ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ມີການສືບຕໍ່ເນລະເທດຄົນ ອອກປະເທດ ຢ່າງວ່ອງໄວ ຢູ່ຊາຍແດນສະຫະລັດ ກັບ ເມັກຊິໂກ


ຄອບຄົວຂອງພວກຄົນເຂົ້າເມືອງສອງຄອບຄົວຍ່າງຜ່ານຊ່ອງຫວ່າງຂອງກໍາແພງສອງຊັ້ນເພື່ອເຂົ້າມາໃນສະຫະະລັດ ຫລັງຈາກ ຂ້າມຊາຍແດນເມັກຊິໂກເຂົ້າມາຫາເມືອງ Yuma ຂອງລັດອາຣີໂຊນາ ເພື່ອຂໍລິ້ໄພ (ວັນທີ 10 ມິຖຸນາ, 2021)
ຄອບຄົວຂອງພວກຄົນເຂົ້າເມືອງສອງຄອບຄົວຍ່າງຜ່ານຊ່ອງຫວ່າງຂອງກໍາແພງສອງຊັ້ນເພື່ອເຂົ້າມາໃນສະຫະະລັດ ຫລັງຈາກ ຂ້າມຊາຍແດນເມັກຊິໂກເຂົ້າມາຫາເມືອງ Yuma ຂອງລັດອາຣີໂຊນາ ເພື່ອຂໍລິ້ໄພ (ວັນທີ 10 ມິຖຸນາ, 2021)

ທ່າມກາງຄວາມວຸ້ນວາຍທີ່ຍັງສືບຕໍ່ເກີດຂຶ້ນຢູ່ຕາມຊາຍແດນສະຫະລັດ-ເມັກຊິໂກໃນຂະນະນີ້ ລັດຖະບານຂອງທ່ານໄບເດັນ ໄດ້ເລືອກທີ່ຈະຮັກສານະໂຍບາຍທີ່ມີການຖົກຖຽງກັນເຊິ່ງອະນຸຍາດໃຫ້ມີການຂັບໄລ່ພວກຄົນເຂົ້າເມືອງອອກຈາກສະຫະລັດຢ່າງວ່ອງວາ. ນະໂຍບາຍດັ່ງກ່າວໃນຕອນທໍາອິດໄດ້ຖືກຈັດຕັ້ງປະຕິບັດ ໂດຍຄະນະລັດຖະບານທ່ານທຣໍາທີ່ສືບເນື່ອງມາຈາກຄວາມຮຽກຮ້ອງທາງດ້ານສາທາລະນະສຸກໃນຂະນະທີ່ມີການລະບາດຂອງພະຍາດໂຄວິດ-19. ໂລກລະບາດ.

ພວກຄົນເຂົ້າເມືອງຖືກເອົາອອກປະເທດຢ່າງວ່ອງໄວຖ້າຫາກເຈົ້າໜ້າທີ່ກວດຄົນເຂົ້າເມືອງຂອງສະຫະລັດສະຫຼຸບວ່າ ເຂົາເຈົ້າບໍ່ມີການຂໍລີ້ໄພຢ່າງຖືກຕ້ອງ, ຊຶ່ງເປັນການຕັດສິນທີ່ບໍ່ໃຫ້ຄົນອົບພະຍົບໄປປກກົດຕົວຕໍ່ໜ້າຜູ້ພິພາກສາຄົນເຂົ້າເມືອງເລີຍ. ເດັກນ້ອຍທີ່ບໍ່ມີຄົນຕິດຕາມມານຳທີ່ຂ້າມຊາຍແດນເຂົ້າມາໃນສະຫະລັດແມ່ນໄດ້ຮັບການຍົກເວັ້ນຈາກນະໂຍບາຍນີ້.

ການສືບຕໍ່ການໂຍກຍ້າຍທີ່ເລັ່ງລັດອອກການນໍາເອົານະໂຍບານເອົາຄົນອອກປະເທດຢ່າງວ່ອງໄວກັບມາໃຊ້ຄືນອີກ ແມ່ມີຂຶ້ນໃນຂະນະທີ່ເຈົ້າໜ້າທີ່ສະຫະລັດລາຍງານວ່າມີການຈັບກຸມສູງທີ່ສຸດໃນຮອບ 20 ປີຜ່ານມາຢູ່ຊາຍແດນ ໃນຫລາຍເດືອນມໍ່ໆມານີ້. ເຈົ້າໜ້າທີ່ທຳນຽບຂາວໃຫ້ເຫດຜົນວ່າ ຈຳນວນທັງໝົດທີ່ເປັນໜ້າຕື່ນຕົກໃຈເຫຼົ່ານີ້ແມ່ນໄດ້ເພີ່ມຂຶ້ນເນື່ອງຈາກວ່າມີຄົນອົບພະຍົບຫຼາຍຄົນພະຍາຍາມເຂົ້າໄປໃນປະເທດຄັ້ງແລ້ວຄັ້ງເຫລົ່າເຊິ່ງກວມເອົາການປະເຊີນໜ້າກັນກັບເຈົ້າໜ້າທີ່ລາດຕະເວນຊາຍແດນຫຼາຍຄັ້ງ.

ການເອົາອອກຈາກປະເທດແບບເລັ່ງລັດແມ່ນຫຍັງ? ມັນແມ່ນຂະບວນການທີ່ໃຫ້ ອຳນາດແກ່ເຈົ້າໜ້າທີ່ກວດຄົນເຂົ້າເມືອງເນລະເທດຄົນທີ່ແນ່ນອນໃດນຶ່ງທີ່ບໍ່ແມ່ນພົນລະເມືອງຂອງປະເທດຕົນໂດຍໄວ ແລະມີປະສິດທິຜົນໂດຍບໍ່ມີການໄຕ່ສວນຢູ່ຕໍ່ໜ້າຜູ້ພິພາກສາດ້ານຄົນເຂົ້າເມືອງຂອງສະຫະລັດ. ((https://www.americanimmigrationcouncil.org/research/primer-expedited-removal))

ການເອົາຄົນອອກປະເທດແບບເລັ່ງລັດສາມາດນໍາໃຊ້ກັບຊາວອົບພະຍົບທີ່ດໍາເນີນໄປຢູ່ທີ່ດ່ານເຂົ້າເມືອງ ຕໍ່ຜູ້ທີ່ເຂົ້າມາໃນສະຫະລັດຢ່າງຜິດກົດ, ບໍ່ສາມາດພິສູດໄດ້ວ່າເຂົາເຈົ້າຢູ່ໃນປະເທດນີ້ເປັນເວລາຢ່າງໜ້ອຍສອງປີແລະບໍ່ມີເງື່ອນໄຂໄດ້ຮັບການຊ່ວຍເຫຼືອດ້ານມະນຸດສະທໍາ. ຄຳແນະນຳນີ້ຍັງສາມາດນຳໃຊ້ກັບຄົນເຂົ້າເມືອງທີ່ໄດ້ກະທຳຜິດຖານສໍ້ໂກງ.

ຂັ້ນຕອນດັ່ງກ່າວໄດ້ຖືກນຳໃຊ້ຢ່າງກວ້າງຂວາງໂດຍທັງການຄະນະລັດຖະະບານຂອງທ່ານທຣໍາ ແລະທ່ານໄບເດັນ ໃນໄລຍະທີ່ມີການລະບາດຢ່າງໜັກຂອງໄວຣັສໂຄໂຣ ນາ. ລັດຖະບານທ່ານໄບເດັນໄດ້ຮັກສາມາດຕາທີ 42, ທີ່ເປັນຄຳ ສັ່ງໃນສະໄໝຂອງທ່ານທຣໍາທີ່ໄດ້ກຳນົດໃຫ້ມີການຂັບໄລ່ຄົນທີ່ບໍ່ມີເອກະສານອອກຈາກປະເທດຢ່າງວ່ອງໄວ ໃນຂະນະທີ່ມີີຄວາມຈຳເປັນດ້ານສາທາລະນະສຸກ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG