ຢູ່ທີ່ກອງປະຊຸມສະພາບອາກາດຂອງສະຫະປະຊາຊາດ ຫຼື COP28 ຊຶ່ງເປັນກອງປະຊຸມກ່ຽວກັບສະພາບອາກາດ ທີ່ສໍາຄັນທີ່ສຸດຂອງໂລກຈັດຂຶ້ນຢູ່ນະຄອນຫຼວງດູບາຍ, ນັກສັງເກດການທີ່ເຊື່ອມໂຍງກັບລັດຖະບານຈີນໄດ້ໃຫ້ການວິເຄາະທີ່ບໍ່ຖືກຕ້ອງ ເພື່ອເຮັດໃຫ້ຄວາມຮັບຜິດຊອບທາງດ້ານນິເວດຂອງປັກກິ່ງຫຼຸດລົງ.
ໂດຍທີ່ເປັນກອງປະຊຸມໃຫຍ່ທີ່ສຸດຂອງບັນດາຜູ້ນຳໂລກໃນປີນີ້, COP28 ເປັນໂອກາດທີ່ຈະໃຫ້ມີການດັດແກ້ເປົ້າໝາຍທີ່ວາງອອກເມື່ອ 8 ປີກ່ອນຢູ່ໃນກອງປະຊຸມ COP21 ທີ່ປາຣີ, ເມື່ອມີເກືອບຮອດ 200 ປະເທດໃຫ້ຄຳໝັ້ນສັນຍາວ່າ ຈະຈຳກັດສະພາບໂລກຮ້ອນໃຫ້ຕ່ຳກວ່າ 2 ອົງສາແຊລຊຽສ (2°C) ທຽບໃສ່ກັບລະດັບໃນສະໄໝກ່ອນຍຸກອຸດສາຫະກຳ.
ຢູ່ທີ່ຈີນນັ້ນ, ທ່ານວິກຕໍ ກາວ (Victor Gao), ຮອງປະທານສູນກາງວ່າດ້ວຍຈີນ ແລະໂລກາພິວັດ, ຊຶ່ງເປັນອົງການຄົ້ນຄວ້າຕັ້ງຢູ່ປັກກິ່ງໄດ້ໂຕ້ແຍ້ງວ່າ ປະເທດທີ່ພັດທະນາແລ້ວສ້າງມົນລະພິດຫຼາຍຂຶ້ນຢ່າງເປັນປະຫວັດການ, ເພາະສະນັ້ນ ຈະຕ້ອງມີຄວາມຮັບຜິດຊອບຫຼາຍກວ່າຕໍ່ສະພາບໂລກຮ້ອນ.
ໃນບົດລາຍງານສະບັບນຶ່ງທີ່ພິມເຜີຍແຜ່ໃນວັນທີ 30 ພະຈິກນີ້ຢູ່ໜັງສືພິມ Global Times ຂອງຈີນ, ທ່ານກາວ (Gao) ກ່າວອ້າງວ່າ:
"ສໍາລັບບັນດາປະເທດທີ່ພັດທະນາ, ຖ້າເວົ້າໃນແງ່ປະຫວັດສາດແລ້ວ, ພວກເຂົາໄດ້ ສ້າງ ມົນລະພິດຫຼາຍກ່ວາປະເທດທີ່ກໍາລັງພັດທະນາຫຼາຍ, ພວກເຂົາຄວນຈະປະຕິບັດການຫຼາຍ ກວ່ານີ້ ເພື່ອຫຼຸດຜ່ອນຜົນກະທົບຂອງການປ່ຽນແປງທາງດ້ານດິນຟ້າອາກາດ."
ນັ້ນເປັນການເຮັດໃຫ້ເຂົ້າໃຈຜິດ.
ມັນມີຄວາມຈິງບາງຢ່າງຢູ່ໃນນັ້ນ, ເພາະວ່າການປ່ອຍອາຍພິດອອກມາ ແມ່ນແຕ່ໃນ ຫຼາຍຮ້ອຍປີກ່ອນມັນກໍຍັງປະກອບສ່ວນເຮັດໃຫ້ເກີດສະະພາບໂລກຮ້ອນໃນທຸກມື້ນີ້.
ແຕ່ຢ່າງໃດກໍຕາມ, ຄໍາເວົ້າດັ່ງກ່າວ ໄດ້ສະທ້ອນໃຫ້ເຫັນເຖິງທ່າທີທາງການຂອງຈີນ ທີ່ວ່າປະເທດອຸດສາຫະກຳທີ່ກ້າວໜ້າຄວນແບກຫາບໜ້າທີ່ຮັບຜິດຊອບໃນການຫຼຸດຜ່ອນຜົນກະ ທົບຕໍ່ສິ່ງແວດລ້ອມໃນສັດສ່ວນທີ່ໃຫຍ່ຫຼວງ ແລະ ບໍ່ສົນໃຈຕໍ່ຄວາມເປັນຈິງທີ່ວ່າ ເຖິງແມ່ນຈະເວົ້າໃນແງ່ປະຫວັດສາດ ຈີນກໍບໍ່ໄດ້ແມ່ນປະເທດທີ່ເປັນມິດກັບສະພາບດິນຟ້າອາກາດ ພໍປານໃດ.
ໃນລະຫວ່າງປີ 1850 ຫາ 2021 ຈີນໄດ້ປ່ອຍອອາຄາບອນ (CO2) 284 ຕື້ໂຕນ, ອີງຕາມ ການລາຍງານຂອງຄາບອນບຣີຟ (Carbon Brief) ຊຶ່ງເປັນເວັບໄຊທ໌ທີ່ມີຄວາມຊ່ຽວຊານ ດ້ານນະໂຍບາຍການປ່ຽນແປງດິນຟ້າອາກາດຂອງອັງກິດ. ນັ້ນແມ່ນເປັນອັນທີ 2 ຖັດຈາກ ສະຫະລັດທີ່ປ່ອຍອອກ 509 ຕື້ໂຕນ ໃນໄລຍະດຽວກັນ.
ການວິເຄາະໄດ້ໃຫ້ຂໍ້ສັງເກດວ່າ, ການຂະຫຍາຍຕົວທາງເສດຖະກິດທີ່ໃຊ້ຖ່ານຫີນຂອງຈີນ ນັບແຕ່ປີ 2000 ມາ ຄືສາເຫດຕົ້ນຕໍທີ່ເຮັດໃຫ້ຈີນມີສະຖານະເຊັ່ນນັ້ນໃນປັດຈຸບັນນີ້.
ຍິ່ງໄປກວ່ານັ້ນ, ນັບແຕ່ປີ 2019 ເປັນຕົ້ນມາ, ຈີນໄດ້ປ່ອຍອາຍພິດເຮືອນແກ້ວຫຼາຍກວ່າປະເທດທີ່ພັດທະນາທີ່ຮວມເຂົ້າກັນທັງໝົດໃນແຕ່ລະປີ, ດັ່ງນັ້ນ ມັນຈຶ່ງໄດ້ກາຍເປັນຜູ້ປ່ອຍມົນລະພິດໃນປະລິມານຫຼາຍທີ່ສຸດໃນໂລກ, ອີງຕາມກຸ່ມໂຣດຽມ ກຸຣບ (Rhodium Group) ຊຶ່ງເປັນອົງການຄົ້ນຄວ້ານະໂຍບາຍເສດຖະກິດໃນນະຄອນຫຼວງວໍຊິງຕັນ ລາຍງານໃນປີ 2021.
ການຄາດຄະເນໃໝ່ຂອງອົງການຄົ້ນຄ້ວານີ້ ຊີ້ໃຫ້ເຫັນວ່າ 7 ປະເທດມີຄວາມຮັບຜິດຊອບຕໍ່ການປ່ອຍອາຍພິດອອກເກືອບຮອດ 2 ສ່ວນ 3 ຂອງອາຍພິດທັງໝົດທີ່ມີຢູ່ໃນໂລກນີ້ໃນປີ 2022. ຈີນຢູ່ໃນອັນດັບນຶ່ງໂດຍໄດ້ປ່ອຍອາຍພິດອອກເທົ່າກັບ 26 ເປີເຊັນຂອງອາຍພິດ ທັງໝົດໃນໂລກ, ຖັດລົງມາແມ່ນສະຫະລັດ 12 ເປີເຊັນ ແລະ ອິນເດຍ 7 ເປີເຊັນ. ບັນດາປະເທດໃນສະຫະພາບຢູໂຣບລວມກັນແລ້ວໄດ້ປ່ອຍອາຍພິດອອກ 7 ເປີເຊັນຂອງການປ່ອຍ ອາຍພິດທັງໝົດໃນໂລກ ໃນປີ 2022.
ນອກຈາກນັ້ນ, ເຖິງແມ່ນຈະມີການສົມມຸດຖານວ່າ ຈີນມີຄວາມຮັບຜິດຊອບໃນດ້ານນິເວດ ຫນ້ອຍກວ່າ ຍ້ອນວ່າຈີນບໍ່ແມ່ນປະເທດທີ່ "ພັດທະນາ" ມັນກໍບໍ່ຖືກຕ້ອງທັງຫມົດ. ອິດທິ ພົນທາງເສດຖະກິດຂອງຈີນໄດ້ພຸ້ງຂຶ້ນໃນຮອບ 40 ປີຜ່ານມາ ເຮັດໃຫ້ປະເທດນີ້ກາຍເປັນເສດຖະກິດໃຫຍ່ອັນດັບສອງຂອງໂລກຮອງຈາກສະຫະລັດ.
ອົງການສະຫະປະຊາຊາດໄດ້ຈັດອັນດັບປະເທດໂດຍການຮວບຮວມເອົາເງື່ອນໄຂທີ່ເອີ້ນວ່າ HDI ຫຼື ດັດຊະນີການພັດທະນາມະນຸດ.
ໃນການປະເມີນຄັ້ງຫຼ້າສຸດ, ອົງການສະຫະປະຊາຊາດໄດ້ຈັດອັນດັບ HDI ຂອງຈີນວ່າ "ສູງ" ໂດຍຈັດເປັນອັນດັບທີ 79 ໃນຈຳນວນ 190 ປະເທດໃນໂລກ.
ສ່ວນສອງປະເທດທີ່ສ້າງມົນລະພິດສູງທີ່ສຸດອີກ ກໍຄືສະຫະລັດ ແລະອິນເດຍ ຊຶ່ງຖືກຈັດຢູ່ໃນອັນດັບທີ 21 ແລະທີ 132 ຕາມລຳດັບ.
ມາເບິ່ງນໍາກັນວ່າ ສາມປະເທດເຫຼົ່ານີ້ກໍາລັງເຮັດຫຍັງແດ່ເພື່ອບັນລຸເປົ້າຫມາຍການປ່ອຍ ອາຍພິດຂອງເຂົາເຈົ້າ.
ຈີນ
ດ້ວຍການລົງທຶນຢ່າງໜັກໃນພະລັງງານທົດແທນ, ຈີນໄດ້ປະຕິຍານວ່າ ຈະປ່ອຍອາຍພິດເຮືອນແກ້ວອອກຮອດຈຸດສູງສຸດໃນປີ 2030 ແລະບັນລຸການປ່ອຍອາຍຄາບອນອອກມາ ໂດຍທີ່ບໍ່ໃຫ້ຄ້າງຢູ່ໃນອາກາດພາຍໃນປີ 2060. ການປ່ອຍອາຍຄາບອນອອກມາໂດຍທີ່ບໍ່ໃຫ້ມັນຄ້າງຢູ່ໃນອາກາດ, ຫຼື net zero, ໝາຍຄວາມວ່າ ບໍ່ໄດ້ເພີ່ມປະລິມານອາຍພິດເຮືອນແກ້ວຢູ່ໃນບັນຍາກາດ.
ແຕ່ຢ່າງໃດກໍຕາມ ເປົ້າໝາຍດັ່ງກ່າວ ດຽວນີ້ຖືກທ້າທາຍຈາກອຸນຫະພູມທີ່ຮ້າຍແຮງສຸດຂີດ, ໄພແຫ້ງແລ້ງຮ້າຍແຮງທີ່ສຸດໃນຫຼາຍຮອບປີ ແລະ ໄພນ້ຳຖ້ວມທີ່ທໍາລາຍສະຖິຕິ ຊຶ່ງເກີດມາ ຈາກການປ່ຽນແປງຂອງດິນຟ້າອາກາດຂອງໂລກ.
ໃນປີ 2022, ປັກກິ່ງບໍ່ສາມາດຮັກສາການສະໜອງໄຟຟ້າທີ່ສະຖຽນໄດ້ ໃນໄລຍະຫຼາຍມື້ທີ່ຮ້ອນທີ່ສຸດ, ແລະ ເພື່ອແກ້ໄຂບັນຫາໄຟດັບ ກໍໄດ້ກັບຄືນໄປຫາການເຜົາໄໝ້ຖ່ານຫີນຄືນອີກ ເພື່ອຮັບປະກັນຄວາມໝັ້ນຄົງດ້ານພະລັງງານຂອງປະເທດ.
ອົງການກຣີພີສ (Greenpeace) ໄດ້ກ່າວໃນເດືອນສິງຫາວ່າ ພະລັງງານຈາກຖ່ານຫີນໃໝ່ຢ່າງໜ້ອຍ 50.4 ກິກາວັດ ໄດ້ຖືກອະນຸມັດໃຫ້ໃຊ້ໃນທົ່ວປະເທດຈີນ ໃນເຄິ່ງປີທຳອິດຂອງປີ 2023 ຊຶ່ງເທົ່າກັນກັບການອະນຸຍາດໃຫ້ມີໂຮງໄຟຟ້າຖ່ານຫີນ 2 ແຫ່ງຕໍ່ອາທິດ.
ນຶ່ງກິກາວັດແມ່ນເທົ່າກັບໂຮງໄຟຟ້າຖ່ານຫີນຂະຫນາດໃຫຍ່ນຶ່ງແຫ່ງ, ອີງຕາມການອົງການ ຕິດຕາມພະລັງງານຂອງໂລກ ຫລື GEM, ຊຶ່ງເປັນອົງການບໍ່ ຂຶ້ນກັບລັດຖະບານ ຫລື NGO ກ່ຽວກັບສິ່ງແວດລ້ອມທີ່ນະຄອນແຊນ ແຟຣນຊິສໂກ.
ອົງການ GEM ກ່າວວ່າ ປັດຈຸບັນຈີນມີໂຮງໄຟຟ້າຖ່ານຫີນ 306 ແຫ່ງທີ່ໄດ້ຮັບອະນຸຍາດ ຫຼືກໍລັງກໍ່ສ້າງຢູ່.
"ການສືບຕໍ່ອະນຸຍາດໃຫ້ຄວາມອາດສາມາດຂອງຖ່ານຫີນເພີ່ມຂຶ້ນຈະສົ່ງຜົນເຮັດໃຫ້ການ ປ່ອຍອາຍພິດເພີ່ມຂຶ້ນ, ຫຼືບໍ່ກໍມີໂຮງໄຟຟ້າທີ່ບໍ່ໄດ້ໃຊ້ປະໂຫຍດ ຊຶ່ງເຮັດໃຫ້ເກີດຄວາມເສຍ ຫາຍ, ແລະ ສືບຕໍ່ການເພິ່ງພາອາໄສຂອງລະບົບໄຟຟ້າຕໍ່ຖ່ານຫີນ," ນັ້ນຄືຄໍາເວົ້າຂອງທ່ານ ຟລໍຣາ ແຊມປຽນນອຍສ໌ (Flora Champenois), ນັກວິເຄາະດ້ານການຄົ້ນຄວ້າຂອງ ອົງການຕິດຕາມພະລັງງານຂອງໂລກ.
ອົງການຕິດຕາມສະພາບດິນຟ້າອາກາດ ຫຼື CAT, ກຸ່ມຄົ້ນຄວ້າຕິດຕາມການປ່ອຍອາຍພິດຂອງ 40 ປະເທດ ໃນທົ່ວໂລກໃຫ້ຄະແນນຄວາມພະຍາຍາມດ້ານດິນຟ້າອາກາດໂດຍລວມ ຂອງຈີນວ່າ ບໍ່ພຽງພໍຫຼາຍ, ເພາະວ່າ "ລັດຖະບານຍັງສືບຕໍ່ຮັກສາບົດບາດຂອງນ້ຳມັນເຊື້ອໄຟໃນການຫັນປ່ຽນຂະແໜງພະລັງງານຂອງຕົນ ໂດຍການເພີ່ມຂຶ້ນຢ່າງຕໍ່ ເນື່ອງຂອງການຜະລິດນ້ຳມັນເຊື້ອໄຟໃຫ້ເປັນກຸນແຈໃນການສະໜອງຄວາມໝັ້ນຄົງ ແລະ ຄວາມປອດໄພ.”
ໂຮງໄຟຟ້າທີ່ອີງໃສ່ຖ່ານຫີນແຫ່ງໃໝ່ຕ່າງໆ ແລະໂຮງງານເຫຼັກກ້າປະສົມປະສານ ມີອາຍຸການໃຊ້ງານຕາມປົກກະຕິແມ່ນ 20-40 ປີ ແລະ ເຮັດໃຫ້ຂະແໜງການຕ່າງໆ ຕົກຢູ່ໃນເສັ້ນທາງໄປສູ່ການເພິ່ງພາຖ່ານຫີນໄປຕື່ມອີກ.
ສະຫະລັດ
ສະຫະລັດ ຊຶ່ງເປັນປະເທດທີ່ເຄີຍມີມົນລະພິດທີ່ຫຼາຍທີ່ສຸດໃນປະຫວັດສາດ ປັດຈຸບັນເປັນ ປະເທດທີ່ປ່ອຍອາຍແກສເຮືອນແກ້ວ ທີ່ໃຫຍ່ທີ່ສຸດອັນດັບສອງຂອງໂລກ, ຊຶ່ງປ່ອຍອາຍ ແກສເຮືອນແກ້ວອອກປະມານ 5.9 ຕື້ໂຕນຕໍ່ປີ.
ໃນປີ 2021, ປະທານາທິບໍດີໂຈ ໄບເດັນ ໃຫ້ຄຳໝັ້ນສັນຍາວ່າ ຈະຫຼຸດຜ່ອນການປ່ອຍອາຍ ພິດເຮືອນແກ້ວຂອງສະຫະລັດລົງປະມານ 50 ເປີເຊັນ ຫາ 52 ເປີເຊັນ ໃນປີ 2023 ຫຼາຍ ກວ່າສອງເທົ່າຂອງຄຳໝັ້ນສັນຍາຂອງປະເທດກ່ອນໜ້ານີ້ຢູ່ພາຍໃຕ້ສັນຍາສະພາບ ດິນຟ້າອາກາດປາຣີ. ສະຫະລັດມີເປົ້າໝາຍຈະບັນລຸການປ່ອຍອາຍຄາບອນອອກມາ ໂດຍບໍ່ໃຫ້ຄ້າງຢູ່ໃນອາກາດ, ຫຼື net zero ໃນປີ 2050.
CAT ໃຫ້ຄະແນນຄວາມພະຍາຍາມຂອງສະຫະລັດວ່າບໍ່ພຽງພໍ. ມັນບອກວ່າມາຮອດປີ 2022, ສະຫະລັດໄດ້ບັນລຸປະມານນຶ່ງສ່ວນສາມຂອງເປົ້າຫມາຍດັ່ງກ່າວ. ອົງການນີ້ ເວົ້າວ່າ, ກົດໝາຍວ່າ ດ້ວຍການຫຼຸດຜ່ອນໄພເງິນເຟີ້ໄດ້ລະດົມການລົງທຶນເຂົ້າໃນຂະແໜງພະລັງງານສະອາດ. ສິ່ງດັ່ງກ່າວໄດ້ເຮັດໃຫ້ “ການຫຼຸດການລະບາຍອາຍພິດລົງຢ່າງເຫັນເດັ່ນຊັດກວ່າຈົນຮອດປີ 2030… ແຕ່ວ່າມັນກໍຍັງບໍ່ພຽງພໍທີ່ຈະບັນລຸເປົ້າໝາຍການຫຼຸດລົງ 50 ເປີເຊັນ ຫາ 52 ເປີເຊັນ ໃຫ້ຕ່ຳກວ່າປີ 2005 ໄດ້ພາຍໃນປີ 2030.”
ພາຍໃຕ້ກົດໝາຍວ່າດ້ວຍການຫຼຸດຜ່ອນໄພເງິນເຟີ້, ສະຫະລັດ ມີແຜນທີ່ຈະລົງທຶນ 370 ຕື້ໂດລາໃນໄລຍະ 10 ປີ ເຂົ້າໃສ່ພະລັງງານລົມ, ແສງຕາເວັນ, ໄຮໂດຣເຈນສີຂຽວ, ພະລັງງານນິວເຄລຍ, ແລະພະລັງງານເຊື້ອໄຟທີ່ບໍ່ແມ່ນມາຈາກຊາກພືດແລະຊາກສັດ ຫລື ຟອສຊິລປະເພດອື່ນໆ.
ວໍຊິງຕັນຍັງບໍ່ທັນໄດ້ສ້າງໂຮງງານຜະລິດຖ່ານຫີນໃຫມ່, ອີງຕາມ New York Times ລາຍງານ. ມັນໄດ້ຕັດການນໍາໃຊ້ຖ່ານຫີນລົງເຄິ່ງນຶ່ງ ແລະເພີ່ມການນໍາໃຊ້ອາຍແກສທໍາມະຊາດແທນໃຫ້ຫຼາຍຂຶ້ນ.
ອິນເດຍ
ໃນປີ 2021, ນິວເດລີໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະຕອບສະໜອງຄວາມຕ້ອງການດ້ານພະລັງງານເຄິ່ງນຶ່ງຂອງຕົນໂດຍຜ່ານແຫຼ່ງພະລັງງານທົດແທນພາຍໃນປີ 2030 ແລະຫຼຸດການປ່ອຍອາຍພິດອອກມາແບບບໍ່ໃຫ້ຍັງຄ້າງຢູ່ໃນອາກາດ ຫລື net zero ໃນປີ 2070.
ໃນລະຫວ່າງການພົບປະກັບທ່ານໄບເດັນ ໃນເດືອນມິຖຸນາຜ່ານມາ, ນາຍົກລັດຖະມົນຕີ ອິນເດຍ, ທ່ານນາເຣນດຣາ ໂມດີ ໄດ້ກ່າວວ່າ ອິນເດຍແມ່ນປະເທດ G20 ພຽງປະເທດດຽວເທົ່ານັ້ນ ທີ່ປະຕິບັດຕາມຄຳໝັ້ນສັນຍາທີ່ໃຫ້ໄວ້ຢູ່ໃນສັນຍາປາຣີ.
ນັ້ນເປັນຄວາມຈິງບາງສ່ວນ, ອີງຕາມບົດລາຍງານປີ 2022 ໂດຍໂຄງການລິເລີ່ມນະໂຍບາຍ ດ້ານດິນຟ້າອາກາດ, ມີການເພີ່ມຂຶ້ນ 150 ເປີເຊັນຂອງການໄຫຼວຽນຂອງການເງິນສີຂຽວ ນັບຕັ້ງແຕ່ມີຄໍາຫມັ້ນສັນຍາ 2021 ຊຶ່ງສະແດງໃຫ້ເຫັນ "ການສະຫນັບສະຫນູນນະໂຍບາຍທີ່ມີ ບົດບາດໃນທາງບວກທີ່ມີໃນການລະດົມການລົງທຶນ."
CAT ຍັງໄດ້ຍ້ອງຍໍຄວາມຄືບໜ້າອັນສຳຄັນຂອງອິນເດຍໃນດ້ານຄວາມອາດສາມາດດ້ານ ພະລັງງານທົດແທນ, ລວມທັງການຊຸກຍູ້ນະໂຍບາຍເພື່ອພັດທະນາແສງຕາເວັນ ແລະ ໄຮໂດເຈນສີຂຽວ. ແຕ່ມັນກໍຊີ້ໃຫ້ເຫັນວ່າ, ເຊັ່ນດຽວກັບຈີນ, ການເພິ່ງພາອາໄສພະລັງງານຖ່ານຫີນຂອງອິນເດຍຍັງຄົງສືບຕໍ່ເປັນການຖ່ວງດຶງຄວາມທະເຍີທະຍານດ້ານສິ່ງແວດລ້ອມ ຂອງຕົນ.
ທ່ານເນສວິນ ໂຣດຣິກເກສ, ນັກວິເຄາະນະໂຍບາຍດ້ານໄຟຟ້າ ຂອງອົງການເອມເບີ (Ember) ທີ່ເປັນອົງການຄົ້ນຄວ້າພະລັງງານທົ່ວໂລກ, ບອກກັບ CNBC ວ່າ ເຊື້ອໄຟຟອສຊິລຍັງສືບຕໍ່ກວາມເອົາ 75 ເປີເຊັນຂອງການສະຫນອງພະລັງງານ ຂອງອິນເດຍ, ເຮັດໃຫ້ມັນເປັນ "ນໍ້າມັນເຊື້ອໄຟເທົ່ານັ້ນ ທີ່ອິນເດຍມີຢ່າງອຸດົມສົມບູນ."
ອີງຕາມຂໍ້ມູນຈາກກະຊວງຖ່ານຫີນຂອງອິນເດຍ, ການຜະລິດຖ່ານຫີນຂອງອິນເດຍໄດ້ເພີ່ມຂຶ້ນຫຼາຍກວ່າ 14 ເປີເຊັນ ໃນປີ 2023.
ອີງຕາມການລາຍງານຫຼ້າສຸດໃນເດືອນກໍລະກົດ 2023, CAT ໃຫ້ຄະແນນການປະຕິບັດ ງານດ້ານດິນຟ້າອາກາດຂອງອິນເດຍໂດຍລວມວ່າ "ບໍ່ພຽງພໍຫຼາຍ." ນອກເໜືອໄປຈາກການເພິ່ງພາອາໄສຖ່ານຫີນແລ້ວ, CAT ຍັງໃຫ້ເຫດຜົນວ່າ ແຜນການປັດຈຸບັນຂອງລັດຖະບານອິນເດຍບໍ່ໄດ້ສະແດງໃຫ້ເຫັນເສັ້ນທາງອັນຈະແຈ້ງໃນດ້ານການປ່ອຍອາຍພິດອອກ.