ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂຄສົກລັດຖະບານອິສຣາແອລ ບໍ່ແມ່ນຄົນທີ່ຕ້ອງຮັບຜິດຊອບ ຕໍ່ການລະເບີດຂອງໂຮງໝໍ ໃນເຂດກາຊາ


ຊາວປາແລັສໄຕນ໌ ກວດເບິ່ງສະຖານທີ່ລະເບີດແຕກ ຢູໂຮງໝໍ ອາລີ ອາຣັບ, ໃນເມືອງກາຊາ ເມື່ອວັນທີ 18 ຕຸລາ 2023. (Abed Khaled/AP)
ຊາວປາແລັສໄຕນ໌ ກວດເບິ່ງສະຖານທີ່ລະເບີດແຕກ ຢູໂຮງໝໍ ອາລີ ອາຣັບ, ໃນເມືອງກາຊາ ເມື່ອວັນທີ 18 ຕຸລາ 2023. (Abed Khaled/AP)
RT

RT

ໂຄສົກໂທລະພາບຂອງທາງການຣັດເຊຍ

"ເຈົ້າ​ໜ້າ​ທີ່ປາ​ແລ​ສ​ໄຕ​ນ໌ ໄດ້ກ່າວ​ຫາ​ອິສຣາ​ແອ​ລ​ວ່າ ແນ​ເປົ້າໃສ່​ສະຖານ​ທີ່​ດັ່ງກ່າວ, ໃນ​ຂະນະ​ທີ່ ​ອິສຣາ​ແອ​ລ ​ຖິ້ມ​ໂທດ​ເຫດລະເບີດນັ້ນໃສ່ລູກ​ສອນ​ໄຟ​ທີ່​ຍິງພາດ​ເປົ້າ​ໝາຍໂດຍກຸ່ມ​ຫົວ​ຮຸນ​ແຮງຈີຮາດ, ​ເຖິງ​ແມ່ນ​ວ່າ​ໂຄສົກ​ລັດຖະບານ​ຈະປາກົດວ່າ ໄດ້ອ້າງເອົາຄວາມ​ຮັບຜິດຊອບ​ໃນ​ທັນທີທັນໃດ ​ຫຼັງ​ການ​ໂຈມ​ຕີນັ້ນ ກໍຕາມ."

ຜິດ

ເຫດການລະເບີດໃນວັນທີ 17 ຕຸລາ ຢູ່ໂຮງໝໍ ອາລີ ອາຣັບ (Ahli Arab) ໃນເຂດກາຊາ ໄດ້ກາຍເປັນນຶ່ງໃນບັນດາຫົວຂໍ້ຂ່າວທີ່ບໍ່ຈິງ ທີ່ຖືກສວຍໃຊ້ຫລາຍທີ່ສຸດຂອງສົງຄາມ ລະຫວ່າງຮາມາສ-ອິສຣາແອລ ຮອດທຸກວັນນີ້. ສອງ​ຝ່າຍດັ່ງ​ກ່າວ​ໄດ້ປະຕິ​ເສດ​ບໍ່ຍອມຮັບເອົາຄວາມ​ຮັບ​ຜິດ​ຊອບ ​ແລະ​ໄດ້ຖິ້ມ​ໂທດ​ໃສ່ກັນ​ແລະ​ກັນ. ລັດຖະບານ, ອົງການບໍ່ຂຶ້ນ ກັບລັດຖະບານ (NGO), ຫນັງສືພິມ ແລະ ນັກຄົ້ນຄວ້າໄດ້ໃຫ້ການສະໜັບສະໜູນ ຖ້າບໍ່ແມ່ນຝ່າຍນຶ່ງກໍແມ່ນຝ່າຍນຶ່ງ. ການປະທ້ວງຂອງມະຫາຊົນ, ການປະທະກັນທາງດ້ານການທູດ ແລະ ຄວາມຢ້ານກົວວ່າ ສົງຄາມຈະບານປາຍແມ່ນເພີ່ມສູງຂຶ້ນ.

ໃນກໍລະນີຂອງໂຮງຫມໍ ອາລີ ອາຣັບນັ້ນ ການເວົ້າຕົວະ, ການຄາດ​ຄະ​ເນ ແລະການກ່າວຫາແບບບໍ່ມີຫຼັກຖານແມ່ນກໍາລັງຊ່ວຍກຸ່ມຮາມາສ ຊຶ່ງເປັນກຸ່ມປາແລສໄຕນ໌ ທີ່ປົກຄອງເຂດ ກາຊາ ໃນສົງຄາມຂໍ້ມູນຂ່າວສານຕໍ່ຕ້ານອິສຣາແອລ.

ໃນ​ທັນທີ​ທັນໃດຫຼັງຈາກມີ​ການລະ​ເບີດ, ກຸ່ມຮາມາສ ໄດ້​ອ້າງ​ວ່າ ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ຂອງອິສຣາ​ແອລ ​ແມ່ນເປັນ​ຜູ້​ຮັບຜິດຊອບ​ໃນ​ການໂຈມ​ຕີ​ດັ່ງກ່າວ, ​ແລະເວົ້າວ່າ ​ມັນແມ່ນ “ການກໍ່ອາຊະຍາ​ກຳຂ້າ​ລ້າງ​ເຜົ່າ​ພັນ” ທີ່​ໄດ້​ສັງຫານ​ພົນລະ​ເຮືອນ​ຢ່າງ​ໜ້ອຍ 500 ຄົນ.

ສື່​ມວນ​ຊົນຕ່າງໆ ​ລວມ​ທັງ New York Times ​ໃນ​ເບື້ອງ​ຕົ້ນ​ໄດ້​ພິມ​ເຜີຍ​ແຜ່​ຫົວ​ຂໍ້​ທີ່​ສະ​ໜັບ​ສະ​ໜູນ​ຄໍາເວົ້າ​ຂອງກຸ່ມຮາມາສ.

ສອງ​ມື້​ຕໍ່​ມາ, ອຳນາດ​ການ​ປົກຄອງປາ​ແລ​ສ​ໄຕ​ນ໌ ຍັງ​ບໍ່​ທັນໄດ້​ສະ​ໜອງ​ຫຼັກ​ຖານ​ເພື່ອ​ສະ​ໜັບ​ສະ​ໜູນ​ການ​ກ່າວ​ອ້າງ​ຂອງ​ຕົນ ທີ່ເວົ້າ​ວ່າ ມັນ​ເປັນ​ການໂຈມ​ຕີ​ທາງ​ອາ​ກາດ ຫຼື​ເວົ້າວ່າ ອິສ​ຣາ​ແອລ ເປັນຜູ້​ດຳ​ເນີນ​ການນັ້ນເທື່ອ.

ອິສຣາແອລໄດ້ໃຊ້ເວລາສອງສາມຊົ່ວໂມງເພື່ອຕອບໂຕ້ຕໍ່ຂໍ້ກ່າວຫາ ແລະເຄິ່ງມື້ ກ່ອນທີ່ຈະ ເປີດເຜີຍສິ່ງທີ່ຕົນເວົ້າວ່າ ເປັນຫຼັກຖານທີ່ສະແດງໃຫ້ເຫັນວ່າ ເປັນການຍິງລູກຈະຫຼວດທີ່ຜິດ​ພາດໂດຍກຸ່ມລັດອິສລາມຈີຮາດ ຊຶ່ງເປັນອົງການທະຫານອິສລາມຂອງປາແລສໄຕນ໌ ທີ່ຕັ້ງຢູ່ໃນເຂດກາຊາ, ທີ່ກໍ່ໃຫ້ເກີດການລະເບີດຂຶ້ນ.

ປະທານາທິບໍດີ​ສະຫະລັດ, ທ່ານໂຈ ໄບເດັນ ​ໄດ້​ໃຫ້ການ​ສະໜັບສະໜູນ​ຕໍ່​ການ​ປະ​ເມີນເຫດການ​ດັ່ງກ່າວ ​ໂດຍ​ອ້າງ​ເຖິງ​ຂໍ້​ມູນລັບ​ຂອງ​ສະຫະລັດ.

ໃນ​ການ​ລາຍ​ງານ​ກ່ຽວ​ກັບ​ເຫດການ​ດັ່ງກ່າວ, ໂຄສົກໂທ​ລະ​ພາບ RT ຂອງ​ລັດ​ຖ​ະ​ບານ ​ຣັດ​ເຊຍ ​ໄດ້​ສະ​ເໜີ​ຂໍ້​ມູນ​ທີ່​ບໍ່​ຖືກ​ຕ້ອງ ​ເພື່ອ​ເຮັດໃຫ້ເລື້ອງລາວທີ່ວ່ານີ້ ໃຫ້ເອນອຽງໄປເຂົ້າຂ້າງກຸ່ມຮາມາສ.

ໃນ​ບົດ​ສະຫຼຸບ​ຂອງ​ການ​ກ່າວ​ຫາ ​ແລະ​ການ​ກ່າວ​ຫາທາງອາຍາຄືນອີກນັ້ນ, ໂທລະພາບ RT ລາຍ​ງານ​ວ່າ:

"ເຈົ້າ​ໜ້າ​ທີ່ປາ​ແລ​ສ​ໄຕ​ນ໌ ໄດ້ກ່າວ​ຫາ​ອິສຣາ​ແອ​ລ​ວ່າ ແນ​ເປົ້າ​ໃສ່​ສະຖານ​ທີ່​ດັ່ງກ່າວ ໃນ​ຂະນະ​ທີ່​ອິສຣາ​ແອ​ລ ​ຖິ້ມ​ໂທດ​ໃນເຫດລະເບີດນັ້ນ ໃສ່ລູກ​ຈະຫຼວດ​ທີ່​ຍິງພາດ​ເປົ້າ​ໝາຍໂດຍກຸ່ມ​ຫົວ​ຮຸນ​ແຮງຈີຮາດ, ​ເຖິງ​ແມ່ນ​ວ່າ​ໂຄສົກ​ລັດຖະບານ​ ຈະປາກົດວ່າ ໄດ້ອ້າງເອົາຄວາມ​ຮັບຜິດຊອບ​ໃນ​ທັນທີທັນໃດ ​ຫຼັງ​ການ​ໂຈມ​ຕີນັ້ນກໍຕາມ."

ນັ້ນແມ່ນບໍ່ຖືກຕ້ອງ. ບໍ່​ມີ​ໂຄສົກ​ລັດຖະບານ​ອິສຣາ​ແອ​ລຄົນ​ໃດ​ ໄດ້ຮັບຜິດຊອບຕໍ່​ການ​ໂຈມ​ຕີ​ໂຮງໝໍ​ດັ່ງກ່າວ, ​ແລະ​ຫລັກ​ຖານ​ສະ​ແດງ​ໃຫ້ເຫັນຫລາຍຂຶ້ນວ່າ ​ມັນ​ບໍ່​ແມ່ນ "ການ​ໂຈມ​ຕີ" ​ແຕ່ມັນ​ແມ່ນ​ການ​ລະ​ເບີດ​ຂອງ​ລູກ​ຈະຫຼວດ​ທີ່ເຮັດ​ວຽກ​ຜິດ​ປົກ​ກ​ະ​ຕິ.

ບຸກຄົນ ທີ່ໂທລະພາບ RT ອ້າງເຖິງວ່າ ເປັນ "ໂຄສົກ" ຂອງລັດຖະບານອິສຣາແອລນັ້ນແມ່ນ ນັກຂ່າວ ຮານານຢາ ນາຟຕາລີ (Hananya Naftali), ຜູ້ທີ່ໄດ້ກ່າວຢູ່ໃນຂໍ້ຄວາມຂຽນລົງໃນ X ວ່າ ອິສຣາແອລ ໄດ້ດໍາເນີນການໂຈມຕີທາງອາກາດແນໃສ່ໂຮງຫມໍ ທີ່ໃຊ້ເປັນຖານທັບຂອງພວກຫົວຮຸນແຮງຮາມາສ. ຂໍ້ຄວາມດັ່ງກ່າວ ພໍດີອອກມາພ້ອມກັບລາຍງານເບື້ອງຕົ້ນກ່ຽວກັບການ ລະເບີດຢູ່ໂຮງໝໍ ອາລີ ອາຣັບ. ທ້າວ ນາຟຕາລີ ບໍ່​ໄດ້​ໃຫ້​ລາຍ​ລະ​ອຽດ​ໃດໆ ​ຫຼື​ ຊື່ຂອງຜູ້ທີ່ເປັນ​ແຫຼ່ງ​ຂໍ້​ມູນ​, ແລະ​ໃນເວລາຕໍ່ມາ ກໍ​ໄດ້​ລຶບ​ຂໍ້ຄວາມຂອງ​ຕົນທີ່ຂຽນລົງນັ້ນອອກ​. ແຕ່ຢ່າງ​ໃດ​ກໍ​ຕາມ, ບັນດາ​ກຸ່ມ ແລະສື່​ມວນ​ຊົນທີ່​ສະໜັບສະໜູນ​ກຸ່ມຮາມາສ ໄດ້​ໃຊ້​ມັນເປັນ “ຫຼັກ​ຖານ” ເພື່ອຕ້ອງຕິ ອິສຣາ​ແອລ​. ລາຍງານຂອງໂທລະພາບ RT ແມ່ນພຽງແຕ່ຕົວຢ່າງອັນນຶ່ງ ເທົ່ານັ້ນ.

ທ້າວ ນາຟຕາລີ ແມ່ນໃຜ ແລະມີຫຍັງທີ່ເຮັດໃຫ້ການຂຽນຂໍ້ຄວາມຂອງລາວ ມີຄຸນຄ່າພຽງພໍທີ່ຈະກາຍເປັນສ່ວນສໍາຄັນຂອງການໂຄສະນາການຕໍ່ຕ້ານອິສຣາແອລ?

ທ້າວ ນາຟຕາລີ ແມ່ນຜູ້ມີອິດທິພົນທາງດ້ານສື່ສັງຄົມ ແລະເປັນຄົນເວົ້າລາຍການທາງ YouTube ທີ່ສະໜັບສະໜູນອິສຣາແອລ, ເຊິ່ງມີລາຍງານວ່າ ເປັນທີ່ປຶກສາດ້ານຂ່າວສານ ທີ່ບໍ່ເປັນທາງການຂອງນາຍົກລັດຖະມົນຕີ ອິສຣາແອລ, ທ່ານເບນຈາມິນ ເນຕັນຢາຮູ. ປັດຈຸບັນນີ້, ຊື່ຂອງລາວບໍ່ໄດ້ຖືກຈົດຢູ່ໃນຖານຂໍ້ມູນຂອງໂຄສົກລັດຖະບານອິສຣາແອລ ແລະທີ່ປຶກສາດ້ານຂ່າວສານສະບັບປັບປຸງຄັ້ງຫຼ້າສຸດ ໃນວັນທີ 23 ກໍລະກົດ 2023.

ຍິ່ງໄປກວ່ານັ້ນ, ທ້າວ ນາຟຕາລີ "ຈະບໍ່ຮັບໃຊ້ຢູ່ໃນຝ່າຍຂອງທ່ານເນຕັນຢາຮູ" ໃນໄລຍະທີ່ມີການຂັດແຍ້ງກັນ, ອີງຕາມການສໍາພາດທີ່ລາວໄດ້ໃຫ້ກັບອົງການຂ່າວ All Israel News ທີ່ຕັ້ງຢູ່ເຈຣູຊາເລັມ.

ບໍ່​ມີ​ການຊີ້​ບອກໃດໆເລີຍ​ວ່າ​ ທ້າວ ນາຟຕາລີ ເປັນຄົນທີ່ມີຂໍ້​ມູນລັບຂອງລັດ​ຖະ​ບານ​ອິ​ສ​ຣາ​ແອ​ລ ກ່ຽວ​ກັບ​ປະ​ຕິ​ບັດ​ການ​ສູ້​ລົບຂອງ​ກອງ​ທັບ​ອາ​ກາດ​ອິ​ສ​ຣາ​ແອລ ຢູ່​ເຂດ​ກາຊາ.

ຕໍ່ມາ​ທ້າວ ນາຟຕາລີ ໄດ້ຂຽນຄຳຂໍໂທດທີ່ໄດ້ເອົາຂໍ້ຄວາມນັ້ນ ໂພສລົງ ໂດຍຂຽນວ່າ:

"ໃນກ່ອນຫນ້ານັ້ນ ມື້ນີ້ຂ້າພະເຈົ້າໄດ້ເອົາບົດລາຍງານທີ່ພິມໃນ @reuters ກ່ຽວກັບການ ຖິ້ມລະເບີດຢູ່ໂຮງຫມໍ ໃນເຂດກາຊາ ທີ່ເວົ້າຜິດວ່າ ອິສຣາແອລໄດ້ໂຈມຕີໂຮງຫມໍນັ້ນ ໄປເຜີຍແຜ່. ຂ້າພະເຈົ້າໄດ້ເຜີຍແຜ່ຂໍ້ມູນນີ້ຢ່າງຜິດໆ ນີ້ຢູ່ໃນຂໍ້ຄວາມໂພສລົງທີ່ຖືກລຶບໄປແລ້ວ ເຊິ່ງຂ້າພະເຈົ້າໄດ້ອ້າງອີງເຖິງການໃຊ້ໂຮງໝໍນັ້ນ ເປັນປະຈຳຂອງກຸ່ມຮາມາສ ເພື່ອເປັນບ່ອນເກັບມ້ຽນອາວຸດ ແລະ ການເຄື່ອນໄຫວກໍ່ການຮ້າຍ. ຂ້າພະເຈົ້າຂໍໂທດສໍາລັບຄວາມຜິດພາດນີ້.

ໂຄສົກໄດ້ຂຽນໃນທວີດເຕີ້ ວ່າ:

“ເນື່ອງຈາກວ່າ IDF [ກຳລັງປ້ອງກັນຊາດອິສຣາແອລ] ບໍ່ໄດ້ຖິ້ມລະເບີດໃສ່ໂຮງໝໍ, ຂ້າພະເຈົ້າສົມມຸດເອົາເອງວ່າ ອິສຣາແອລ ໄດ້ແນເປົ້າໝາຍໃສ່ຖານທັບຂອງກຸ່ມ ຮາມາສ ແຫ່ງນຶ່ງຢູ່ໃນເຂດກາຊາ.

"ມັນເປັນທີ່ຮູ້ຈັກກັນດີວ່າ ກຸ່ມຮາມາສກໍາລັງໃຊ້ພົນລະເຮືອນເປັນມະນຸດກໍາບັງ, ມັນເປັນອາຊະຍາກໍາສົງຄາມ ແລະອາຊະຍາກໍາຕ້ານມະນຸດຊາດ, ນີ້ຄວນຈະເປັນຈຸດເພັ່ງເລັງໃສ່."

ຫຼັກ​ຖານ​ທີ່ປາກົດຂຶ້ນມາ​ໃຫ້​ເຫັນແມ່ນ​ສະ​ຫນັບ​ສະ​ຫນູນ​ການ​ກ່າວ​ອ້າງ​ຂອງ​ອິ​ສ​ຣາ​ແອລ​ທີ່​ວ່າ​ລູກຈະຫຼວດຂອງກຸ່ມຈີຮາດ​ອິ​ສ​ລາມ ທີ່ຍິງຜິດ​ພາດ​ເຮັດ​ໃຫ້​ເກີດ​ການ​ສັງຫານທີ່ໂຫດຮ້າຍ ດັ່ງກ່າວ​.

ມີ​ລາຍ​ງານ​ໃນ​ເບື້ອງ​ຕົ້ນ​ວ່າ ໂຮງ​ໝໍ​ຖືກ​ຖະຫຼົ່ມດ້ວຍ​ສຽງ​ລະ​ເບີດ​, ຊຶ່ງໃນຄວາມເປັນຈິງ​ແລ້ວ, ລະ​ເບີດ​ໄດ້​ຕົກ​ໃສ່​ລານຈອດ​ລົດ​ຢູ່​ເດີ່ນ​ໂຮງ​ໝໍ.

ນັ້ນ​ລວມ​ເຖິງ​ການທີ່​ບໍ່​ມີ​ຂຸມ​ຂະໜາດ​ໃຫຍ່ ຊຶ່ງ​ອິ​ສະ​ຣາ​ແອລກ່າວ​ວ່າ ຖ້າເປັນການ​ໂຈມ​ຕີ​ທາງ​ອາ​ກາດມັນ​ຈະຕ້ອງ​ເຮັດໃຫ້ເກີດຂຸມແບບນັ້ນ.

ພວກນັກຄົ້ນຄວ້າອິດສະຫລະ ທີ່ໃຊ້ຊອຟແວແຫລ່ງຂໍ້ມູນທີ່ເປີດ ຫລື open-source ຍັງເວົ້າວ່າ ຫຼັກຖານຈາກຮູບຖ່າຍຂອງສະຖານທີ່ທີ່ລະເບີດຂຶ້ນຂອງໂຮງຫມໍ ອາລີ ບໍ່ກົງກັນກັບການໂຈມຕີທາງອາກາດ.

ພວກ​ເຂົາ​ເຈົ້າ​ໃຫ້ຂໍ້ສັງ​ເກດ​ວ່າ ​ຫລັງ​ຄາ​ຂອງ​ຕຶກ​ອາ​ຄານ​ທີ່​ຢູ່​ໃກ້​ຄຽງ, ຜ້າ​ໃບບັງແດດ, ກະ​ເບື້ອງ​ຫລັງ​ຄາແລະແຜງ​ເກັບພະລັງງານ​ແສງ​ຕາ​ເວັນສ່ວນໃຫຍ່ແມ່ນຍັງຢູ່ຄືເກົາ ຫຼັງ​ຈາກມີການ​ລະ​ເບີດຂຶ້ນແລ້ວ.

ຫຼັກຖານຂອງຊິ້ນສ່ວນລູກສອນໄຟທີ່ຈະມາພ້ອມກັນກັບການໂຈມຕີທາງອາກາດຂອງ IDF ກໍຍັງບໍ່ທັນໄດ້ຖືກນໍາເອົາມາສະແດງໃຫ້ເຫັນເທື່ອ.

ພວກນັກຄົ້ນຄວ້າ ແລະເຈົ້າໜ້າທີ່ສະຫະລັດທີ່ບໍ່ປະສົງບອກນາມກ່າວວ່າ ອີງຕາມຫຼັກຖານ ໃນຮູບທີ່ມີຢູ່, ຄວາມເສຍຫາຍສ່ວນໃຫຍ່ແມ່ນເກີດຈາກໄຟໄຫມ້ທີ່ເກີດຕາມມາ, ແລະບໍ່ແມ່ນເກີດຈາກການລະເບີດໃນເບື້ອງຕົ້ນ, ເຊິ່ງເກີດຂຶ້ນໃນລະດັບພື້ນດິນ.

ອີງ​ຕາມ IDF ແລ້ວ, ກຸ່ມ​ຈີຮາດ​ອິສ​ລາມ​ໄດ້​ຍິງ​ລູກ​ສອນ​ໄຟໂຈມຕີ 10 ລູກ​ມາຈາກທາງ​ສຸສານ​ທີ່ຢູ່ໃກ້​ຄຽງກັນນັ້ນ​ໃນ​ເວລາ 6:50 ​ໂມງຕອນແລງ. ລາຍ​ງານ​ເບື້ອງ​ຕົ້ນ​ກ່ຽວ​ກັບ​ເຫດ​ລະ​ເບີດ​ຢູ່​ໂຮງ​ໝໍອາລີແມ່ນໄດ້​ຮັບໃນ​ເວ​ລາ 6:59 ໂມງ​ຕອນແລງ. ອິສຣາ​ແອ​ລ​ຍັງ​ໄດ້​ເປີດ​ເຜີຍ​ສຽງ​ທີ່​ພວກ​ເຂົາ​ເຈົ້າ​ອ້າງ​ວ່າ​ ມີພວກ​ຫົວ​ຮຸນ​ແຮງ​ຮາ​ມາ​ສເວົ້າວ່າ ການລະເບີດແມ່ນມາ ຈາກການ​ຍິງລູກ​ສອນ​ໄຟ​ໂດຍ​ກຸ່ມຈີຮາດ​ອິສລາມ​.

ອິສຣາແອລຍັງເວົ້າອີກວ່າ ຂໍ້ມູນຈາກເຄື່ອງເຣດາແມ່ນສະຫນັບສະຫນູນການກ່າວອ້າງຂອງຕົນ ທີ່ເວົ້າວ່າ ມີລູກສອນໄຟຍິງໄປທາງທິດຕາເວັນຕົກສຽງໃຕ້ຂອງໂຮງຫມໍ ໃນເວລາ ທີ່ເກີດເຫດລະເບີດນັ້ນ.

ນັ້ນ​ແມ່ນ​ກົງ​ກັບ​ຂໍ້​ສະ​ຫຼຸບ​ເບື້ອງ​ຕົ້ນ​ຂອງ​ລັດຖະບານທ່ານໄບເດັນ.

ທ່ານນາງເອດຣຽນ ວັດສັນ ປະຈຳ ສະພາຄວາມໝັ້ນຄົງແຫ່ງຊາດຂອງ ທຳນຽບຂາວ ກ່າວໃນທວີດເຕີ ວ່າ:

"ໃນຂະນະທີ່ພວກເຮົາສືບຕໍ່ເກັບກໍາຂໍ້ມູນຢູ່ນີ້, ການປະເມີນໃນປັດຈຸບັນຂອງພວກເຮົາ, ອີງໃສ່ການວິເຄາະຮູບພາບຢູ່ຂ້າງເທິງ, ການດັກສະກັດ ແລະຈາກຂໍ້ມູນໃນຊອຟແວ open source ກໍແມ່ນວ່າ ອິສຣາແອລບໍ່ແມ່ນຜູ້ທີ່ຕ້ອງຮັບຜິດຊອບຕໍ່ການລະເບີດທີ່ໂຮງຫມໍ ໃນເຂດກາຊາ ໃນມື້ວານນີ້."

ບັນດາ​ນັກ​ຊ່ຽວຊານ​ພາຍ​ນອກ​ ຍັງ​ບໍ່​ສາມາດ​ໄປ​ຢ້ຽມ​ຢາມ​ສະຖານ​ທີ່ເກີດເຫດ​ລະ​ເບີດ​ຢູ່​ເຂດ​ກາຊານັ້ນເທື່ອ, ​ເຮັດ​ໃຫ້​ຄວາມ​ພະຍາຍາມໃນການ​ຢັ້ງຢືນ​ຢ່າງອິດສະຫລະ ມີຄວາມ​ສັບສົນ.

XS
SM
MD
LG