ລິ້ງ ສຳຫລັບເຂົ້າຫາ

 
ການກໍ່ສ້າງຂົວຂ້າມແມ່ນໍ້າຂອງແຫ່ງທີ 5 ລະຫວ່າງ ລາວ-ໄທ ເຊື່ອມຕໍ່ ປາກຊັນ ແລະ ບຶງການ ຈະສໍາເລັດຊ້າກວ່າແຜນການ
ວັນຈັນ, ໓໑ ມີນາ ໒໐໒໕

ການກໍ່ສ້າງຂົວຂ້າມແມ່ນໍ້າຂອງແຫ່ງທີ 5 ລະຫວ່າງ ລາວ-ໄທ ເຊື່ອມຕໍ່ ປາກຊັນ ແລະ ບຶງການ ຈະສໍາເລັດຊ້າກວ່າແຜນການ


ຮູບແຕ້ມແບບຕົວຢ່າງຂອງຂົວຂ້າມແມ່ນ້ຳຂອງແຫ່ງທີ 5 ລະຫວ່າງ ລາວ-ໄທ.
ຮູບແຕ້ມແບບຕົວຢ່າງຂອງຂົວຂ້າມແມ່ນ້ຳຂອງແຫ່ງທີ 5 ລະຫວ່າງ ລາວ-ໄທ.

ການກໍ່ສ້າງຂົວຂ້າມແມ່ນໍ້າຂອງແຫ່ງທີ 5 ລະຫວ່າງ ລາວ-ໄທ ເຊື່ອມຕໍ່ປາກຊັນ ແລະ ບຶງການ ຈະສໍາເລັດຊ້າກວ່າແຜນການ ໂດຍຄາດວ່າ ຈະເປີດການນຳໃຊ້ໄດ້ຢ່າງເປັນທາງການ ໃນເດືອນທັນວາ 2025.

ເຈົ້າໜ້າທີ່ຂັ້ນສູງໃນກະຊວງຄົມມະນາຄົມຂອງໄທ ເປີດເຜີຍວ່າ ການກໍ່ສ້າງຂົວຂ້າມແມ່ນໍ້າຂອງແຫ່ງທີ 5 ລະຫວ່າງ ລາວ-ໄທ ທີ່ເຊື່ອມຕໍ່ເມືອງປາກຊັນ ແຂວງບໍລິຄໍາໄຊ ກັບ ແຂວງບຶງການ ຍັງປະສົບກັບບັນຫາທີ່ຊັກຊ້າກວ່າແຜນການ ເຖິງແມ່ນວ່າ ການດຳເນີນການ​ກໍ່ສ້າງ​ຖະນົນ​ເຊື່ອມ​ຕໍ່​ຂົວ​ແລະ​ອາຄານ​ສຳນັກງານກວດຄົນ​ເຂົ້າ​ເມືອງຢູ່ເບື້ອງລາວ​ ຈະ​ສຳເລັດແລ້ວກໍຕາມ ​ແຕ່​ການ​ກໍ່ສ້າງ​ຂົວ​ຈາກ​ຈຸດ​ເຄິ່ງກາງ​ແມ່​ນ້ຳຂອງລະຫວ່າງ​ຝັ່ງ​ລາວ​ແລະ​ໄທ​ນັ້ນ ແມ່ນຍັງຊັກຊ້າກວ່າແຜນການກວ່າ 7 ເດືອນ ເຊິ່ງເປັນຜົນກະທົບຈາກການລະບາດຂອງພະຍາດໄວຣັສ COVID-19 ດ້ວຍເຫດນີ້ ຈຶ່ງຄາດວ່າ ການກໍ່ສ້າງທັງຢູ່ເບື້ອງລາວແລະໄທ ຈະເຊື່ອມຈອດກັນໃນເດືອນກໍລະກົດ ແລະ ສາມາດເປີດການນຳໃຊ້ໄດ້ຢ່າງເປັນທາງການ ພາຍໃນເດືອນທັນວາ 2025 ຈຶ່ງຖືວ່າ ຊັກຊ້າກວ່າແຜນການເດີມເຖິງ 1 ປີ ຊຶ່ງເຮັດໃຫ້ສູນເສຍໂອກາດທາງເສດຖະກິດ ການຄ້າ ແລະການທ່ອງທ່ຽວ ໄປຫລາຍສົມຄວນ ດັ່ງທີ່ນັກທຸລະກິດໄທ ໃນຫໍການຄ້າ ຈັງຫວັດບຶງການ ໄດ້ໃຫ້ການຢືນຢັນວ່າ “ການ​ຊັກ​ຊ້າ​ນີ້ ມັນກໍເປັນຂໍ້ເສຍດ້ວຍຄືກັນ ເພາະວ່າ ແທນທີ່ເຮົາຈະໄດ້ນຳໃຊ້ຂົວ ກໍຕ້ອງ​ມາຊັກ​ຊ້າໄປ​ອີກ ເລື່ອງ​ຄ່າ​ເສຍ​ຫາຍ​ທີ່ວ່ານີ້ ຖ້າຫາກ​ຄິດ​ໄລ່​ຕໍ່​ມື້ ຕໍ່​ເດືອນ ແລະຕໍ່ອັນ​ໃດ​ກໍ​ຕາມ ມັນ​ກໍ​ເປັນ​ມູນຄ່າທີ່ຫຼາຍພໍສົມຄວນ ໂດຍສະເພາະ ແມ່ນທາງດ້ານການທ່ອງທ່ຽວ ທຸກມື້ນີ້ ຄົນທີ່ຈະໄປທ່ຽວທາງແຂວງບໍລິຄຳໄຊ ໄປຫລັກຊາວ ໄປທ່ຽວພູເຂົາຄວາຍນັ້ນ ກໍຍັງທຽວໄປທຽວມາ ໂດຍທາງເຮືອຢູ່.”

ທັງນີ້ ການກໍ່ສ້າງຂົວຂ້າມແມ່ນໍ້າຂອງແຫ່ງທີ 5 ນຳໃຊ້ເງິນທຶນໃນມູນຄ່າລວມ 3,930 ລ້ານບາດ ທັງ​ຫມົດ​ແມ່ນ​ຈັດ​ສັນ​ໂດຍ​ລັດ​ຖະ​ບານ​ໄທ​ ​ໃນ​ນີ້ ລັດຖະບານ​ໄທ ກໍ​ໄດ້​ຈັດສັນໃຫ້​ລັດຖະບານ​ລາວ 1.248 ລ້ານບາດ ທີ່ເປັນການຊ່ວຍເຫຼືອ 30% ແລະເງິນກູ້ຢືມໄລຍະຍາວ 70% ນອກຈາກນັ້ນ ລັດຖະບານໄທ ຍັງໄດ້ອະນຸມັດງົບປະມານມູນຄ່າ 4,765 ລ້ານບາດ ເພື່ອນຳໃຊ້ເຂົ້າໃນໂຄງການກໍ່ສ້າງຂົວຂ້າມນໍ້າຂອງແຫ່ງທີ 6 ລະຫວ່າງ ລາວ-ໄທ ໃນປີ 2025 ໃນນັ້ນ 50% ເປັນເງິນກູ້ທີ່ຈັດສັນໃຫ້ລັດຖະບານລາວ ແຕ່ດ້ວຍວິກິດການທາງດ້ານເສດຖະກິດ ແລະການເງິນທີ່ຍັງສືບຕໍ່ໃນລາວ ຈຶ່ງເຮັດໃຫ້ລັດຖະບານລາວ ຕ້ອງເລື່ອນແຜນການດັ່ງກ່າວ ອອກໄປຢ່າງບໍ່ມີກຳນົດ ​ແລະ​ໄດ້​ສົ່ງ​ຜົນ​ກະທົບເຮັດໃຫ້​ທາງການໄທ ​ຕ້ອງ​ໂຈະ​ການ​ດຳເນີນງານທັງ​ໝົດ ໃນນີ້ລວມເຖິງການໂຈະການເວນຄືນທີ່ດິນເພື່ອຮອງຮັບໂຄງການດ້ວຍ ດັ່ງເຈົ້າໜ້າທີ່ໃນກະຊວງຄົມມະນາຄົມຂອງໄທ ໄດ້ໃຫ້ການຢືນຢັນວ່າ “ຍັງບໍ່ໝັ້ນໃຈ ເພາະວ່າ ຫາກດຳເນີນການໄປແລ້ວ ບໍ່ມີການກໍ່ສ້າງຂົວເລີຍນັ້ນ ເພາະເຮົາເວນຄືນທີ່ບ່ອນນີ້ ເປັນການເວນຄືນທີ່ດິນຫຼາຍກວ່າ 600 ໄຮ່ ຖ້າຫາກໄດ້ເວນຄືນ ແລະຈ່າຍເງິນຄ່າຊົດເຊີຍໄປແລ້ວນັ້ນ ແຕ່ບໍ່ໄດ້ເກີດຜົນປະໂຫຍດໃດ ທີ່ກ່ຽວກັບການເວນຄືນ ຈ່າຍເງິນຊົດເຊີຍໄປແລ້ວ ບໍ່ໄດ້ສ້າງຂົວ ມັນກໍຈະສົ່ງຜົນກະທົບຫັ້ນແຫລະ.”

ໂດຍອີງຕາມແຜນການທີ່ລັດຖະບານລາວ-ໄທ ໄດ້ຕົກລົງຮ່ວມກັນກ່ອນຫນ້ານີ້ ເຂດທີ່ຈະກໍ່ສ້າງຂົວຂ້າມແມ່ນ້ຳຂອງແຫ່ງທີ 6 ຈະຕັ້ງຢູ່ລະຫວ່າງ ບ້ານປາກແຊງ ເມືອງນາຕານ ແຂວງອຸບົນຣາຊະທານີ ກັບ ບ້ານປາກຕະພານ ເມືອງລະຄອນເພັງ ໃນແຂວງສາລະວັນ ໂດຍຂົວມີ 2 ຊ່ອງຈະລາຈອນ ແລະຍາວ 1,020 ແມັດ ໂດຍສາມາດເຊື່ອມຕໍ່ລາວກັບໄທ ໄປຫາຫວຽດນາມ ດ້ວຍໄລຍະທາງພຽງ 150 ກິໂລແມັດເທົ່ານັ້ນ ຫາກແຕ່ວ່າ ການກໍ່ສ້າງກໍຕ້ອງເລື່ອນອອກໄປຢ່າງບໍ່ມີກຳນົດ ເນື່ອງຈາກວ່າ ບັນຫາວິກິດການທາງເສດຖະກິດ ແລະການເງິນໃນລາວ ທີ່ຍັງບໍ່ທັນໄດ້ຮັບການແກ້ໄຂໃຫ້ດີຂຶ້ນໄດ້ ໃນປັດຈຸບັນນີ້.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG