ເມື່ອວັນທີ 27 ກໍລະກົດ ອົງການຂ່າວ Global Times ຂອງທາງການຈີນໄດ້ຕ້ອງຕິກັບຮັບມືກັບໄຟໄໝ້ປ່າຂອງການາດາ ຊຶ່ງໜັງສືພິມດັ່ງກ່າວເວົ້າວ່າ ໄດ້ສ້າງຄວາມເສຍຫາຍທີ່ “ວັດແທກບໍ່ໄດ້” ຕໍ່ສິ່ງແວດລ້ອມຂອງໂລກ.
ການາດາໄດ້ປະສົບກັບ ຄວາມເສຍຫາຍທີ່ຮ້າຍແຮງສຸດ ເທົ່າທີີ່ເຄີຍບັນທຶກມາ ໂດຍມີໄຟປ່າລຸກໄໝ້ປະມານ 4,797 ແຫ່ງມາຈົນຮອດວັນທີ 26 ກໍລະກົດ ເພີ້ມຂຶ້ນ 132 ເປີເຊັນໂດຍອັດຕາສະເລ່ຍໃນຮອບ 10 ປີ.
ໜັງສືພິມ Global Times ກ່າວວ່າ ເຈົ້າໜ້າທີ່ການາດາ ໄດ້ປະສົບກັບຄວາມລົ້ມແຫຼວ ໃນການປ້ອງກັນ ແລະມອດໄຟໄໝ້ປ່າ ໂດຍປ່ອຍໃຫ້ບັນດາດັ່ງກ່າວ ກາຍເປັນຄວາມຮິບດ່ວນໃນດ້ານສິ່ງແວດລ້ອມຂອງໂລກ. ໜັງສືພິມສະບັບນີ້ ຫຼັງຈາກນັ້ນກໍໄດ້ກ່າວຊົມເຊີຍການຮັບມືກັບໄຟໄໝ້ປ່າ ຢ່າງມີປະສິດທິຜົນ ຂອງຈີນ ແລະໄດ້ນຳໃຊ້ຂໍ້ມູນກ່ຽວຂ້ອງ ເພື່ອສະແດງໃຫ້ຮູບພາບທີ່ວ່າຈີນເປັນປະເທດທີ່ມີຄວາມຮັບຜິດຊອບທາງດ້ານນິເວດວິທະຍາຂອງໂລກ.
“ອີງຕາມການຄາດຄະເນແລ້ວ ການປ່ອຍແກັສຄາບອນໄດອອກໄຊໂດຍສະເລ່ຍໃນແຕ່ລະປີຈາກໄຟໄໝ້ປ່າຂອງຈີນ ແຕ່ປີ 2000 ຫາ 2021 ແມ່ນປະມານ 15 ລ້ານໂຕນ ຊຶ່ງປະກອບເປັນພຽງແຕ່ 0.2 ເປີເຊັນຂອງການປ່ອຍແກັສຈາກໄຟໄໝ້ປ່າທັງໝົດຂອງໂລກ ໂດຍສະແດງໃຫ້ເຫັນວ່າ ຈີນມີບົດບາດຮັບຜິດຊອບເປັນປະເທດປ່ອຍແກັສດັ່ງກ່າວທີ່ສຳຄັນຂອງໂລກ.”
ການກ່າວອ້າງນັ້ນ ແມ່ນພາໃຫ້ສັງຄົມເຂົ້າໃຈຜິດ.
ການນຳໃຊ້ຂໍ້ມູນສະແດງໃຫ້ເຫັນວ່າ ການປ່ອຍແກັສຄາບອນໄດອອກໄຊ ຫຼື CO2 ໃນລະດັບຕ່ຳຈາກໄຟໄໝ້ປ່າ ແມ່ນເປັນຄວາມພະຍາຍາມທີ່ຈະປິດບັງບົດບາດຂອງຈີນໃນຖານະຜູ້ປ່ອຍມົນລະພິດຫຼາຍທີ່ສຸດໃນໂລກ ແລະບໍ່ໄດ້ສະແດງໃຫ້ເຫັນຜົນກະທົບໃນການສ້າງຄວາມເສຍຫາຍຮ້າຍແຮງຂອງຕົນ ຕໍ່ການປ່ຽນແປງ ຂອງດິນຟ້າອາກາດ.
ທະນາຄານໂລກລາຍງານວ່າ ໃນປີ 2022 ຈີນ ໄດ້ປ່ອຍແກັສຄາບອນໄດອອກໄຊ 27 ເປີເຊັນຂອງໂລກ ແລະປ່ອຍແກັສເຮືອນແກ້ວອື່ນໆ ຫຼາຍເປັນອັນດັບ 3 ຂອງໂລກ. ຕິດຕາມດ້ວຍສະຫະລັດ ທີ່ປ່ອຍ 14 ເປິເຊັນແລະອິນເດຍເປັນອັນດັບສາມດ້ວຍການປ່ອຍແກັສດັ່ງ ກ່າວ 8 ເປີເຊັນ.
“ໂດຍປາສະຈາກຈີນ ໃນການຫັນປ່ຽນເສດຖະກິດໄປສູ່ການປ່ອຍແກັສຄາບອນໃນລະດັບຕ່ຳແລ້ວ ການບັນລຸເປົ້າໝາຍກ່ຽວກັບດິນຟ້າອາກາດຂອງໂລກ ຈະເປັນໄປບໍ່ໄດ້” ທະນາຄານໂລກກ່າວ.
ເຫດຜົນສຳຄັນສຳລັບຈີນ ໃນການຕິດອັນດັບນຶ່ງ ຢູ່ໃນບັນຊີຜູ້ປ່ອຍແກັສຄາບອນໄດອອກໄຊຫຼື CO2 ຫຼາຍທີ່ສຸດຂອງໂລກນັ້ນ ຍ້ອນປະເທດດັ່ງກ່າວຍັງເພິ່ງພາຖ່ານຫີນ.
ໃນປີ 2021 ປະທານປະເທດຈີນ ທ່ານສີ ຈິ້ນຜິງ ໄດ້ໃຫ້ຄຳໝັ້ນສັນຍາທີ່ຈະທຳການຄວບຄຸມຖ່ານຫີນຢ່າງເຄັ່ງຄັດ ແລະເລີ້ມຕັດການໃຊ້ລົງໃນປີ 2026 ແລະດັ່ງນັ້ນເຮັດໃຫ້ຈີນເປັນຜູ້ປ່ອຍແກັສ CO2 ໃນລະດັບສູງສຸດ ກ່ອນປີ 2030.
ແຕ່ແນວໃດກໍຕາມ ໃນປີ 2022 ຈີນໄດ້ປະສົບກັບຄວາມລົ້ມແຫຼວ ເພື່ອໃຫ້ບັນລຸຄວາມຮຽກຮ້ອງຕ້ອງການໃນລະດັບສູງຍ້ອນສະພາບອາກາດທີ່ຮ້າຍແຮງຈັດ ຊຶ່ງໄດ້ນຳໄປສູ່ການຂາດແຄນພະລັງງານຢ່າງກວ້າງຂວາງ. ນັບຕັ້ງແຕ່ນັ້ນມາ ຈີນກໍໄດ້ໃຫ້ການອະນຸມັດເພີ້ມຂຶ້ນຕໍ່ການໃຊ້ຖ່ານຫີນ ເພື່ອແກ້ໄຂບັນຫາກ່ຽວກັບຄວາມສາມາດທາງດ້ານພະລັງງງານ.
ທ່າອຽງດັ່ງກ່າວ ຍັງດຳເນີນຢູ່ຕໍ່ມາຈົນຮອດປີນີ້. ກຸ່ມປົກປ້ອງສິ່ງແວດລ້ອມ Greenpeace ລາຍງານວ່າ ລັດຖະບານໃນທ້ອງຖິ່ນຂອງຈີນ ໄດ້ໃຫ້ການອະນຸມັດ ຕໍ່ການສ້າງໂຮງໄຟຟ້າຖ່ານຫີນ 20.45 ກິກາວັດ ໃນໄລຍະ 3 ເດືອນທຳອິດ ຂອງປີ 2023 ເພີ້ມຂຶ້ນຈາກ 8.6 ກິກາວັດ ໃນໄລຍະດຽວກັນຂອງປີ 2022. ໃນປີ 2021 ໂຮງໄຟຟ້າຖ່ານຫີນທັງໝົດທີ່ໄດ້ຮັບການອະນຸມັດຢູ່ຈີນ ແມ່ນ 18 ກິກາວັດ.
“ການສືບຕໍ່ໃຫ້ການອະນຸມັດຖ່ານຫີນ ຕໍ່ລະບົບພະລັງງານທີ່ບໍ່ມີປະສິດທິຜົນຂອງຈີນແມ່ນຫົນທາງຕັນ” ອີງການ Greenpeace ກ່າວ. “ແລະມັນເປັນການສ່ຽງທີ່ຈະເກີດໄພພິບັດທາງດ້ານຟ້າອາກາດ ການແບກຫາບທາງດ້ານການເງິນ ແລະບັງຄັບໃຫ້ພວກເຮົາກ້າວສູ່ເສັ້ນທາງການໃຊ້ແກັສຄາບອນໃນລະດັບສູງ.”
ກຸ່ມປົກປ້ອງສິ່ງແວດລ້ອມອື່ນໆໂຕ້ແຍ້ງວ່າ ຄວາມພະຍາຍາມໂດຍທົ່ວໄປຂອງຈີນເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດແມ່ນບໍ່ພຽງພໍ. ກຸ່ມຕິດຕາມສິ້ງຊອມມາດຕະການດ້ານອາກາດ ຫຼື Climate Action Tracker ຊຶ່ງເປັນໂຄງການທີ່ໄດ້ຮັບທຶນ ຈາກມູນນິທິແລະລັດຖະບານຕ່າງໆໃນທົ່ວໂລກ ຊຶ່ງໄດ້ຕິດຕາມເບິ່ງຄວາມກ້າວໜ້າໄປສູ່ການບັນລຸເປົ້າໝາຍ ຂອງຂໍ້ຕົກລົງປາຣີ ຕີລາຄາການດຳເນີນຄວາມພະຍາຍາມຂອງຈີນໂດຍທົ່ວໄປ ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະຄວບຄຸມ ການປ່ອຍແກັສເຮືອນແກ້ວນັ້ນວ່າ “ເປັນການບໍ່ພຽງພໍຢ່າງສູງ.”
ມັນເປັນສິ່ງສຳຄັນ ທີ່ຈະຕ້ອງໄດ້ບັນທຶກວ່າ ໄຟໄໝ້ປ່າແມ່ນເປັນພຽງອົງປະກອບນຶ່ງໃນກາປ່ອຍແກັສຄາບອນໄດອອກໄຊທັງໝົດ ແລະຜົນກະທົບຂອງມັນແມ່ນຕ່ຳຫຼາຍເມື່ອປຽບທຽບໃສ່ກິດຈະກຳອື່ນໆຂອງມະນຸດ ເຊັ່ນການໃຊ້ເຊື້ອໄຟທີ່ມາຈາກຊາກພືດແລະຊາກສັດ ການຈູດເຜົາຖ່ານຫີນ ແກັສທຳມະຊາດ ແລະປີໂຕຣລຽມ.
ພວກນັກວິທະຍາສາດຕາເວັນຕົກມອງເຫັນວ່າ ໄຟໄໝ້ປ່າແມ່ນເປັນສ່ວນນຶ່ງຂອງລະບົບນິເວດວິທະຍາທີ່ເກີດຂຶ້ນຕາມທຳມະຊາດ ຊຶ່ງໝາຍຄວາມວ່າ ໄຟໄໝ້ປ່າໂດຍປົກກະຕິແລ້ວ ສາມາດປ່ອຍໃຫ້ມັນລຸກໄໝ້ຕໍ່ໄປໄດ້ ຖ້າຫາກບໍ່ມີຜົນກະທົບຕໍ່ຊີວິດແລະຊັບສິນຂອງມະນຸດ. ຢູ່ຈີນ ເຈົ້າໜ້າທີ່ທ້ອງຖິ່ນຈະສົ່ງພະນັກງານມອດໄຟ ໄປດັບໄຟທີ່ໄໝ້ ເຖິງແມ່ນມັນລຸກໄໝ້ຢູ່ໃນເຂດທີ່ສອກຫຼີກຫ່າງໄກ.
ດ້ວຍເຫດຜົນດັ່ງກ່າວ ການປ່ອຍແກັສຄາບອນໄດອອກໄຊຫຼື CO2 ທີ່ມາຈາກໄຟໄໝ້ປ່າຢູ່ຈີນ ຈຶ່ງມີລະດັບທີ່ຕ່ຳກວ່າຢູ່ໃນປະເທດອື່ນໆ.
ໃນຂະນະທີ່ Polygraph.info ບໍ່ສາມາດກວດພິສູດຕໍ່ການກ້າວຢ້ຳຂອງໜັງສືພິມ Global Times ທີ່ວ່າ ໄຟໄໝ້ປ່າໃນຈີນ ແມ່ນປະກອບເປັນພຽງແຕ່ 0.2 ເປີເຊັນສຳລັບການປ່ອຍແກັສຈາກໄຟໄໝ້ປ່າທີ່ມີຢູ່ທັງໝົດໃນໂລກ ທ່ານເຈມສ໌ ແມັກຄາທີ ນັກຄົ້ນຄວ້າອົງການຄຸ້ມປ່າໄມ້ໂລກ (Global Forest Watch) ຊຶ່ງເປັນເວັບໄຊໂອເພັນຊອຣ໌ສ ທີ່ຕິດຕາມເບິ່ງປ່າຂອງໂລກ ຕາມສະພາບທີ່ເປັນຈິງ ໃນໄລຍະໃກ້ ກ່າວຕໍ່ Polygraph.info ວ່າ ການຄາດຄະເນຂອງໜັງສືພິມດັ່ງກ່າວ ເບິ່ງຄືວ່າມີເຫດຜົນພໍຟັງໄດ້.
ການນຳໃຊ້ຂໍ້ມູນຂອງອົງການຄຸ້ມຄອງປ່າໄມ້ໂລກ ຫຼື GFW ກ່ຽວກັບການສູນເສຍການປົກຫຸ້ມປ່າໄມ້ຂອງໂລກ ຍ້ອນໄຟໄໝ້ປ່າ ແຕ່ປີ 2001 ຫາ 2022 ທ່ານແມັກຄາທີພົບວ່າ ໃນໄລຍະດັ່ງກ່າວ ຈີນໄດ້ສູນເສຍ 945,000 ເຮັກຕາໃນການປົກຫຸ້ມຂອງປ່າໄມ້ໃຫ້ແກ່ໄຟປ່າ ປຽບທຽບໃສ່ການສູນເສຍປ່າໄມ້ຂອງໂລກ ໃຫ້ແກ່ໄຟໄໝ້ປ່າທັງໝົດ 126,000,000 ເຮັກຕາ.
“ນັ້ນອາດຈະໝາຍຄວາມວ່າ ຈີນແມ່ນປະກອບເປັນປະມານ 0.75 ເປີເຊັນທີ່ສູນເສຍການປົກຫຸ້ມຂອງປ່າໄມ້ໃຫ້ແກ່ໄຟໄໝ້ປ່າ ແຕ່ປີ 2001 ຫາ 2022. ໂດຍການຄາດວ່າຍັງມີໂຕເລກທີ່ແຕກຕ່າງກັນ ໃນການຕີຄວາມໝາຍຂອງຄຳຈຳກັດຄວາມວ່າ ແມ່ນຫຍັງທີ່ປະກອບເປັນປ່າໄມ້ ແລະຂຶ້ນຢູ່ກັບວ່າ ພວກເຂົາເຈົ້າຊອກຫາເບິ່ງການຄຳນວນໃນການປ່ອຍແກັສຄາບອນ ທີ່ຢູ່ເທິງຫຼືໃຕ້ພື້ນດິນກັນແທ້ ການກະປະມານຂອງພວກເຂົາເຈົ້າເບິ່ງຄືວ່າແມ່ນມີເຫດຜົນພຽງພໍ” ທ່ານແມັກຄາທີ ກ່າວ.
ໃນຂະນະທີ່ໂຕເລກຂອງໜັງສືພິມ Global Times ແມ່ນມີເຫດຜົນ ແຕ່ໃນໂຕຂອງມັນເອງແລ້ວ ບໍ່ໄດ້ສະແດງໃຫ້ເຫັນວ່າ “ບົດບາດຮັບຜິດຊອບຂອງຈີນ ໃນຖານະປະເທດທີ່ສຳຄັນ” ດັ່ງທີ່ໜັງສືພິມ ໄດ້ກ່າວອ້າງ.
ຄາບອນໄດອອກໄຊ ແມ່ນແກັສຊຶ່ງສ່ວນໃຫຍ່ແລ້ວ ຮັບຜິດຊອບໃນການເຮັດໃຫ້ໂລກຮ້ອນເອົ້າຂຶ້ນ. ມັນມີຄວາມສາມາດໃນການເກັບຣັງສີຂອງແສງຕາເວັນ ແລະດັ່ງນັ້ນຈຶ່ງສາມາດເຮັດໃຫ້ອຸນຫະພູມຂອງບັນຍາກາດໂລກສູງຂຶ້ນ.
ໃນເວລາດຽວກັນ ຈີນຍັງໄດ້ລົງທຶນຢ່າງໜັກໃນດ້ານພະລັງງານທາງເລືອກ. ອີງຕາມອົງການຄົ້ນຄວ້າ BloombergNEF ຈີນໄດ້ລົງທຶນຢ່າງໜັກ ໃນດ້ານພະລັງງານທີ່ສະອາດ ແລະພະລັງງານທາງເລືອກ ໂດຍໃຊ້ຈ່າຍເງິນ 546 ຕື້ໂດລາໃນປີ 2022 ສຳລັບພະລັງງານແສງຕາເວັນ ແລະພະລັງງານລົມ ລົດໄຟຟ້າ ແລະໝໍ້ໄຟຊະນິດຕ່າງໆ.
ພາຍໃນປີດຽວກັນນີ້ ສະຫະລັດໄດ້ລົງທຶນ 141 ຕື້ໂດລາ. ສະຫະພາບຢູໂຣບ ແມ່ນໄດ້ໃຊ້ຈ່າຍເງິນຮ່ວມກັນທັງໝົດ 180 ຕື້ໂດລາ ກ່ຽວກັບການຫັນປ່ຽນທາງດ້ານພະລັງງານ.
ທີ່ມາ ພະແນກ Polygraph ຂອງວີໂອເອ