ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໒ ຕຸລາ ໒໐໒໔

ຊາວກະສິກອນລາວ ມີງົວພຽງ 20,000 ໂຕ ທີ່ໄດ້ມາດຕະຖານ ຕາມຄວາມຕ້ອງການຂອງຕະຫຼາດຈີນ


ຟາມລ້ຽງງົວ ແບບຄອບຄົວຂອງທ່ານ ວັນທອງ ທີ່ແຂວງຊຽງຂວາງ, ສປປ ລາວ.
ຟາມລ້ຽງງົວ ແບບຄອບຄົວຂອງທ່ານ ວັນທອງ ທີ່ແຂວງຊຽງຂວາງ, ສປປ ລາວ.

ຊາວກະສິກອນໃນທົ່ວປະເທດລາວມີງົວພັນ 20,000 ໂຕເທົ່ານັ້ນ ທີ່ໄດ້ມາດຕະຖານທີ່ຕະຫຼາດຈີນຕ້ອງການ ເຊິ່ງເຮັດໃຫ້ຈະຕ້ອງນໍາເຂົ້າງົວພັນຈາກຕ່າງປະເທດຈຳນວນບໍ່ຕ່ຳກວ່າ 50,000 ໂຕ.

ນັກທຸລະກິດໃນສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ເປີດ​ເຜີຍ​ວ່າ ການ​ລ້ຽງ​ງົວ​ໃນ​ລະບົບ​ການ​ລ້ຽງທີ່​ໄດ້​ຕາມ​ມາດຕະຖານ​ທີ່​ຕະຫຼາດ​ຈີນ​ຕ້ອງການ ພາຍໃຕ້ລະບົບໂຄຕ້າທີ່ຈີນຈະນໍາເຂົ້າງົວຈາກລາວ 500,000 ໂຕຕໍ່ປີ ນັບແຕ່ປີ 2019 ເປັນຕົ້ນມານັ້ນ ຍັງບໍ່ທັນສາມາດຈັດຕັ້ງການປະຕິບັດຕົວຈິງໄດ້ເລີຍ ເພາະວ່າ​ຊາວ​ກະສິກອນ​ລາວ​ຍັງ​ຂາດທັງ​ທຶນຮອນ ເຕັກນິກທີ່ທັນສະໄຫມ ແລະ​ແມ່​ພັນ​-ພໍ່ພັນ​ທີ່​ໄດ້​ມາດ​ຕະ​ຖານ​ຕາມ​ຄວາມ​ຕ້ອງ​ການ​ຂອງ​ຕະ​ຫຼາດໃນ​ຈີນ​.

ໂດຍໃນປັດຈຸບັນ ທົ່ວປະເທດລາວ ມີງົວພັນ 20,000 ໂຕເທົ່ານັ້ນ ທີ່ໄດ້ມາດຕະຖານຕະຫຼາດໃນຈີນ, ໃນຂະນະທີ່ການຕອບສະຫນອງໃຫ້ໄດ້ຕາມໂຄຕ້າຂອງຈີນນັ້ນ ຈະຕ້ອງມີແມ່ພັນແລະພໍ່ພັນງົວ 67,000 ໂຕແລະ 3,000 ໂຕ ຕາມລໍາດັບ ຈຶ່ງເຮັດໃຫ້ຊາວກະສິກອນລາວຈະຕ້ອງນໍາເຂົ້າແມ່ພັນ ງົວຈາກຕ່າງປະເທດ 50,000 ໂຕ ໃຫ້ໄວເທົ່າທີ່ຈະໄວໄດ້ ເພື່ອຈະສາມາດຕອບສະໜອງລະບົບໂຄຕ້າຂອງຈີນໄດ້ພາຍໃນ 3 ປີຂ້າງໜ້າ ແຕ່ການຈັດຕັ້ງປະຕິບັດຕົວຈິງແມ່ນຍັງມີບັນຫາຢູ່ ເພາະຊາວກະສິກອນລາວຍັງຂາດທັງທຶນຮອນ ເຕັກນິກທີ່ທັນສະໄຫມ ແລະແມ່ພັນ-ພໍ່ພັນທີ່ໄດ້ມາດຕະຖານຕາມຄວາມຕ້ອງການຂອງຈີນນັ່ນເອງ ດັງທີ່ນັກທຸລະກິດລາວໃນແຂວງບໍ່ແກ້ວ ໄດ້ໃຫ້ການຍືນຍິນວ່າ:

“ການລ້ຽງງັວນີ້ກະມີຍູ່ 10 ຟາມ​ ​ແຕ່​ວ່າ ຢູ່​ໃນ​ນີ້​ມີຢູ່ 2 ຟາມທີ່​ເປັນ​ການລ້ຽງແບບ​ທັນ​ສະ​ໄໝ ກໍຄື​ການ​ລ້ຽງ​ງົວ​ເປັນ​ຟາມ​ຢູ່ທີ່​ເຂດ​ເສດຖະກິດ​ພິ​ເສດສາມຫຼ່ຽມຄຳ​ ມີງົວພັນ 7,000 ກວ່າໂຕ ແລ້ວກະການລ້ຽງຂອງ ບໍລິສັດດວງຈະເລິນ ທີ່ໄດ້ນໍາເອົາງົວພັນເຂົ້າມາ 500 ກວ່າໂຕມາລ້ຽງ ແລ້ວກະໄດ້ປູກຫຍ້າໃນເນື້ອທີ່ 3.363 ເຮັກຕາ ແລ້ວ ກະຍູ່ໃນແຜນຫັ່ນແມ່ນຈະລ້ຽງໃຫ້ໄດ້ 50,000-100,000 ​ທີ່​ຈະ​ສົ່ງ​ໄປ​ຈີນ.”

ແຕ່ຍ່າງໃດກໍ່ຕາມ ການ​ທີ່​ລັດຖະບານ​ຈີນ ​ໃຫ້​ໂຄ​ຕ້າ​ການ​ນຳ​ເຂົ້າ​ງົວ​ຈາກ​ລາວ 5 ​ແສນ​ໂຕ​ຕໍ່​ປີ ກະບໍ່​ໄດ້​ໝາຍ​ຄວາມ​ວ່າ ​ຈີນ​ຈະ​ຕ້ອງ​ນຳ​ເຂົ້າ​ງົວ 500.000 ​ໂຕ​ຈາກ​ລາວ ​ໃນ​ພາກ​ປະຕິບັດ​ຕົວ​ຈິງແຕ່ຢ່າງໃດ ​ເພາະວ່າ​ ໂຄ​ຕ້າດັ່ງກ່າວນີ້​ ໄດ້​ກຳນົດ​ເປັນ​ຫຼັກການ​ເທົ່າ​ນັ້ນ ສ່ວນ​ການ​ນຳ​ເຂົ້າ​ຕົວ​ຈິງ​ ແມ່ນຈະ​ຕ້ອງ​ຂຶ້ນ​ກັບ​ລະດັບ​ຄວາມ​ຕ້ອງການ​ຕົວ​ຈິງ​ໃນ​ຈີນ​ເປັນ​ຕົ້ນຕໍ ​ຊຶ່ງໃນ​ປີ 2023 ກໍປະກົດ​ວ່າ​ຈີນ​ໄດ້​ນຳ​ເຂົ້າງົວຈາກລາວ ພຽງ 3,000 ໂຕເທົ່ານັ້ນ ໂດຍສາເຫດສຳຄັນອັນໜຶ່ງ ກໍຄືການລ້ຽງງົວໃນລາວ ຍັງບໍ່ທັນໄດ້ມາດຕະຖານທີ່ຈີນຕ້ອງການ. ໃນຂະນະດຽວກັນ ຊາວກະສິກອນລາວ ຍັງຂາດເຂີນໃນທຸກດ້ານ ແລະບໍ່ໄດ້ຮັບການຊ່ວຍເຫລືອຈາກລັດຖະບານລາວ ອີກດ້ວຍ ດັ່ງທີ່ສະມາຊິກສະພາແຫ່ງຊາດລາວ ໄດ້ໃຫ້ການຢືນຢັນວ່າ:

"ກະຊວງກະສິກໍາ ຄວນ​ສ້າງ​ສູນ​ກະສິກຳໃຫ້​ຫຼາຍຂື້ນ​ຢູ່​ແຕ່​ລະ​ແຂວງ ​ແຕ່​ລະ​ເມືອງຫັ່ນເພື່ອຕອບສະໜອງແນວພັນພືດ-ສັດ ຫຼື ປຸ໋ຍຕ່າງໆ ໃຫ້ແກ່ປະຊາຊົນໄດ້ນຳໃຊ້ ຫຼືວ່າ ການຊື້ແນວພັນຕ່າງໆຫັ່ນໃຫ້ລົດລົງ ​ເພື່ອ​ເປັນການສົ່ງເສິມປະຊາຊົນໃນການປູກ ການລ້ຽງໃຫ້ຫລາຍຂື້ນ​ ​ໂດຍຜ່ານ​ມານີ້ ແມ່ນປະຊາຊົນຢັງໄດ້​ຕື່ນຕົວໃນການ​ຜະລິດດ້ວຍຕົນເອງ ຂະແໜງການທີ່ກ່ຽວຂ້ອງຍັງບໍ່ທັນລົງໄປຊູກຍູ້ຊີ້ນຳໃນການຈັດຕັ້ງການປະຕິບັດ ໃນການປູກ-ການລ້ຽງນີ້ເທື່ອ.”

ໃນປີ 2023, ລາວ ໄດ້ສົ່ງອອກຜະລິດຕະພັນກະສິກຳໄປຕ່າງປະເທດ ໃນມູນຄ່າລວມກວ່າ 2 ຕື້ໂດລາ, ເພີ່ມຂຶ້ນກວ່າ 25% ເມື່ອທຽບໃສ່ປີ 2022. ໃນນັ້ນ ເປັນການສົ່ງອອກພືດ ແລະ ຜະລິດຕະພັນຈາກພືດທີ່ມູນຄ່າລວມ 1,800 ລ້ານກວ່າໂດລາ ແລະ ການສົ່ງອອກສັດປີກ, ງົວ, ຄວາຍ, ໝູ ແບ້ ແລະ ແກະ ໃນມູນຄ່າລວມເກືອບ 200 ລ້ານໂດລາສະຫະລັດ, ເຖິງແມ່ນວ່າ ລາວຈະໄດ້ໂຄຕ້າໃນການສົ່ງງົວໄປຈີນ ເຖິງ 500,000 ໂຕໃນແຕ່ລະປີກໍຕາມ.

ທັງນີ້ ກະຊວງ​ການ​ຄ້າຂອງ​ຈີນ ​ໄດ້​ກຳນົດ 12 ເງື່ອນ​ໄຂດ້ວຍກັນສຳລັບ​ການ​ນຳ​ເຂົ້າ​ງົວ​ຈາກ​ລາວ ຄື​ງົວຕ້ອງມີນໍ້າໜັກ 350 ກິໂລກຣາມຂຶ້ນໄປ, ອາຍຸບໍ່ເກີນ 4 ປີ, ຕ້ອງມາຈາກພື້ນທີ່ທີ່ບໍ່ມີພະຢາດປາກເປື່ອຍລົງເລັບ ຕ້ອງລ້ຽງຢູ່ເຂດທ້ອນໂຮມຢ່າງໜ້ອຍ 45 ວັນ ຕ້ອງລ້ຽງແຍກເພດ ໃນ 6 ເດືອນຕ້ອງກວດບໍ່ພົບພະຍາດຕິດຕໍ່ທຸກຊະນິດຕ້ອງຂຶ້ນທະບຽນສັດ, ກວດການຖືພາ, ສັກຢາກັນພະຢາດປາກເປື່ອຍ 2 ເຂັມ, ເກັບຕົວຢ່າງ ແລະ ວິໄຈພະຍາດເປັນປະຈຳ. ຕິດຕາມການໃຊ້ອາຫານ ແລະການໃຊ້ຢາກັນພະຢາດ ຄວບຄຸມການເຄື່ອນໄຫວຕາມມາດຕະຖານສາກົນ ແລະສັດຕ້ອງກັກເປັນເວລາ 30 ວັນ ກ່ອນທີ່ຈະສົ່ງໄປຈີນ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG