ຫຼາຍໆຄົນ ຮູ້ວ່າ ສຸຂະພາບຂອງພວກແມ່ຍິງ ຊຶ່ງຮວມທັງການຄວບຄຸມອາຫານແລະ
ການອອກກຳລັງກາຍ ສາມາດມີຜົນກະທົບ ຕໍ່ສຸຂະພາບ ຂອງລູກຂອງເຂົາເຈົ້າ ແມ່ນແຕ່ກ່ອນເວລາຖືພາ. ພວກແມ່ຍິງຫຼາຍໆຄົນ ຈະພະຍາຍາມຫຼຸດນ້ຳໜັກຂອງ
ຕົນເອງລົງ ທັງຈະໄປຫາພວກນາຍໝໍ ເພື່ອຮັກສາສຸຂະພາບໃຫ້ດີທີ່ສຸດ. ແຕ່ວ່າ,
ຈົນເຖິງປັດຈຸບັນນີ້ ຈຶ່ງຮູ້ໜ້ອຍນຶ່ງ ວ່າບົດບາດຂອງການຄວບຄຸມອາຫານ ແລະການ
ອອກກຳລັງກາຍຂອງບັນດາຜູ້ເປັນພໍ່ ມີຄວາມສຳຄັນແນວໃດ. ແຄໂຣລ ເພຍສັນ ນັກຂ່າວວີໂອເອ ລາຍງານມາ ທີ່ສະແດງໃຫ້ເຫັນວ່າ ຄືກັນກັບພວກແມ່ຍິງທັງຫຼາຍ
ມັນມີການເຊື່ອມໂຍງ ລະຫວ່າງສຸຂະພາບຂອງບັນດາຜູ້ເປັນພໍ່ ກັບພວກລູກໆທີ່ຍັງ
ບໍ່ທັນເກີດເທື່ອ ຊຶ່ງວັນນະສອນຈະນຳລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.
ທ່ານ ເຮີກຕ໌ ໂອ້ລົມກັບພວກເດັກນ້ອຍ ໃນຮ້ານ T-ball “ຄືແບບນີ້ລະໂອເຄ ບໍ?”
ທ່ານເເມັຕທິວ ເຮີກຕ໌ ຖືເອົາເລື້ອງອອກກຳລັງກາຍເປັນບຸລິມະສິດສະເໝີ ສຳລັບ
ເພິ່ນເອງ ແລະດຽວນີ້ ແມ່ນສຳລັບພວກລູກຊາຍຂອງເພິ່ນ.
ທ່ານເເມັຕທິວ ເຮີກຕ໌ ຜູ້ເປັນພໍ່ ກ່າວວ່າ “ຂ້ອຍຢາກໃຫ້ມັນເປັນແບບທຳມະຊາດ
ສຳລັບພວກເຂົາເຈົ້າ. ຂ້ອຍບໍ່ຢາກໃຫ້ມັນເປັນແບບງານອະດິເຫຼກ. ຂ້ອຍຢາກໃຫ້
ພວກເຂົາເຈົ້າອອກໄປຂ້າງນອກ, ຕ້ອງການໃຫ້ເຂົາເຈົ້າເຄື່ອນໄຫວເໜັງຕີງເປັນ
ປະຈຳ ແລະມ່ວນຊື່ນສະນຸກກັບຊີວິດໃຫ້ເຖິງທີ່ສຸດ.”
ການສຶກສາຈາກມະຫາວິທະຍາໄລ ໂອໄຮໂອ ຂອງສູນກາງການແພດແວັກສເນີຣ໌
ໄດ້ເບິ່ງເຂົ້າໄປຫາຜົນກະທົບຂອງການອອກກຳລັງກາຍຂອງບັນດາພໍ່ ຕໍ່ພວກລູກໆ
ທີ່ຍັງບໍ່ທັນເກີດ. ການສຶກສານີ້ ໄດ້ພົບເຫັນວ່າ ເຖິງແມ່ນຈະເປັນການອອກກຳລັງ
ກາຍແບບທຳມະດາ ກ່ອນຈະຖືພາ ມັນກໍຈະເປັນປະໂຫຍດຕໍ່ສຸຂພາບ ທີ່ຈະສາມາດ
ຄົງຢູ່ກັບເຮົາໄປຈົນຕະຫຼອດຊີວິດ.
ດຣ. ຄຣິສຕິນ ສແຕນຟອຕ໌ ຈາກສູນກາງການແພດແວັກສເນີຣ໌ ຂອງມະຫາວິທະຍາໄລ
ໂອໄຮໂອ ກ່າວວ່າ “ນັ້ນເປັນຜົນສະຫຼຸບຂອງການປັບປຸງລະບົບຍ່ອຍອາຫານ ຫຼື
(metabolism) ໃນໂຕລູກທີ່ເຕີບໂຕແລ້ວ. ໂດຍສະເພາະ, ແມ່ນມັນເປັນການ
ປັບປຸງລະບົບເຜົາຜານນ້ຳຕານ, ຫຼຸດນ້ຳນັກລົງ ແລະເພີ້ມການສັງເກດເບິ່ງລະບົບ
ນ້ຳຕານ.”
ການຄົ້ນຄວ້າໄດ້ໃຊ້ກັບການທົດລອງກັບພວກໜູ. ມັນໄດ້ພົບເຫັນວ່າມີການປ່ຽນແປງ
ບາງຢ່າງຂອງນ້ຳອາສຸຈິ.
ໃນພວກຜູ້ຄົນທົ່ວໄປແລ້ວ ອົງການອະນາໄມໂລກກ່າວວ່າ ນຶ່ງຄົນໃດໃນຈຳນວນສີ່ຄົນ
ພວກຜູ້ໃຫຍ່ໃນທົ່ວໂລກ ແມ່ນຕົກຢູ່ໃນອັນຕະລາຍຍ້ອນບໍ່ເຄື່ອນໄຫວເໜັງຕີງພໍ
ຊຶ່ງເປັນ ການສ່ຽງເພີ້ມຂຶ້ນໃນການເປັນໂຣກອ້ວນພີ, ໂຣກ ຄວາມດັນໂລຫິດສູງ,
ໂຣກຫົວໃຈ ໂຣກມະເຮັງ ແລະໂຣກເບົາຫວານ.
ດຣ. ສແຕນຟອຕ໌ ກ່າວຕື່ມວ່າ “ຄວາມຄິດກໍຄືວ່າ ຖ້າຫາກເຈົ້າມີພໍ່ ທີ່ຢາກມີລູກ,
ແລະຖ້າພວກເຂົາເຈົ້າອອກກຳລັງກາຍ, ບາງທີພຽງນຶ່ງເດືອນກ່ອນເມຍຂອງລາວ
ຈະຖືພາ, ມັນຈະມີຜົນດີຢ່າງຫຼວງຫຼາຍ ຕໍ່ຊີວິດຂອງລູກພວກເຂົາເຈົ້າ.”
ນອກນັ້ນແລ້ວ ພວກນັກຄົ້ນຄວ້າ ຍັງພົບວ່າ ການອອກກຳລັງກາຍຍັງເປັນຜົນດີສຳລັບ
ພວກທີ່ບໍ່ໄດ້ກິນອາຫານທີ່ສົມບູນນຳດ້ວຍ ພວກໜູ ທີ່ຖືກລ້ຽງດ້ວຍອາຫານທີ່ມີໄຂມັນສູງ
ແມ່ນພາໃຫ້ມີບັນຫາທາງດ້ານສຸຂະນາໄມໃນທາງລົບ ເຊັ່ນໂຣກອ້ວນພີ ແລະການ
ຕ້ານຢາອິນຊູລິນ(insulin) ທີ່ໃຊ້ປິ່ນປົວເບົາຫວານນັ້ນ.
ພວກນັກວິທະຍາສາດມີຄວາມແປກໃຈທີ່ພົບເຫັນວ່າຜົນກະທົບໃນທາງລົບຈາກການ
ກິນອາຫານຈະຕ່າວປີ້ນໄດ້ຢ່າງສິ້ນເຊີງໂດຍການອອກກຳລັງກາຍ.
ດຣ. ສແຕນຟອຕ໌ ກ່າວຕື່ມວ່າ “ການກິນອາຫານທີ່ມີໄຂມັນສູງ, ແມ່ນແຕ່ຈະສູງແບບ
ທຳມະດາ, ໃນກໍລະນີນີ້ ພຽງແຕ່ 3 ສັບປະດາເທົ່ານັ້ນ, ຈະປ່ຽນພາບພົດ, ແຕ່ວ່າ
ການອອກກຳລັງກາຍນັ້ນຈະສາມາດຈັດສັນຮ່າງກາຍໃຫ້ກັບຄືນເປັນປົກກະຕິໄດ້.”
ຍັງມີວຽກອີກຫຼາຍໆອັນທີ່ຈະຕ້ອງເຮັດຢູ່ ເພື່ອຈະໄດ້ເຫັນວ່າ ມັນຈະໃຊ້ໄດ້ກັບພວກ
ມະນຸດເຮົາຫຼືບໍ່, ແຕ່ວ່າ ໃນການສຶກສາໃນໝູ່ສັດ, ການອອກກຳລັງກາຍຂອງໜູໂຕຜູ້
ແມ່ນເປັນກະແຈສຳຄັນ ສຳລັບສຸຂະພາບ ຂອງພວກລູກໆຂອງມັນ.