ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໒ ຕຸລາ ໒໐໒໔

​ບຸນ​ໄຫຼ​ເຮືອ​ໄຟ ຫຼວງ​ພະ​ບາງ ມີ​ນັກ​ທ່ອງ​ທ່ຽວ​ເຂົ້າ​ຮ່ວມ​ຫຼາຍຢ່າງ​ຄຶກຄື້ນ


ລິງໂດຍກົງ

ຊົມ​ວິ​ດີ​ໂອ ກ່ຽວ​ກັບ ຂ່າວນີ້.

ບຸນໄຫຼເຮືອໄຟ ຫຼວງພະບາງ ຖືກຈັດຂຶ້ນນຶ່ງມື້ຫຼັງຈາກບຸນອອກພັນ, ເຊິ່ງປີນີ້ ຕົກຖືກວັນທີ 18 ຕຸລາ. ບຸນດັ່ງກ່າວເປັນບຸນປະເພນີທີ່ສືບທອດກັນ ມາແຕ່ ດົນນານ.

ເນື່ອງຈາກປີນີ້ເປັນປີທ່ອງທ່ຽວລາວ, ບຸນດັ່ງກ່າວນີ້ຈຶ່ງໄດ້ດຶງດູດບັນດານັກທ່ອງ ທ່ຽວຈາກຕ່າງປະເທດມາເຂົ້າຮ່ວມຢ່າງຫຼວງຫຼາຍເປັນພິເສດ ໂດຍສະເພາະ ແມ່ນຄົນຈີນ, ຢູໂຣບ, ອາເມກາ, ຍີ່ປຸ່ນ ແລະ ອື່ນໆ…

ບຸນໄຫຼເຮືອໄຟຫຼວງພະບາງ ມີເຮືອໄຟຈາກ 22 ກຸ່ມເຂົ້າຮ່ວມ, ເຊິ່ງແມ່ນບັນດາ ບໍລິສັດຕ່າງໆທີ່ຕັ້ງຢູ່ແຂວງ ຫຼວງພະບາງ. ເຮືອໄຟແມ່ນໄຫຼຢູ່ທ່າເຮືອແມ່ນໍ້າ ຂອງ ບໍລິເວນວັດຊຽງທອງ. ການເຮືອໄຟແມ່ນກ່ຽວພັນກັບພະຍານາກ, ເຊິ່ງແມ່ນສິ່ງສັກສິດທີ່ປະຊາຊົນລາວທົ່ວປະເທດເຄົາລົບບູຊາກັນ.

ບຸນໄຫຼເຮືອໄຟນີ້ແມ່ນຖືກນຳພາໂດຍພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ຫຼວງພະບາງ.

ໃນມື້ໄຫຼເຮືອໄຟນັ້ນ ບັນດາຜູ້ສົ່ງເຮືອເຂົ້າຮ່ວມຈະເລີ່ມເຕົ້າໂຮມກັນແຕ່ 4 ແລງ ແລະ ຕອນ 7 ໂມງແລງກໍໄດ້ເລີ່ມຕົ້ນການແຫ່. ໃນລະຫວ່າງການແຫ່ເຮືອໄຟ ນັ້ນ ຜູ້ເຂົ້າຮ່ວມແຕ່ລະກຸ່ມກໍຈະຖືປ້າຍຂອງເຂົາເຈົ້າເອງ, ນຸ່ງເຄື່ອງພະນັກງານ ຂອງແຕ່ລະບໍລິສັດ.

ສຳລັບປະຊາຊົນທີ່ເຂົ້າຮ່ວມ ເຂົາເຈົ້າກໍໄດ້ພາກັນຖືກະໂທງ ມີທູບມີທຽນຕິດໃສ່ ກະໂທງ ແລະ ບາງຄົນກໍໃສ່ກະເງິນພ້ອມ. ບາງຄົນກໍຮ້ອງເພງ, ຟ້ອນ, ບາງລະກຸ່ມກໍເສບດົນດີ ແຕກຕ່າງກັນໄປ.

ວັດຖຸສຳລັບການເຮັດເຮືອໄຟນີ້ແມ່ນເຈ້ຍ ແລະ ໄມ່ໄຜ່ເປັນລຳ. ເຮືອຈະ ບໍ່ໄໝ້ແຕ່ທຽນຈະມອດເອງ ແລະ ຈົມລົງນໍ້າໄປ, ຊຶ່ງຖືວ່າບໍ່ເປັນການທຳລາຍ ສະພາບແວດລ້ອມ.

ການແຫ່ເຮືອໄຟຈະໃຊ້ເວລາປະມານສອງຊົ່ວໂມງ ເກືອບສາມຊົ່ວໂມງ. ເຊິ່ງຈະເຄື່ອນທີ່ຢ່າງຊ້າໆ. ຮູບຂອງເຮືອໄຟໃນປີທີ່ຜ່ານມາກໍມີສັດຫຼາຍຊະນິດ ແຕ່ປີນີ້ເຮືອໄຟແມ່ນເປັນຮູບພະຍານາກ. ຂະບວນແຫ່ແມ່ນເລີ່ມຕົ້ນແຕ່ວັດ ທາດນ້ອຍ ຫາ ວັດຊຽງທອງ.

ຕະຫຼາດມືດໃນທີ 18 ແມ່ນບໍ່ມີເລີຍ. ຍ້ອນວ່າຕະຫຼາດດັ່ງກ່າວແມ່ນຕັ້ງຢູ່ເສັ້ນ ທາງຂອງຂະບວນແຫ່ເຮືອໄຟນັ້ນ. ມີຕຳຫຼວດລັດລົດບໍ່ໃຫ້ຜ່ານບໍລິເວນຂະບວນ ແຫ່.

ໂຮງແຮມໃນບໍລິເວນຕົວເມືອງຫຼວງພະບາງແມ່ນເຕັມໝົດ ແລະ ປີ້ລົດໄຟທັງ ຂາໄປຂາກັບແມ່ນໄດ້ຂາຍໝົດຕັ້ງແຕ່ວັນທີ 17 ຫາ ທີ 20.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG