ເມື່ອວັນທີ 7 ກໍລະກົດ ສະຫະລັດໄດ້ປະກາດວ່າ ຕົນໄດ້ທຳລາຍຄັງອາວຸດເຄມີແຫ່ງສຸດທ້າຍຂອງຕົນ ໂດຍປິດບົດຕອນຂອງສົງຄາມ ທີ່ຢ້ອນຄົນໄປສະໄໝສົງຄາມໂລກຄັ້ງທີ 1.
“ເປັນເວລາດົນກວ່າ 30 ປີ ສະຫະລັດໄດ້ເຮັດວຽກຢ່າງບໍ່ຮູ້ອິດເມື່ອຍ ເພື່ອກຳຈັດຄັງອາວຸດເຄມີຂອງພວກເຮົາ” ປະທານາທິບໍດີໄບເດັນກ່າວຢູ່ໃນຖະແຫຼງຂ່າວເມື່ອວັນທີ 7 ກໍລະກົດ “ມື້ນີ້ ຂ້າພະເຈົ້າຮູ້ສຶກພາກພູມໃຈທີ່ຈະປະກາດວ່າ ສະຫະລັດໄດ້ທຳລາຍລູກປືນໃຫຍ່ຈຸສຸດທ້າຍ ທີ່ເກັບສະສົມໄວ້ນັ້ນ ຢ່າງປອດໄພ - ເຮັດໃຫ້ພວກເຮົາຍັບໃກ້ເຂົ້າ ອີກນຶ່ງບາດກ້າວ ເພື່ອໃຫ້ໂລກປາສະຈາກຄວາມຢ້ານກົວຂອງອາວຸດເຄມີ.”
ເມື່ອມີການຖາມວ່າ ປັກກິ່ງມີຄວາມໝັ້ນໝາຍໃດໆຫຼືບໍ່ ກ່ຽວກັບການເຄື່ອນໄຫວດັ່ງກ່າວນີ້ ໂຄສົກກະຊວງການຕ່າງປະເທດຈີນ ທ່ານນາງໝາວ ໜິງ ຕອບວ່າ:
“ມີການກຳນົດຢູ່ໃນ CWC (ອະນຸສັນຍາອາວຸດເຄມີ) ວ່າ ບັນດາລັດທີ່ເປັນພາຄີຄວນທຳລາຍຢ່າງສິ້ນເຊີງ ບໍ່ໃຫ້ກາຍ 10 ປີຫຼັງຈາກໄດ້ມີການບັງຄັບໃຊ້ຂອງອະນຸສັນຍາ CWC ສະບັບປີ 1997. ສະຫະລັດແມ່ນປະເທດສຸດທ້າຍ ທີ່ໄດ້ເສັດສິ້ນການທຳລາຍຄັງອາວຸດເຄມີທີ່ໄດ້ມີການປະກາດຂອງຕົນ ຫ່າງໄກຫຼາຍຈາກຂໍ້ກຳນົດເວລາທີ່ຕັ້ງໄວ້ຢູ່ໃນ CWC.”
ນັ້ນແມ່ນພາໃຫ້ມີການເຂົ້າໃຈຜິດ.
ອະນຸສັນຍາວ່າດ້ວຍອາວຸດເຄມີ (CWC) “ຫ້າມບໍ່ໃຫ້ມີການພັດທະນາ ຜະລິດ ຊອກສະແຫວງຫາເພື່ອໃຫ້ໄດ້ມາ ເກັບສະສົມ ສືບຕໍ່ເປັນເຈົ້າຂອງ ໂອນ ຫຼືນຳໃຊ້ອາວຸດເຄມີໂດຍບັນດາປະເທດທີ່ເປັນສມາຍຊິກ.”
130 ປະເທດ ຮວມທັງສະຫະລັດ ໄດ້ລົງນາມໃນອະນຸສັນຍາສະບັບປີ 1997 ຊຶ່ງໃຫ້ຄຳໝັ້ນສັນຍາວ່າ ຈະທຳລາຍການເກັບສະສົມອາວຸດເຄມີຂອງຕົນ ພາຍໃນເວລາ 10 ປີ.
ຖ້າອະນາສັນຍາວ່າດ້ວຍອາວຸດເຄມີ (CWC) ບັງຄັບໃຫ້ປະເທດສະມາຊິກກຳຈັດຄັງອາວຸດເຄມີຂອງເຂົາເຈົ້າພາຍໃນປີ 2007 ເປັນຫຍັງສະຫະລັດຈຶ່ງໃຊ້ເວລາດົນແທ້ ເພື່ອກຳຈັດຄັງອາວຸດເຄມີຂອງຕົນ?
ກ່ອນອື່ນໝົດ ອາວຸດເຄມີເຫຼົ່ານີ້ແມ່ນຍາກທີ່ຈະຈັດການນຳໄດ້ ໃນຂະນະທີ່ມັນບັນຈຸສານເຄມີທີ່ເປັນອັນຕະລາຍຮ້າຍແຮງ ອັດແໜ້ນເຂົ້າໃສ່ລູກປືນໃຫຍ່ ຈະຫຼວດຫຼືລະເບີດ. “ພວກມັນໄດ້ຖືກສ້າງຂຶ້ນມາເພື່ອຍິງ ບໍ່ແມ່ນສຳລັບມ້າງ. ການປະສົມຂອງສານເຄມີ ເພື່ອໃຫ້ລະເບີດແລະສານພິດ ເຮັດໃຫ້ພວກມັນເປັນອັນຕະລາຍຮ້າຍແຮງພິເສດໃນການຈັດການກັບມັນ” ໜັງສືພິມນິວຢອກໄທມ໌ ລາຍງານ.
ຫຼັງຈາກນັ້ນ ແມ່ນຂັ້ນຕອນໃນການກຳຈັດ. ໃນຂະນະທີ່ການຈູດເຜົາເປັນວິທີທີ່ກະຊວງປ້ອງກັນປະເທດສະຫະລັດມັກ ແຕ່ປະຊາຊົນຊາວອາເມຣິກັນຢູ່ໃນທ້ອງຖິ່ນ ພາກັນຄັດຄ້ານໂດຍຢ້ານຈະເປັນມົນພິດທີ່ເປັນອັນຕະລາຍ. ອົງການຈັດຕັ້ງລະດັບຮາກຫຍ້າຂອງປະຊາຊົນ ຄະນະເຮັດວຽກດ້ານອາວຸດເຄມີ ໄດ້ມີການຈັດຕັ້ງຂຶ້ນ ແລະເລີ້ມສະເໜີການນຳໃຊ້ເທັກໂນໂລຈີອື່ນ ນອກເໜືອໄປຈາກການຈູດເຜົາ.
ດ້ວຍເຫດຜົນດັ່ງກ່າວ ເທັກນິກແບບໃໝ່ຢ່າງສິ້ນເຊີງຈຶ່ງໄດ້ມີການພັດທະນາຂຶ້ນມາ ແລະສະຫະລັດກໍໄດ້ນຳໃຊ້ຂັ້ນຕອນທາງເຄມີຫຼາຍຢ່າງເພື່ອທຳລາຍສານເຄມີທີ່ເປັນອັນຕະລາຍເຫຼົ່ານີ້. ຕົວຢ່າງ ແກັສມັສຕາດ ໄດ້ຖືກແຍກແລະທຳລາຍໂດຍເຊື້ອແບັກທີເຣຍ, ໃນຂະນະທີ່ແກັສຊາຣີນ ໄດ້ເຮັດໃຫ້ສານເຄມີໝົດລິດ ກ່ອນທີ່ຈະຖືກທຳລາຍ. ຄວາມຈຳເປັນ ໃນການຊອກຫາວິທີທາງເລືອກເພື່ອກຳຈັດ ໄດ້ແກ່ເວລາອອກໄປຢ່າງຫຼວງຫຼາຍ ເພື່ອທຳລາຍສານເຄມີສົງຄາມນີ້ໄດ້ ຢ່າງປອດໄພ.
ອີກພາກສ່ວນນຶ່ງ ອີງຕາມທ່ານເດວິດ ໂຄພລາວ (David Koplow) ສາສະດາຈານທີ່ມະຫາວິທະຍາໄລຈອຣ໌ຈທາວ ທີ່ນະຄອນຫຼວງວໍຊິງຕັນ ກໍແມ່ນວ່າ ໂຄງການດັ່ງກ່າວໄດ້ຮັບການຄຸ້ມຄອງບໍ່ຄ່ອຍດີປານໃດ. “ຄະນະນຳພາໂຄງການໄດ້ຖືກປ່ຽນຫຼາຍໆເທື່ອ ແລະກໍບໍ່ໄດ້ມີການເອົາຈິງເອົາຈັງເທົ່າທີ່ມັນຄວນຈະເປັນ” ທ່ານກ່າວຕໍ່ຕາໜ່າງວິທະຍຸສາທາລະນະແຫ່ງຊາດ ຫຼື National Public Radio ໃນການໃຫ້ສຳພາດ.
ເມື່ອສະຫະລັດບໍ່ສາມາດບັນລຸເສັ້ນຕາຍໃນປີ 2007 ວໍຊິງຕັນກໍໄດ້ຊອກຫາທາງເພື່ອຂໍຕໍ່ເວລາຈາກອົງການຫ້າມໃຊ້ອາວຸດເຄມີ ຫຼື (OPCW) ຊຶ່ງເປັນຜູ້ກຳກັບນຳການຈັດຕັ້ງປະຕິບັດອະນຸສັນຍາອາວຸດເຄມີ ເພື່ອຕໍ່ກຳນົດເສັ້ນຕາຍອອກໄປໃສ່ວັນທີ 30 ກັນຍາປີ 2023.
ສະຫະລັດໄດ້ປະຕິບັດຕາມຄຳໝັ້ນໝາຍຂອງຕົນໃນວັນທີ 7 ກໍລະກົດ 2023 ໃນເວລາທີ່ຕົນໄດ້ທຳລາຍອາວຸດເຄມີຂອງຕົນ ຈາກສາງເກັບ Blue Grass Army Depot ໃນລັດເຄັນຕັກກີ.
ໃນວັນທີ 7 ກໍລະກົດ ອົງການ OPCW ກ່າວວ່າ ຕົນໄດ້ພິສູດເບິ່ງການທຳລາຍທີ່ບໍ່ສາມາດຕ່າວປີ້ນໄດ້ ຄັງອາວຸດເຄມີທັງໝົດ ທີ່ໄດ້ມີການປະກາດ ຂອງສະຫະລັດ.
ອາວຸດເຄມີແມ່ນສານເຄມີທີ່ເປັນພິດທີ່ສາມາດພາໃຫ້ເຖິງແກ່ຄວາມຕາຍ ໄດ້ຮັບບາດເຈັບຫຼືໝົດຄວາມສາມາດ ແລະຖືວ່າເປັນອາວຸດທີ່ມີອະນຸພາບຮ້າຍແຮງ. ໃນໄລຍະສັດຕະວັດທີ່ສຸດທ້າຍນັ້ນ ມີຫຼາຍໆປະເທດໄດ້ປະນາມອາວຸດເຄມີ.
ອີງຕາມສະມາຄົມຄວບຄຸມອາວຸດ ຊຶ່ງເປັນອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ ທີ່ມີສຳນັກງານຕັ້ງຢູ່ນະຄອນຫຼວງວໍຊິງຕັນ ນັກປະຫວັດສາດກະວ່າ ມີທະຫານປະມານ 90,000 ຄົນໄດ້ເສຍຊີວິດຍ້ອນອາວຸດເຄມີ ໃນລະຫວ່າງສົງຄາມໂລກຄັ້ງທີ 1.
ອະນຸສັນຍາເຈນີວາ ສະບັບປີ 1925 ໄດ້ຫ້າມການນຳໃຊ້ອາວຸດເຄມີ ແຕ່ບໍ່ສາມາດຫ້າມການພັດທະນາແລະຜະລິດອາວຸດດັ່ງກ່າວ.
ນັບແຕ່ເລີ້ມສົງຄາມໂລກຄັ້ງທີ 1 ມາຈົນເຖິງການສິ້ນສຸດລົງຂອງສົງຄາມເຢັນ ສະຫະລັດໄດ້ເກັບສະສົມອາວຸດເຄມີໃນປະລິມານທີ່ຫຼວງຫຼາຍ ໄດ້ເພື່ອສະກັດກັ້ນປະເທດອື່ນໆທີ່ໃຊ້ອາວຸດທີ່ຄ້າຍຄືກັນນີ້.
ໃນຈຸດນຶ່ງນັ້ນ ສະຫະລັດມີຄັງອາວຸດເຄມີລັບສຸດຍອດ 9 ແຫ່ງ ຕັ້ງແຕ່ລັດເມຣີແລນໄປຫາລັດອໍເຣກອນ ໂດຍມີເອເຈັນຂອງສານເຄມີທັງໝົດ 28,600 ໂຕນ.
ອີງຕາມ ສູນຄວບຄຸມແລະປ້ອງກັນພະຍາດແລ້ວ ຊຶ່ງເປັນອົງການສາທາລະນະສຸກແຫ່ງຊາດຂອງສະຫະລັດ ສະຫະລັດໄດ້ເກັບສະສົມເອເຈັນຂອງສານເຄມີສົງຄາມໄວ້ 6 ຊະນິດ ຕົ້ນຕໍແມ່ນເອເຈັນມາສຕາດ ແລະເອເຈັບປະສາດ.
ໃນຂະນະທີ່ໂລກທັງໝົດໄດ້ປະກາດວ່າ ເວລານີ້ຕົນໄດ້ກຳຈັດອາວຸດເຄມີແລ້ວ ທາງອົງການ OPCW ຈຶ່ງໄດ້ເຕືອນບາງປະເທດ ຫຼືກຸ່ມຕ່າງທີ່ຍັງມີອາວຸດຮ້າຍແຮງຊະນິດດັ່ງກ່າວນີ້ຢູ່.
ເກົາຫຼີເໜືອ ຊຶ່ງບໍ່ໄດ້ລົງນາມໃນອະນຸສັນຍາວ່າດ້ວຍອາວຸດເຄມີ ຫຼື CWC ມີລາຍງານກັນຢ່າງກວ້າງຂວາງວ່າ ມີຄັງອາວຸດເຄມີຂະໜາດໃຫຍ່ ໃນຄວາມຄອບຄອງ ຊຶ່ງມີທ່າທາງວ່າມີປະລິມານຫຼາຍກວ່າ 5,000 ໂຕນ.
ຊີເຣຍ ຊຶ່ງໄດ້ລົງນາມໃນອະນຸສັນຍາ CWC ຍອມຮັບໃນປີ 2012 ວ່າ ຕົນມີອາວຸດເຄມີ. ແຕ່ແນວໃດກໍຕາມ ປະເທດດັ່ງກ່າວບໍ່ຍອມໃຫ້ການເປີດເຜີຍວ່າ ການເກັບສະສົມຂອງຕົນນັ້ນ ມີປະລິມານຫຼາຍປານໃດ.
ອົງການ OPCW ໄດ້ຈົດບັນທຶກ 142 ກໍລະນີທີ່ກ່າວວ່າພົວພັນກັບການໃຊ້ອາວຸດເຄມີໃນປະເທດຊີເຣຍ ລະຫວ່າງປີ 2015 ຫາ 2019. ທາງອົງການໄດ້ອອກຄຳສັ່ງໃຫ້ທຳການສືບສວນແລະຕັ້ງຄະນະປະຕິບັດງານຂຶ້ນ ເພື່ອລະບຸກໍລະນີເຫຼົ່ານີ້ ແລະບົ່ງຊື່ຜູ້ກໍ່ການ ແລະກໍຜູ້ເຄາະຮ້າຍ.
ຄະນະສືບສວນແລະລະບຸຊື່ຂອງອົງການ OPCW ສາມາດເສັດສິ້ນການສືບສວນຂອງຕົນ ໄດ້ພຽງ 5 ກໍລະນີ ແລະລະບຸວ່າ ກຳລັງທະຫານຊີເຣຍ ເປັນຜູ້ນຳໃຊ້ການໂຈມຕີດ້ວຍອາວຸດເຄມີ ທີ່ມີຜູ້ເຄາະຮ້າຍໄດ້ຮັບຜົນກະທົບ (ເສຍຊີວິດຫຼືໄດ້ຮັບບາດເຈັບ) ຢ່າງໜ້ອຍ 161 ຄົນ. ສ່ວນເຫດຮ້າຍອື່ນໆນັ້ນ ຍັງຢູ່ພາຍໃຕ້ການສືບສວນ.
ທີ່ມາ ພະແນກ Polygraph ຂອງວີໂອເອ