ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄອບຄົວ ແລະເພື່ອນຮ່ວມງານ ຂອງນັກຂ່າວຊາວຢູເຄຣນ ທີ່ຖືກກັກຂັງ ກໍາລັງດໍາເນີນງານເພື່ອຊ່ວຍໃຫ້ລາວໄດ້ຖືກປ່ອຍໂຕ


Family, Colleagues of Imprisoned Ukrainian Journalist Working for His Release
please wait

No media source currently available

0:00 0:03:31 0:00

ລາຍງານກ່ຽວກັບ ຄວາມພະຍາຍາມໃນການຫາທາງຊ່ວຍປ່ອຍໂຕນັກຂ່າວຊາວຢູເຄຣນ ທີ່ຖືກກັກຂັງ.

ຣັດເຊຍ ໄດ້ຈັບໂຕທ້າວວລາດີສລາບວ໌ ເຢຊີເພັນໂກ (Vladyslav Yesypenko), ນັກຂ່າວຊາວ ຢູເຄຣນ ເຊິ່ງເປັນພະນັກງານຂອງສະຖານີວິທະຍຸຢູໂຣບເສລີ ທີ່ເປັນເຄືອຂ່າຍນ້ອງ​ເອື້ອຍຂອງ VOA, ໂດຍການກັກ
ຂັງລ​າວເປັນເວລາ 18 ເດືອນ ຢູ່ໃນແຫຼມໄຄຣເມຍ. ລາວຖືກຈັບ ໃນຂໍ້ຫາ ຄອບຄອງອາວຸດປືນທີ່ຜິດກົດໝາຍ, ເຊິ່ງລາວໄດ້ປະຕິເສດ ຕໍ່ຂໍ້ກ່າວຫາດັ່ງ ກ່າວ. ໃນເດືອນກຸມພາ, ລາວຖືກຕັດສິນໃຫ້ໄປ​ຈຳ​ຄຸກຢູ່​ນິ​ຄົມ​ນັກ​ໂທດ. ບາງ
ອົງການປົກ​ປ້ອງສິດທິມະນຸດ ເຊື່ອວ່າ ລາວເປັນນັກໂທດການເມືອງ. ອີຣີນາ ໂຊໂລມໂກ (Iryna Solomko) ມີລາຍງານກ່ຽວກັບເລື້ອງນີ້, ເຊິ່ງ ທິບສຸດາ ຈະນໍາເອົາລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ນັກຂ່າວຊາວຢູເຄຣນ ທ່ານວລາດີສລາບວ໌ ເຢຊີເພັນໂກ ໄດ້ຖືກກັກຂັງຢູ່ໃນແຫຼມໄຄຣເມຍທີ່ຣັດເຊຍໄດ້ຢຶດເອົາ ກ່ຽວກັບຂໍ້ກ່າວຫາ ມີອາວຸດປືນໃນຄອບ
ຄອງ, ເຊິ່ງລາວໄດ້ປະຕິເສດຕໍ່ຂໍ້ກ່າວຫາດັ່ງກ່າວ. ໃນຊ່ວງກາງເດືອນສິງຫາ, ສານສູງສຸດຂອງແຫຼມໄຄຣເມຍ ໄດ້ພິຈາລະນາການ​ຂໍ​ອຸ​ທອນຂອງທ້າວ ເຢຊີເພັນໂກ, ແລະໄດ້ຫຼຸດໂທດຈາກກາ​ນ​ຄຸມ​ຂັງ​ຢູ່​ນິ​ຄົມ​ນັກ​ໂທດ 6 ປີ ມາເປັນ 5 ປີ.

ພັນລະຍາຂອງ ທ້າວ ເຢຊີເພັນໂກ, ນາງແຄັດເທີຣີນາ ເຢຊີເພັນໂກ ກ່າວວ່າ ລາວພະຍາຍາມແລ້ວ ແຕ່ນາງບໍ່ສາມາດສົ່ງເຄື່ອງຂອງໄປໃຫ້ສາມີຂອງນາງໄດ້ທັນໃນວັນທີ 1 ກັນຍາ, ແລະສອງອາທິດຕໍ່ມາ ທັງນາງເອງ ແລະ ທະນາຍ ຄວາມກໍບໍ່ຮູ້ຄືກັນວ່າ ທ້າວວລາດີສລາບວ໌ ເຢຊີເພັນໂກ ຖືກ​ຂັງຢູ່ບ່ອນໃດ. ໃນວັນທີ 16 ກັນຍາ, ທ້າວເຢຊີເພັນໂກກໍໄດ້ໂທມາຈາກສະຖານທີ່ຄຸມຂັງຢູ່ໃນຂົງ ເຂດ ເຄີດສ໌ (Kerch).

ທ່ານໂວໂລດີເມຍ ພຣີຕູລາ (Volodymyr Prytula), ຜູ້ອໍານວຍການສ້າງ Krym.Realii ກ່າວຜ່ານຊູມວ່າ:

“ເຄີດ​ສ໌ ມີຈຸດດີຂອງມັນ. ອັນທໍາອິດ, ແຫຼມໄຄຣເມຍ ບໍ່ແມ່ນໄຊບີເຣຍ. ຫຼາຍກວ່ານັ້ນ, ນັບຕັ້ງແຕ່ລາວເຂົ້າໄປໃນຂົງເຂດເຄີດ​ສ໌, ທະນາຍຄວາມຂອງລາວທີ່ມາຈາກເມືອງຊິມເຟີໂຣໂປລ ຈະສາມາດຕິດຕໍ່ລາວໄດ້ສະດວກຂຶ້ນ.”

ນາງແຄັດເທີຣີນາ ເຢຊີເພັນໂກ ກ່າວວ່າ ສາມີຂອງນາງມີຄວາມສຸກ ແລະດີໃຈຫຼາຍທີ່ຖືກສົ່ງໄປສະຖານທີ່ຕ້ອງໂທດ, ເນື່ອງຈາກວ່າ ເວລາທີ່ລາວຖືກຂັງຄຸກຢູ່ໃນສະຖານທີ່ກັກຂັງນັ້ນ ມັນລໍາບາກຫຼາຍ, ເຊິ່ງນາງໄດ້ກ່າວຜ່ານຊູມວ່າ:

“ລາວຖືກຂັງຢູ່ໃນຄຸກນ້ອຍໆເປັນເວລາຮອດ 18 ເດືອນ, ມັນໄດ້ເຮັດໃຫ້ລາວອິດເມື່ອຍທັງທາງຮ່າງກາຍ ແລະຈິດໃຈ.”

ທ່ານເທັດເທຍນາ ເປຊົງຊິກ (Tetiana Pechonchyk), ປະທານຄະນະກໍາມະການຈາກສູນກາງສິດທິມະນຸດໃນເມືອງຊມີນາ (Zmina), ຮ້ອງກໍລະນີຂອງທ້າວເຢຊີເພັນໂກ ວ່າເປັນຕົວຢ່າງຍຸດທະສາດທົ່ວໄປໃນການດໍາເນີນງານຕ່າງໆຂອງຣັດເຊຍ, ແຕ່ເປັນກໍລະນີທີ່ບໍ່ຖືກຕ້ອງ.

ທ່ານເທັດເທຍນາ ເປຊົງຊິກ, ປະທານຄະນະກໍາມະການຊມີນາ ກ່າວຜ່ານຊູມວ່າ:

“ທ້າວວລາດີສລາບວ໌ ເຢຊີເພັນໂກ ຖືກລັກພາໂຕທໍາທິດໂດຍກຸ່ມຄົນຂອງໜ່ວຍບໍລິການຄວາມໝັ້ນຄົງ ຂອງລັດຖະບານກາງ ຣັດເຊຍ ຫຼື FSB, ຈາກນັ້ນ ພວກເຂົາກໍໄດ້ເອົາອາວຸດໄປໃສ່ຢູ່ໃນລົດ ແລະມີການສົມມຸດຂຶ້ນມາວ່າ ພວກເຂົາພົບອາວຸດຕ່າງໆເຫຼົ່ານັ້ນຢູ່ໃນລົດ. ຈາກນັ້ນ ພວກເຂົາກໍໄດ້ທໍລະມານລາວ ເພື່ອໃຫ້ລາວຮັບສາລະພາບ. ພວກເຮົາເຊື່ອວ່າ ມັນເປັນການສ້າງກໍລະນີດັ່ງ ກ່າວນີ້ຂຶ້ນມາ ເພື່ອໃຫ້ມັນເຊື່ອມໂຍງກັບການດໍາເນີນງານກ່ຽວກັບການເປັນນັກຂ່າວຂອງລາວ, ລາວຍັງໄດ້ດໍາເນີນການຊອກຫາ ແລະເກັບກໍາຂໍ້ມູນລາຍລະ ອຽດສໍາລັບອົງການຂ່າວຢູໂຣບເສລີຢູ່ໃນແຫຼມໄຄຣເມຍ. ຄໍາຕັດສິນດັ່ງກ່າວຂອງລາວຈະຕ້ອງຖືກລົງໂທດ, ທ້າວ ເຢຊີເພັນໂກ ຈະຕ້ອງໄດ້ຮັບອິດສະຫຼະ.”

ທະນາຍຄວາມຂອງທ້າວເຢຊີເພັນໂກ, ບັນດາເພື່ອນຮ່ວມງານຂອງລາວ ແລະຄອບຄົວຂອງລາວ ມີຄວາມຫວັງວ່າ ຈະຕ້ອງມີໂອກາດໃນການປ່ອຍໂຕເພື່ອແລກປ່ຽນນັກໂທດ, ແຕ່ຈາກນັ້ນ ສົງຄາມຢູ່ໃນ ຢູເຄຣນ ຊໍ້າພັດເລີ້ມຕົ້ນຂຶ້ນ.

ນາງແຄັດເທີຣີນາ ເຢຊີເພັນໂກ, ພັນລະຍາຂອງ ທ້າວວລາດີສລາບວ໌ ເຢຊີເພັນໂກ ກ່າວຜ່ານຊູມວ່າ:

“ໜ່ວຍງານທີ່ດໍາເນີນງານໃນການຮັບການຮ້ອງທຸກນັ້ນເກືອບວ່າບໍ່ເຮັດວຽກໃດໆ ໃນການແລກປ່ຽນດັ່ງກ່າວເລີຍ, ເຊິ່ງໃນທຸກມື້ນີ້ ແມ່ນຄວາມຮັບຜິດຊອບຂອງ
ໜ່ວຍງານສືບລັບທາງກອງທັບ. ມັນອາດຈະມີຄວາມຄືບໜ້າໃດນຶ່ງ, ແຕ່ບໍ່ມີການໃຫ້ຄໍາໝັ້ນສັນຍາໃດໆໄດ້.”

ເຈົ້າໜ້າທີ່ສອບສວນຄໍາຟ້ອງຂອງປະຊາຊົນ ທ່ານດີມິໂຕຣ ລູບີເນັທ (Dmytro Lubinets) ກ່າວວ່າ, ເຈົ້າໜ້າທີ່ດໍາເນີນງານຂອງທ່ານ ໄດ້ຂໍຮ້ອງໃຫ້ທາງການ ຣັດເຊຍ ປ່ອຍໂຕນັກໂທດທັງໝົດ, ແຕ່ບໍ່ມີການດໍາເນີນງານຕາມຂັ້ນຕອນຕ່າງໆແຕ່ຢ່າງໃດ, ເຊິ່ງ ທ່ານດີມິໂຕຣ ກ່າວຜ່ານຊູມວ່າ:

“ພວກເຮົາໄດ້ຍົກປະເດັນດັ່ງກ່າວນີ້ຂຶ້ນມາ, ແລະພວກເຮົາກໍຍັງຄົງຈະດໍາເນີນການແບບນີ້ຢູ່ຕໍ່ໄປ, ແຕ່ພວກເຂົາມີຄວາມລໍາຄານກ່ຽວກັບທຸກສິ່ງທີ່ເຊື່ອມຕໍ່ໄປໃສ່ແຫຼມໄຄຣເມຍ. ມັນເປັນສິ່ງສໍາຄັນສໍາລັບພວກເຮົາຫຼາຍ ທີ່ຈະຕ້ອງໄດ້ເອົາທຸກໆຄົນກັບຄືນມາ. ແລະກອງກໍາລັງຕິດອາວຸດຂອງຢູເຄຣນ ກໍາລັງເຮັດທຸກຢ່າງເພື່ອໃຫ້ໝັ້ນໃຈວ່າ ປະຊາຊົນຂອງພວກເຮົາໄດ້ກັບມາຫາຄອບຄົວຂອງພວກເຂົາເຈົ້າ.”

ທ່ານເປຊົງຊິກກ່າວວ່າ ນັບຕັ້ງແຕ່ສົງຄາມເລີ້ມຕົ້ນຂຶ້ນ, ບໍ່ມີນັກໂທດການເມືອງຄົນໃດໄດ້ຮັບການປ່ອຍໂຕເລີຍ, ໃນລະຫວ່າງທີ່ບັນດານັກຂ່າວເຊິ່ງພະຍາຍາມລາຍງານກ່ຽວກັບສະຖານະການຢູ່ໃນແຫຼມໄຄຣເມຍນັ້ນ ກໍຖືກຈັບ, ເຊິ່ງທ່ານເທັດເທຍນາ ເປຊົງຊິກ ກ່າວຜ່ານຊູມວ່າ:

“ມັນມີຄວາມສໍາຄັນຫຼາຍສໍາລັບພວກເຮົາທີ່ຈະຕ້ອງໃຫ້ຄວາມສົນໃຈ ແລະໄດ້ເອົາໃຈໃສ່ຕໍ່ບັນດານັກໂທດທາງການເມືອງ.”

ເພື່ອນຮ່ວມງານຂອງທ້າວເຢຊີເພັນໂກ ກໍໄດ້ເຮັດທຸກຢ່າງເທົ່າທີ່ພວກເຂາເຈົ້າເຮັດໄດ້ ໃນການຕໍ່ສູ້ເອົາລາວກັບຄືນມາ.

ທ່ານໂວໂລດີເມຍ ພຣີຕູລາ, ຜູ້ອໍານວຍການສ້າງ ຄຣີມ ຣຽວອີ (Krym Realii), ກ່າວຜ່ານຊູມວ່າ:

“ສະຖານີວິທະຍຸຢູໂຣບເສລີ/ວິທະຍຸເສລີພາບ ກໍາລັງຍົກປະເດັນດັ່ງກ່າວນີ້ຂຶ້ນມາໃນລະຫວ່າງການປະຊຸມເຈົ້າໜ້າທີ່ຂອງຢູເຄຣນ, ເຊັ່ນດຽວກັບນັກການເມືອງສະ ຫະລັດ ແລະບັນດາອົງການສາກົນຕ່າງໆ. ພວກເຮົາຈະລໍຖ້າເບິ່ງວ່າ ມັນຈະມີຜົນລົງທ້າຍແນວໃດ.”

ອີງຕາມ ທ່ານພຣີຕູລາ, ກໍລະນີຂອງທ້າວເຢຊີເພັນໂກ ໄດ້ເຮັດໃຫ້ການດໍາເນີນງານຂອງນັກຂ່າວອິດສະຫຼະຢູ່ໃນແຫຼມໄຄຣເມຍ ພົບຄວາມຫຍຸ້ງຍາກຂຶ້ນອີກ, ແລະບາງກໍລະນີກໍຕ້ອງໄດ້ຍຸຕິໜ້າທີ່ ຂອງພວກເຂົາເຈົ້າໄປ.

Russians have held Vladyslav Yesypenko, a Ukrainian journalist employed by VOA’s sister network Radio Free Europe, in captivity in Crimea for 18 months. He was arrested on charges of illegal possession of weapons, which he denies. In February, he was sentenced to a penal colony. Some human rights organizations believe he is a political prisoner. Iryna Solomko has the story.

Ukrainian journalist Vladyslav Yesypenko has been imprisoned in Russian-annexed Crimea on weapons possession charges, which he denies. In mid-August, Crimea’s supreme court reviewed Yesypenko’s appeal and reduced his sentence from six to five years in a penal colony.

Yespenko's wife, Kateryna Yesypenko, says she tried but couldn’t send him a package on September 1st, and for the next two weeks, neither she nor his lawyer knew his whereabouts. On September 16th, Vladyslav Yesypenko called from a penal colony in Kerch.

Volodymyr Prytula, Krym.Realii Executive Producer, UKR in ZOOM

“Kerch has its advantages. First of all, climate — it’s not Siberia. On top of that, since he’s in Kerch, his Simferopol-based lawyer will be able to contact him.”

Kateryna Yesypenko said her husband was happy to be sent to the colony — the time he spent at the detention facility was tough.

Kateryna Yesypenko, Vladislav Yesypenko’s Wife, UKR in ZOOM

“He’s been in a tiny cell for 18 months; it’s been psychologically and emotionally exhausting for him.”

Tetiana Pechonchyk, board chairperson at the human rights center Zmina, calls the Yesypenko case a typical example of Russian occupational tactics — falsifying cases.

Tetiana Pechonchyk, Zmina Board Chairperson, UKR in ZOOM

“Vladislav Yesypenko was first kidnapped by FSB [Russian Federal Security Service] people, then they planted weapons that they later supposedly found in his car. Then torture followed — he was physically tortured to make sure he confessed. We believe it’s a fabricated case linked to his journalism work – he continued to go to occupied Crimea and collect material for Radio Free Europe. His sentence should be annulled, and Yesypenko should be freed.”

Yesypenko’s lawyers, colleagues and family hoped there would a chance for his release in a prisoner exchange, but then the war in Ukraine started.

Kateryna Yesypenko, Vladislav Yesypenko’s Wife, UKR in ZOOM

“The ombudsman’s office barely does any exchanges – it’s the military intelligence agency’s job these days. There might be some progress, but no one can promise anything.”

Ukrainian Ombudsman Dmytro Lubinets said his office asked Russia to pass all the prisoners over, but no progress has been made.

Dmytro Lubinets, Ukrainian Ombudsman, UKR in ZOOM

“We’ve raised this issue and we will continue to do so, but they get annoyed about anything connected with Crimea. // It’s a matter of principle for us to get everyone back. And Ukraine’s Armed Forces are doing the most to make sure our citizens come back home.”

Pechonchyk says that since the war began, no political prisoners have been released — on the contrary, their number has increased, as journalists who tried to report on Crimea were arrested.

Tetiana Pechonchyk, Zmina Board Chairman, UKR in ZOOm)

"It’s important for us to keep the attention and focus on political prisoners.”

Yesypenko’s colleagues are also doing what they can to fight for his release.

Volodymyr Prytula, Krym Realii Executive Producer, UKR in ZOOM

“The president of Radio Free Europe/Radio Liberty keeps raising this issue during meetings with Ukrainian authorities, as well as with U.S. politicians and international organizations. We’ll see if this will result in anything."

According to Prytula, Yesypenko’s case has made the work of independent journalists in Crimea more difficult, and some had to cease activity.

XS
SM
MD
LG