ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແຟນເພງ ຂອງອະດີດ ນັກຮ້ອງ ຊື່ດັງ ອາເຣດທາ ແຟຣັງຄລິນ ໄປໄວ້ອາໄລ ແກ່ທ່ານນາງ


ແຟນເພງຄົນນຶ່ງຂອງ ອາເຣດທາ ແຟຣັງຄລິນ
(Aretha Franklin) ຢືນຖືຮູບຂອງເພິນ ຢູ່ທີ່ບ່ອນສົ່ງສະການທ່ານນາງ ທີ່ເສຍຊີວິດໄປ ຍ້ອນໂລກມະເຮັງ, ລວມອາຍຸໄດ້ 76.
ແຟນເພງຄົນນຶ່ງຂອງ ອາເຣດທາ ແຟຣັງຄລິນ (Aretha Franklin) ຢືນຖືຮູບຂອງເພິນ ຢູ່ທີ່ບ່ອນສົ່ງສະການທ່ານນາງ ທີ່ເສຍຊີວິດໄປ ຍ້ອນໂລກມະເຮັງ, ລວມອາຍຸໄດ້ 76.

ກ່ອນໂລກຈະພາກັນໄວ້ອາໄລ ແກ່ການເສຍຊີວິດຂອງອາເຣດທາ ແຟຣັງຄລິນ
(Aretha Franklin) ຢູ່ທີ່ບ່ອນສົ່ງສະການທ່ານນາງທີ່ຈະຈັດຂຶ້ນໃນວັນສຸກມື້ນີ້,
ບັນດາແຟນເພງຂອງເພິ່ນທັງຫຼາຍ ໄດ້ພາກັນໄປສະແດງຄວາມສັນເສີນຕໍ່ທ່ານນາງ
ຢູ່ບ່ອນທີ່ຄວາມເຊື່ອທາງສາສະໜາຂອງທ່ານນາງ ໄດ້ຮັບການຫລໍ່ຫລອມ ແລະບ່ອນ
ທີ່ສຽງອັນມ່ວນອອນຊອນຂອງທ່ານນາງໄດ້ຖືກຄົ້ນພົບເປັນຄັ້ງທໍາອິດ ໃນເວລາທີ່
ທ່ານນາງຮ້ອງເພງສັນລະເສີນພະເຈົ້າ ທີ່ເປັນເພງແບບດັ້ງເດີມ ຫລື ຄລາສສິກ ແລະ
ເປັນເອກະລັກຂອງເພິ່ນ ເຊັ່ນເພງ ``Amazing Grace'' ແລະເພງ ``Precious
Lord'' ອີງຕາມລາຍງານ ຂອງອົງການຂ່າວເອພີ (AP)

ຜູ້ຄົນພາກັນລຽນແຖວທີ່ຍາວຢຽດ ເປັນໄລຍະຫລາຍກວ່າ ເຄິ່ງໄມ ຫລືປະມານ 1 ກິໂລ ແມັດ
ຜູ້ຄົນພາກັນລຽນແຖວທີ່ຍາວຢຽດ ເປັນໄລຍະຫລາຍກວ່າ ເຄິ່ງໄມ ຫລືປະມານ 1 ກິໂລ ແມັດ

ຜູ້ຄົນພາກັນລຽນແຖວທີ່ຍາວຢຽດ ເປັນໄລຍະຫລາຍກວ່າ ເຄິ່ງໄມ ຫລືປະມານ 1 ກິໂລ
ແມັດ ໃນຕອນບ່າຍວັນພະຫັດວານນີ້ ເພື່ອຈະເຂົ້າຢ້ຽມເຄົາລົບສົບຂອງທ່ານນາງຢູ່ໂບດ
ນິວເບັດເທິລ ຂອງສາສະໜາແບັບຕິສ. ບັນດາແຟນເພງຂອງທ່ານນາງ ພາກັນນຸ່ງເສື້ອ
ຍືດອັນຫລາກຫລາຍທີ່ມີຮູບຂອງທ່ານນາງແຟຣັງຄລິນ ໃນຂະນະທີ່ໄວ້ອາໄລແກ່ທ່ານ
ນາງດ້ວຍຮອຍຍິ້ມ. ມີການຮ້ອງເພັງແລະໂຮແຊວ ດັງຂຶ້ນຕິດຕໍ່ກັນ ເພື່ອສັນລະເສີນລາ
ຊີນີຂອງເພງໂຊລ ຫລື Queen of Soul ໃນຂະນະທີ່ພວກເຂົາເຈົ້າຢືນລໍຖ້າເຂົ້າໄປ
ຍັງສະຖານທີ່ສັກສິດແຫ່ງນັ້ນ.

ເບິ່ງວີດິໂອຄົນໄປໄວ້ອາໄລແກ່ທ່ານນາງແຟຣັງຄລິນ

Mourners Pay Final Respects to Aretha Franklin at Public Viewing
please wait

No media source currently available

0:00 0:02:13 0:00

ພວກເຂົາເຈົ້າງຮ້ອງຂຶ້ນວ່າ ``We love you!'' ຊຶ່ງແປວ່າ ຂ້ອຍຮັກເຈົ້າ “ຣີຣີ!” (Ree
Ree) ແລະວ່າ ``Let the Queen through!'' ຊຶ່ງແປວ່າ ປ່ອຍໃຫ້ລາຊີນີໄປໃນ
ຂະນະທີ່ລົດຍີ່ຫໍ້ Cadillac ສີຂາວ ທີ່ຜະລິດໃນຊຸມປີ 1940 ບັນຈຸໂລງສົບຂອງເພິ່ນ
ແລ່ນຜ່ານຖະໜົນ Linwood ແລະໄປຈອດຢູ່ຕໍ່ໜ້າໂບດນີວເບັດເທີລ (New
Bethel). ຝູງຄົນພາກັນແຍ່ງຊິງບຽດກັນ ເພື່ອຖ່າຍຮູບ ແລະໃຊ້ໂທລະສັບມືຖືຖ່າຍ
ວີດິໂອ ເອົາໂລງສົບທີ່ເຮັດດ້ວຍທອງຂອງທ່ານນາງແຟຣັງຄລິນ ໃນຂະນະທີ່ມັນຖືກ
ນໍາເຂົ້າໄປໃນໂບດດັ່ງກ່າວໃນເວລາກ່ອນທ່ຽງໜ້ອຍນຶ່ງຂອງວານນີ້.

``ຂ້ອຍຕ້ອງມາທີ່ນີ້'' ນັ້ນຄືຄໍາເວົ້າຂອງນາງຈອຍສ໌ ອີ ສະເທຣົາ (Joyce E. Stroud)
ທີ່ເດີນທາງໄປຈາກເມືອງຝອດ ລາວເດີເດລ (Fort Lauderdale) ຢູ່ລັດຟລໍຣິດາ ເພື່ອ
ໄປກ່າວສັ່ງລາຕໍ່ຜູ້ສໍາຄັນ ທີ່ນາງໄດ້ພົບຄັ້ງທໍາອິດ ຢູ່ໃນງານຄອນເສີດ ໃນລັດຄາລິຟໍ
ເນຍ ຫລາຍປີກ່ອນໜ້ານີ້.

ນາງເວົ້າອີກວ່າ ``ຂ້ອຍໄດພົບກັບທ່ານນາງ ອາເຣດທາ (Aretha) ຕອນຂ້ອຍມີອາຍຸ
23 ປີ ຢູ່ນະຄອນແຊນ ແຟຣນຊິສໂກ (San Francisco) ຢູ່ທີ່ຟິລມໍ ຕາເວັນຕົກ
(Fillmore West) ຕອນທີ່ທ່ານນາງຈັດງານຄອນເສີດຄັ້ງປະຫວັດ ສາດເປັນເວລາ
ສາມມື້ ຕິດຕໍ່ກັນ. ຕອນນັ້ນ ແມ່ນຄັ້ງທໍາອິດທີ່ຂ້ອຍໄດ້ຮູ້ຈັກກັບເພິ່ນ ແລະຂ້ອຍກໍກາຍ
ເປັນແຟນເພັງຂອງເພິ່ນຕະຫລອດຊີວິດເລີຍ.”

ລົດນໍາໂລງສົບຂອງທ່ານນາງແຟຣັງຄລິນ ໄປຈອດຕໍ່ໜ້າໂບດນີວເບັດເທີລ ຢູ່ເມືອງດີທຣອຍ, ລັດມິຊິແກນ, ໃນວັນທີ 30 ສິງຫາ, 2018
ລົດນໍາໂລງສົບຂອງທ່ານນາງແຟຣັງຄລິນ ໄປຈອດຕໍ່ໜ້າໂບດນີວເບັດເທີລ ຢູ່ເມືອງດີທຣອຍ, ລັດມິຊິແກນ, ໃນວັນທີ 30 ສິງຫາ, 2018

ບຸກຄົນທີ່ສໍາຄັນຫລາຍຄົນກໍຄາດວ່າຈະໄປຢ້ຽມສົບຂອງທ່ານນາງ ທີ່ເປີດໃຫ້ຄົນເຂົ້າ
ຢ້ຽມເຄົາລົບສົບໃນວັນພະຫັດວານນີ້ ພາຍຫລັງທີ່ມີການສະແດງຄວາມສັນ ລະເສີນຕໍ່
ທ່ານນາງຢ່າງຫລວງຫລາຍມາຕະຫລອດອາດທິດແລ້ວ. ມີຫລາຍພັນຄົນໄດ້ເຂົ້າຢ້ຽມ
ສົບຂອງທ່ານນາງ ທີ່ເປີດໃຫ້ຄົນທົ່ວໄປເຂົ້າຢ້ຽມເປັນເວລາສອງວັນ ຢູ່ຫໍພິພິດທະພັນ
ໄວຣ໌ (Wright Museum) ຢູ່ລັດນິວແຮມເຊີ.

ທ່ານໄມໂຄລ ເອຣິກ ໄດສັນ (Michael Eric Dyson) ໝູ່ຂອງທ່ານນາງ ແຟຣັງຄລິນ
ຄົນນຶ່ງທີ່ເຂົ້າຢ້ຽມສົບ ຢູ່ໂບດນິວເບັດເທິລເວົ້າວ່າ “ການທີ່ຄົນໄດ້ເບິ່ງ ກໍຍັງຖືວ່າດີຫລາຍ
ແລ້ວ ແມ່ນແຕ່ດາລາທີ່ເປັນນາງເອກ ກໍບໍ່ມີຫລາຍປານນີ້” ແລະທ່ານກໍຈະໄປກ່າວສະດຸດີ
ຢູ່ໃນພິທີສົ່ງສະການທ່ານນາງ.

ຜູ້ຄົນພາກັນອັ່ງອໍຢູ່ຕໍ່ໜ້າໂບດນີວເບັດເທີລ (New Bethel) ລໍຖ້າເຂົ້າຢ້ຽມສົບຂອງທ່ານນາງ ແຟຣັງລິນ
ຜູ້ຄົນພາກັນອັ່ງອໍຢູ່ຕໍ່ໜ້າໂບດນີວເບັດເທີລ (New Bethel) ລໍຖ້າເຂົ້າຢ້ຽມສົບຂອງທ່ານນາງ ແຟຣັງລິນ

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG