ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ກອງປະຊຸມ ທີ່ລົ້ມແຫຼວ ອາດຕັ້ງຕົ້ນ ໃຫ້​ການ​ເຈ​ລະ​ຈານິວ​ເຄ​ລຍ ຮອບ​ໃໝ່ ໄດ້​ຮັບ​ໝາກ​ຜົນ


Failed Hanoi Summit Could Reset Productive Nuclear Talks
please wait

No media source currently available

0:00 0:02:19 0:00

ເຊີນຊົມ ວີດີໂອ ພາສາອັງກິດ ກ່ຽວກັບລາຍງານນີ້

ໃນຂະນະທີ່ກອງປະຊຸມສຸດຍອດນິວເຄລຍ ລະຫວ່າງ ສະຫະ ລັດ ກັບ ເກົາຫຼີເໜືອ ໃນ
ນະຄອນຮາໂນ່ຍ ໄດ້ຍຸຕິລົງຢ່າງກະທັນຫັນໂດຍປາດ ສະຈາກຂໍ້​ຕົກລົງ ເພື່ອຈຳກັດໄພ
ຂົ່ມຂູ່ຈາກໂຄງການນິວເຄລຍຂອງເກົາຫຼີເໜືອ ນັ້ນ ບັນດານັກວິເຄາະກ່າວວ່າ ມັນກໍບໍ່
ເປັນຄວາມລົ້ມແຫຼວທັງໝົດດອກ. ເຖິງ ແມ່ນວ່າໄດ້​ມີ​ການຂັດແຍ້ງກັນ ກ່ຽວກັບມາດຕະ
ການລົງໂທດຕ່າງໆ ບລາຍແອນ ແພດເດັນ (Brian Padden) ນັກຂ່າວຂອງວີໂອເອ
ລາຍງານວ່າ ປະທານາ ທິບໍດີ ດໍໂນລ ທຣຳ ປາກົດວ່າ ໄດ້ໃຫ້ຂໍ້ສັງເກດວ່າ ວໍຊິງຕັນ
ເປີດກວ້າງທີ່ຈະໃຫ້​ການຜ່ອນຜັນ ແລະເຕັມໃຈ ທີ່ຈະສະແຫວງຫາ ຂັ້ນຕອນການລຸດ
ຜ່ອນນິວ ເຄລຍ ເທື່ອລະກ້າວ ທີ່ ພຽງຢາງ ໄດ້ຮ້ອງຂໍມາ ຊຶ່ງເປັນສິ່ງ ພົວພັນກັບການ
ຍິນຍອມ ທີ່ໄດ້ຖືກຈຳກັດ ດ້ວຍຄວາມກ້າວໜ້າເປັນບາງສ່ວນ ດັ່ງທີ່ ໄຊຈະເລີນສຸກ
ຈະນຳເອົາລາຍລະອຽດ ຂອງລາຍງານນີ້ ມາສະເໜີທ່ານ ໃນອັນດັບຕໍ່ໄປ.


ຢູ່ໃນນະຄອນ ຮາໂນ່ຍ ປະທານາທິບໍດີ ທຣຳ ໄດ້ຍ່າງອອກຈາກ ກອງປະຊຸມສຸດຍອດ
ຄັ້ງທີ 2 ກັບ ຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ເພາະວ່າ ທ່ານໄດ້ກ່າວວ່າ ທ່ານ ກິມ
ຢາກໃຫ້ຜ່ອນຜັນ ມາດຕະການລົງ ໂທດທັງໝົດ ແລກກັບ ມາດຕະການປົດອາວຸດ
ນິວ​ເຄ​ລຍເທື່ອລະກ້າວ.

ປະທານາທິບໍດີ ດໍໂນລ ທຣຳ ກ່າວວ່າ “ໂດຍພື້ນຖານແລ້ວ ພວກເຂົາຢາກໃຫ້ຍົກເລີກ
ມາດຕະການລົງໂທດທັງໝົດເລີຍ ແລະພວກເຮົາ ບໍ່ສາມາດເຮັດຈັ່ງຊັ້ນໄດ້. ພວກເຂົາ ຕັມໃຈທີ່ຈະປົດອາວຸດນິວເຄລຍ ຂະໜາດໃຫຍ່ ໃນພາກສ່ວນທີ່ ພວກເຮົາຕ້ອງການ
ແຕ່ພວກເຮົາ ບໍ່ສາມາດຍົກເລີກ ມາດຕະການລົງໂທດທັງໝົດໄດ້ ເພື່ອແລກກັບ
ອັນນັ້ນ ດັ່ງນັ້ນ ພວກເຮົາຈະສືບຕໍ່ທຳງານແລະພວກເຮົາ ກໍຈະໄດ້ເຫັນ.”


ສ່ວນເກົາຫຼີເໜືອ ກ່າວວ່າ ຕົນໄດ້ຂໍໃຫ້ ພຽງແຕ່ໃຫ້ລຸດຜ່ອນບາງສ່ວນ ຂອງມາດຕະການ
ລົງໂທດ ທີ່ມີຜົນກະທົບຕໍ່ເສດຖະກິດເທົ່ານັ້ນ. ແຕ່ອາດເປັນໄປໄດ້ ວ່າ ໄມ້ງັດອັນສຳຄັນ
ສຸດຂອງທ່ານທຣຳ ທີ່ມີຢູ່ ໃນການເຈລະຈາດ້ານນິວເຄລຍ ກໍຄືການຈຳກັດ ຂອງອົງການ
ສະຫະປະຊາຊາດທີ່ວາງເອົາໄວ້ນັ້ນ ຊຶ່ງຈຳກັດການ ນຳເຂົ້ານ້ຳມັນຂອງປະເທດດັ່ງກ່າວ
ແລະຫ້າມການສົ່ງອອກໂດຍສ່ວນໃຫຍ່.

ທ່ານນາງ ເຈັນນີ ທາວນ໌ ນັກວິເຄາະກ່ຽວ​ກັບເກົາຫຼີ ຈາກສູນກາງ ສຕິມສັນ (Stimson
Center) ກ່າວວ່າ “ມັນບໍ່ເປັນທີ່ຈະແຈ້ງວ່າ ແມ່ນຫຍັງທີ່ທ່ານກິມ ຂໍມານັ້ນ ແຕ່ເປັນສິ່ງ
ທີ່ສູງ ແລະເກີນກວ່າ ທີ່ຈະສາມາດຮັບເອົາໄດ້ ສຳລັບ ປະເພດຂອງການແລກປ່ຽນ
ທີ່ພວກເຂົາເຈົ້າ ໄດ້ສະເໜີໄປ.”


ຂໍ້ຂັດແຍ້ງ ກ່ຽວກັບການຜ່ອນຜັນມາດຕະການລົງໂທດ ອາດສະແດງໃຫ້ເຫັນເຖິງ ຂີດຈຳ
ກັດໃນດ້ານການທູດແບບສ່ວນຕົວຂອງທ່ານທຣຳ ການພະຍາຍາມທີ່ ຈະບຳລຸງສົ່ງເສີມ
ມິດຕະພາບກັບທ່ານກິມ ເພື່ອຈະໄດ້ມາຊຶ່ງການຍິນຍອມຜ່ອນຜັນ.

ທ່ານນາງ ແຄດຕາຣິນ ມູນ ນັກວິເຄາະໃນດ້ານເກົາຫຼີ ຈາກ ສະຖາບັນ ບຣຸກ ກິງສ໌
(Brookings Institution) ກ່າວວ່າ “ທ່ານ ທຣຳ ໃນທີ່ສຸດ ກໍເຂົ້າໃຈວ່າ ສະເໜ່
ໃນການເຈລະຈາຂອງເພິ່ນນັ້ນ ແມ່ນບໍ່ໄດ້ຜົນ ທີ່ຈະນຳມາຊຶ່ງການປົດອາວຸດ
ນິວເຄລຍ.”


ເກົາຫຼີເໜືອ ແມ່ນເຊື່ອກັນວ່າ ມີອາວຸດນິວເຄລຍ 20 ຫາ 60 ລູກ ພ້ອມດ້ວຍລູກສອນໄຟ
ໄລຍະໄກ ທີ່ມີຄວາມອາດສາມາດ ແນໃສ່ແຜ່ນດິນໃຫຍ່ຂອງສະຫະລັດ.

ໃນລະຫວ່າງ ກອງປະຊຸມສຸດຍອດຄັ້ງທຳອິດ ລະຫວ່າງ ທ່ານທຣຳ ແລະທ່ານກິມ ທີ່
ປະເທດສິງກະໂປ ນັ້ນ ຜູ້ນຳເກົາຫຼີເໜືອ ໄດ້​ໃຫ້​ຄວາມໝັ້ນໝາຍຫຼາຍປະການ ທີ່ຈະ
ທຳງານໃຫ້ໄປສູ່ການປົດອາວຸດນິວເຄລຍ ຢ່າງຄົບຖ້ວນ.

ສ່ວນຢູ່ໃນຮາໂນ່ຍ ຄາດໝາຍກັນວ່າ ​ພວກຜູ້ນຳທັງສອງທ່ານ ຈະຕົກລົງກັນ ໃນມາດຕະ ການຕ່າງໆ ທີ່ເປັນຮູບປະທຳ ເຊັ່ນວ່າ ການທັບ​ມ້າງ ​ໂຮງ​ໄຟ​ຟ້າ​ນິວເຄ​ລຍ ຢອງ​ບີ​ຢອນ​
(Yongbyon) ທີ່ກັ່ນກອງທາດປລູໂຕນຽມເປັນພະລັງງານ ແລະເພື່ອການປັບປຸງສາຍ
ສຳພັນ ດ້ວຍການລົງນາມ ໃນການປະກາດສັນຕິພາບ.

ການເຈລະຈາຕ່າງໆ ກ່ອນ​ໜ້າກອງປະຊຸມສຸດຍອດນັ້ນ ຍັງເບິ່ງ​ຄືວ່າ ​ໄດ້​ສະແດງ​ໃຫ້
​ເຫັນເຖິງ ຄວາມເຕັມໃຈຂອງວໍຊິງຕັນ ທີ່ຈະຍອມຜ່ອນຜັນ ຕໍ່ການຮຽກຮ້ອງທີ່ມີມາ
ຍາວນານຂອງຕົນ ວ່າ ພຽງຢາງ ໃນຂັ້ນທຳອິດ ໃຫ້ທັບ​ມ້າງໂຄງການອາວຸດນິວເຄລຍ
ຂອງຕົນທັງໝົດ ກ່ອນທີ່ຈະສາມາດຍິນຍອມຜ່ອນຜັນໃດໆ ໃຫ້ໄດ້.

ທ່ານ ເຈມສ໌ ເມັກຄຽນ ຈາກສູນກາງຄວບຄຸມອາວຸດ ແລະການຫ້າມແຜ່ຜາຍ ອາວຸດ
ນິວເຄລຍ ກ່າວວ່າ “ມັນໃຫ້ຂໍ້ສັງເກດວ່າ ສະຫະລັດແມ່ນສົນໃຈ ໃນການເຮັດເທື່ອ
ລະກ້າວ ແບບວິທີເປັນຂັ້ນຕອນ ກັບ ເກົາຫຼີເໜືອ ຊຶ່ງເປັນສິ່ງທີ່ ອົງການຂອງຂ້າພະ
ເຈົ້າ ແລະ ອົງການອື່ນໆ ໄດ້ແນະນຳໃຫ້ເຮັດ ມາເປັນເວລາດົນນານ. ອັນນີ້ ແມ່ນ
ວິທີ ທີ່​ໄດ້ທັງໝົດຫຼືບໍ່ໄດ້ຫຍັງເລີຍ ຊຶ່ງເປັນວິທີທີ່ບໍ່ມີປະສິດທິພາບເລີຍ.”

​ໃນເວລານີ້ ທັງສອງຝ່າຍ ຍັງເບິ່ງ​ຄືວ່າ ເປີດໃຈທີ່ຈະສະແຫວງຫາ ຂໍ້ຕົກລົງດ້ານນິວ-
ເຄລຍ ແຕ່ບັນດານັກວິເຄາະ ກ່າວວ່າ ມັນອາດເຖິງເວລາ ໃຫ້ພວກນັກເຈລະຈາ ລະດັບ
ພະນັກງານ ແກ້ໄຂນະໂຍບາຍ ທີ່ສະລັບຊັບຊ້ອນໃນການເຫັນແຕກຕ່າງກັນນັ້ນ ກ່ອນທີ່
ບັນດາຜູ້ນຳ ຈະໝັ້ນໝາຍ ຈັດກອງປະຊຸມສຸດຍອດ ຄັ້ງຕໍ່ໄປ.

While the U.S.- North Korea nuclear summit in Hanoi ended abruptly without an agreement to restrict the North's threatening nuclear program, analysts say it was not a total failure.Despite the dispute over sanctions, VOA's Brian Padden reports, President Donald Trump seemed to indicate that Washington is open to compromise and willing pursue a step by step nuclear reduction process that Pyongyang has called for, one that links limited concessions to partial progress.

In Hanoi, President Trump walked away from his second meeting with North Korea leader Kim Jong Un, because he said Kim wanted total sanctions relief for only incremental denuclearization measures.

(President Donald Trump)
"Basically they wanted the sanctions lifted in their entirety, and we couldn't do that. They were willing to denuke a large portion of the areas that we wanted, but we couldn't give up all of the sanctions for that, so we'll continue to work and we'll see."

North Korea says it asked only for partial relief of sanctions that affect the economy.But perhaps the most important leverage Trump holds in nuclear negotiations are United Nations restrictions in place that limit the country's oil imports and bans most exports.

(Jenny Town, Korea Analyst, Stimson Center)
"It's a little unclear what that ask' was, but it was above and beyond what was acceptable for the type of exchange that they were proposing."

The dispute over sanctions relief may illustrate the limits of Trump's personal diplomacy, an attempt to nurture a friendship with Kim to gain concessions.

(Katharine Moon, Korea Analyst, The Brookings Institution)
"Mr. Trump finally understood that his personal charm offensive is not adequate to bring about denuclearization."

North Korea is believed to have 20 to 60 nuclear weapons along with the long range missile capability to target the U.S. mainland.

During the first Trump-Kim Summit in Singapore, the North Korean leader made a broad commitment to work toward complete denuclearization.

In Hanoi the two leaders were expected to agree to concrete measures such as dismantling the Yongbyon nuclear site that processes plutonium fuel, and to improve relations by signing a peace declaration.

The negotiations leading up to the summit also seemed to indicate Washington's willingness to compromise on its longstanding demand that Pyongyang first completely dismantle its nuclear program before there can be any concessions.

(James McKeon, Center for Arms Control and Non-Proliferation)
"It indicates that the U.S. is interested in doing a step-by-step, phased approach with North Korea, which is something that my organization and others have been recommending for a long time. This all-or-nothing approach was not going to be effective."

For now both sides still seem open to pursuing a nuclear deal, but analysts say, it may be time for staff-level negotiators to work out the complex policy differences before the leaders commit to another summit.

XS
SM
MD
LG