າວ່າແມ່ນ “ການເຂົ້າໃຈ ຜິດ” ກ່ຽວກັບ ຄຳເຫັນຂອງລາວກ່ອນໜ້ານີ້ ກ່ຽວ ກັບ ການຕິດຕໍ່ໂຣກ ທີ່ບໍ່ສະ ແດງອາການວ່າ ແມ່ນຈາກຄົນຜູ້ທີ່ມີໄວຣັສ ແຕ່ບໍ່ໄດ້ສະແດງອາການໃດໆ.

ທ່ານນາງ ແວນ ເຄິກໂຮຟ ໄດ້ກ່າວໃນວັນຈັນທີ່ຜ່ານມາວ່າ “ມັນຍັງປາກົດວ່າ ຫາໄດ້ຍາກທີ່ຄົນທີ່ບໍ່ສະແດງອາການຈະສົ່ງຕໍ່ໂຣກໄດ້ຢ່າງແທ້ຈິງ.” ເປັນຄຳເວົ້າ ທີ່ຂັດແຍ້ງກັບການຄົ້ນພົບຂອງບັນດານັກວິທະຍາສາດຄົນອື່ນໆ ຜູ້ທີ່ເວົ້າວ່າມັນ ມີຫຼັກຖານຫຼາຍຢ່າງທີ່ວ່າ ຄົນທີ່ບໍ່ສະແດງອາການ ຈະສາມາດແຜ່ ໂຄວິດ-19 ໄດ້.

ທ່ານນາງໄດ້ປ່ຽນຄວາມຄິດເຫັນ ຈາກຄຳເວົ້າຂອງລາວ ໃນວັນອັງຄານວານນີ້, ທີ່ບອກບັນດານັກຂ່າວວ່າ ການແຜ່ລາມໂດຍບໍ່ສະແດງອາການແມ່ນ “ຄຳຖາມ ທີ່ຊັບຊ້ອນຫຼາຍ” ແລະ ສ່ວນຫຼາຍແມ່ນຍັງບໍ່ເປັນທີ່ຮູ້ຈັກເທື່ອ.

ທ່ານນາງໄດ້ກ່າວວ່າ “ແທ້ຈິງແລ້ວພວກເຮົາບໍ່ມີຄຳຕອບນັ້ນເທື່ອ,” ໂດຍກ່າວ ຕື່ມວ່າ ຄຳເຫັນກ່ອນໜ້ານີ້ຂອງລາວແມ່ນອີງຕາມການສຶກສາສອງສາມຄັ້ງ.

ຫົວໜ້າພາວະສຸກເສີນຂອງອົງການອະນາໄມໂລກ ດຣ. ໄມເກິລ ຣາຍອັນ ໄດ້ ກ່າວວ່າ “ຄົນທີ່ມີອາການ ແລະ ບໍ່ມີອາການແມ່ນສ່ວນນຶ່ງຂອງວົງຈອນການສົ່ງ ຕໍ່ໂຣກ,” ແຕ່ມັນບໍ່ແນ່ນອນວ່າ ແຕ່ ລະອັນແມ່ນປະກອບສ່ວນໃນການແຜ່ລາມ ຂອງໂຣກແນວໃດ.

ປະເທດ ບຣາຊິລ ອີກຄັ້ງນຶ່ງ ໄດ້ລາຍງານຂໍ້ມູນ ກ່ຽວກັບ ໄວຣັສໂຄໂຣນາ ໃນ ເວັບໄຊ້ລັດຖະບານຂອງເຂົາເຈົ້າ ຫຼັງຈາກສານສູງສຸດໄດ້ສັ່ງໃຫ້ເຂົາເຈົ້າເປີດ ເຜີຍຂໍ້ມູນດັ່ງກ່າວ ສຳລັບສາທາລະນະ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG