ເຄືອຂ່າຍປະຊາຊົນໄທ ຍັງຄົງສືບຕໍ່ຄັດຄ້ານໂຄງການກໍ່ສ້າງເຂື່ອນຊະນະຄາມ ເທິງແມ່ນ້ຳຂອງໃນລາວ ໂດຍເນັ້ນຢ້ຳວ່າ ຜູ້ລົງທືນຕ້ອງໄດ້ສຶກສາ-ວິໄຈອີກເທື່ອໃໝ່ເພື່ອປ້ອງກັນຜົນກະທົບຢ່າງຮອບດ້ານ.
ຜູ້ປະສານງານເຄືອຂ່າຍປະຊາຊົນໄທ 8 ແຂວງໃນລຸ່ມນ້ຳຂອງ ໃຫ້ການຢືນຢັນວ່າ ເຄືອຂ່າຍປະຊາຊົນໄທ ໄດ້ຍື່ນຈົດຫມາຍເຖິງສຳນັກງານຊັບພະຍາກອນນ້ຳແຫ່ງຊາດໄທ ເມື່ອບໍ່ດົນມານີ້ ເພື່ອຂໍໃຫ້ສະແດງການຄັດຄ້ານຕໍ່ໂຄງການກໍ່ສ້າງເຂື່ອນຊະນະຄາມເທິງແນວແມ່ນ້ຳຂອງໃນລາວ ໂດຍຜ່ານກົນໄກຂອງລັດຖະບານໄທ ໄປຍັງລັດຖະບານລາວ ຢ່າງເປັນທາງການໃຫ້ໄວທີ່ສຸດ ແລະມີຄຳສັ່ງໄປເຖິງກຸ່ມລົງທືນໃນໂຄງການ ເພື່ອໃຫ້ດຳເນີນການສຶກສາ-ວິໄຈອີກເທື່ອໃໝ່ກ່ຽວກັບການປ້ອງກັນຜົນກະທົບຕໍ່ສັງຄົມ ແລະສິ່ງແວດລ້ອມທຳມະຊາດຢ່າງຮອບດ້ານ ເນື່ອງຈາກການສຶກສາ-ວິໄຈທີ່ຜ່ານມາ ກຸ່ມລົງທຶນໃນໂຄງການໄດ້ໃຫ້ຄວາມສຳຄັນພຽງໃນດ້ານຜົນປະໂຫຍດທີ່ຈະໄດ້ຮັບເທົ່ານັ້ນ ແຕ່ກັບໄດ້ມອງຂ້າມຜົນກະທົບທີ່ຈະເກີດຂຶ້ນກັບປະຊາຊົນທີ່ຢູ່ໃນເຂດຕອນລຸ່ມຂອງໂຄງການ ດັ່ງທີ່ຜູ້ປະສານງານເຄືອຂ່າຍປະຊາຊົນໄທ ໄດ້ໃຫ້ການຢືນຢັນວ່າ "ລາຍງານທີ່ໄດ້ຖືກນໍາສະເໜີນັ້ນ ຈະເຫັນໄດ້ວ່າ ມັນບໍ່ໄດ້ເວົ້າເຖິງຄວາມເດືອດຮ້ອນຂອງຊາວບ້ານ. ບໍ່ໄດ້ເວ້າເຖິງຜົນກະທົບ ເຂື່ອນຊະນະຄາມນີ້ຢູ່ຫ່າງຈາກຊຽງຄານ ກິໂລແມັດເຄິ່ງ ພີ່ນ້ອງຊຽງຄານ ພີ່ນ້ອງປາກຊົມ ຖ້າເຂື່ອນປິດກັ້ນແລ້ວ ພີ່ນ້ອງສາມໝື່ນກວ່າຄົນ ຈະຢູ່ແນວໃດ? ໃນຂໍ້ມູນນີ້ ບໍ່ໄດ້ເວົ້າເຖິງ. ແລ້ວກໍຢູ່ໃນເວທີກໍອະນຸຍາດໃຫ້ເວົ້າພຽງແຕ່ຄົນລະ 1 ນາທີເທົ່ານັ້ນ ຊາວບ້ານຈະສະທ້ອນເຖິງຄວາມເດືອດຮ້ອນ ມັນບໍ່ມີ ເພາະສະນັ້ນ ສິ່ງທີ່ສະທ້ອນຢ່າງຊັດເຈນກໍຄືຄວາມບໍ່ຈິງໃຈ ນີ້ຄືການຕົວະ ຫຼອກລວງປະຊາຊົນໃນລຸ່ມແມ່ນ້ຳຂອງ.”
ໂດຍການສຶກສາ-ວິໄຈ ກ່ຽວກັບຜົນກະທົບທີ່ຈະເກີດຂຶ້ນຈາກໂຄງການກໍ່ສ້າງເຂື່ອນຊະນະຄາມເທິງແມ່ນ້ຳຂອງໃນລາວ ດ້ວຍການສົມທຽບກັບເຂື່ອນໄຊຍະບູຣີ ທີ່ສ້າງສຳເລັດ ແລະຜະລິດກະແສໄຟຟ້າ ນັບແຕ່ປີ 2019 ເປັນຕ້ນມາ ພົບວ່າ ການກັກເກັບນ້ຳຂອງໂຄງການເຂື່ອນ ຈະສົ່ງຜົນກະທົບຕໍ່ເກາະແກ້ງໃນນ້ຳຂອງລະຫວ່າງ ລາວ-ໄທ ຢ່າງຫລີກລ້ຽງບໍ່ໄດ້ ໃນນີ້ລວມເຖິງແກ້ງຄຸດຄູ້ ທີ່ຈະຖືກນໍ້າຖ້ວມດ້ວຍນັ້ນ ຍ່ອມຈະສົ່ງຜົນກະທົບຕໍ່ຮ່ອງນ້ຳລຶກ ທີ່ເປັນເຂດແດນໃນນໍ້າຂອງລະຫວ່າງລາວ-ໄທ ຢ່າງຫລີກລ້ຽງບໍ່ໄດ້ ຊຶ່ງກໍເຊັ່ນດຽວກັນກັບຜົນກະທົບຕໍ່ລະບົບນິເວດທໍາມະຊາດ ທີ່ມີຄວາມສໍາຄັນຕໍ່ການປະກອບອາຊີບຂອງປະຊາຊົນທີ່ອາໄສຢູ່ຕອນລຸ່ມຂອງເຂື່ອນດ້ວຍ ດັ່ງທີ່ຜູ້ຊ່ຽວຊານດ້ານສິ່ງແວດລ້ອມທຳມະຊາດໃນແມ່ນ້ຳຂອງ ໄດ້ໃຫ້ການຢືນຢັນວ່າ “ຖ້າຫາກ ສປປ ລາວ ຈະດໍາເນີນການກໍ່ສ້າງເຂື່ອນຊະນະຄາມ ເບື້ອງຕົ້ນກໍໄປດໍາເນີນການໃນເລື້ອງຂອງການສຶກສາ ໃນເລື້ອງຂອງຜົນກະທົບທີ່ມີໂອກາດທີ່ຈະເກີດຂຶ້ນ ບໍ່ວ່າ ຈະເປັນໃນເລື້ອງຂອງການຂຶ້ນລົງຂອງນ້ໍາ ການເຊາະເຈື່ອນຂອງຕາຝັ່ງ ໃນເລື້ອງຂອງປາ ຈະຂຶ້ນໄປເໜືອເຂື່ອນຊະນະຄາມ ໃນເລື້ອງຂອງການທີ່ຈະໄປວາງໄຂ່ ໃນເລື່ອງຂອງການທີ່ຈະເຮັດໃຫ້ອາຊີບຂອງປະຊາຊົນທີ່ຢູ່ລຽບຕາມແມ່ນ້ຳຂອງ ອາຊີບປະມົງ ກໍອາດຈະໄດ້ຮັບຜົນກະທົບ.”
ສ່ວນເຈົ້າໜ້າທີ່ຂັ້ນສູງໃນສຳນັກງານຊັບພະຍາກອນນໍ້າແຫ່ງຊາດໄທ ໄດ້ຢືນຢັນວ່າ ທາງການໄທ ຍັງບໍ່ເຫັນພ້ອມກັບໂຄງການເຂື່ອນໄຟຟ້າຊະນະຄາມເທິງແນວແມ່ນໍ້າຂອງ ເຊັ່ນກັນ ຍ້ອນວ່າ ຍັງບໍ່ເຊື່ອໃນແຜນການປ້ອງກັນຜົນກະທົບຕໍ່ສັງຄົມແລະສິ່ງແວດລ້ອມທຳມະຊາດ ທີ່ກຸ່ມລົງທຶນໃນໂຄງການ ແລະທາງການລາວ ໄດ້ຍື່ນຕໍ່ກອງປະຊຸມຮ່ວມ ຂອງຄະນະກຳມາທິການແມ່ນໍ້າຂອງ (MRC) ໂດຍທາງການໄທ ຍັງຕ້ອງການຂໍ້ມູນເພີ່ມເຕີມ. ສະນັ້ນ ຈຶ່ງສະເໜີໃຫ້ເລື່ອນການກໍ່ສ້າງເຂື່ອນຊະນະຄາມ ອອກໄປຈົນກວ່າກຸ່ມລົງທຶນ ແລະທາງການລາວ ຈະຕອບສະຫນອງຂໍ້ມູນທີ່ເຊື່ອຖືໄດ້ວ່າ ສາມາດຈະປ້ອງກັນຜົນກະທົບຕໍ່ສັງຄົມ ແລະສິ່ງແວດລ້ອມທຳມະຊາດໄດ້ຢ່າງແທ້ຈິງ ທີ່ລວມເຖິງຜົນກະທົບຕໍ່ເຂດແດນລາວ-ໄທ ໃນນ້ຳຂອງດ້ວຍນັ້ນ.
ຟໍຣັມສະແດງຄວາມຄິດເຫັນ