ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການໂຄສະນາຊວນເຊື່ອຂອງຣັດເຊຍ ແນເປົ້າໝາຍໃສ່ ມູນເຊື້ອ ຕາຕາໄຄຣເມຍ ຂອງຫົວໜ້າກະ​ຊວງປ້ອງກັນປະເທດຢູເຄຣນຄົນໃໝ່


ພວກ​ນັກ​ເຄື່ອນ​ໄຫວ​ຊາວ​ຢູ​ເຄ​ຣນ ແລະ​ຕາ​ຕາ​ໄຄ​ຣ​ເມຍ ຖື​ຮູບ​ທີ່​ລະ​ບຸ​ຊື່​ຜູ້​ເຄາະ​ຮ້າຍ ຈາກ​ການ​ຜະ​ໜວຍ​ເອົາ​​ແຫຼມ​ໄຄ​ຣ​ເມຍ ໃນ​ລະ​ຫວ່າງ​ການ​ໂຮມ​ຊຸມ​ນຸມ​ທີ່​ນະ​ຄອນ​ຫຼວງ​ກີ​ຢິບ ເມື່ອ​ວັນ​ທີ 26 ກຸມ​ພາ 2017. (Sergei Chuzavkov/AP)
ພວກ​ນັກ​ເຄື່ອນ​ໄຫວ​ຊາວ​ຢູ​ເຄ​ຣນ ແລະ​ຕາ​ຕາ​ໄຄ​ຣ​ເມຍ ຖື​ຮູບ​ທີ່​ລະ​ບຸ​ຊື່​ຜູ້​ເຄາະ​ຮ້າຍ ຈາກ​ການ​ຜະ​ໜວຍ​ເອົາ​​ແຫຼມ​ໄຄ​ຣ​ເມຍ ໃນ​ລະ​ຫວ່າງ​ການ​ໂຮມ​ຊຸມ​ນຸມ​ທີ່​ນະ​ຄອນ​ຫຼວງ​ກີ​ຢິບ ເມື່ອ​ວັນ​ທີ 26 ກຸມ​ພາ 2017. (Sergei Chuzavkov/AP)
​ອີ​ລີ​ຢາ ຊູ​ກາ​ນອບ

​ອີ​ລີ​ຢາ ຊູ​ກາ​ນອບ

ນັກ​ຂ່າວ​ສ​ປຸດ​ນິກ ທີ່​ມີ​ສຳ​ນັກ​ງານ​ຢູ່​ມົ​ສ​ກູ

"ນັກການເມືອງ [ຢູເມຣອຟ] ມີບົດບາດອັນຫ້າວຫັນໃນການເຜີຍແຜ່ການໂຄສະນາຊວນ ເຊື່ອຢ່າງໂຈ່ງແຈ້ງກ່ຽວກັບການຂົ່ມເຫັງຊຸມຊົນຊາວຕາຕາ ໄຄຣເມຍ ໂດຍຣັດເຊຍຢູ່ໃນ ແຫລມໄຄຣເມຍ -ຊຶ່ງເປັນການກ່າວອ້າງທີ່ບັນດາຜູ້ນໍາຊົນເຜົ່າຕາຕາໄຄຣເມຍ ທີ່ດໍາລົງ ຊີວິດຕົວຈິງຢູ່ໃນແຫຼມດັ່ງກ່າວ ໄດ້ປະຕິເສດຄັ້ງແລ້ວຄັ້ງເລົ່າ,"

ຜິດ

ໃນວັນ​ທີ 6 ກັນຍາຜ່ານມາ​ນີ້, ສະພາ​ແຫ່ງ​ຊາດ​ຢູເຄຣນ​ໄດ້​ຮັບຮອງ​ເອົາ​ທ່ານຣັສແທມ ຢູເມຣອຟ, ຊາວຕາຕາ ໄຄຣເມຍ ​ແລະ ເປັນຄົນທີ່ມັກຕໍາໜິ​ການກົດ​ຂີ່​ປະຊາຊົນ​ຢ່າງ​ເປັນ​ລະບົບຂອງຣັດ​ເຊຍຢ່າງແຮງນັ້ນ ໃຫ້​ເປັນ​ລັດຖະມົນຕີ​ກະຊວງ ປ້ອງ​ກັນ​ປະ​ເທດ​ຄົນ​ໃໝ່.

ບັນດາ​ນັກ​ສັງ​ເກດ​ການຊາວ​ຢູ​ເຄຣນ ຕີ​ລາຄາ​ການ​ເລືອກເອົາທ່ານຢູເມຣອຟ ​ຂອງ​ປະທາ ນາທິບໍດີ ໂວໂລດິເມຍ ເຊເລນສ໌ກີວ່າ ເປັນ​ສັນຍານບົ່ງບອກ​ວ່າ ກີຢິບ “ມີຄວາມຍຶດໝັ້ນ​ຕໍ່ການ​ຍຶດ​ເອົາແຫລມໄຄຣເມຍ ກັບຄືນມາ​ຈາກ​ການ​ຄວບ​ຄຸມ​ຂອງ​ຣັດ​ເຊຍ.”

ລັດ​ຖະ​ມົນ​ຕີກ​ະ​ຊວງ​ປ້ອງ​ກັນ​ປະ​ເທດ​ຄົນ​ໃໝ່ ຂອງ​ຢູ​ເຄ​ຣນ ທ່ານຣັ​ສ​ເແທມ ຢູ​ເມ​ຣອບ ໃນ​ລະ​ຫວ່າງ​ທີ່​ຖືກ​ນຳ​ສະ​ເໜີ​ເປັ​ນ​ຫົວ​ໜ້າ​ກະ​ຊວງ ພ​ວກ​ເຈົ້າ​ໜ້າທີ່ກອງ​ທັບ​ຢູ​ເຄ​ຣນ ແລະ​ບຸກ​ຄົນ​ອື່ນໆ ເມື່ອ​ວັນ​ທີ 7 ກັນ​ຍາ 2023. (Ukrainian Presidential Press Service)
ລັດ​ຖະ​ມົນ​ຕີກ​ະ​ຊວງ​ປ້ອງ​ກັນ​ປະ​ເທດ​ຄົນ​ໃໝ່ ຂອງ​ຢູ​ເຄ​ຣນ ທ່ານຣັ​ສ​ເແທມ ຢູ​ເມ​ຣອບ ໃນ​ລະ​ຫວ່າງ​ທີ່​ຖືກ​ນຳ​ສະ​ເໜີ​ເປັ​ນ​ຫົວ​ໜ້າ​ກະ​ຊວງ ພ​ວກ​ເຈົ້າ​ໜ້າທີ່ກອງ​ທັບ​ຢູ​ເຄ​ຣນ ແລະ​ບຸກ​ຄົນ​ອື່ນໆ ເມື່ອ​ວັນ​ທີ 7 ກັນ​ຍາ 2023. (Ukrainian Presidential Press Service)

ທ່ານຢູເມຣອຟ ເຄີຍເປັນຫົວຫນ້າກອງທຶນຊັບສິນແຫ່ງລັດຂອງຢູເຄຣນ. ທ່ານເປັນຊາວ ຕາຕາໄຄຣເມຍ ຄົນທໍາອິດທີ່ກໍາຕໍາແຫນ່ງໃນຄະນະລັດຖະບານຂອງຢູເຄຣນ.

ສື່​ມວນ​ຊົນ​ລັດ​ຣັດ​ເຊຍ​ໄດ້​ຕີຄວາມໝາຍໄປໃນ​ທາງ​ລົບ​ຕໍ່​ການ​ຍົກ​ຕໍາແໜ່ງຂອງທ່ານຢູ ເມຣອຟ ໃຫ້ສູງຂຶ້ນ ແລະ​ໄດ້​ປະ​ຕິ​ເສດ​ວ່າ ບໍ່ມີ​ການຂົ່ມເຫັງ​ຂອງ​ຣັດ​ເຊຍ​ຕໍ່​ປະ​ຊາ​ຊົນ ຊາວຕາຕາໄຄຣເມຍ.

"ນັກການເມືອງ [ຢູເມຣອຟ] ມີບົດບາດອັນຫ້າວຫັນໃນການເຜີຍແຜ່ການໂຄສະ ນາຢ່າງໂຈ່ງ ແຈ້ງ ກ່ຽວກັບການຂົ່ມເຫັງຊຸມຊົນຊາວຕາຕາ ໄຄຣເມຍ ໂດຍຣັດເຊຍ ຢູ່ໃນແຫລມໄຄຣເມຍ -ຊຶ່ງເປັນການກ່າວອ້າງທີ່ບັນດາຜູ້ນໍາຊົນເຜົ່າຕາຕາ ໄຄຣ ເມຍ ທີ່ດໍາລົງຊີວິດຕົວຈິງຢູ່ໃນແຫຼມ ດັ່ງກ່າວໄດ້ປະຕິເສດຄັ້ງແລ້ວຄັ້ງເລົ່າ," ອີງ ຕາມ ອີລີຢາ ຊຸກຄະນອຟ, ນັກຂ່າວຂອງອົງການ ຂ່າວ Sputnik ຂອງຣັດເຊຍ ທີ່ຕັ້ງຢູ່ໃນມົສກູຂຽນ.

ນັ້ນແມ່ນບໍ່ຖືກຕ້ອງ.

ຊາວຕາຕາໄຄຣເມຍ ແມ່ນກຸ່ມຊົນເຜົ່າເທີກ ຊຶ່ງເປັນຊົນເຜົ່າພື້ນເມືອງຂອງແຫຼມໄຄຣເມຍ ຂອງຢູເຄຣນ, ຊຶ່ງປັດຈຸບັນແມ່ນຢູ່ພາຍໃຕ້ການຍຶດຄອງຂອງຣັດເຊຍ. ສະຫະພາບ​ໂຊຫ​ວຽດ​ໄດ້​ເອົາ​ຊາວຕາ​ຕາ​ໄຄຣເມຍ ​ເຂົ້າ​ຢູ່ໃນ​ການ​ຂ້າລ້າງເຜົ່າພັນ ​ແລະ ຣັດ​ເຊຍ​ຍັງ​ສືບ​ຕໍ່ຕາມຫາ ເຜົ່າພັນ​ຂອງ​ເຂົາ​ເຈົ້າ​ຢ່າງ​ບໍ່​ຢຸດ​ຢັ້ງ ຫລັງ​ຈາກ​ໄດ້​ຜະໜວກເອົາ​ແຫຼມໄຄຣເມຍ​ເຂົ້າເປັນດິນ ແດນຂອງຕົນແລ້ວ​ໃນ​ປີ 2014.

ໃນ​ທັນທີ ​ຫຼັງ​ການ​ຜະໜວກ​ເອົາແລ້ວ ຄະນະບໍລິຫານການຍຶດຄອງ​ຂອງຣັດ​ເຊຍ ກໍ​ໄດ້​ປາບ​ການ​ເຄື່ອນ​ໄຫວ​ແຫ່ງ​ຊາດ​ຂອງ​ຊາວຕາຕາ ໄຄຣເມຍໃຫ້ຍຸຕິລົງ ​ແລະ​ບັງຄັບ​ໃຫ້​ຜູ້​ນໍາ​ຂອງ​ພວກເຂົາ​ຖືກ​ເນລະ​ເທດໄປຢູ່ບ່ອນອື່ນ.

ອົງ​ການ​ໃໝ່​ທີ່​ມົສ​ກູ​ຖືກສ້າງ​ຂຶ້ນ​ເພື່ອ​ຮຽນ​ແບບ​ການ​ນຳ​ພາຂອງ​ຊາວຕາຕາ ໄຄຣເມຍ ແມ່ນຖືກ​ຄວບ​ຄຸມ​ຢ່າງ​ເຕັມ​ສ່ວນ​ໂດຍ​ຣັດ​ເຊຍ ດ້ວຍມີ​ຄຳ​ຖະ​ແຫຼງ ຢ່າງເປີດເຜີຍ ​ຂອງ​ຕົນທີ່​ສະທ້ອນ​ເຖິງ​ຄຳ​ບັນ​ລະຍາຍຢູ່ໃນ​ການ​ໂຄສະນາ ຊວນເຊື່ອ​ຂອງ​ວັງເຄຣມລິນ.

ໃນບົດຂຽນຢູ່ໜັງສືພິມ Sputnik ຂອງລາວນັ້ນ, ທ່ານຊຸກຄະນອຟ ຂຽນວ່າ "ຊີວະປະຫວັດ ຂອງທ່ານຢູເມຣອຟ ແມ່ນກົງໄປກົງມາສໍາລັບຄົນທີ່ມາຈາກຫ້ອງຮຽນ ການເມືອງທີ່ສະຫນັບ ສະຫນູນຕາເວັນຕົກຂອງຢູເຄຣນ," ໂດຍຂຽນວ່າ ທ່ານເກີດ ໃນປີ 1982 "ໃນເຂດອຸສເບັກກິສຖານຂອງໂຊຫວຽດ."

ທ່ານຊຸກຄະນອຟ ບໍ່ໄດ້ເວົ້າໃຫ້ຄົບໝົດວ່າ ທ່ານຢູເມຣອຟ ເກີດຢູ່ໃນອຸສເບັກກິສຖານກໍ ຍ້ອນວ່າ ຄອບຄົວຂອງທ່ານຖືກເນລະເທດອອກຈາກແຫລມໄຄຣເມຍ ໃນຊຸມປີ 1940, ພ້ອມກັນກັບຊາວຕາຕາໄຄຣເມຍຄົນອື່ນໆ ເຊິ່ງເປັນສ່ວນນຶ່ງ ຂອງການ "ຫັນປ່ຽນຄົນບໍ່ໃຫ້ ເປັນຊາວຕາຕາຂອງໄຄຣເມຍ" ຂອງຈອມຜະເດັດການໂຈເຊັຟ ສຕາລິນ.

ນັ້ນແມ່ນກົງກັນກັບ"ການຫັນຄົນໃຫ້ເປັນຣັດເຊຍ" ຂອງແຫລມໄຄຣເມຍ ເຊິ່ງລວມທັງ ການຫ້າມບໍ່ໃຫ້ໃຊ້ພາສາຕາຕາໄຄຣເມຍອີກດ້ວຍ.

ໃນປີ 2021, ທ່ານຢູເມຣອຟ ໄດ້ເລົ່າຄືນສິ່ງທີ່ເກີດຂຶ້ນກັບຄອບຄົວຂອງທ່ານ ແລະຊາວຕາຕາ ໄຄຣເມຍຄົນອື່ນໆ, ໂດຍຂຽນວ່າ ການເນລະເທດແມ່ນ "ນຶ່ງໃນ ການກໍ່ອາຊະຍາກໍາທີ່ໃຫຍ່ ທີ່ສຸດຂອງລະບອບໂຊຫວຽດ" ແລະ "ເລີ່ມຕົ້ນດ້ວຍ ການເອົາຜູ້ປົກຄອງທີ່ຜະເດັດການຂຶ້ນ ກໍາອໍານາດໃນເວລາທີ່ທໍາການດັບສູນ ພວກເຂົາຢູ່ທົ່ວທັງປະເທດ."

ທ່ານຢູເມຣອຟ ຂຽນວ່າດ້ວຍການຍຶດເອົາແຫລມໄຄຣເມຍໃນປີ 2014, ຣັດເຊຍ ກໍາລັງສືບຕໍ່ "ນະໂຍບາຍກົດຂີ່ຂົ່ມເຫັງຂອງຕົນຕໍ່ຊາວຕາຕາໄຄຣເມຍ" ຜູ້ທີ່ຖືກບັງຄັບໃຫ້ຕໍ່ສູ້ເພື່ອມາ​ຕຸ​ພູມ ໃນປະຫວັດສາດຂອງຕົນ.”

ໃນເດືອນເມສາຜ່ານມາ, ຄະນະກໍາມາທິການດ້ານສິດທິມະນຸດຂອງສະພາຢູໂຣບ ກ່າວວ່າ ຊາວຕາຕາ ໄຄຣເມຍ "ໄດ້ຖືກປະເຊີນກັບການລະເມີດສິດທິມະນຸດ ທີ່ ບໍ່ມີວັນສິ້ນສຸດ ແລະຖືກຂັບໄລ່ອອກຈາກບ້ານເກີດເມືອງນອນຂອງບັນພະບູລຸດ ຂອງເຂົາເຈົ້າຢ່າງບໍ່ຍຸຕິທໍາ ຫຼາຍຄັ້ງ ຫລາຍຫົນໃນປະຫວັດສາດທີ່ມີຄວາມຫຍຸ້ງຍາກຂອງເຂົາເຈົ້າ."

ສູນຊັບພະຍາກອນຕາຕາ ໄຄຣເມຍຊຶ່ງເປັນອົງການທີ່ບໍ່ຂຶ້ນກັບລັດຖະບານ ຕັ້ງຢູ່ໃນຢູເຄຣນ ໄດ້ບັນທຶກວ່າ ມີ ການລ່ວງລະເມີດສິດທິຂອງຜູ້ຕາງຫນ້າຂອງ ຊາວຕາຕາ ໄຄຣເມຍ 5,613 ຄັ້ງ ນັບຕັ້ງແຕ່ປີ 2014 ຫາເດືອນທັນວາ 2022.

ອົງການສິ້ງຊອມດ້ານສິດທິມະນຸດ Human Rights Watch ລາຍງານໃນປີ 2017 ວ່າ ພາຍໃຕ້ການຍຶດຄອງຂອງຣັດເຊຍ ຜູ້ຕາງຫນ້າຂອງຊຸມຊົນ ແລະຜູ້ສະຫນັບສະຫນູນ ຂອງເຂົາເຈົ້າ, ລວມທັງນັກຂ່າວ, ນັກຂຽນບລັອກ ຫລື blogger, ແລະ ພວກນັກເຄື່ອນໄຫວ ໄດ້ຕົກເປັນເປົ້າຫມາຍຂອງການຮາວີ, ການນາບຂູ່, ການຂົ່ມຂູ່, ການບຸກລຸກ ແລະການ ຊອກຫາເຮືອນຂອງເຂົາເຈົ້າ ແບບຜິດກົດ ຫມາຍ, ການໂຈມຕີທາງຮ່າງກາຍ, ແລະການ ບັງຄັບໃຫ້​ຫາຍ​ສາບ​ສູນ.

ໃນປີ 2015, ທ່ານນາງວາເລີຣິຢາ ລູດຄອຟສະກາຢາ (Valeriya Lutkovskaya) ທີ່ໃນຕອນນັ້ນ ເປັນຄະນະກໍາມາທິການຂອງສະພາສິດທິມະນຸດ ຂອງຢູເຄຣນ ໄດ້ພັນລະນາເຖິງແຫລມໄຄຣເມຍພາຍໃຕ້ການຍຶດຄອງຂອງຣັດ ເຊຍວ່າເປັນ "ແຫຼມແຫ່ງຂອງ ຄວາມຢ້ານກົວ."

ໃນ​ລະ​ຫວ່າງ​ການ​ຮຸກ​ຮານ​ຂອງ​ຣັດ​ເຊຍ​ແລະ​ການ​ຍຶດ​ເອົາແຫລມໄຄຣເມຍໃນ​ເດືອນ​ກຸມ​ພາ​ຫາ​ເດືອນ​ມີ​ນາ 2014​ ນັ້ນ ຊາວຕາຕາໄຄຣເມຍຈໍານວນນຶ່ງໄດ້ທໍາ ການ​ປະ​ທ້ວງ​ຢ່າງ​ສັນ​ຕິ​. ຕໍ່ມາຫຼາຍຄົນໄດ້ຖືກລັກພາຕົວ ແລະຖືກທໍລະມານ.

ທ່ານເຣຊາດ ອາເມທອຟ (Reshat Ametov) ໄດ້ຖືກຄາດຕະກຳ ຫຼັງຈາກຖືກລັກພາຕົວ ໄປໃນຕອນກາງເວັນທີ່ໂຈ່ງແຈ້ງ ໃນຂະນະທີ່ທໍາການປະທ້ວງການບຸກລຸກຂອງຣັດເຊຍ ເຂົ້າໄປໃນໄຄຣເມຍ ໃນເດືອນມີນາ 2014. ສົບຂອງລາວເຊິ່ງໃນເວລາຕໍ່ມາໄດ້ຖືກພົບເຫັນ ຢູ່ໃນປ່າໂດຍມີຮ່ອງຮອຍບົ່ງບອກຢ່າງຈະແຈ້ງວ່າຖືກທໍລະມານ.

ເພື່ອ​ສະກັດ​ກັ້ນ​ການ​ຕໍ່ຕ້ານການຍຶດຄອງ​ທີ່​ຜິດ​ກົດໝາຍ​ຂອງ​ມົສກູ, ເຈົ້າໜ້າທີ່​ປົກຄອງ​ຣັດ​ເຊຍ ​ໄດ້​ຫ້າມ​ອົງການ​ຜູ້ຕາງໜ້າ​ຂອງຊາວຕາຕາໄຄຣເມຍທີ່​ຊື່​ວ່າ ເມຈລິສ (Mejlis), ​ໂດຍ​ເອີ້ນ​ມັນ​ວ່າ​ເປັນ​ອົງການ​ຫົວ​ຮຸນ​ແຮງຈັດ. ຄ້າຍຄືກັນກັບ ຊາວຕາຕາໄຄຣເມຍສ່ວນໃຫຍ່ ອົງການເມຈລິສ (Mejlis) ຄັດຄ້ານການຍຶດຄອງ ຢູເຄຣນຂອງຣັດເຊຍ.

ອຳນາດ​ການ​ປົກຄອງ​ຣັດ​ເຊຍ ຢູ່ໃນແຫລມໄຄຣເມຍ ຍັງ​ໄດ້​ປິດ​ຊ່ອງ​ໂທລະພາບ​ ATR ທີ່ມີຊ່ອງດຽວເທົ່ານັ້ນ​ຂອງ​ແຫຼມ​ດັ່ງກ່າວ ທີ່​ອອກ​ອາກາດ​ເປັນ​ພາສາຕາຕາ ໄຄຣເມຍ.

ອະດີດປະທານອົງການເມຈລິສ, ທ່ານມຸສຕາຟາ ເຊີມີເລຟ (Mustafa Dzhemilev) ໄດ້ຖືກຫ້າມບໍ່ໃຫ້ເຂົ້າໄປໃນແຫລມໄຄຣເມຍ Crimea ເປັນເວລາ ເກືອບນຶ່ງທົດສະວັດ. ລາວ​ໄດ້​ຖືກ​ຕັດສິນ​ລົງ​ໂທດ​ແບບລັບຫລັງໃນ​ປີ​ກາຍ​ນີ້ ​ໃນ​ຂໍ້​ຫາ​ພະຍາຍາມ​ກັບເຂົ້າ​ໄປ​ໃນແຫລມ ໄຄຣເມຍອີກ “ຢ່າງ​ຜິດ​ກົດໝາຍ” ​ໃນ​ປີ 2014.

ທ່ານ​ມຸ​ສ​ຕາ​ຟາ ເຊ​ມີ​ເລັບ ເຂົ້າ​ຮ່ວມ​ໂຮມ​ຊຸມ​ນຸມ​ເມື່ອ​ວັນ​ທີ 18 ພຶດ​ສະ​ພາ 2014 ທີ່​ກີຢ​ີບ ເນື່ອງ​ໃນ​ວັນ​ຄົບ​ຮອບ 70 ປີ ໃນ​ການ​ເນ​ລະ​ເທດ​ຊາວ​ຕາ​ຕາ​ໄຄ​ຣ​ເມຍ. (Sergei Chuzavkov/AP)
ທ່ານ​ມຸ​ສ​ຕາ​ຟາ ເຊ​ມີ​ເລັບ ເຂົ້າ​ຮ່ວມ​ໂຮມ​ຊຸມ​ນຸມ​ເມື່ອ​ວັນ​ທີ 18 ພຶດ​ສະ​ພາ 2014 ທີ່​ກີຢ​ີບ ເນື່ອງ​ໃນ​ວັນ​ຄົບ​ຮອບ 70 ປີ ໃນ​ການ​ເນ​ລະ​ເທດ​ຊາວ​ຕາ​ຕາ​ໄຄ​ຣ​ເມຍ. (Sergei Chuzavkov/AP)

ໃນປີ 2021, ປະທານອົງການເມຈລິສ, ທ່ານເຣີແຟດ ຈູບາຣອຟ (Refat Chubarov) ໄດ້ຖືກຕັດສິນໂທດ ຈຳຄຸກ 6 ປີ ຍ້ອນຄັດຄ້ານການຍຶດຄອງ ແລະ ການຜະໜວກເອົາແຫລມ ໄຄຣເມຍຂອງຣັດເຊຍ. ເຈົ້າໜ້າທີ່ປົກຄອງ​ຣັດ​ເຊຍ ​ໄດ້​ກ່າວ​ຫາ​ທ່ານ​ວ່າ ​ໄດ້​ຈັດຕັ້ງ​ການ​ກໍ່ຄວາມວຸ້ນວາຍຄັ້ງ​ໃຫຍ່​ໃນ​ປີ 2014.

ໃນປີ 2017, ທ່ານ ອັກແທມ ຊີວກອສ໌ (Akhtem Chiygoz) ຜູ້ນໍາຊາວຕາຕາ ໄຄຣເມຍອີກ ຄົນນຶ່ງ ໄດ້ຖືກຕັດສິນລົງໂທດຫລັງຈາກໄດ້ມີສິ່ງທີ່ ອົງການນິລະໂທດກໍາສາກົນເອີ້ນວ່າ "ການໄຕ່ສວນຄະດີແບບຈອມປອມ", ໂດຍໃຫ້ຖືກຈໍາຄຸກແປດປີຍ້ອນ "ການຈັດຕັ້ງການລົບ ກວນຢ່າງໃຫຍ່" ໃນປີ 2014.

ຮອງຜູ້ນໍາອົງການເມຈລິສ, ທ່ານອີລມີ ຢູເມຣອຟ ໄດ້ຖືກການປະຕິບັດ "ແບບເປັນການລົງ ໂທດດ້ານຈິດຕະວິທະຍາ" ທີ່ໃຊ້ໃນຍຸກໂຊຫວຽດໂດຍຖືກບັງຄັບໃຫ້ຍ້າຍໄປຢູ່ໃນໂຮງຫມໍ ໂຣກຈິດ ແລະຖືກຮັກສາໄວ້ຢູ່ໃນທີ່ນັ້ນ.

ຄ້າຍໆກັນນັ້ນ ເຈົ້າ​ໜ້າ​ທີ່​ຍຶດຄອງ​ກໍ​ໄດ້​ກ່າວ​ຫາທ່ານຢູເມຣອຟວ່າ ທໍາ​ການ​ແບ່ງ​ແຍກ​ດິນ​ແດນ​ຍ້ອນການ​ປະ​ນາມ​ການ​ຜະໜວກເອົາແຫລມໄຄຣເມຍຂອງຣັດ​ເຊຍ​.

ເຈົ້າໜ້າທີ່ເທີກີ ແລະ ຢູເຄຣນສາມາດ ຮັບປະກັນໃຫ້ມີການປ່ອຍຕົວ ທ່ານ ຊີວກອສ໌ ແລະ ຢູເມຣອຟ ໃນປີ 2017. ທັງສອງຄົນໄດ້ກັບຄືນໄປຍັງຢູເຄຣນ.

ເຈົ້າ​ໜ້າ​ທີ່​ຣັດ​ເຊຍໄດ້​ລວມເອົາການ​ປະຕິດບັດຕາມ​ຄວາມ​ເຊື່ອ​ທາງ​ດ້ານ​ການ​ເມືອງ ແລະ​ທາງ​ສາດ​ສະ​ໜາຂອງ​ຊາວຕາຕາໄຄຣເມຍ ເຂົ້າເປັນອັນດຽວ​ກັນ​ກັບການເຂົ້າຮ່ວມການ​ກໍ່​ການ​ຮ້າຍຢຄ່ຕະຫລອດ.

ໃນເດືອນມັງກອນຜ່ານມາ ຊາວຕາຕາ ໄຄຣເມຍ 5 ຄົນ ຖືກຕັດສິນໃຫ້ຈໍາຄຸກ 13 ປີ ໃນຂໍ້ ກ່າວຫາກໍ່ການຮ້າຍທີ່ຫນ້າສົງໄສ.

ນຶ່ງໃນຜູ້ຊາຍເຫຼົ່ານັ້ນ ກໍຄືທ່ານເຊີມີລ ກາຟາຣອຟ (Dzhemil Gafarov) ໄດ້ເສຍ ຊີວິດຢູ່ໃນ ການຄຸມຂັງໃນເດືອນກຸມພາຫຼັງຈາກການບໍ່ສົນໃຈໃຫ້ປິ່ນປົວທາງການແພດມາໄດ້ຫຼາຍປີ.

ອີງຕາມ ​ສະພາ​ຢູໂຣບ​ແລ້ວ ກຳລັງທະຫານ​ຍຶດຄອງ​ຂອງຣັດ​ເຊຍ​ໄດ້​ສະ​ແດງ​ໃຫ້​ເຫັນເຖິງ "ທັດ ສະນະ​ທີ່​ກົດ​ຂີ່ ​ແລະ​ຈຳ​ແນ​ກຫຼາຍ​ຂຶ້ນ" ຕໍ່​ຊາວ​ຕາຕາ ໄຄຣເມຍ ນັບ​ຕັ້ງແຕ່​ມົສກູ​ໄດ້​ບຸກ​ລຸກ​ຢູເຄຣນຢ່າງ​ເຕັມ​ສ່ວນ​ໃນ​ເດືອນ​ກຸມພາ​ປີ 2022.

ໃນປີ 2022, ທ່ານເຊີມີເລຟ ກ່າວຕໍ່ຫນັງສືພິມກາດຽນ (Guardian) ຂອງອັງກິດວ່າ ຊາວ ຕາຕາໄຄຣເມຍ ໄດ້ປະເຊີນກັບ 85 ເປີເຊັນ ຂອງການຈັບກຸມຍ້ອນ ເຫດຜົນທາງການເມືອງ ແລະການຄົ້ນຫາທີ່ຜິດກົດຫມາຍໃນແຫລມໄຄຣເມຍ ເຖິງແມ່ນວ່າ ພົນລະເມືອງຂອງເຂົາເຈົ້າ ຈະກວມເອົາ 13-15 ເປີເຊັນ ຂອງປະຊາກອນໃນແຫຼມດັ່ງກ່າວກໍຕາມ.

ຕັ້ງ​ແຕ່​ຣັດ​ເຊຍ​ໄດ້​ບຸກ​ເຂົ້າ​ໄປ​ໃນ​ເດືອນ​ກຸມພາ​ປີ 2022, ຊາວຕາຕາ ໄຄຣເມຍຍັງ​ໄດ້ຕົກ​ເປັນ​ເປົ້າ​ໝາຍທີ່​ບໍ່​ສົມເຫດສົມຜົນ​ໃນ​ການ​ເກນ​ເຂົ້າ​ໄປ​ເປັນທະຫານ​ກອງ​ທັບ​ຣັດ​ເຊຍອີກດ້ວຍ.

ອົງການ CrimeaSOS ຊຶ່ງເປັນອົງການສິດທິມະນຸດຂອງຢູເຄຣນ ທີ່ສ້າງຕັ້ງຂຶ້ນພາຍຫຼັງ ການຍຶດຄອງຂອງຣັດເຊຍ ກ່າວວ່າ 10,000 ຄົນໄດ້ຖືກເກນໄປເປັນ ທະຫານຢູ່ໃນແຫລມ ໄຄຣເມຍໃນລະດູໃບໄມ້ລົ່ນທີ່ຜ່ານມາ - ຊຶ່ງຫລາຍກວ່າການອັດຕາການເກນທະຫານຢູ່ ໃນສະຫະພັນຣັດເຊຍ 2.5 ເທົ່າ.

ນັກວິເຄາະຂອງອົງການ CrimeaSOS, ທ່ານເຢບເຈນີ ຢາໂຣສເຊນໂກ (Yevgeny Yaroshenko) ຄາດຄະເນວ່າ ຊາວຕາຕາໄດ້ຮັບ 90 ເປີເຊັນ ຂອງການຮຽກຮ້ອງ ໃຫ້ ເປັນທະຫານເຫຼົ່ານັ້ນ.

ການ​ເກນເອົາ​ຊາວ​ເມືອງທີ່ອາ​ໄສ​ຢູ່​ໃນ​ອາ​ນາ​ເຂດ​ທີ່​ຖືກຍຶດ​ຄອງ​ໄປເປັນທະຫານ ​ແມ່ນລະ​ເມີດຕໍ່​ສົນ​ທິ​ສັນ​ຍາ​ເຈ​ນີ​ວາ.

ການແຕ່ງຕັ້ງທ່ານຢູເມຣອຟ, ອີງຕາມ ນັກຂ່າວເວໂຣນິກາ ແມລໂຄເຊໂຣວາ (Veronika Melkozerova) ຂອງຢູເຄຣນແລ້ວ ແມ່ນເປັນສັນຍານບົ່ງບອກວ່າ ຢູເຄຣນມີຄວາມ "ຍຶດໝັ້ນຕໍ່ການຍຶດເອົາແຫລມໄຄຣເມຍກັບຄືນມາຈາກການຄວບຄຸມຂອງຣັດເຊຍ."

ທີ່​ມາ ພະ​ແນກ Polygraph ຂອງວີ​ໂອ​ເອ

XS
SM
MD
LG