ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ຊຸກຍູ້ທິດສະດີ ສົມຮູ້ຮ່ວມຄິດ ຕ້ານສະຫະລັດ ກ່ຽວກັບໄຟໄໝ້ ທີ່ເກາະມາວອີ ເພີ້ມສູງຂຶ້ນ


ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ ແລະ​ສະ​ຕີ​ໝາຍ​ເລກ​ນຶ່ງ ທ່ານ​ນາງ​ຈິ​ລ ໄບ​ເດັນ ໂອ້​ລົມ​ກັບ​ບັນ​ດາ​ຜູ້​ອະ​ວຸ​ໂສ​ຂອງ​ຊົນ​ເຜົ່າ​ລາ​ຮາຍ​ນາ ທີ່ Moku'ula ຫຼັງ​ຈາກ​ເກີດ​ໄຟ​ປ່າ​ທີ່​ລາ​ຮາຍ​ນາ ລັດ​ຮາ​ວາຍ ເມື່ອ​ວັນ​ທີ 21 ສິງ​ຫາ 2023. (AFP/Mandel NGAN)
ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ ແລະ​ສະ​ຕີ​ໝາຍ​ເລກ​ນຶ່ງ ທ່ານ​ນາງ​ຈິ​ລ ໄບ​ເດັນ ໂອ້​ລົມ​ກັບ​ບັນ​ດາ​ຜູ້​ອະ​ວຸ​ໂສ​ຂອງ​ຊົນ​ເຜົ່າ​ລາ​ຮາຍ​ນາ ທີ່ Moku'ula ຫຼັງ​ຈາກ​ເກີດ​ໄຟ​ປ່າ​ທີ່​ລາ​ຮາຍ​ນາ ລັດ​ຮາ​ວາຍ ເມື່ອ​ວັນ​ທີ 21 ສິງ​ຫາ 2023. (AFP/Mandel NGAN)
ທ່ານນາງໝາວ ໜິງ

ທ່ານນາງໝາວ ໜິງ

ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ

“ການທີ່​ເວົ້າ​ວ່າພວກ​ເຂົາ​ [ສຳ​ນັກ​ຂ່າວ​ຂອງຈີນ ​ແລະ​ຜູ້​ໃຊ້​ສື່​ສັງ​ຄົມອອນລາຍ] 'ສ້າງເລື້ອງ​ຂຶ້ນມາ ຫຼື​ເຜີຍ​ແຜ່​ຂໍ້​ມູນທີ່​ບໍ່ຈິງ' ແມ່ນການເວົ້າແບບ​ບໍ່ມີມູນຄວາມຈິງຢ່າງ​ສິ້ນ​ເຊີງ. ຖ້າແມ່ນມີ ຜູ້ໃດຜູ້ນຶ່ງທີ່ກຳລັງ 'ສ້າງເລື້ອງຂຶ້ນ ຫລືເຜີຍແຜ່ຂໍ້ມູນທີ່ບໍ່ຖືກຕ້ອງ', ມັນກໍຈະແມ່ນໜັງສືພິມ New York Times ຫັ້ນຫລະ, ບໍ່ແມ່ນພວກເຂົາດອກ.”

ຜິດ

ຫຼັງຈາກໄຟໄຫມ້ປ່າໄດ້ແຜ່ລາມໄປທົ່ວເກາະມາວອີ (Maui) ທີ່ລັດຮາວາຍໃນເດືອນສິງຫາ ທີ່ເຮັດໃຫ້ມີຜູ້ເສຍຊີວິດຢ່າງຫນ້ອຍ 97 ຄົນນັ້ນ ຂ່າວທີ່ເອົາລົງເຜີຍແຜ່ໃນສື່ສັງຄົມອອນລາຍ ຫຼາຍອັນໄດ້ເອົາທິດສະດີສົມຮູ້ຮ່ວມຄິດ ທີ່ກ່າວອ້າງວ່າກອງທັບສະຫະລັດເປັນຜູ້ກໍ່ໃຫ້ເກີດ ໄຟໄຫມ້ໃນການທົດລອງອາວຸດດ້ານສະພາບອາກາດ.

ໜັງສືພິມ New York Times ​ໂດຍ​ອ້າງ​ອີງໃສ່ບົດ​ລາຍ​ງານ​ຂອງ​ຫ້າ​ອົງການແຕກ​ຕ່າງກັນ, ​ໃນ​ວັນ​ທີ 11 ກັນຍາຜ່ານມາ ໄດ້ລາຍ​ງານວ່າພວກມີອິດທິພົນທີ່ສະໜັບສະໜຸນຈີນ ເປັນຜູ້ຢູ່ເບື້ອງຫລັງ ຂອງການປຸກ​ລະ​ດົມເຜີຍແຜ່ຂໍ້ມູນທີ່ບໍ່ຈິງອັນນີ້.

ກະຊວງ​ການ​ຕ່າງປະ​ເທດ​ຈີນ​ ໄດ້​ປະຕິ​ເສດ​ຕໍ່​ການ​ລາຍ​ງານ​ຂອງ​ໜັງສືພິມ New York Times, ​ໂດຍ​ທີ່ໂຄສົກຂອງກະຊວງ, ​ທ່ານນາງໝາວ ໜິງ (Mao Ning) ກ່າວ​ໃນ​ວັນ​ທີ 18 ກັນຍາ​ນີ້​ວ່າ:

“ການທີ່​ເວົ້າ​ວ່າພວກ​ເຂົາ​ [ສຳ​ນັກ​ຂ່າວ​ຂອງຈີນ ​ແລະ​ຜູ້​ໃຊ້​ສື່​ສັງ​ຄົມ] 'ສ້າງເລື້ອງ​ຂຶ້ນມາ ຫຼື​ເຜີຍ​ແຜ່​ຂໍ້​ມູນທີ່​ບໍ່ຈິງ' ແມ່ນເປັນການເວົ້າແບບ​ບໍ່ມີມູນຄວາມຈິງຢ່າງ​ສິ້ນ​ເຊີງ. ຖ້າແມ່ນມີຜູ້ໃດຜູ້ ນຶ່ງທີ່ກຳລັງ 'ສ້າງເລື້ອງຂຶ້ນ ຫລືເຜີຍແຜ່ຂໍ້ມູນທີ່ບໍ່ຖືກຕ້ອງ', ມັນກໍຈະແມ່ນໜັງສືພິມ New York Times ຫັ້ນຫລະ, ບໍ່ແມ່ນພວກເຂົາດອກ.”

ນັ້ນຄືຄໍາເວົ້າທີ່ບໍ່ຖືກຕ້ອງ.

ບົດຄວາມຂອງ New York Times ແມ່ນອີງໃສ່ການສືບສວນທີ່ດໍາເນີນໄປຢ່າງເປັນອິດສະ ຫລະໂດຍພວກນັກຄົ້ນຄວ້າຈາກບໍລິສັດ Microsoft, ບໍລິສັດບັນທຶກຄວາມປອດໄພທາງ ອິນເຕີແນັດໃນອະນາຄົດ ຫລື Recorded Future, ອົງການຄົ້ນຄວ້າແຣນ (RAND) ອົງການ NewsGuard (ເຊິ່ງໃຫ້ຄະແນນເວັບໄຊທ໌ຂ່າວແລະຂໍ້ມູນ) ແລະມະຫາວິທະຍາໄລແມຣິແລນ.

ພວກນັກຄົ້ນຄວ້າພົບເຫັນວ່າຜູ້ມີອິດທິພົນທີ່ສະໜັບສະໜຸນຈີນທີ່ອ້າງອີງແບບບໍ່ມີຄວາມຈິງ ເຖິງອົງການບໍລິການສືບລັບຕ່າງປະເທດ MI6 ຂອງສະຫະລາດຊະອານາຈັກອັງກິດ, ຈັດຕັ້ງ ການໂຄສະນາເຜີຍແຜ່ຂໍ້ມູນທີ່ກ່າວອ້າງວ່າ ລັດຖະບານສະຫະລັດເປັນຜູ້ກໍ່ໄຟໄໝ້ເກາະ ມາວອີ (Maui) ຢູ່ໃນການທົດລອງອາວຸດດ້ານສະພາບອາກາດ.

ບົດລາຍງານສະບັບນຶ່ງ, ຈັດພີມໂດຍ NewsGuard ໃນວັນທີ 11 ກັນຍາ ໄດ້ສະແດງໃຫ້ເຫັນວ່າ ໃນເດືອນສິງຫາ ແລະເດືອນກັນຍາ 2023, ມີບັນຊີສື່ສັງຄົມແລະບລັອກ (blog) ຢ່າງຫນ້ອຍ 85 ອັນທີ່ເຜີຍແຜ່ຂໍ້ຄວາມ ແລະວິດີໂອແບບດຽວກັນທີ່ອ້າງວ່າອົງການ MI6 ໄດ້ເປີດເຜີຍວ່າລັດຖະບານສະຫະລັດຕັ້ງໃຈເຮັດໃຫ້ເກີດໄຟໄຫມ້ປ່າໃນຮາວາຍ.

ບັນຊີສື່ສັງຄົມຫຼາຍໆອັນ ທີ່ມີສ່ວນຮ່ວມໃນການໂຄສະນາຫາສຽງໄດ້ເຜີຍແຜ່ທິດສະດີສົມ ຮູ້ຮ່ວມຄິດທີ່ຄືກັນທີ່ເວົ້າວ່າ: "ໄຟປ່າໃນຮາວາຍນີ້ ແມ່ນພຽງແຕ່ເປັນການທົດລອງການໂຈມຕີ 'ອາວຸດທາງດ້ານສະພາບອາກາດ' ທີ່ດໍາເນີນການໂດຍທະຫານສະຫະລັດເທົ່ານັ້ນ!"

ພວກນັກຄົ້ນຄວ້າຊີ້ໃຫ້ເຫັນວ່າ ການກ່າວອ້າງໄດ້ຖືກນໍາໄປພົສຄືນອີກໃນ 14 ເວທີໃຫຍ່, ລວມທັງ Facebook, X, YouTube, Medium, Reddit, Pinterest ແລະ Tripadvisor. ເກືອບຫມົດທຸກເວທີສື່ສັງຄົມເຫຼົ່ານີ້ແມ່ນຖືກຫ້າມໃຊ້ໃນປະເທດຈີນ.

ໃນ​ຮູບນີ້ ຊຶ່ງ​ສະ​ໜອງ​ໂດຍ​ມາວ​ວີ​ຄາວ​ຕີ້ ສະ​ແດງ​ໃຫ້​ເຫັນ​ໄຟ​ໄໝ້​ແລະ​ຄວັນ​ພຸ່ງ​ຂຶ້ນ​ສູ່​ທ້ອງ​ຟ້າ​ຈາກ​ທາງ​ແຍກ ທີ່ Hokiokio Place ແລະ Lahaina Bypass ​ທີ່​ມາວ​ວີ ລັດ​ຮາ​ວາຍ ເມື່ອ​ວັນ​ທີ 8 ສິງ​ຫາ 2023. (Zeke Kalua/County of Maui via AP)
ໃນ​ຮູບນີ້ ຊຶ່ງ​ສະ​ໜອງ​ໂດຍ​ມາວ​ວີ​ຄາວ​ຕີ້ ສະ​ແດງ​ໃຫ້​ເຫັນ​ໄຟ​ໄໝ້​ແລະ​ຄວັນ​ພຸ່ງ​ຂຶ້ນ​ສູ່​ທ້ອງ​ຟ້າ​ຈາກ​ທາງ​ແຍກ ທີ່ Hokiokio Place ແລະ Lahaina Bypass ​ທີ່​ມາວ​ວີ ລັດ​ຮາ​ວາຍ ເມື່ອ​ວັນ​ທີ 8 ສິງ​ຫາ 2023. (Zeke Kalua/County of Maui via AP)

Polygraph.info ກວດກາພົບວ່າ ເນື້ອຫານີ້ເລີ່ມປາກົດຢູ່ໃນຫຼາຍເວັບໄຊທ໌ຂອງຈີນໃນວັນທີ ຫລືປະມານໃນວັນທີ 14 ສິງຫາ. (ພາບຖ່າຍຈາກຫນ້າຈໍ) ຜູ້ຂຽນບລັອກຫຼາຍຄົນໃນບາຍດູ ຊຶ່ງເປັນເວທີຂຽນບລັອກທີ່ສໍາຄັນ ກໍໄດ້ເອົາຂໍ້ຄວາມທີ່ຄ້າຍຄືກັນທີ່ກ່າວອ້າງວ່າ MI6 ໄດ້ສະຫຼຸບໄຟໄໝ່ເກາະມາວອີ ແມ່ນມີຜົນເນື່ອງມາຈາກການທົດລອງອາວຸດດ້ານສະພາບອາ ກາດຂອງສະຫະລັດ, ບໍ່ແມ່ນໄພພິບັດທໍາມະຊາດ. ຂໍ້ຄວາມນັ້ນ ມີຄໍາເວົ້າອັນດຽວກັນເລີຍ.

ພວກ​ລົງ​ຂ່າວ​ອິນ​ເຕີ​ແນັດ​ຈຳ​ນວນ​ນຶ່ງ​ໃນ​ຈີນ ໄດ້​ພິມ​ເຜີຍ​ແຜ່​ຂ່າວ​ແລະ​ວີ​ດີ​ໂອ​ແບບ​ດຽວ​ກັນ ໂດຍ​ອ້າງວ່າ MI6 ໄດ້​ເປີດ​ເຜີຍ​ວ່າ ສະ​ຫະ​ລັດ​ໄດ້​ຕັ້ງ​ໃຈ​ຈູດໄຟ​ປ່າ​ທີ່​ລັດ​ຮາ​ວາຍ.
ພວກ​ລົງ​ຂ່າວ​ອິນ​ເຕີ​ແນັດ​ຈຳ​ນວນ​ນຶ່ງ​ໃນ​ຈີນ ໄດ້​ພິມ​ເຜີຍ​ແຜ່​ຂ່າວ​ແລະ​ວີ​ດີ​ໂອ​ແບບ​ດຽວ​ກັນ ໂດຍ​ອ້າງວ່າ MI6 ໄດ້​ເປີດ​ເຜີຍ​ວ່າ ສະ​ຫະ​ລັດ​ໄດ້​ຕັ້ງ​ໃຈ​ຈູດໄຟ​ປ່າ​ທີ່​ລັດ​ຮາ​ວາຍ.

ຕໍ່​ມາ, ແມ່ນ​ແຕ່​ສື່​ມວນ​ຊົນຫລັກ​ຂອງ​ຈີນ​ເຊັ່ນ Sohu.com ກໍໄດ້​ເອົາຄຳ​ບັນ​ຍາຍ​ທີ່​ຄ້າຍ​ຄື​ກັນນີ້ອອກເຜີຍແຜ່ similar narrative.

ບົດຄວາມຂອງ Sohu ທີ່ພິມອອກມາໃນວັນທີ 24 ສິງຫາ ຢືນຢັນວ່າອົງການ MI6 ປະສົບຜົນ ສໍາເລັດໃນການຕິດຕາມຜູ້ວາງແຜນການເຮັດໃຫ້ເກີດໄຟໄຫມ້ປ່າໃນເກາະມາວອີ ຫຼັງ ຈາກ ໄດ້ທໍາ "ການສືບສວນໄດ້ຫຼາຍເດືອນ." ແຕ່ໄຟໄຫມ້ນັ້ນ ໄດ້ເກີດຂຶ້ນໃນວັນທີ 8 ສິງຫາ ຊຶ່ງ ພຽງແຕ່ 16 ມື້ ກ່ອນທີ່ບົດຄວາມ Sohu ຈະຖືກເຜີຍແຜ່ອອກມາ. ສະນັ້ນ ອົງການ MI6 ຈະສາມາດທໍາການ​ສືບ​ສວນ​ຕັ້ງຫລາຍເດືອນໄດ້ແນວໃດ​?

ບົດ​ຄວາມ​ຂອງ Sohu ທີ່​ພິມ​ເຜີຍ​ແຜ່​ເມື່ອ​ວັນ​ທີ 24 ສິງ​ຫາ ກ່າວ​ອ້າງວ່າ MI6 ໄດ້​ປະ​ສົບ​ຄວາມ​ສຳ​ເລັດ ໃນ​ການ​ຄົ້ນ​ຫາ​ຜູ້​ຢູ່​ເບື້ອງ​ຫຼັງ​ແຫຼ່ງ​ທີ່​ມາຂອງ​ໄຟ​ປ່າ​ທີ່​ມາວ​ວີ ຫຼັງ​ຈາກ "ໃຊ້​ເວ​ລາ​ຫຼາຍ​ເດືອນ​ໃນ​ການ​ສືບ​ສວນ."
ບົດ​ຄວາມ​ຂອງ Sohu ທີ່​ພິມ​ເຜີຍ​ແຜ່​ເມື່ອ​ວັນ​ທີ 24 ສິງ​ຫາ ກ່າວ​ອ້າງວ່າ MI6 ໄດ້​ປະ​ສົບ​ຄວາມ​ສຳ​ເລັດ ໃນ​ການ​ຄົ້ນ​ຫາ​ຜູ້​ຢູ່​ເບື້ອງ​ຫຼັງ​ແຫຼ່ງ​ທີ່​ມາຂອງ​ໄຟ​ປ່າ​ທີ່​ມາວ​ວີ ຫຼັງ​ຈາກ "ໃຊ້​ເວ​ລາ​ຫຼາຍ​ເດືອນ​ໃນ​ການ​ສືບ​ສວນ."

ອົງການ NewsGuard ລາຍ​ງານວ່າ ​ເຄືອ​ຂ່າຍ​ທີ່​ໄດ້ຖືກ​ຄົ້ນ​ພົບ​ໃໝ່​ໆນີ້​ ເບິ່ງ​ຄື​ວ່າ​ໄດ້​ແນ​ເປົ້າ​ໝາຍ​ໃສ່​ຜູ້​ໃຊ້​ສື່ສັງຄົມຢູ່ໃນ ​ຫຼາຍ​ປະ​ເທດ, ໂດຍທີ່ນອກ​ຈາກ​ພາສາ​ຈີນແລ້ວ ກໍຍັງພົສລົງເປັນ 15 ພາສາອີກ.​ ພວກບັນ​ຊີ​ສື່ສັງຄົມນີ້ ຍັງເອົາໄປລົງຕໍ່ໆກັນໄປ ແລະຕອບໂຕ້​ຊຶ່ງກັນ​ແລະ​ກັນໄປມາ​ ຊຶ່ງເຮັດການເຂົ້າເຖິງຂອງ​ເຄືອ​ຂ່າຍ​ແຜ່ຂະຫຍາຍອອກຢ່າງໄວວາ​.

ອົງການ NewsGuard ສະຫຼຸບວ່າມີ "ຫຼັກຖານທີ່ໜັກແໜ້ນ" ທີ່ສະແດງໃຫ້ເຫັນວ່າຄົນເວົ້າພາ ສາຈີນເປັນຜູ້ຢູ່ເບື້ອງຫຼັງຂອງການໂຄສະນາເຜີຍແຜ່ຂໍ້ມູນທີ່ບໍ່ຖືກຕ້ອງ, ແລະວ່າການເອົາຂໍ້ ຄວາມທີ່ເປັນພາສາຈີນອັນທໍາອິດທີ່ເຜີຍແຜ່ກະຈາຍການກ່າວອ້າງອັນນັ້ນ ໄດ້ຖືກພິມລົງໄປ ຢ່າງຫນ້ອຍສອງມື້ ກ່ອນຂໍ້ຄວາມທໍາອິດໃນພາສາອື່ນຈະຖືກພົສລົງ. ບັນຊີສື່ສັງຄົມອອນລາຍ ທີ່ມີສ່ວນກ່ຽວຂ້ອງໃນການໂຄສະນາຊວນເຊື່ອ ມີແຕ່ຂຽນຂໍ້ຄວາມທີ່ມີເນື້ອໃນສອດຄ່ອງກັບ ບັນຊີສື່ສັງຄົມຂອງລັດຖະບານຈີນເທົ່ານັ້ນ.

ໃນ​ເວລາ​ເກີດ​ໄຟ​ໄໝ້​ປ່າ ຢູ່ເກາະມາວອີນັ້ນ ລັດຖະບານ​ຈີນ​ໄດ້​ປະ​ເຊີນ​ໜ້າ​ກັບ​ ຄວາມ​ໂກດ​ແຄ້ນ ​ແລະ​ການ​ວິພາກ​ວິຈານ ​ຈາກ​ຜູ້ອິນເຕີແນັດ ​ທີ່​ກ່າວ​ຫາ​ລັດຖະບານວ່າ ​ບໍ່​ຮັບມື​ຢ່າງ​ພຽງພໍ​ກັບໄພ​ນ້ຳ​ຖ້ວມ​ທີ່​ນຳ​ເອົາ​ຄວາມຕາຍ​ ​ແລະ​ຄວາມ​ເສຍ​ຫາຍ​ໄປ​ສູ່​ເຂດ​ອ້ອມ​ຂ້າງ​ນະຄອນຫຼວງ​ປັກ​ກິ່ງ.

ນີ້​ບໍ່​ແມ່ນ​ເທື່ອ​ທຳ​ອິດ ​ທີ່​ຈີນ​ຈັດ​ຕັ້ງ​ ການ​ໂຄ​ສະ​ນາ​ເຜີຍແຜ່ຂໍ້​ມູນ​ບໍ່ຈິງ​ເພື່ອ​ໃຫ້ໄດ້ຜົນ​ປະ​ໂຫຍດ ​ທາງ​ການ​ເມືອງ. ໃນຕົ້ນເດືອນກັນຍາ, Polygraph.info ໄດ້ພົບ ການໂຄສະນາຊວນເຊື່ອ ທີ່ກ່ຽວຂ້ອງກັບຜູ້ມີອິດທິພົນທີ່ສະໜັບສະໜຸນປັກກິ່ງຢູ່ໃນສື່ສັງຄົມ X ທີ່ກ່າວອ້າງວ່າການ ກັ້ນກາງຂອງສະຫະລັດຕໍ່ບໍລິສັດເທັກໂນໂລຈີຍັກໃຫຍ່ Huawei ຂອງຈີນຖືກລົ້ມແຫລວ.

ໃນປີ 2022, ພວກນັກສະແດງທີ່ສະໜັບສະໜຸນຈີນໄດ້ໃຊ້ X ເພື່ອເຮັດໃຫ້ຜູ້ປົກປ້ອງຄວາມປອດໄພ ຫລື Safeguard Defenders ຊຶ່ງເປັນອົງການທີ່ບໍ່ຂຶ້ນກັບລັດຖະບານທີ່ພິມເຜີຍແຜ່ລາຍງານກ່ຽວກັບສະຖານີຕໍາຫຼວດຈີນຢູ່ຕ່າງປະເທດນັ້ນ ຂາດຄວາມເຊື່ອຖື.

ໃນເດືອນກັນຍານີ້ ບໍລິສັດ Microsoft ລາຍງານວ່າ ນັບຕັ້ງແຕ່ປີ 2022 ມາ ເຄືອຂ່າຍສື່ສັງ ຄົມທີ່ມີຄວາມເຫັນສອດຄ່ອງກັບຈີນໄດ້ພົວພັນໂດຍກົງກັບຜູ້ໃຊ້ທີ່ແທ້ຈິງໃນສື່ສັງຄົມ. ພວກ ເຂົາຍັງໃຊ້ຮູບພາບທີ່ສ້າງໂດຍ AI ເຂົ້າໃນການໂຄສະນາຊວນເຊື່ອໃນສື່ສັງຄົມຂອງພວກ ເຂົາຫຼາຍຂຶ້ນເພື່ອເຮັດໃຫ້ພວກເຂົາມີໄດ້ຮັບຄວາມຫນ້າເຊື່ອຖືຫຼາຍຂຶ້ນ.

ຂະນະທີ່ໄຟໄຫມ້ປ່າໃນເກາະມາວອີ ຍັງຢູ່ໃນໄລຍະສືບສວນຢູ່ນີ້, ບົດລາຍງານຫຼາຍອັນ ຊີ້ໃຫ້ເຫັນວ່າ ມັນອາດຈະເກີດມາຈາກສາຍໄຟທີ່ຢາງຫຸ້ມເປື່ອຍອອກ ແລະເສົາໄຟຟ້າຫັກ.

ທີ່​ມາ ພະ​ແນກ Polygraph ຂອງວີ​ໂອ​ເອ

XS
SM
MD
LG