ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກົງ​ກັນ​ຂ້າມ​ ກັບ​ການ​ກ່າວ​ອ້າງ ການ​ຮ່ວມ​ມື​ທາງ​ທະ​ຫານ​ຂອງ​ຈີນ ແລະ​ຣັດ​ເຊຍ ແມ່ນການ​ປະ​ເຊີນ​ໜ້າ


ປ. ​ຣັດ​ເຊຍ ທ່ານວ​ລາ​ດີ​ເມຍ ປູ​ຕິນ, ຂວາ, ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ຈີນ ທ່ານ​ຫຼີ ຊາງຟູ, ກາງ, ​ຂະ​ນະ​ທີ່​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ຣັດ​ເຊຍ ທ່ານ​ເຊີ​ເກ ຊອຍ​ກູ ຢືນ​ຢູ່​ໃກ້ໆ ທີ່​ວັງ​ເຄ​ຣັມ​ລິນ ທີ 6 ພະ​ຈິກ 2023. (Pavel Bednyakov, Sputnik, Kremlin Pool Photo via AP)
ປ. ​ຣັດ​ເຊຍ ທ່ານວ​ລາ​ດີ​ເມຍ ປູ​ຕິນ, ຂວາ, ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ຈີນ ທ່ານ​ຫຼີ ຊາງຟູ, ກາງ, ​ຂະ​ນະ​ທີ່​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ຣັດ​ເຊຍ ທ່ານ​ເຊີ​ເກ ຊອຍ​ກູ ຢືນ​ຢູ່​ໃກ້ໆ ທີ່​ວັງ​ເຄ​ຣັມ​ລິນ ທີ 6 ພະ​ຈິກ 2023. (Pavel Bednyakov, Sputnik, Kremlin Pool Photo via AP)
Global Times

Global Times

“ຄວາມ​ສຳ​ພັນ​ຂອງ​ກອງ​ທັບ​ປະ​ເທດ​ທັງ​ສອງ​ໄດ້​ເປັນ​ຕົວ​ຢ່າງ​ ສຳ​ລັບ​ປະ​ເທດ​ບໍ່​ຮວມ​ກຸ່ມ ມີ​ການ​ຮ່ວມ​ມື​ແບບບໍ່​ມີ​ການ​ປະ​ເຊີນ​ໜ້າ ​ທີ່​ບໍ່​ໄດ້​ແນ​ເປົ້າ​ໝາຍ​ໃສ່​ພັກ​ຝ່າຍ​ທີ​ສາມ.”

ຜິດ
ຈີນ ແລະຣັດເຊຍ ໄດ້ວາງນະໂຍບາຍການຕ່າງປະເທດແລະຍຸດທະສາດທາງດ້ານການທະຫານຂອງພວກເຂົາ ເພື່ອບ່ອນທຳລາຍລະບຽບການຂອງໂລກທີ່ນຳພາໂດຍປະເທດຕາເວັນຕົກ ເສລີ ແບບປະຊາທິປະໄຕ.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີນ ທ່ານ​ຫຼີ ຊາງ​ຟູ ໄປ​ຢ້ຽມ​ຢາມ​ຣັດ​ເຊຍ ແລະ​ເບ​ລາ​ຣຸ​ສ ໃນ​ອາ​ທິດ​ທີ່​ຜ່ານ​ມາ ເພື່ອ​ສະ​ແດງ​ການ​ສະ​ໜັບ​ສະ​ໜຸນ ໃນ​ຂະ​ນະ​ທີ່​ປະ​ເທດ​ຕາ​ເວັນ​ຕົກ​ພວມ​ຊອກ​ຫາ​ຊ່ອງ​ທາງ​ໂດດ​ດ່ຽວ​ປະ​ເທດ​ທັງ​ສອງ​ຍ້ອນ​ການ​ຮຸກ​ຮານ​ຢູ​ເຄ​ຣນ. ສະ​ຫະ​ລັດ​ ໄດ້​ທຳ​ການ​ລົງ​ໂທດ ​ຕໍ່​ທ່ານ​ຫຼີ ໃນ​ປີ 2018 ຍ້ອນ​ຈີນ​ຊື້​ອາ​ວຸດ​ຈາກ​ຣັດ​ເຊຍ.

ເມື່ອ​ວັນ​ທີ 15 ສິງ​ຫາ​ຜ່ານ​ມານີ້ ໜັງ​ສື​ພິມ Global Times ຂອງ​ທາງ​ການ​ຈີນ ໄດ້​ອ້າງ​ຄຳ​ເວົ້າ​ ຂອງ​ອົງ​ການ​ຂ່​າວ Sputnik ຂອງ​ຣັດ​ເຊຍ ທີ່​ກ່າວ​ວ່າ ທ່ານ​ຫຼີ​ໄດ້ຊົມ​ເຊີຍ​ການ​ຮ່ວມ​ມື​ທາງ​ທະ​ຫານ​ລະ​ຫວ່າງ​ຈີນ​ກັບ​ຣັດ​ເຊຍນັ້ນ​ວ່າ ເປີດກວ້າງ ໂປ່ງ​ໃສ ແລະ​ດຳ​ເນີນ​ການ​ເພື່ອ​ສັນ​ຕິ​ພາບ ແລະ​ສະ​ຖຽນ​ລະ​ພາບ.

“ຄວາມ​ສຳ​ພັນ​ທາງ​ທະ​ຫານຂອງ​ປະ​ເທດ​ທັງ​ສອງ ​ໄດ້​ເປັນ​ຕົວ​ຢ່າງ ​ສຳ​ລັບການ​ຮ່ວມ​ມືແບບບໍ່​ຮວມ​ກຸ່ມ ​ບໍ່​ມີ​ການ​ປະ​ເຊີນ​ໜ້າ ​ທີ່​ບໍ່​ໄດ້​ແນ​ເປົ້າ​ໝາຍ​ໃສ່​ພັກ​ຝ່າຍ​ທີ​ສາມ.”

ນັ້ນ​ແມ່ນ​ຜິດ.

ຈີນ ແລະ​ຣັດ​ເຊຍ ໄດ້​ວາງ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ແລະ​ຍຸດ​ທະ​ສາດ​ທາງ​ດ້ານ​ການ​ທະ​ຫານ​ຂອງ​ພວກ​ເຂົາ ເພື່ອ​ບ່ອນ​ທຳ​ລາຍ​ລະ​ບຽບ​ການ​ຂອງ​ໂລກ​ທີ່​ນຳ​ພາ​ໂດຍ​ປະ​ເທດ​ຕາ​ເວັນ​ຕົກ ຫົວ​ເສ​ລີ​ນິ​ຍົມ​ ແບບ​ປະ​ຊາ​ທິ​ປະ​ໄຕ. ເນື່ອງ​ຈາກ​ຣັດ​ເຊຍ​ຮຸກ​ຮານ​ຢູ​ເຄ​ຣນ ​ໃນ​ປີ 2022 ແລະ​ຈີນ​ກຳ​ລັງ​ແນສາຍ​ຕາ​ໃສ່​ໄຕ້​ຫວັນ ​ການເປັນ​ພັນ​ທະ​ມິດ​ຂອງ​ພວກ​ເຂົາ ຈຶ່ງ​ເປັນ​ການ​ປະ​ເຊີນ​ໜ້າ ແລະ​ແນ​ເປົ້າ​ໝາຍ​ໃສ່​ພັກ​ຝ່າຍ​ທີ​ສາມ.

ສ​ູນ​ກາງວິ​ເຄາະ​ກອງ​ທັບ​ເຮືອ (CNA) ກຸ່ມ​ໃຫ້​ຄຳ​ແນະ​ນຳທີ່​ໄດ້​ຮັບ​ທຶນ​ຈາກ​ລັດ​ຖະ​ບານ​ສະ​ຫະ​ລັດ ທີ່​ຕັ້ງ​ຢູ່​ເມືອງ​ອາ​ລິງ​ຕັນ ລັດ​ເວີ​ຈີ​ເນຍ ໃຫ້​ຂໍ້​ສັ​ງ​ເກດ​ໃນ​ເດືອນ​ພຶດ​ສະ​ພານີ້​ວ່າ ຜົນ​ປະ​ໂຫຍດ​ທາງ​ດ້ານ​ຄວາມ​ໝັ້ນ​ຄົງ​ຂອງ​ຈີນ ແລະ​ຣັດ​ເຊຍ ມີ​ຮ່ວມ​ກັນ​ເພີ້ມ​ຂຶ້ນ ມາ​ໄດ້​ຊົ່ວ​ໄລ​ຍະ​ນຶ່ງ​ແລ້ວ.

“ຖະ​ແຫຼງ​ການ​ຮ່ວມ​ຂອງ​ທ່ານ​ປູ​ຕິນ ກັບ​ທ່ານ​ສີ ໃນ​ປີ 2022 ທີ່​ມີ​ຂຶ້ນ​ກ່ອນ​ການ​ຮຸກ​ຮານ​ຢູ​ເຄ​ຣນ​ຂອງ​ຣັດ​ເຊຍ ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ເປັນ​ຫ່ວງ​ກັງ​ວົນ​ທາງ​ດ້ານ​ຄວາມ​ໝັ້ນ​ຄົງ ທີ່​ມີ​ເພີ້ມ​ຂຶ້ນ​ຮ່ວມ​ກັນ​ຂອງ​ປະ​ເທດ​ທັງ​ຝ່າຍ ໂດຍ​ທີ່​ຜູ້​ນຳ​ຂອງ​ປະ​ເທດ​ທັງ​ສອງ​ໄດ້​ແນ​ໃສ່​ໄພ​ຂົ່ມ​ຂູ່​ຈາກ​ສະ​ຫະ​ລັດ ແລະ​ອົງ​ການ​ເນ​ໂຕ້ ຕໍ່​ຄວາມ​ໝັ້ນ​ຄົງ​ຂອງ​ລະ​ຫວ່າງ​ປະ​ເທດ​ໂດຍ​ທົ່ວ​ໄປ ແລະ​ປະ​ເທດ​ຂອງ​ພວກ​ເຂົາ​ເຈົ້າ​ທັງ​ສອງ​ເປັນ​ການ​ສະ​ເພາະ” ອົງ​ການ​ຂ່າວ CNA ລາຍ​ງານ.

ໃນ​ລະ​ຫວ່າງ​ການ​ຢ້ຽມ​ຢາມຣັດ​ເຊຍເທື່ອ​ທຳ​ອິດ​ຂອງ​ທ່ານ​ຫຼີ ເມື່ອ​ເດືອນ​ເມ​ສາ​ຜ່ານ​ມານັ້ນ ປະ​ເທດ​ທັງ​ສອງ​ໄດ້​ອອກ​ຖະ​ແຫຼງ​ການ ໂດຍ​ປະ​ກ​ທດ​ວ່າ ຈະ​ນຳເອົາການ​ຮ່ວມ​ມື​ທາງ​ທະ​ຫານ “ຂຶ້ນ​ສູ່​ລະ​ດັບ​ໃໝ່.”

ທ່ານ​ຫຼີ​ໄດ້​ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ເບ​ລາ​ຣຸ​ສ ທ່ານ​ອາ​ເລັກ​ຊານ​ເດີ ລູ​ກາ​ເຊັງ​ໂກ ເມື່ອ​ວັນ​ທີ 17 ສິງ​ຫາ. ໜັງ​ສື​ພິມ Global Times ລາຍ​ງານ​ວ່າ ໃນ​ລະ​ຫວ່າງ​ການ​ພົບ​ປະ​ກັນ​ນັ້ນ ທ່ານ​ລູ​ກາ​ເຊັງ​ໂກ​ກ່າວ​ວ່າ ການ​ຮ່ວມ​ມື​ທາງ​ທະ​ຫານ​ລະ​ຫວ່າງ​ປັກ​ກິ່ງ ແລະ​ມິ​ງ​ສ໌ “ບໍ່​ມີ​ຄວາມ​ຕັ້ງ​ໃຈ​ທີ່​ຈະ​ແນ​ໃສ່​ປະ​ເທດ​ທີ​ສາມ.”

ໃນ​ຮູບ​ທີ່​ນຳ​ອອກ​ເຜີຍ​ແຜ່​ໂດຍ​ຫ້ອງ​ການ​ຂ່າວ​ຂອງ​ທຳ​ນຽບປະ​ທາ​ນາ​ທິ​ບໍ​ດີ​ເບ​ລາ​ຣຸ​ສ ​ທ່ານ​ອາ​ເລັກ​ຊານ​ເດີ ລູ​ກາ​ເຊັງ​ໂກ, ຊ້າຍ, ແລະ​ລັດ​ຖະ​ມົນ​ຕີ​ກະ​ຊວ​ປ້ອງ​ກັນ​ປະ​ເທດ​ຈີນ ນາຍ​ພົນຫຼີ​ ຊາງ​ຟູ, ຂວາ, ພວມ​ໂອ້​ລົມ ໃນ​ການ​ສົນ​ທະ​ນາ​ຫາ​ລື​ທີ່​ນະ​ຄອນ​ມິງ​ສ໌ ປະ​ເທດ​ເບ​ລາ​ຣຸ​ສ ວັນ​ທີ 17 ສິງ​ຫາ 2023.
ໃນ​ຮູບ​ທີ່​ນຳ​ອອກ​ເຜີຍ​ແຜ່​ໂດຍ​ຫ້ອງ​ການ​ຂ່າວ​ຂອງ​ທຳ​ນຽບປະ​ທາ​ນາ​ທິ​ບໍ​ດີ​ເບ​ລາ​ຣຸ​ສ ​ທ່ານ​ອາ​ເລັກ​ຊານ​ເດີ ລູ​ກາ​ເຊັງ​ໂກ, ຊ້າຍ, ແລະ​ລັດ​ຖະ​ມົນ​ຕີ​ກະ​ຊວ​ປ້ອງ​ກັນ​ປະ​ເທດ​ຈີນ ນາຍ​ພົນຫຼີ​ ຊາງ​ຟູ, ຂວາ, ພວມ​ໂອ້​ລົມ ໃນ​ການ​ສົນ​ທະ​ນາ​ຫາ​ລື​ທີ່​ນະ​ຄອນ​ມິງ​ສ໌ ປະ​ເທດ​ເບ​ລາ​ຣຸ​ສ ວັນ​ທີ 17 ສິງ​ຫາ 2023.

ຢູ​ເຄ​ຣນ
ກົງ​ກັນ​ຂ້າມ​ກັບ​ການ​ກ່າວ​ອ້າງ​ຂອງ​ທ່ານ​ຫຼີ​ ທີ່​ວ່າ ຈີນແລະ​ຣັດ​ເຊຍ “ໄດ້​ເປັນ​ຕົວ​ຢ່າງ​ຂອງ​ການ​ຮ່ວມ​ມື​ແບ​ບ​ບໍ່​ຮວມ​ກຸ່ມ ບໍ່​ມີ​ການ​ປະ​ເຊີນ​ໜ້າ​ກັນ ທີ່​ບໍ່​ໄດ້​ແນ​ເປົ້າ​ໝາຍ​ໃສ່​ພັກ​ຝ່າຍ​ທີ​ສາມ” ແຕ່​ປະ​ເທດ​ທັງ​ສອງ ​ກຳ​ລັງ​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ທາງ​ດ້ານ​ທະ​ຫານ ​ຕໍ່​ກັນ​ແລະ​ກັນ ເພື່ອ​ເຄື່ອນ​ໄຫວ​ຕໍ່​ປະ​ເທດ​ທີ​ສາມ.

ຣັດ​ເຊຍ​ໄດ້​ຮຸກ​ຮານ ແລະ​ຜະ​ໜວກ​ຢ່າງ​ຜິດ​ກົດ​ໝາຍ​ເອົາ​ແຫຼມ​ໄຄ​ຣ​ເມຍ​ຂອງ​ຢູ​ເຄ​ຣນ​ໃນ​ປີ 2014 ແລະ​ຫຼັງ​ຈາກນັ້ນ​ກໍ​ທຳ​ການ​ຮຸກ​ຮານ​ຢູ​ເຄ​ຣນ​ຢ່າງ​ເຕັມ​ອັດ​ຕາ​ໃນ​ວັນ​ທີ 24 ກຸມ​ພາ 2022.

ໂດຍ​ກ່າວ​ອ້າງ​ເຖິງ​ເຈົ້າ​ໜ້າ​ທີ່ ທີ່​ບໍ່​ໄດ້​ລະ​ບຸ​ຊື່​ຂອງ​ສະ​ຫະ​ລັດ ສື່ມວນ​ຊົນ​ຫຼາຍ​ສະ​ບັບ ລາຍ​ງານ​ໃນ​ອາ​ທິດ​ແລ້ວນີ້​ວ່າ ມີ​ທະ​ຫານ​ຢູ​ເຄ​ຣນ​ແລະ​ຣັດ​ເຊຍ​ເກືອບ​ເຄິ່ງ​ລ້ານ​ຄົນ​ໄດ້​ຖືກ​ຂ້າ​ຕາຍ ຫຼື​ບໍ່​ກໍ​ໄດ້​ຮັບ​ບາດ​ເຈັບ ນັບ​ແຕ່​ຣັດ​ເຊຍ​ໄດ້​ເລີ້ມ​ທຳ​ການ​ຮຸກ​ຮານ.

ມີ​ຊາວ​ຢູ​ເຄ​ຣນ ຫຼາຍກວ່າ 11 ລ້ານ​ຄົນ ຕ້ອງ​ໄດ້​ອົບ​ພະ​ຍົບ​ຫຼົບ​ໄພ ອີງ​ຕາມ​ອົງ​ການ​ອົ​ບ​ພະ​ຍົບ​ຂອງ​ສະ​ຫະ​ປະ​ຊາ​ຊາດ ຫຼື UNHCR.

ໃນ​ຂະ​ນະ​ທີ່​ການ​ຮຸກ​ຮານ​ຂອງ​ຣັດ​ເຊຍ​ຕໍ່​ຢູ​ເຄ​ຣນໄດ້​ປະ​ສົບ​ກັບ​ການ​ປະ​ນາມ​ຂອງ​ລະ​ຫວ່າງ​ປະ​ເທດ ແຕ່​ຈີນ​ໄດ້​ປະ​ຕິ​ເສດ​ທີ່​ຈະ​ປະ​ນາມ​ຣັດ​ເຊຍ​ຢ່າງ​ເປັນ​ທາງ​ການ ໂດ​ຍ​ຢືນ​ຢັດ​ວ່າ “ການ​ສົນທະ​ນາ​ຫາ​ລື​ແລະ​ການ​ເຈ​ລະ​ຈາແມ່ນ​ການ​ແກ້​ໄຂ​ພຽງ​ຊ່ອງ​ທາງ​ດຽວ​ທີ່​ສາ​ມາດ​ປະ​ຕິ​ບັດ​ໄດ້​ຕໍ່​ວິ​ກິດ​ການ​ຢູ​ເຄ​ຣນ.”

ໃນ​ເດືອນ​ກຸມ​ພາ ສູນ​ກາງ​ສ​ຕິມ​ສັນ ຊຶ່ງ​ເປັນ​ອົງ​ການແກ້​ໄຂ​ບັນ​ຫາ​ຂອງ​ພວກ​ນັກ​ຊ່ຽວ​ຊານທີ່​ມີ​ສຳ​ນັກ​ງານ​ຢູ່​ວໍ​ຊິງ​ຕັນ ກ່າວ​ເຖິງ​ຍຸດ​ທະ​ສາດ​ຂອງ​ຈີນ​ວ່າ “ເປັນ​ກາງ​ທີ່​ນິ​ຍົມ​ຣັດ​ເຊຍ” ຊຶ່ງ​ໝາຍ​ຄວາມ​ວ່າ ປັກ​ກິ່ງ ​ບໍ່​ໄດ້​ເຂົ້າ​ຂ້າງ​ຝ່າຍ​ໃດ​ຝ່າຍ​ນຶ່ງ​ໃນ​ບັນ​ຫາ​ຂັດ​ແຍ້ງ​ຢູ​ເຄ​ຣນ ແຕ່​ເປັນ​ທີ່​ຈະ​ແຈ້ງ ນິ​ຍົມ​ຣັດ​ເຊຍ​ຢູ່​ໃນ​ຄຳ​ເວົ້າ​ແລະ​ການ​ໂຄ​ສະ​ນາ​ຊວນ​ເຊື່ອ.

ແຕ່​ແນວ​ໃດ​ກໍ​ຕາມ ໃນ​ເດືອນ​ມີ​ນາ​ຜ່ານ​ມາ BBC ໄດ້​ອ້າງ​ຄຳ​ເວົ້າ​ຂອງ​ທ່ານ​ນາງ​ມາ​ຣີ​ອາ ຊາ​ກີ​ນາ ນັກ​ຊ່ຽວ​ຊານ​ດ້ານ​ການ​ລົງ​ໂທດ​ທາງ​ເສ​ດ​ຖະ​ກິດ ທີ່​ສະ​ຖາ​ບັນ​ການ​ສຶກ​ສາ​ສຶກ​ສາ​ຍຸດ​ທະ​ສາດ​ລະ​ຫວ່າງ​ປະ​ເທດ ຂອງ​ສະ​ຫະ​ຣາ​ຊ​ະ​ອາ​ນາ​ຈັກທີ່​ກ່າວ​ວ່າ ຈີນ​ໄດ້​ສວຍ​ໃຊ້ “ພື້ນ​ທີ່​ສີ​ຂີ້​ເຖົ່າ” ລະ​ຫວ່າງ​ຈຸດ​ປະ​ສົງ​ກ​ານ​ນຳ​ໃຊ້​ທາງ​ດ້ານ​ທະ​ຫານ​ແລະ​ພົນ​ລະ​ເຮືອນ ໂດຍ​ສົ່ງ​ຜະ​ລິດ​ຕະ​ພັນ​ຮາຍ​ເທັກ ຮວມ​ທັງ​ເຊ​ມີ​ຄອນ​ດັກ​ເຕີ້ໄປ​ສະ​ໜັບ​ສະ​ໜຸນ​ມົ​ສ​ກູ ໃນ​ຄວາມ​ພະ​ຍາ​ຍາມ​ການ​ເຮັດ​ສົງ​ຄາມ​ຂອງ​ປະ​ເທດ​ດັ່​ງ​ກ່າວ.

ໃນ​ຕົ້ນ​ເດືອນນີ້ Politico ລາຍ​ງານ​ວ່າ ຈີນ “ກຳ​ລັງ​ຊຸກ​ຍູ້ ໃຫ້​ມີ​ການ​ສົ່ງ​ເຄື່ອງ​ຂອງ​ທີ່​ບໍ່​ຮ້າຍ​ແຮງ ​ຈົນ​ຮອດ​ຂີດ​ແດງ ແຕ່​ມີ​ປະ​ໂຫຍດ​ສຳ​ລັບ​ທາງ​ທະ​ຫານ ອຸບ​ປະ​ກອນ​ຕ່າງໆ​ໄປ​ໃຫ້​ຣັດ​ເຊຍ ​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຍ້ອນ​ສົງ​ຄາມ​ເປັນ​ເວ​ລາ 17 ເດືອນ​ໃນ​ຢູ​ເຄ​ຣນ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ວ​ລາ​ດີ​ເມຍ ປູ​ຕິນ.”

Politico ກ່າວ​ຕື່ມ​ວ່າ:

“ເຄື່ອງ​ປົກ​ປ້ອງ​ອາດ​ຈະ​ເປັນ​ການ​ພຽງ​ພໍ ເພື່ອມອບ​ໃຫ້​ພວກ​ຜູ້​ຊາຍ​ຫຼາຍໆ​ຄົນ​ທີ່​ໄດ້​ຖືກ​ເກນ​ໂດຍ​ຣັດ​ເຊຍ ນັບ​ແຕ່​ມີ​ການ​ຮຸກ​ຮານ. ຫຼັງ​ຈາກນັ້ນ​ກໍ​ແມ່ນ​ໂດ​ຣນ ທີ່​ສາ​ມາດ​ນຳ​ໃຊ້​ເພື່ອບອກ​ທິດ​ທາງ​ໃຫ້​ແກ່​ການ​ຍິງ​ປືນ​ໃຫຍ່ ຫຼື​ຖິ້ມ​ລະ​ເບີດມື​ລົງ​ໃສ່ ແລະ​ອຸບ​ປະ​ກອນ​ທີ່​ສາ​ມາດ​ແນມ​ເຫັນ​ເປົ້າ​ໝາຍ​ຂອງ​ສັດ​ຕູ​ໃນ​ຍາມ​ກາງ​ຄືນ.”

ລາຍ​ງານ​ລັບ​ໂດຍ​ຫ້ອງ​ການອຳ​ນວຍການ​ສືບ​ລັບ​ຂອງ​ສະ​ຫະ​ລັດ ໃນ​ເດືອນ​ກໍ​ລະ​ກົດ​ສະ​ຫຼຸບ​ວ່າ ການ​ສະ​ໜັບ​ສະ​ໜຸນ​ຈາກຈີນ​ແມ່ນ “ສຳ​ຄັນ” ຕໍ່​ຄວາມ​ສາ​ມາດ​ໃນ​ການ​ສືບ​ຕໍ່​ເຮັດ​ສົງ​ຄາມ​ຂອງ​ຣັດ​ເຊຍ​ໃນ​ຢູ​ເຄ​ຣນ.

ໄຕ້​ຫວັນ
ໃນ​ຂະ​ນະ​ດຽວ​ກັນ ມັນ​ບໍ່​ແມ່ນ​ຄວາມ​ລັບ​ເລີຍ​ທີ່​ວ່າ ຈີນ​ໄດ້​ແນ​ສາຍ​ຕາ​ໃສ່​ເພື່ອນ​ບ້ານ​ໄຕ້​ຫວັນ.

ໃນ​ວັນ​ທີ 19 ສິງ​ຫາ ປັກ​ກິ່ງ​ເລີ້ມ​ທຳ​ການ​ຊ້ອມ​ລົບ​ຢູ່​ອ້ອມ​ແອ້ມ​ເກາະ​ໄຕ້​ຫວັນ ຫຼັງ​ຈາກ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ໄຕ້​ຫວັນ ທ່ານ​ວິ​ລ​ລຽມ ຫຼາຍ ໄດ້​ຢຸດ​ແວ່​ທີ່​ນະ​ຄອນ​ແຊນ​ແຟ​ຣ​ສ​ຊິ​ສ​ໂກ ແລະ​ນິວຢອກ ອັນ​ເປັນ​ສ່ວນ​ນຶ່ງ​ໃນ​ການ​ໄປ​ຢ້ຽມ​ຢາມ​ປາ​ຣາ​ໄກວ.

ອົງ​ກາ​ນ​ຂ່າວ​ເອ​ພີ ລາຍ​ງານ​ວ່າ ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີນ ກ່າວ​ວ່າ ການ​ຊ້ອມ​ລົບ​ທາງ​ທະ​ຫານ ແມ່ນ​ເປັນ “ການ​ເຕືອນ​ຢ່າງ​ແຮງ” ຕໍ່​ອັນ​ທີ່​ຈີນ​ເອີ້ນ​ວ່າ ການສົມ​ຮູ້​ຮ່ວມ​ຄິດ​ລະ​ຫວ່າງ “ລະ​ຫວ່າງ​ພວກ​ແບ່ງ​ແຍກ​ດິນ​ແດນ​ແລະ​ກຳ​ລັງ​ຕ່າງ​ປະ​ເທດ.”

ຈີນ ເບິ່ງ​ໄຕ້​ຫວັນ​ວ່າ ເປັນ​ແຂວງ​ນຶ່ງ​ທີ່​ແຍກ​ໂຕ​ອອກ ແລະ​ປະ​ກາດ​ວ່າ ໃນ​ທີ່​ສຸດ​ກໍ​ຈະ​ໄດ້​ເຕົ້າ​ໂຮມ​ເກາະ​ດັ່ງ​ກ່າວ​ດ້ວຍ​ທຸກໆ​ວິ​ທີ. ໄຕ້​ຫວັນ​ໄດ້​ປົກ​ຄອງ​ຢ່າງ​ເປັນ​ອິດ​ສະ​ຫຼະ​ມາ​ແຕ່​ປີ 1949 ໂດຍ​ທີ່​ລັດ​ຖະ​ບານ​ໃນ​ປັດ​ຈຸ​ບັນ​ນີ້ ຢາກ​ເປັນ​ເອກ​ກະ​ລາດ.

ຜູ້​ນຳ​ຂອງ​ຈີນ ທ່ານ​ສີ ຈິ້ນ​ຜິງ ກ່າວ​ໃນ​ປີ 2022 ວ່າ ຈີນ​ຈະ​ພະ​ຍາ​ຍາມ​ທ້ອນ​ໂຮມ​ຊາດ​ດ້ວຍ​ສັນ​ຕິ​ວິ​ທີ ແຕ່​ຈະ “ບໍ່​ໃຫ້​ສັນ​ຍາ​ວ່າ​ຈະ​ຢຸດ​ເຊົາ​ການ​ໃຊ້​ກຳ​ລັງແລະ​ຂໍ​ສະ​ຫງວນ​ທາງ​ເລືອກ​ເພື່ອ​ໃຊ້​ທຸກ​ມາດ​ຕະ​ການ​ທີ່​ຈຳ​ເປັນ.”

ຈີນ​ໄດ້​ສະ​ແດງ​ກຳ​ລັງ​ທາງ​ທະ​ຫານ​ຂອງ​ຕົນ ໂດຍ​ທຳ​ການ​ຊ້ອມ​ລົບ​ຢູ່​ອ້ອມ​ເກາະ​ໄຕ້​ຫວັນ ໂດຍ​ທີ່ກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ໄດ້​ສົ່ງ​ເຮືອ​ບິນ​ລົບ​ອາຍ​ພົ່ນ ເກືອບ​ທຸກໆ​ວັນ​ເຂົ້າ​ໄປ​ໃນ​ເຂດ​ປ້ອງ​ກັນ​ເພື່ອ​ໃຫ້​ລະ​ບຸ​ໂຕ​ທາງ​ອາ​ກາດ​ຂອງ​ໄຕ້​ຫວັນ.

ໃນ​ເດືອນ​ສິງ​ຫາ​ປີ 2022 ກອ​ງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ ໄດ້​ທຳ​ການ​ຊ້ອມ​ລົບ​ທາງ​ທະ​ຫານ​ທີ່​ໃຫຍ່​ທີ່​ສຸດ​ຢູ່​ອ້ອມ​ເກາະ​ໄຕ້​ຫວັນ ໃນ​ຮອບ​ຫຼາຍໆ​ປີ ຫຼັງ​ຈາກ​ປະ​ທານ​ສະ​ພາ​ຕ່ຳ​ສະ​ຫະ​ລັດ ທ່ານ​ນາງ​ແນນ​ຊີ ເພ​ໂລ​ຊີ ໄປ​ຢ້ຽມ​ຢາມ​ເກາະ​ດັ່ງ​ກ່າວ.

ຈີນ “​ເລີ້ມທຳ​ການ​ຊ້ອມ​ລົບທາງ​ທະ​ຫານ ໃຊ້​ລູກ​ປືນ​ແທ້ ຢູ່​ອ້ອມ​ເກາະ​ໄຕ້​ຫວັນ ເປັນ​ເວ​ລາ 3 ມື້ ແລະ​ຮວມ​ທັງ​ຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຂ້າມ​ເກາະ​ດັ່​ງ​ກ່າວ ຊຶ່ງ​ຈຳ​ນວນ​ນຶ່ງ​ໄດ້​ຕົກ​ລົງ​ໃສ່​ເຂດ​ເສດ​ຖະ​ກິດ​ສະ​ເພາະ​ຂອງ​ຍີ່​ປຸ່ນ ແລະ​ຟີ​ລິບ​ປິນ. ການ​ຊ້ອມ​ລົບ​ນີ້ ມີ​ຂຶ້ນ​ໃກ້​ເກາະ​ໄຕ້​ຫວັນ ກວ່າ​ຄັ້ງ​ກ່ອນໆ​ທີ່​ຜ່ານ​ມາ ໂດຍ​ທີ່​ຈຳ​ນວນ​ນຶ່ງ​ແມ່ນ​ເຖິງ​ເຂດ​ນ່ານ​ນ້ຳ​ຂອງ​ໄຕ້​ຫວັນ.

ໃນ​ຖະ​ແຫຼງ​ການ​ຮ່ວມ​ລະ​ຫວ່າງ​ຈີນ​ກັບ​ຣັດ​ເຊຍ ເມື່ອ​ເດືອນ​ມີ​ນາ​ຜ່ານ​ມາ ມົ​ສ​ກູ​ກ່າວ​ວ່າ ຕົນ “ຂໍ​ຢືນ​ຢັນ​ອີກ​ເທື່ອ​ນຶ່ງ​ໃນ​ການ​ຢຶດ​ໝັ້ນ​ຕໍ່​ຫຼັການ​ຈີນ​ດຽວ ໂດຍ​ຮັບ​ຮູ້​ໄຕ້​ຫວັນ​ວ່າ ເປັນ​ດິນ​ແດນ​ສ່ວນ​ນຶ່ງ​ທີ່​ແບ່ງ​ແຍກ​ບໍ່​ໄດ້​ຂອງ​ຈີນ ​ຄັດ​ຄ້ານ​ຕໍ່​ການ​ເປັນ​ເອກ​ກະ​ລາດ​ໃນ​ທຸກ​ຮູບ​ແບບ​ຂອງ​ໄຕ້​ຫວັນ ແລະ​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ຢ່າງ​ໝັ້ນ​ຄົງ​ຕໍ່​ມາດ​ຕະ​ການ​ທີ່​ນຳ​ໃຊ້​ໂດຍ​ຈີນ ເພື່ອ​ຄຸ້​ມ​ຄອງ​ອະ​ທິ​ປະ​ໄຕ​ແລະເຂດ​ນ່ານ​ນ້ຳຂອງ​ຕົນ.”

ທີ່​ມາ ພະ​ແນກ Polygraph ຂອງວີ​ໂອ​ເອ

XS
SM
MD
LG