ເມື່ອວັນທີ 29 ມິຖຸນາ, ສະພາສູງຂອງກຳປູເຈຍ ໄດ້ໃຫ້ການອະນຸມັດຢ່າງເປັນເອກກະສັນ ຕໍ່ຮ່າງບົດແກ້ໄຂກົດໝາຍເລືອກຕັ້ງຂອງປະເທດ ໂດຍອະນຸຍາດໃຫ້ຄະນະກຳມະການເລືອກຕັ້ງແຫ່ງຊາດ ລົງໂທດຕໍ່ພວກທີ່ຂັດຂວາງບໍ່ໃຫ້ຜູ້ຄົນໄປປ່ອນບັດ.
ບົດແກ້ໄຂເຫຼົ່ານີ້ຍັງປ້ອງກັນບໍ່ໃຫ້ພວກທີ່ບໍ່ປ່ອນບັດໃນການເລືອກຕັ້ງທົ່ວໄປໃນວັນທີ 23 ກໍລະກົດ ເຂົ້າຮ່ວມການແຂ່ງຂັນໃນອະນາຄົດ.
ສະພາລັດຖະທຳມະນູນຂອງກຳປູເຈຍ ໄດ້ເຊັນລົງນາມໃນບົດແກ້ໄຂດັ່ງກ່າວ ແລະຈະເລີ້ມມີຜົນບັງຄັບໃຊ້ຫຼັງຈາກ ມີການປະກາດໂດຍກະສັດຂອງປະເທດ ຊຶ່ງມີບົດບາດສ່ວນໃຫຍ່ໃນດ້ານພິທີການ.
ພວກເຈົ້າໜ້າທີ່ ຈາກພັກປະຊາຊົນກຳປູເຈຍ ຂອງນາຍົກລັດຖະມົນຕີຮຸນເຊນ ຊຶ່ງໄດ້ປົກຄອງປະເທດມາເປັນເວລາຫຼາຍທົດສະວັດແລ້ວນັນ ກ່າວວ່າ ການປ່ຽນແປງເຫຼົ່ານີ້ ແມ່ນປະຊາທິປະໄຕ ໜັງສືພິມພະນົມເປັນໂພສທ໌ ຊຶ່ງເປັນພັນທະມິດກັບລັດຖະບານ ໄດ້ອ້າງຄຳເວົ້າຂອງເລຂາທິການສະພາສູງ ທ່ານອູມ ຊາຣິດ ທີ່ກ່າວວ່າ:
“ບົດແກ້ໄຂນີ້ ແມ່ນອອກແບບມາເພື່ອຊຸກຍູ້ ຫຼັກຄຸນຄ່າຂອງລະບອບປະຊາທິປະໄຕແບບມີຫຼາຍພັກການເມືອງ ແລະເສີມຄວາມເຂັ້ມແຂງ ໃຫ້ແກ່ຂັ້ນຕອນຂອງລະບອບປະຊາທິປະໄຕ.”
ເຮັດໃຫ້ສັງຄົມເຂົ້າໃຈຜິດ.
ການບອຍຄອດການເລືອກຕັ້ງຫຼືເຮັດໃຫ້ບັດທີ່ປ່ອນເປັນໂມຄະແມ່ນຮູບແບບນຶ່ງ ຂອງການປະທ້ວງທາງການເມືອງ ຊຶ່ງໂດຍລວມແລ້ວ ການເຮັດໃຫ້ບໍ່ມີຄວາມສຳຄັນຢ່າງເປັນລະບົບຕໍ່ການຄັດຄ້ານທາງດ້ານການເມືອງ ການຕັດຮອນບໍ່ໃຫ້ປະຊາຊົນມີສິດດັ່ງກ່າວ ບໍ່ໄດ້ເປັນຜົນໃຫ້ມີການຊຸກຍູ້ປະຊາທິປະໄຕແບບມີຫຼາຍພັກການເມືອງ.
“ໃນການຮຽກຮ້ອງເມື່ອໄວໆມານີ້ ໃຫ້ປະຊາຊົນບອຍຄອດການປ່ອນບັດຄັ້ງຈະມາ ຫຼືເຮັດໃຫ້ບັດທີ່ປ່ອນເຂົາເຈົ້າເປັນໂມຄະນັ້ນ ແມ່ນເປັນຜົນໂດຍກົງມາຈາກການປາບປາມຂອງລັດຖະບານ ຕໍ່ການຄັດຄ້ານທາງການເມືອງ. ທີ່ໜ້າສັງເກດທີ່ສຸດ ກໍແມ່ນການປະກາດບໍ່ໃຫ້ພັກແສງທຽນເຂົ້າຮ່ວມການລົງຄະແນນສຽງໃນການເລືອກຕັ້ງ ໂດຍບໍ່ໃຫ້ປະຊາຊົນມີທາງເລືອກທາງດ້ານການເມືອງ” ທ່ານຈັກ ໂສພຽບ ຜູ້ອຳນວຍການບໍລິຫານ ຂອງສູນກາງສິດທິມະນຸດກຳປູເຈຍ ກ່າວຕໍ່ອົງການ Polygraph.info.
“ນີ້ມີທ່າທາງວ່າຈະເຮັດໃຫ້ຫຼາຍໆຄົນໝົດຄວາມສົນໃຈໃນການປະກອບສ່ວນເຂົ້າຮ່ວມການປ່ອນບັດ. ຖ້າຫາກຕ້ອງການຢາກເສີມຂະຫຍາຍປະຊາທິປະໄຕໃຫ້ແກ່ຊາວກຳປູເຈຍແທ້ ລັດຖະບານຄວນແກ້ໄຂບັນຫາຮາກເຫງົ້າຂອງການຮຽກຮ້ອງເຫຼົ່ານີ້ ແທນທີ່ຈະເຮັດໃຫ້ເປັນຄວາມຜິດ.”
ເມື່ອວັນທີ 1 ກໍລະກົດ ການໂຄສະນາຫາສຽງຢ່າງເປັນທາງການໄດ້ເລີ້ມຂຶ້ນໃນອັນທີ່ອົງການຂ່າວຣອຍເຕີ້ກ່າວວ່າ ຈະເປັນ “ການເລືອກຕັ້ງເກືອບວ່າບໍ່ມີຄູ່ແຂ່ງ ເລີຍ” ສຳລັບຈອມຜະເດັດການຮຸນເຊນ. ອົງການຂ່າວເອພີເອີ້ນໄຊຊະນະຂອງພັກປະຊາຊາຊົນກຳປູເຈຍວ່າ “ເປັນການພະນັນທີ່ແນ່ນອນແລ້ວ.”
ພວກນັກວິເຄາະ ເຊື່ອກັນຢ່າງກວ້າງຂວາງວ່າ ຮຸນເຊນ ທີ່ປົກຄອງກຳປູເຈຍມາເກືອບ 4 ທົດສະວັດແລ້ວນັ້ນ ຈະມອບຕຳແໜ່ງໃຫ້ແກ່ລູກຊາຍຂອງລາວ ຮຸນມາເນດ ທີ່ເປັນຜູ້ນຳກອງທັບກຳປູເຈຍໃນເວລານີ້.
ຮຸນເຊນ ກ່າວວ່າ ທ່ານຈະ “ກະກຽມປ່ອຍໃຫ້ທ່ານມາເນດສືບທອດອຳນາດຕໍ່ຈາກຂ້າພະເຈົ້າ.”
ພັກປະຊາຊົນກຳປູເຈຍຫຼື CPP ຂອງທ່ານຮຸນເຊນ ຄວບຄຸມ 125 ບ່ອນນັ່ງຢູ່ໃນສະພາແຫ່ງຊາດ ແລະທັງໝົດ 58 ບ່ອນນັ່ງຢູ່ໃນສະພາສູງ. ພັກປະຊາຊົນກຳປູເຈຍໄດ້ຮັບບ່ອນນັ່ງທັງໝົດໃນການເລືອກຕັ້ງທົ່ວໄປ ປີ 2018 ຫຼັງຈາກພັກກູ້ຊາດ ຊຶ່ງເປັນພັກຝ່າຍຄ້ານທີ່ໃຫຍ່ທີ່ສຸດ ຖືກຍຸຍໃນປີ 2017 ອະນຸຍາດໃຫ້ຮຸນເຊນລົງແຂ່ງຂັນເກືອບວ່າບໍ່ມີຜູ້ຄັດຄ້ານ.”
ນັ້ນແມ່ນມີຂຶ້ນໄດ້ ຫຼັງຈາກການດຳເນີນຄະດີຂະໜາດໃຫຍ່ ຕໍ່ພວກທີ່ສ່ວນກ່ຽວຂ້ອງກັບພັກກູ້ຊາດ. ພວກນັກຊ່ຽວຊານດ້ານສິດທິມະນຸດຂອງສະຫະປະຊາຊາດ ເອີ້ນການດຳເນີນຄະດີເຫຼົ່ານັ້ນວ່າ “ມີຂໍ້ບົກຜ່ອງຢ່າງໃຫຍ່ຫຼວງ.”
ໃນລະຫວ່າງການເລືອກຕັ້ງທົ່ວໄປໃນປີ 2018 ຫຼາຍກວ່າ 7 ລ້ານ 6 ແສນ 4 ໝື່ນບັດ ຫຼື 8.4 ເປີເຊັນ ຂອງຈຳນວນທັງໝົດ ແມ່ນເປັນໂມຄະ ຊຶ່ງພວກນັກວິເຄາະການເມືອງ ທີ່ມີສຳນັກງານຢູ່ກຳປູເຈຍ ທ່ານ ລາວ ມົງ (Lao Mong) ກ່າວຕໍ່ອົງການຂ່າວຣອຍເຕີ້ວ່າ ເປັນການ “ປະທ້ວງຢ່າງຖືກຕ້ອງຕາມກົດໝາຍ ຕໍ່ຜູ້ມີອິດທິພົນທີ່ສຽບແຫຼມ” ໃນການຕອບໂຕ້ ຕໍ່ອັນທີ່ພວກນັກຕ້ອງຕິ ເອີ້ນວ່າ ການເລືອກຕັ້ງທີ່ຫຼອກລວງ.
ການແກ້ໄຂກົດໝາຍການເລືອກຕັ້ງແມ່ນສະເໜີທີ່ຈະປັບໃໝຢ່າງໜັກຕໍ່ພວກທີ່ເຮັດໃຫ້ບັດເປັນໂມຄະ ຫຼືຊຸກຍູ້ບໍ່ໃຫ້ຜູ້ຄົນໄປປ່ອນບັດ.
ພັກແສງທຽນ ໄດ້ກັບຄືນສູ່ເວທີການເມືອງອີກ ໃນເດືອນຕຸລາປີ 2021 ຫຼັງຈາກບໍ່ໄດ້ມີການເຄື່ອນໄຫວມາເປັນເວລາເກືອບນຶ່ງທົດສະວັດ.
ໃນຂະນະທີ່ມີການພິຈາລະນາວ່າ ເປັນພັກຝ່າຍຄ້ານທີ່ມີປະສິດທິພາບພຽງພັກດຽວຂອງປະເທດນັ້ນ ແຕ່ອົງການຂ່າວຣອຍເຕີ້ກ່າວເຖິງພັກແສງທຽນວ່າ ເປັນພັກກູ້ຊາດ ຫຼື CNRP “ທີ່ກັບຄືນມາເກີດໃໝ່ແຕ່ອ່ອນແອກວ່າເກົ່າ.”
ໃນເດືອນພຶດສະພາ ກຳມາທິການເລືອກຕັ້ງຂອງກຳປູເຈຍ ໄດ້ປະກາດວ່າພັກແສງທຽນບໍ່ມີສິດເຂົ້າຮ່ວມໃນການເລືອກຕັ້ທົ່ວໄປ ໂດຍກ່າວວ່າ ພັກດັ່ງກ່າວບໍ່ໄດ້ຍື່ສຳເນົາໃບຈົດທະບຽນຂອງພັກໄປໃຫ້ທາງການ.
ພັກແສງທຽນກ່າວວ່າ ເອກກະສານຈົດທະບຽນໄດ້ຫາຍສາບສູນໄປ ຫຼັງຈາກຕຳຫຼວດໄດ້ຢຶດເອົາ ໃນລະຫວ່າງການບຸກເຂົ້າໄປກວດຄົ້ນ.
ພັກແສງທຽນໄດ້ຮັບອະນຸຍາດ ໃຫ້ເຂົ້າຮ່ວມການເລືອກຕັ້ງຊຸມຊົນ ໃນເດືອນມິຖຸນາປີ 2022 ໂດຍບໍ່ມີເອກກະສານດັ່ງກ່າວ. ພັກດັ່ງກ່າວ ໄດ້ຊະນະ 22 ເປີເຊັນຂອງການປ່ອນບັດທີ່ວ່ານີ້.
“ຄວາມຈິງທີ່ວ່າພັກໄດ້ຮັບອະນຸຍາດໃຫ້ເຂົ້າຮ່ວມ ໃນການເລືອກຕັ້ງຊຸມຊົນໃນປີ 2022 ແລະສະພາສັງກັດການເລືອກຕັ້ງໄດ້ເຜີຍແບໃຫ້ເຫັນຈຸດປະສົງ ແບບຜະເດັດການແລະທາງການເມືອງ ທີ່ມີການຫ້າມບໍ່ໃຫ້ເຂົ້າແຂ່ງຂັນ” ອີງຕາມຄຳເວົ້າຂອງຕາໜ່າງການເລືອກຕັ້ງເສລີເອເຊຍ ທີ່ມີສູນກາງຢູ່ບາງກອກທີ່ໄດ້ກ່າວ.
ພັກກູ້ຊາດຫຼື CNRP ຍັງໄດ້ຮັບການສະໜັບສະໜຸນເປັນຢ່າງດີ ໃນການເລືອກຕັ້ງຊຸມຊົນປີ 2017 ກ່ອນຖືກຍຸບໃນເດືອນພະຈິກປີ 2017.
ພາຍໃຕ້ບົດແກ້ໄຂກົດໝາຍການເລືອກຕັ້ງແລ້ວ ພວກທີ່ຕ້ອງການຢາກສະໝັກເຂົ້າຮັບຕຳແໜ່ງ ຕ້ອງໄດ້ໄປປ່ອນບັດໃນການເລືອກຕັ້ງສອງຄັ້ງທີ່ຜ່ານມາເພື່ອຈະມີສິດລົງສະໝັກເຂົ້າແຂ່ງຂັນໃນການເລືອກຕັ້ງຊຸມຊົນ ເຂດ ເທດສະບານ ແຂວງ ແລະ/ຫຼືການເລືອກຕັ້ງແຫ່ງຊາດ.
ອົງການຂ່າວເອພີລາຍງານວ່າ “ບຸກຄົນສຳຄັນຂອງພັກຝ່າຍຄ້ານສ່ວນໃຫຍ່” ໄດ້ໂຕນໜີອອກຈາກປະເທດ ເພື່ອຫຼີກລ້ຽງການຈັບກຸມຄຸມຂັງ ໃນອັນທີ່ພວກເຂົາເຈົ້າຖືກກ່າວຫາ ທີ່ຖືກເສກສັນປັ້ນແຕ່ງຂຶ້ນມາ.
ທ່ານເດວິດ ຮັດ (David Hutt) ນັກຄົ້ນຄວ້າທີ່ສະຖາບັນຢູໂຣບກາງ ໃນການສຶກສາກ່ຽວກັບເອເຊຍເມື່ອໄວໆມານີ້ ໄດ້ຂຽນວ່າ ການປ່ຽນແປງກົດໝາຍການເລືອກຕັ້ງ ຈະອະນຸຍາດໃຫ້ເຈົ້າໜ້າທີ່ກຳປູເຈຍ ອອຍໃຈລັດຖະບານປະເທດຕາເວັນຕົກ ໂດຍໃຫ້ອະໄພຍະໂທດ ແກ່ສ່ວນບຸກຄົນທີ່ຖືກຄຸມຂັງ ເຊັ່ນທ່ານເຄັມ ໂສຄາ ຜູ້ຮ່ວມກໍ່ຕັ້ງພັກກູ້ຊາດ ແລະອະນຸຍາດໃຫ້ສະມາຊິກພັກກູ້ຊາດບາງຄົນທີ່ລີ້ໄພຢູ່ໃນຕ່າງປະເທດ ກັບຄືນໄປກຳປູເຈຍ ໃນຂະນະທີ່ຍັງຫ້າມບໍ່ໃຫ້ພວກເຂົາ ເຂົ້າຮ່ວມນບໍ່ໃຫ້ຫຼິ້ນການເມືອງ.
ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອບົດແກ້ໄຂໃໝ່ເຫຼົ່ານີ້ຈະມີການຫ້າມໃນຂອບເຂດທີ່ກວ້າງຂວາງຫຼາຍປານໃດໃນການຕີຄວາມໝາຍສຳລັບການເລືອກຕັ້ງ.
“ນາຍົກລັດຖະມົນຕີຮຸນເຊນ ເມື່ອໄວໆມານີ້ ໄດ້ຂົ່ມຂູ່ຕໍ່ເຈົ້າໜ້າທີ່ ແລະບັນດາສະມາຊິກຂອງພັກແສງທຽນ ດ້ວຍການຈັບກຸມ ຖ້າພວກເຂົາເຈົ້າຫາກທຳການປະທ້ວງ ຕໍ່ການບໍ່ອະນຸຍາດໃຫ້ພັກຂອງເຂົາເຈົ້າເຂົ້າຮ່ວມການປ່ອນບັດຄັ້ງຈະມາ ຊຶ່ງໄດ້ພາໃຫ້ພວກເຂົາເຈົ້າຕ້ອງໄດ້ມີການຊັກຊ້າໃນການເດີນຂະບວນແບບສັນຕິທີ່ພະນົມເປັນ’ ທ່ານຈັກ ໂສພຽງບ ກ່າວຕໍ່ Polygraph.info.
“ລັດຖະບານມັກຈະໃຊ້ການຕີຄວາມໝາຍໃນຂອບເຂດທີ່ກວ້າງຂວາງກ່ຽວກັບການກະທຳຜິດກົດໝາຍ ເພື່ອປາບປາມສິດເສລີພາບໃນການໂຮມຊຸມນຸມແລະການສະແດງຄວາມຄິດຄວາມເຫັນ ແລະຄວາມຈິງທີ່ວ່າ ທາງລັດຖະບານສາມາດນຳໃຊ້ ໃນວິທີທີ່ຄ້າຍຄືກັນ ຂໍ້ກຳນົດໃໝ່ ຕໍ່ຜູ້ໃດກໍຕາມທີ່ພາກັນປະທ້ວງການເລືອກຕັ້ງ ແມ່ນພາໃຫ້ມີຄວາມວິຕົກກັງວົນເປັນຢ່າງຍິ່ງ ແລະບໍ່ສາມາດທີ່ຈະປະຕິເສດຕໍ່ການນຳໃຊ້ດັ່ງກ່າວ.”
ສ່ວນຜູ້ສັງເກດການດ້ານສິດທິມະນຸດອື່ນໆ ຮວມທັງສະພາສິດທິມະນຸດອົງການສະຫະປະຊາຊາດ ກຸ່ມປົກປ້ອງສິດທິມະນຸດ Human Rights Watch ແລະກຸ່ມຄຸ້ມຄອງສິດທິພົນລະເຮືອນສາກົນ Civicus ຕ່າງກໍມີຄວາມເຫັນແບບດຽວກັນກັບຄວາມຄິດທີ່ວ່ານັ້ນ.
ໃນເດືອນເມສາຜ່ານມາ ຮອງປະທານພັກແສງທຽນ ທ່ານທັກ ເສດຖາ ໄດ້ຖືກຟ້ອງໃນຂໍ້ຫາຍຸຍົງໃຫ້ຊາວກຳປູເຈຍທີ່ເຮັດວຽກຢູ່ໃນຕ່າງປະເທດ “ໂຄ່ນລົ້ມລັດຖະບານແຫ່ງຣາຊະອານາຈັກ.”
ເຈົ້າໜ້າທີ່ໄດ້ຄຸມຂັງທ່ານທັກ ເສດຖາເປັນທີ່ຮຽບຮ້ອຍແລ້ວ ໃນຄະດີການກ່າວຫາຂຽນເຊັກເດັ້ງ ຊຶ່ງເຮັດໃຫ້ທ່ານບໍ່ມີສິດຫຼິ້ນການເມືອງ ກ່ອນໜ້າການເລືອກຕັ້ງ.
ສະມາຊິກຄົນອື່ນໆຂອງພັກແສງທຽນກໍປະເຊີນກັບບັນຫາທາງດ້ານກົດໝາຍກ່ອນໜ້າການເລືອກຕັ້ງໃນເດືອນກໍລະກົດ.
ທ່ານຮຸນເຊນ ໄດ້ດຳເນີນການຫຼາຍໄປກວ່າການຂົ່ມຂູ່ຄູ່ແຂ່ງຂອງທ່ານດ້ວຍກົດໝາຍ.
“ທ່ານອາດປະເຊີນໜ້າກັບການເອົາມາດຕະການທາງດ້ານກົດໝາຍຢູ່ໃນສານ ຫຼືຂ້າພະເຈົ້າຈະພາກັນໂຮມຊຸມນຸມສະມາຊິກພັກປະຊາຊົນກຳປູເຈຍ ໃຫ້ເດີນຂະບວນແລະທຸບຕີພວກເຈົ້າ” ທ່ານຮຸນເຊນ ກ່າວເມື່ອວັນທີ 9 ມັງກອນຜ່ານມາ.
ທ່າມກາງບັນຍາກາດທາງດ້ານການເມືອງແບບນີ້ ພວກຄົນຮ້າຍທີ່ບໍ່ຊາບຝ່າຍໄດ້ໂຈມຕີຊ້ຳແລ້ວຊ້ຳອີກຕໍ່ສະມາຊິກຂອງພັກແສງທຽນ ແລະພັກກູ້ຊາດກຳປູເຈຍ ເຮັດໃຫ້ສະມາຊິກບາງຄົນຕ້ອງໄດ້ເຂົ້າໂຮງໝໍ.
ທ່ານຄີດ ໂຊກຈັນ ສະມາຊິກຂະບວນການຊາວໜຸ່ມຂອງພັກແສງທຽນກ່າວຕໍ່ວິທະຍຸເອເຊຍເສລີວ່າ ລາວໄດ້ເຂົ້າໂຮງໝໍດົນກວ່ານຶ່ງອາທິດ ຫຼັງຈາກມີການໂຈມຕີໃນທຳນອງນີ້ເກີດຂຶ້ນ ເມື່ອເດືອນເມສາທີ່ຜ່ານມາ.
ພວກນັກການເມືອງແລະນັກເຄື່ອນໄຫວຝ່າຍຄ້ານ ກ່າວວ່າ ເຈົ້າໜ້າທີ່ກຳປູເຈຍ ໄດ້ປະຕິເສດທີ່ຈະທຳການສືບສວນມາໂດຍຕະຫຼອດຕໍ່ການໂຈມຕີເຫຼົ່ານັ້ນ.
ທີ່ມາ: ພະແນກ Polygraph ຂອງວີໂອເອ