ຟີລິບປິນ ແລະ ຈີນ ໄດ້ຕຳໜິຊຶ່ງກັນແລະກັນ ກ່ຽວກັບການປະທະກັນຢູ່ເຂດນ່ານນ້ຳໃນທະເລຈີນໃຕ້ທີ່ມີການຂັດແຍ້ງກັນ ບ່ອນທີ່ກຳປັ່ນຂອງສອງປະເທດ ໄດ້ຕໍາກັນ ໃນວັນທີ 10 ທັນວາຜ່ານມານີ້.
ເປັນທີ່ຮູ້ກັນໃນສາກົນວ່າ ເກາະຫາດຊາຍໂທມັສ (Thomas Shoal) ທີສອງ, ເກາະໂຂດຫີນ ປະກາລັງ ທີ່ຈົມຢູ່ໃຕ້ນໍ້າໃນເຂດໝູ່ເກາະສແປຣັລີ (Spratly) ແຫ່ງນີ້ ແມ່ນຢູ່ຫ່າງຈາກຝັ່ງທະເລແຂວງປາລາວານ (Palawan) ຂອງຟີລິບປິນ ປະມານ 200 ກິໂລແມັດ ແລະ ຢູ່ປະມານ 1,285 ກິໂລແມັດ ຫ່າງຈາກເກາະໄຫໜານ (Hainan) ທີ່ຢູ່ພາກໃຕ້ສຸດຂອງຈີນ.
ມະນີລາ ເອີ້ນເກາະໂຂດຫີນ ທີ່ມີການຂັດແຍ້ງກັນນັ້ນວ່າ ຫາດຊາຍອາຢູນກິນ (Ayungin), ແລະປັກກິ່ງເອີ້ນມັນວ່າ ຣີນາຍ ຈຽວ (Renai Jiao).
ເຫດການໃນວັນທີ 10 ທັນວາ ໄດ້ເຮັດໃຫ້ຄວາມເຕັ່ງຕຶງລະຫວ່າງສອງປະເທດທີ່ມີຢູ່ແລ້ວນັ້ນ ເພີ້ມທະວີຂຶ້ນຢ່າງວ່ອງໄວ.
ຟີລິບປິນກ່າວວ່າ ໜ່ວຍຍາມຝັ່ງຂອງຈີນ ໄດ້ໃຊ້ທໍ່ສີດນໍ້າຂະໜາດໃຫຍ່ ສີດໃສ່ກຸ່ມເຮືອລໍາລຽງສະບຽງຂອງພົນລະເຮືອນ ແລະກຳປັ່ນຂອງໜ່ວຍຍາມຝັ່ງຟີລິບປິນລໍານຶ່ງທີ່ກຳລັງປະຕິບັດໜ້າທີ່ ປ້ອງກັນຄວາມປອດໄພ ໃຫ້ການດໍາເນີນພາລະກິດນັ້ນຢູ່.
ຟີລິບປິນກ່າວວ່າ ການໂຈມຕີຂອງຈີນໄດ້ສ້າງ "ຄວາມເສຍຫາຍຢ່າງໜັກໜ່ວງ" ຕໍ່ເຄື່ອງຈັກຂອງກຳປັ່ນລໍາລຽງສະບຽງລຳນຶ່ງ ແລະເຮັດໃຫ້ເສົາເຮືອຂອງກຳປັ່ນຍາມຝັ່ງເປ່ເພ.
ຖະແຫຼງການຂອງຄະນະປະຕິບັດງານສະເພາະກິດແຫ່ງຊາດ-ທະເລຕາເວັນຕົກຂອງຟີລິບປິນ ໃນວັນທີ 10 ທັນວາ 2023, ທີ່ນະຄອນຫຼວງມະນີລາ, ປະເທດຟີລິບປິນ ເວົ້າວ່າ ມື້ນີ້ ວັນທີ 10 ທັນວາ 2023 ກຳປັ່ນໜ່ວຍຍາມຝັ່ງທະເລຂອງຈີນ (CCG) ແລະ ກຳປັ່ນຂອງ ທະຫານບ້ານທາງທະເລຂອງຈີນ (CMM) ໄດ້ຮາວີລົບກວນ, ສະກັດກັ້ນ ແລະ ປະຕິບັດ ການທີ່ເປັນອັນຕະລາຍ ຕໍ່ເຮືອລໍາລຽງສະບຽງຂອງພົນລະເຮືອນຟີລິບປິນ. … pic.twitter.com/NF66BqVPUM
ຈີນໄດ້ປະຕິເສດຕໍ່ການກ່າວຫາດັ່ງກ່າວ ແລະອ້າງວ່າ ມັນແມ່ນຟີລິບປິນທີ່ເປັນຜູ້ "ສ້າງເລື້ອງຂຶ້ນມາ ໃຫ້ເກີດບັນຫາ" ແລະ "ລະເມີດອະທິປະໄຕຂອງຈີນ."
ໂຄສົກກະຊວງການຕ່າງປະເທດຈີນ, ທ່ານນາງໝາວ ໜິງກ່າວວ່າ:
“ຄວາມຮັບຜິດຊອບສໍາລັບເຫດການສຸກເສີນເມື່ອມໍ່ໆມານີ້ ຢູ່ເຂດນ່ານນໍ້າຂອງເກາະ Ren'ai Jiao [ເກາະຫາດຊາຍ Thomas ທີສອງ] ແມ່ນເປັນຂອງຟີລິບປິນໂດຍສິ້ນເຊີງເລີຍ."
ການກ່າວອ້າງນັ້ນ ແມ່ນເຮັດໃຫ້ເຂົ້າໃຈຜິດ.
ເຖິງແມ່ນປັກກິ່ງໄດ້ອ້າງເອົາສິດອະທິປະໄຕ ເກືອບທັງໝົດໃນທະເລຈີນໃຕ້ຢ່າງບໍ່ມີມູນຖານ ກໍຕາມ, ເຫດການຫລ້າສຸດທີ່ວ່ານີ້ ໄດ້ເກີດຂຶ້ນໃນເຂດເສດຖະກິດສະເພາະຂອງຟີລິບປິນ ທີ່ໄດ້ຮັບການຍອມຮັບເຊັ່ນນັ້ນ ໂດຍຄໍາຕັດສິນຂອງສານສາກົນໃນປີ 2016 ຂອງອົງການ ສະຫະປະຊາຊາດ.
ສານໄດ້ອີງການຕັດສິນຂອງຕົນ ໃສ່ສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ຊຶ່ງໄດ້ກຳນົດເຂດເສດຖະກິດຈຳເພາະວ່າ ເປັນເຂດທະເລທີ່ໂດຍທົ່ວໄປແລ້ວໄກ 200 ໄມລ໌ທະເລ (230 ໄມລ) ທີ່ຢູ່ນອກເໜືອເຂດທະເລ ຂອງປະເທດນຶ່ງ, ຊຶ່ງໃນນັ້ນ ປະເທດທີ່ຢູ່ແຄມທະເລ ແມ່ນມີອຳນາດໃນການປົກຄອງ ທັງຊັບພະ ຍາກອນ ທີ່ມີຊີວິດຢູ່ ແລະບໍ່ມີຊີວິດຢູ່ທີ່ນັ້ນ.
ເນື່ອງຈາກເກາະຫາດຊາຍ Thomas ທີສອງ ຢູ່ຫ່າງຈາກແຂວງປາລາວານ (Palawan) ທາງຕາເວັນຕົກຂອງຟີລິບປິນໜ້ອຍກວ່າ 200 ໄມລ໌ທະເລ, ດັ່ງນັ້ນ UNCLOS ຈຶ່ງ ຖືວ່າ ມັນເປັນເຂດເສດຖະກິດສະເພາະ ຂອງປະເທດນັ້ນ. ການຕັດສິນດັ່ງກ່າວ ມີຜົນບັງຄັບໃຊ້ທາງດ້ານກົດໝາຍ, ແຕ່ສານບໍ່ມີອຳນາດ ໃນການບັງຄັບໃຊ້ມັນ.
ຈີນໄດ້ໃຫ້ສັດຕະຍາບັນແກ່ສົນທິສັນຍາດັ່ງກ່າວ ໃນປີ 1996 ແລະມີພັນທະຕາມກົດໝາຍ ທີ່ຕ້ອງໄດ້ປະຕິບັດຕາມຄຳຕັດສິນຂອງສານ. ແຕ່ປັກກິ່ງໄດ້ປະຕິເສດ ບໍ່ຍອມຮັບຮູ້ ແລະ ຄັດຄ້ານຕໍ່ຄຳຕັດສິນ ກ່ຽວກັບເກາະຫາດຊາຍ Thomas ທີ 2, ໂດຍອ້າງວ່າ ສານສາກົນໄດ້ລະເມີດ “ຫຼັກການເຫັນພ້ອມຍິນຍອມຂອງປະເທດ” ແລະໄດ້ເຮັດ “ເກີນສິດອຳນາດຂອງຕົນໃນການຮັບຟັງຄະດີ.”
ສິ່ງດັ່ງກ່າວພາໃຫ້ເກີດການປະທະກັນທາງການທູດ ແລະການເດີນທະເລ ລະຫວ່າງສອງຝ່າຍຢູ່ເປັນປະຈໍາ, ໂດຍທີ່ຈີນນັບມື້ນັບຢືນຢັນຢ່າງໝັ້ນໃຈຫລາຍຂຶ້ນ ໃນການກົດດັນການ ກ່າວອ້າງກຳມະສິດຂອງຕົນ.
ປັກກິ່ງໄດ້ເພີ່ມທະວີການເອົາທະຫານ ໄປປະຈໍາຢູ່ໃນບໍລິເວນດັ່ງກ່າວ ເຮັດໃຫ້ບັນດາປະ ເທດ ທີ່ແຂ່ງກັນອ້າງເອົາກໍາມະສິດ ລວມທັງຫວຽດນາມ, ຟີລິບປິນ, ໄຕ້ຫວັນ, ມາເລເຊຍ ແລະ ບຣູໄນ ໂກດເຄືອງ.
ສະຫະລັດສະຫນັບສະຫນູນການອ້າງກໍາມະສິດ ເອົາເຂດແດນຂອງຟີລິບປິນ ຕໍ່ເກາະຫາດ ຊາຍ Thomas ທີສອງ.
ກອງປະຊຸມສະຫະປະຊາຊາດກ່ຽວກັບການຄ້າ ແລະການພັດທະນາຄາດຄະເນໃນປີ 2016 ວ່າ 1/3 ຂອງການຂົນສົ່ງທາງທະເລຂອງໂລກ ແມ່ນຜ່ານທະເລຈີນໃຕ້ ຊຶ່ງກວມເອົາການຄ້າ ໃນມູນຄ່າ 3.37 ພັນຕື້ໂດລາຕໍ່ປີ. ເຂດນ່ານນ້ຳນັ້ນ ຍັງມີແຫລ່ງຊັບພະຍາກອນນ້ຳມັນແລະອາຍແກັສທຳມະຊາດອັນໃຫຍ່ຫຼວງ, ແລະການປະມົງທີ່ສ້າງລາຍຮັບໄດ້ຢ່າງຫຼວງຫຼາຍ.
ການໂຈມຕີໃນວັນທີ 10 ທັນວາຜ່ານມານີ້ ໄດ້ແນເປົ້າໃສ່ພາລະກິດ ການສະໜອງສະບຽງ ໃຫ້ແກ່ກຳປັ່ນທະຫານເຮືອທີ່ເກົ່າແກ່ໃນປາງສົງຄາມໂລກຄັ້ງທີ 2, BRP Sierra Madre, ທີ່ກອງທັບຟີລິບປິນ ມີເຈະຕະນາຈອດມັນໄວ້ ຢູ່ເກາະຫີນປະກາລັງແຫ່ງນັ້ນ ໃນປີ 1999. ທະຫານເຮືອຈຳນວນບໍ່ໜ້ອຍ ໄດ້ຍາມກຳປັ່ນລໍານັ້ນ ເພື່ອເສີມສ້າງການອ້າງເອົາກຳມະສິດອະທິປະໄຕຂອງມະນີລາຕໍ່ເຂດດັ່ງກ່າວ. ພວກເຂົາເຈົ້າໄດ້ເພິ່ງພາອາໄສພາລະກິດ ລໍາລຽງສະບຽງໄປເສີມ ເພື່ອໃຫ້ເຂົາເຈົ້າຢູ່ລອດໄດ້ ແລະ ຖືກໂຈມຕີໃດໆກໍຕາມ ຕໍ່ກໍາປັ່ນດັ່ງກ່າວວ່າ ເປັນການກະທໍາທາງສົງຄາມ.
ໃນໄລຍະຜ່ານມາ, ຈີນໄດ້ອະນຸຍາດໃຫ້ມີການສະໜອງສະບຽງອາຫານໃຫ້ແກ່ກໍາປັ່ນ BRP Sierra Madre ແຕ່ກໍໄດ້ຕິດຕາມຢ່າງໃກ້ຊິດ ເພື່ອເບິ່ງວ່າ ຟີລິບປິນຂົນສົ່ງວັດຖຸກໍ່ສ້າງໄປສູ່ເຂດຫາດຊາຍນັ້ນ ຫລືບໍ່. ໃນຊຸມປີມໍ່ໆມານີ້, ປັກກິ່ງໄດ້ພະຍາຍາມທີ່ຈະປ່ຽນແປງສະຖານະທີ່ເປັນຢູ່ໃນປັດຈຸບັນ ລວມທັງການເພີ່ມທະວີຄວາມພະຍາຍາມ ເພື່ອສະກັດກັ້ນກຸ່ມກຳປັ່ນລໍາລຽງສະບຽງ ຂອງຟີລິບປິນ.