ຊາວກະສິກອນຊົນເຜົ່າຄໍມາຍອິງ (Khaw Mying) ຂອງລັດກາຢິນ ແນມເບິ່ງທ້ອງຟ້າທີ່ມືດມົວ ໃນຂະທີ່ນາງກໍາລັງມັດຝາໄມ້ໃຜ່ຕິດກັບຕູບທີ່ເປັນບ່ອນອາໄສຊົ່ວຄາວໃນສູນສໍາລັບຜູ້ພັດຖິ່ນ ຢູ່ທີ່ບໍລິເວນຂອບຂອງສວນຕົ້ນຢາງພາລາແຫ່ງນັ້ນ.
ໃນປີປົກກະຕິ ເມກຝົນຈະເປັນທີ່ໜ້າຍິນດີ ສໍາລັບຊາວກະສິກອນມຽນມາ ເພື່ອເລີ້ມຕົ້ນລະດູການປູກຝັງ, ແຕ່ສໍາລັບຊາວກະສິກອນ ຄໍມາຍອິງ ແລະປະຊາຊົນຜູ້ທີ່ມີອາຊີບກະສິກໍາຄົນອື່ນໆຫຼາຍພັນຄົນຢູ່ພາຍໃນປະເທດ ທ້ອງຟ້າຊໍ້າພັດໄດ້ ນໍາເອົາສິ່ງທີ່ບໍ່ດີມາໃຫ້ແກ່ປະຊາຊົນເຫຼົ່ານັ້ນ.
ຢູ່ໃນມຽນມາ, ການໂຈມຕີທາງອາກາດ ຂອງກອງທັບມຽນມາ ແລະການຖິ້ມລະ ເບີດແບບຕາມໃຈ ໄດ້ເພີ້ມຄວາມຮຸນແຮງຍິ່ງຂຶ້ນພາຍໃນເດືອນນີ້, ອັນໄດ້ສົ່ງຜົນໃຫ້ມີຈໍານວນຜູ້ທີ່ຕ້ອງຍົກຍ້າຍຍ້າຍຖິ່ນຖານເປັນປະຫວັດການ.
ໃນວັນທີ 2 ພຶດສະພາ, ໄດ້ມີການປະເມີນກ່ຽວກັບຜູ້ຍົກຍ້າຍຖິ່ນຖານພາຍໃນປະເທດວ່າ ມີປະມານ 936,700 ຄົນ, ລວມທັງຜູ້ຍົກຍ້າຍຖິ່ນຖານໃໝ່ 590,100 ຄົນນັບຕັ້ງແຕ່ວັນທີ 1 ກຸມພາ 2021, ອີງຕາມລາຍງານຂອງອົງການອົບພະຍົບສະຫະປະຊາຊາດ ຫຼື UNHCR.
ຢູ່ໃນລັດກາຢິນ, ເຊັ່ນດຽວກັບຊົນກຸ່ມນ້ອຍຢູ່ໃນຂົງເຂດອື່ນໆພາຍໃນປະເທດ, ຊາວກະສິກອນ ແລະຄອບຄົວຂອງພວກເຂົາເຈົ້າ ມີຄວາມຢ້ານກົວທີ່ຈະກັບຄືນເມືອບ້ານເກີດເພື່ອດໍາເນີນການປູກຝັງພືດຜົນຕ່າງໆຂອງພວກເຂົາເຈົ້າ ເນື່ອງຈາກການໂຈມຕີລະຫວ່າງກອງທັບ ແລະກອງກໍາລັງຝ່າຍກົງກັນຂ້າມນັ້ນ ສົ່ງຜົນໃຫ້ຄວາມຂັດແຍ້ງດັ່ງກ່າວມີຜົນກະທົບຕໍ່ພົນລະເຮືອນທີ່ເປັນເປົ້າໝາຍນັ້ນຍິ່ງຂຶ້ນ.
ສໍາລັບຜູ້ເປັນແມ່ຊົນເຜົ່າຄໍມາຍອິງ ອາຍຸ 52 ປີ, ທີ່ໄດ້ໜີອອກຈາກໝູ່ບ້ານປາ ນາ ທາ (Pa Na Tha) ເມື່ອ 6 ອາທິດທີ່ຜ່ານມານັ້ນ ຍັງຈື່ເຫດການຕ່າງໆໄດ້ດີ.
“ກ່ອນຂ້ອຍຊິໜີມາ ທີ່ສູນແຫ່ງນີ້, ຂ້ອຍບໍ່ສາມາດເລີ້ມປູກສາລີ ແລະເຂົ້າໄດ້ເລີຍ ເນື່ອງຈາກເຮືອບິນລົບອາຍພົນຂອງກອງທັບມຽນມາໄດ້ບິນເວີ່ນແລະຖິ້ມລະເບີດລົງໃສ່ ກ່ອນທີ່ພວກເຮົາຈະໄປເຮັດວຽກຢູ່ທີ່ທົ່ງຂອງພວກເຮົາ,” ນັ້ນຄືຄຳເວົ້າຂອງປະຊາຊົນເຜົ່າຄໍມາຍອິງ ທີ່ໄດ້ກ່າວກ່ຽວກັບເຫດການທີ່ເກີດຂຶ້ນ.