ວັນທີ 23 ສິງຫາ, ປະທານາທິບໍດີຣັດເຊຍ, ທ່ານວລາດິເມຍ ປູຕິນ ພົບກັບທ່ານເລໂອນິດ ພາເຊັກນິກ, ຮັກສາການຜູ້ນໍາສາທາລະນະລັດປະຊາຊົນລູຮານສ໌ -ເຂດແຍກຕົວອອກທີ່ຄວບຄຸມໂດຍມົສກູໃນພາກຕາເວັນອອກຢູເຄຣນ.
ການສົນທະນາຂອງເຂົາເຈົ້າຢູ່ໃນວັງເຄຣມລິນກວມເອົາເລື້ອງສົງຄາມຂອງຣັດເຊຍໃນຢູເຄຣນ.
ອົງການອອກອາກາດ RT ຂອງຣັດເຊຍລາຍງານວ່າ ການບຸກໂຈມຕີຕອບໂຕ້ຄືນຂອງຢູເຄຣນໃຊ້ກຳລັງຄົນ ແລະອຸປະກອນຢ່າງຫຼວງຫຼາຍ ແຕ່ບໍ່ສາມາດບັນລຸຜົນທີ່ສໍາຄັນໃນການຍຶດເອົາດິນແດນມາ.
ໃນການສະຫຼຸບຄໍາເຫັນຂອງທ່ານປູຕິນນັ້ນ, RT ກ່າວວ່າ: "ຢູເຄຣນເອົາທະຫານຂອງຕົນໄປເປັນເຫຍື່ອແກ່ທະຫານ ຣັດເຊຍແບບບໍ່ສົນຫຍັງເລີຍ" ແລະ "ບໍ່ໄດ້ປະຕິບັດຕໍ່ທະຫານຂອງຕົນແບບເປັນມະນຸດເລີຍ."
ຫຼື ດັ່ງຢູ່ໃນຄໍາເວົ້າຂອງທ່ານປູຕິນທີ່ວ່າ:
"ພວກເຂົາກຳລັງໂຍນ [ທະຫານຢູເຄຣນ] ໃສ່ສະຫນາມລະເບີດຝັງດິນຂອງພວກເຮົາ, ພາຍໃຕ້ການຍິງປືນໃຫຍ່ຂອງພວກເຮົາ, ເຮັດຄືກັນກັບວ່າ ພວກເຂົາບໍ່ແມ່ນພົນລະເມືອງຂອງຕົນໜີ້ຫລະ. ມັນຫນ້າອະໜາດໃຈ.”
ນັ້ນແມ່ນບໍ່ຖືກຕ້ອງ.
ບົດຄວາມຂອງ RT ອ້າງເຖິງຄວາມເປັນຫ່ວງທີ່ເຈົ້າໜ້າທີ່ຝ່າຍຕາເວັນຕົກສະແດງອອກໃນຫລາຍອາທິດຜ່ານມານີ້ ກ່ຽວກັບວ່າ ການໂຈມຕີຕອບໂຕ້ຄືນຂອງຢູເຄຣນຈະສຳເລັດບໍ່.
ແຕ່ ກົງກັນຂ້າມກັບການກ່າວອ້າງຂອງທ່ານປູຕິນ, ເຫດຜົນສຳຄັນຂອງຄວາມກັງວົນເຫຼົ່ານັ້ນ ແມ່ນຄວາມພະຍາຍາມຂອງຢູເຄຣນ ໃນການຫຼີກເວັ້ນການສູນເສຍໃນການສູ້ລົບທີ່ບໍ່ຈຳເປັນ.
ທ່ານປູຕິນ ແລະຄົນອື່ນໆຂຽນວ່າການບຸກໂຈມຕີຄືນຂອງຢູເຄຣນລົ້ມແຫຼວນັບຕັ້ງແຕ່ມັນເລີ້ມຂຶ້ນໃນເດືອນມິຖຸນາ. ລາຍງານຂອງວໍຊິງຕັນພົສສະບັບທີ່ພິມອອກມາໃນວັນທີ 17 ສິງຫາ ແມ່ນນຶ່ງໃນບົດຄວາມມໍ່ໆມານີ້ ທີ່ຊີ້ໃຫ້ເຫັນວ່າເຈົ້າໜ້າທີ່ຕາເວັນຕົກນັບມື້ບໍ່ເຊື່ອຫຼາຍຂຶ້ນວ່າ ກີຢິບຈະສາມາດຍຶດເອົາດິນແດນສ່ວນໃຫຍ່ທີ່ຣັດເຊຍຍຶດຄອງໃນພາກຕາເວັນອອກ ແລະພາກໃຕ້ຂອງຢູເຄຣນກັບມາໄດ້.
ປັດຈຸບັນຣັດເຊຍຍຶດຄອງປະມານ 1/5 ຂອງດິນແດນຢູເຄຣນ.
ໜັງສືພິມວໍຊິງຕັນໂພສທ໌ ໂດຍອ້າງອີງເຖິງການປະເມີນຂອງອົງການສືບລັບສະຫະລັດກ່າວວ່າ ກຳລັງຂອງຢູເຄຣນຈະບໍ່ສາມາດໄປເຖິງເມືອງເມລິໂທໂປລຢູ່ພາກຕາເວັນອອກສຽງໃຕ້ໄດ້ ຊຶ່ງຈະກີດກັນບໍ່ໃຫ້ກີຢິບບັນລຸ "ຈຸດປະສົງຫຼັກຂອງຕົນໃນການຕັດຂົວທາງບົກຂອງຣັດເຊຍ" ເພື່ອຂ້າມໄປຫາແຫຼມໄຄຣເມຍທີ່ຣັດເຊຍຍຶດຄອງນັ້ນໄດ້.
ສະຖາບັນການສຶກສາກ່ຽວກັບສົງຄາມ, ອົງການຄົ້ນຄວ້າທີ່ຕັ້ງຢູ່ໃນວໍຊິງຕັນດີຊີ, ແລະນັກວິເຄາະອື່ນໆໂຕ້ແຍ້ງວ່າ ການຍຶດເອົາເມືອງເມລິໂທໂປລ ແມ່ນວິທີດຽວສໍາລັບຢູເຄຣນທີ່ຈະ "ຕັດຂົວທາງບົກຂອງຣັດເຊຍໄດ້."
ເຈົ້າໜ້າທີ່ສະຫະລັດ ກ່າວອີກວ່າ ຄວາມລົ້ມແຫຼວທາງຍຸດທະວິທີຂອງຢູເຄຣນເຮັດໃຫ້ການຕີຕອບໂຕ້ຄືນຢຸດສະງັກ. ເຂົາເຈົ້າເຊື່ອວ່າ ຢູເຄຣນໄດ້ສົ່ງກຳລັງຂອງຕົນໄປທາງຕາເວັນອອກຫລາຍເກີນໄປ ສະນັ້ນຈຶ່ງຈໍາກັດຄວາມສາມາດຂອງເຂົາເຈົ້າໃນການບຸກທະລຸຢູ່ໃນພາກໃຕ້.
ສະຖາບັນສຶກສາສົງຄາມ ແລະ ນັກວິເຄາະອື່ນໆໂຕ້ແຍ້ງວ່າ ການຫັນປ່ຽນຍຸດທະວິທີຂອງຢູເຄຣນບໍ່ໄດ້ຮັບຜົນ.
ຢູເຄຣນ ຍຶດເອົາດິນແດນຄືນມາ ຫຼາຍກວ່າ 50 ເປີເຊັນທີ່ຣັດເຊຍຍຶດຄອງຫຼັງການບຸກລຸກໃນວັນທີ 24 ກຸມພາ 2022. ແຕ່ການຄາດຄະເນບອກວ່າ ເຂົາເຈົ້າຍຶດໄດ້ພຽງແຕ່ດິນແດນສ່ວນນ້ອຍໆ -ປະມານ 100 ຕາລາງໄມລ- ເທົ່ານັ້ນ ຕັ້ງແຕ່ເດືອນມິຖຸນາເປັນຕົ້ນມາ.
ນາຍພົນວາເລີີຣີລ ຊາລູສນີ, ຜູ້ບັນຊາການກຳລັງປະກອບອາວຸດຢູເຄຣນກ່າວຕໍ່ເຈົ້າໜ້າທີ່ສະຫະລັດວ່າທະຫານຂອງທ່ານກໍາລັງຢູ່ໃນຈຸດຂອງການບຸກທະລຸ, ຕາມລາຍງານ ຂອງໜັງສືພິມ Wall Street Journal ວັນທີ 24 ສິງຫາ.
ຈັງຫວະການບຸກຕີຄືນຂອງຢູເຄນແລະການເລືອກໃຊ້ຍຸດທະວິທີສະທ້ອນເຖິງການຢາກຫລຸດຜູ້ບາດເຈັບລົ້ມຕາຍລົງ.
ໃນເດືອນພຶດສະພາ, ກະຊວງປ້ອງກັນປະເທດຂອງອັງກິດ ກ່າວວ່າ ຣັດເຊຍໄດ້ "ສ້າງລະບົບການປ້ອງກັນທາງທະ ຫານທີ່ກວ້າງໃຫຍ່ທີ່ສຸດເທົ່າທີ່ເຄີຍເຫັນມາຢູ່ທຸກບ່ອນໃນໂລກໃນຫຼາຍທົດສະວັດ," ລວມທັງ "ຄວາມພະຍາຍາມສະເພາະ ເພື່ອເສີມສ້າງຊາຍແດນທາງເຫນືອຂອງແຫຼມໄຄຣເມຍທີ່ຖືກຍຶດຄອງນັ້ນ."
ປ້ອມປ້ອງກັນທີ່ມີປືນໃຫຍ່ຂອງຣັດເຊຍ, ລວມທັງຂຸມຄອງ, ລວດໜາມ, ກັບດັກຕ້ານລົດຖັງ ແລະສະໜາມລະເບີດຝັງດິນ ທີ່ມີຄວາມກວ້າງຫລາຍຕາລາງກິໂລແມັດ ບາງບ່ອນກໍມີລະເບີດຝັງດິນ 5 ລູກຕໍ່ຕາລາງແມັດ ຊຶ່ງສ້າງອຸປະສັກອັນໃຫຍ່ຫຼວງຕໍ່ການບຸກໄປໜ້າຂອງຢູເຄຣນ.
"ການປ້ອງກັນທັງໝົດນີ້ຖືກວາງໄວ້ໃນຮູບແບບຊິກແຊັກ ເຊິ່ງຊ່ວຍໃຫ້ມີການສະໜັບສະໜູນເຊິ່ງກັນແລະກັນໃນການ ຍິງລະຫວ່າງຂຸມຄອງຕ່າງໆ ແລະຮັບປະກັນສ້າງອຸປະສັກເຊັ່ນ: ສະໜາມລະເບີດຝັງດິນ, ແຖວແຂ້ວມັງກອນ [ກ້ອນຄອນກີດສາມຫລ່ຽງທີ່ຖືກອອກແບບມາເພື່ອຢຸດລົດຫຸ້ມເກາະໄວ້] ແລະຮ່ອງຕ້ານລົດຖັງທີ່ປົກຄຸມດ້ວຍອາວຸດທີ່ຍິງ ໂດຍກົງ ແລະທາງອ້ອມ,“ ທ່ານ Steve Brown, ອະດີດຊ່ຽວຊານດ້ານກະສຸນປືນຂອງກອງທັບອັງກິດ ແລະເຈົ້າຫນ້າທີ່ກໍາຈັດລະເບີດ,ຂຽນ ໃນໜັງສືພິມ Kyiv Post.
ຍຸດທະວິທີຂອງຣັດເຊຍ ເພື່ອທຳລາຍອຸປະກອນເກັບກູ້ລະເບີດ ລວມທັງການວາງລະເບີດຝັງດິນຊ້ອນກັນໄວ້ຢູ່ມັກ ຈະບັງຄັບໃຫ້ນັກລົບຂອງຢູເຄຣນຕ້ອງເກັບກູ້ລະເບີດດ້ວຍການໃຊ້ມື ບາງເທື່ອກໍໄດ້ຄານໄປທົ່ວສະໜາມລະເບີດ.
ຣັດເຊຍຍັງສາມາດ ຝັງລະເບີດໃສ່ ສະໜາມທີ່ເກັບກູ້ແລ້ວນັ້ນຄືນໃໝ່ ໂດຍໃຊ້ໂດຣນ.
ໜັງສືພິມວໍຊິງຕັນພົສລາຍງານວ່າ “ຢູເຄຣນເຮັດໃຫ້ເກີດມີຜູ້ບາດເຈັບລົ້ມຕາຍຄັ້ງໃຫຍ່ ໃນການຕໍ່ສູ້ກັບກຳລັງປ້ອງກັນຊາດທີ່ມີການກຽມພ້ອມເປັນຢ່າງດີຂອງຣັດເຊຍ” ໃນອາທິດທຳອິດຂອງການບຸກໂຈມຕີຕອບໂຕ້ຄືນ.ເຈົ້າໜ້າທີ່ຝ່າຍຕາເວັນຕົກຄາດຄະເນວ່າກີຢິບ ຈະຍອມຮັບການສູນເສຍເຫຼົ່ານັ້ນ “ໂດຍເປັນຄ່າເສຍຫາຍໃນການເຈາະຜ່ານເສັ້ນປ້ອງກັນຫຼັກຂອງຣັດເຊຍ.”
ກົງກັນຂ້າມ, ຢູເຄຣນ "ເລືອກທີ່ຈະຈໍາກັດ" ການສູນເສຍໃນສະຫນາມລົບເຫຼົ່ານັ້ນໂດຍການປ່ຽນຍຸດທະວິທີທີ່ກ່ຽວ ຂ້ອງກັບສິ່ງທີ່ທ່ານມີໂກລາ ໄບລາຍສກອຟ, ນັກຄົ້ນຄ້ວາສະຖາບັນແຫ່ງຊາດດ້ານການສຶກສາຍຸດທະສາດ, ອົງການ ຄົ້ນຄວ້າຂອງລັດຖະບານຢູເຄຣນ ເອີ້ນວ່າ "ຂັ້ນຕອນຫລຸດຂະໜາດລົງຢ່າງຊ້າໆ," ທີ່ກ່ຽວພັນກັບປະທະໃນລະດັບນ້ອຍຢູ່ທົ່ວແນວຫນ້າ.
ໜັງສືພິມ New York Times ລາຍງານວ່າ ການເກັບກູ້ລະເບີດຝັງດິນແມ່ນ "ຂະບວນການທີ່ຊ້າລົງຢ່າງໜັກໜ່ວງ," ແລະ "ເກືອບທຸກການຜັກດັນອັນໃຫຍ່ຫຼວງໃດໆຄືນຕໍ່ພວກປ້ອງກັນຣັດເຊຍທີ່ຂຸດຂຸມທີ່ຖືກປົກປ້ອງໂດຍສະຫນາມລະເບີດຝັງດິນ ແມ່ນຈະເຮັດໃຫ້ເກີດການສູນເສຍຢ່າງຫຼວງຫຼາຍ."
ສິ່ງນັ້ນ, ເຈົ້າໜ້າທີ່ສະຫະລັດຢ້ານວ່າ ແມ່ນເຮັດໃຫ້ຢູເຄຣນ “ກາຍເປັນຜູ້ຫລີກລ້ຽງການບາດເຈັບແລະລົ້ມຕາຍ”.
ເຊັ່ນດຽວກັນ, ໜັງສືພິມ Financial Times ລາຍງານວ່າ ເຈົ້າໜ້າທີ່ສະຫະລັດໄດ້ກົດດັນຢູເຄຣນ “ໃຫ້ມີການຫລີກຄວາມສ່ຽງໜ້ອຍລົງ” ເພື່ອເພີ່ມໂອກາດໃຫ້ກອງກຳລັງຂອງຕົນສາມາດບຸກທະລຸເສັ້ນຊາຍແດນຣັດເຊຍໃນພາກໃຕ້.
ເຈົ້າໜ້າທີ່ຢູເຄຣນກ່າວວ່າ ການຫຼຸດການບາດເຈັບລົ້ມຕາຍ ແມ່ນມີຄວາມຈຳເປັນເພື່ອປົກປັກຮັກສາຄວາມສາມາດໃນການສູ້ລົບໃນໄລຍະຍາວຂອງຢູເຄຣນ, Wall Street Journal ລາຍງານ.
ທ່ານລໍເຣນສ ຟຣີດແມນ, ສາດສະດາຈານການສຶກສາສົງຄາມທີ່ບໍານານຈາກວິທະຍາໄລຄິງໃນລອນດອນ ກ່າວວ່າມີຄວາມແຕກຕ່າງກັນລະຫວ່າງການຫລີກລ້ຽງຄວາມສ່ຽງແລະ ການບໍ່ໄຕ່ຕອງ. ທ່ານໂຕ້ແຍ້ງວ່າມັນບໍ່ເປັນທີ່ຈະແຈ້ງວ່າຢູເຄຣນຈະໄດ້ຮັບຜົນປະໂຫຍດຫລາຍຂຶ້ນ ຖ້າເຂົາເຈົ້າທໍາການໂຈມຕີຂະໜາດໃຫຍ່ກວ່ານີ້, "ເຖິງແມ່ນວ່າຈໍານວນການບາດເຈັບລົ້ມຕາຍຈະສູງຂຶ້ນແນ່ນອນກໍຕາມ."
"ຢູເຄຣນກຳລັງ ຜັກດັນຄືນ ຢ່າງຊ້າໆ ແຕ່ແບບແນ່ນອນ, ເຮັດໃຫ້ມີຄ່າເສຍຫາຍອັນໜັກໜ່ວງໃນຂະນະທີ່ກັດກິນຄວາມສາມາດຂອງຣັດເຊຍໄປນໍາ" ທ່ານຟຣີດແມນກ່າວ.
ສ່ວນເບື້ອງຣັດເຊຍນັ້ນອາໄສ "ການໂຈມຕີດ້ວຍຄືນຟອງມະນຸດ” ໃນ ການບຸກໂຈມຕີລະດູຫນາວ ໃນພາກຕາເວັນອອກຂອງຢູເຄຣນ ເຮັດໃຫ້ມີຜູ້ບາດເຈັບລົ້ມຕາຍຢ່າງຫຼວງຫຼາຍ ໂດຍສະເພາະໃນທະຫານຮັບຈ້າງຂອງກຸ່ມແວັກເນີ.
ຫວ່າງມໍ່ໆມານີ້ ເຈົ້າໜ້າທີ່ສະຫະລັດທີ່ບໍ່ປະສົງອອກນາມ ກ່າວຕໍ່ ໜັງສືພິມ New York Times ວ່າທະຫານຢູເຄຣນ ແລະຣັດເຊຍເຄິ່ງລ້ານຄົນຖືກຂ້າຕາຍນັບຕັ້ງແຕ່ຣັດເຊຍໄດ້ບຸກລຸກຢ່າງເຕັມສ່ວນໃນເດືອນກຸມພາ 2022 ມາ.
ທະຫານຣັດເຊຍແມ່ນ 300,000 ຄົນທີ່ນອນໃນຈຳນວນຜູ້ບາດເຈັບລົ້ມຕາຍທີ່ຄາດຄະເນ ຊຶ່ງໃນນັ້ນ 120,000 ຄົນແມ່ນເສຍຊີວິດ. ການເສຍຊີວິດຂອງຢູເຄຣນຄາດຄະເນວ່າມີ 70,000.
ທັງຣັດເຊຍແລະຢູເຄຣນບໍ່ມີໃຜເປີດເຜີຍຈໍານວນຄາດຄະເນຂອງຜູ້ບາດເຈັບແລະລົ້ມຕາຍຢ່າງຮອບດ້ານເລີຍ.
ທີ່ມາ ພະແນກ Polygraph ຂອງວີໂອເອ