ໃນວັນທີ 28 ສິງຫາຜ່ານມາ ປັກກິ່ງໄດ້ນຳອອກເຜີຍແຜ່ ແຜນທີ່ມາດຕະຖານສະບັບປີ 2023 ຊຶ່ງໄດ້ເຮັດໃຫ້ເກີດການຮ້ອງໂຮຄັດຄ້ານ ໄປທົ່ວຂົງເຂດເອເຊຍໃຕ້ ແລະເອເຊຍຕາເວັນອອກສຽງໃຕ້.
ອິນເດຍ, ມາເລເຊຍ ແລະຟີລິບປິນລ້ວນແຕ່ໄດ້ຍື່ນການປະທ້ວງທາງການທູດກ່ຽວກັບອັນທີ່ຈີນເວົ້າວ່າ ການລວມເອົາດິນແດນຂອງຈີນ ຫຼືເຂດທະເລຂອງຕົນຢູ່ພາຍໃນຊາຍແດນຂອງຈີນ.
ໂຄສົກກະຊວງການຕ່າງປະເທດຈີນ ທ່ານຫວັງ ເຫວິນບິນ (Wang Wenbin) ກ່າວວ່າ ຄວາມ ສົນລະວົນ ກ່ຽວກັບການເປີດເຜີຍແຜນທີ່ດັ່ງກ່າວ ເປັນຄວາມວຸ້ນວາຍທີ່ບໍ່ມີເລື້ອງຫຍັງເລີຍ.
“[ການເປີດເຜີຍແຜນທີ່] ແມ່ນການປະຕິບັດການແບບປົກກະຕິ ໃນການໃຊ້ອະທິປະໄຕຂອງຈີນ ທີ່ສອດຄ່ອງກັບກົດໝາຍ. ພວກເຮົາຫວັງວ່າ ຝ່າຍຕ່າງໆທີ່ກ່ຽວຂ້ອງ ຈະສາມາດເບິ່ງບັນຫາແບບບໍ່ລໍາອຽງ ແລະສະຫງົບຈິດສະຫງົບໃຈໄວ້, ແລະຫຼີກລ້ຽງການຕີຄວາມໝາຍບັນຫາຫລາຍຈົນເກີນໄປ.”
ນັ້ນແມ່ນພາໃຫ້ສັງຄົມເຂົ້າໃຈຜິດ
ແຜນທີ່ນັ້ນສະແດງໃຫ້ເຫັນສອງເຂດຊາຍແດນພູຫິມາໄລອັນກ້ວາງໃຫຍ່ ທີ່ອິນເດຍ ແລະຈີນຂັດແຍ່ງກັນນັ້ນ ວ່າເປັນດິນແດນຂອງຈີນ. ມັກແມ່ນເຂດອັກໄສ ຈີນ - ເຊິ່ງແມ່ນເຂດຕາເວັນອອກສຸດ ຂອງແຄວ້ນແຄສເມຍ ແລະສ່ວນໃຫຍ່ແມ່ນຄວບຄຸມໂດຍຈີນ - ແລະເຂດອາຣຸນາຈາລ ປຣະເດັສ - ຊຶ່ງເປັນລັດໃນພາກຕາເວັນອອກສຽງເຫນືອຂອງອິນເດຍ ທີ່ນິວເດລີຄວບຄຸມເນື້ອທີ່ສ່ວນໃຫຍ່ ແຕ່ປັກກິ່ງອ້າງວ່າ ເປັນສ່ວນນຶ່ງຂອງທິເບດ.
ຈີນ ໄດ້ຍຶດເອົາທິເບດເຂົ້າມາຢູ່ໃນການຄວບຄຸມຂອງຕົນໃນປີ 1950 ແລະກໍໄດ້ຜະໜວກເອົາທິເບດເປັນຂອງຕົນໃນປີ 1951.
ສະຫະລັດ ຮັບຮູ້ວ່າ ເຂດອາຣຸນາຈາລ ປຣະເດັສ ເປັນສ່ວນນຶ່ງຂອງອິນເດຍ.
ກະຊວງການຕ່າງປະເທດອິນເດຍ ກ່າວວ່າ ຕົນ “ໄດ້ສະແດງການປະທ້ວງຢ່າງແຮງຜ່ານຊ່ອງທາງການທູດກັບຝ່າຍຈີນ” ກ່ຽວກັບແຜນທີ່ນັ້ນ ໂດຍກ່າວຕື່ມວ່າ “ການເອົາບາດກ້າວດັ່ງກ່າວຂອງຝ່າຍຈີນ ມີແຕ່ຈະເຮັດໃຫ້ການຕອບຄຳຖາມກ່ຽວກັບເຂດຊາຍແດນ ສັບສົນເທົ່ານັ້ນ.”
ອິນເດຍ ແລະ ຈີນ ໄດ້ຕົກຢູ່ໃນສະພາບບໍ່ໄປບໍ່ມາ ໃນເລື້ອງຂັດແຍ່ງທາງຊາຍແດນທີ່ແກ່ຍາວມາໄດ້ຫຼາຍທົດສະວັດ ຢູ່ລຽບຕາມອັນທີ່ເອີ້ນວ່າ ເສັ້ນການຄວບຄຸມຕົວຈິງ ຊຶ່ງເປັນເສັ້ນແບ່ງເຂດແດນທີ່ຄາດຄະເນວ່າ ມີປະມານ 3,500 ກິໂລແມັດ ລະຫວ່າງອານາເຂດທີ່ຄວບຄຸມໂດຍອິນເດຍ ແລະອານາເຂດຄວບຄຸມໂດຍຈີນ ທີ່ຖືກແຕ້ມອອກມາ ຫຼັງສົງຄາມປີ 1962.
ຫຼັງຈາກຄວາມຮຸນແຮງ ໄດ້ລະເບີດຂຶ້ນເປັນໄລຍະສັ້ນໆ ໃນປີ 2020 ທີ່ສົ່ງຜົນໃຫ້ມີການລາຍງານການເສຍຊີວິດຄັ້ງທຳອິດຢູ່ລຽບຕາມເສັ້ນການຄວບຄຸມຕົວຈິງ ນັບແຕ່ປີ 1975 ເປັນຕົ້ນມານັ້ນ, ຄວາມເຄັ່ງຕຶງກໍໄດ້ເກີດຂຶ້ນເປັນບາງຄັ້ງຄາວ. ການປະທະກັນທີ່ບໍ່ເຖິງຂັ້ນ ຮຸນແຮງ ເກີດຂຶ້ນອີກຄັ້ງນຶ່ງ ໃນເດືອນທັນວາ, 2022.
ໃນຊຸມປີມໍ່ໆມານີ້, ຈີນໄດ້ສ້າງບ່ອນຕັ້ງຖິ່ນຖານຂອງປະຊາຊົນຢູ່ໃນດິນແດນ ທີ່ອິນເດຍອ້າງເອົາກໍາມະສິດຢູ່ໃນຂົງເຂດນັ້ນ, ລວມທັງຢູ່ໃນອາຣຸນາຈາລ ປຣະເດັສ, ອີງຕາມບົດລາຍງານຂອງທໍານຽບຫ້າແຈ ປີ 2021 ຕໍ່ລັດຖະສະພາສະຫະລັດ.
ເລື້ອງທີ່ແຈ່ມແຈ້ງຂຶ້ນກວ່ານັ້ນ ຢູ່ໃນສາຍຕາຂອງກົດໝາຍສາກົນ ກໍແມ່ນການອ້າງເອົາເຂດນໍ້າແດນດິນທີ່ຈີນ ໄດ້ໝາຍເອົາໃນແຜນທີ່ໂດຍໃຊ້ການເສັ້ນ 10 ຂີດ ທີ່ກວມເອົາເກືອບໝົດເຂດທະເລຈີນໃຕ້ ແລະໄຕ້ຫວັນ.
ຂີດຕ່າງໆ ກວມເອົາເຂດທະເລທີ່ຕົກຢູ່ໃນ ເຂດເສດຖະກິດສະເພາະ ຫລື EEZ ຂອງຫວຽດນາມ, ຟີລິບປິນ, ມາເລເຊຍ, ບຣູນາຍ ແລະ ອິນໂດເນເຊຍ.
ສົນທິສັນຍາຂອງສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລ (The U.N. Convention on the Law of the Sea) ທີ່ຈີນໃຫ້ສັດຕະຍາບັນໃນປີ 1996 ໄດ້ຮັບຮູ້ວ່າ ເຂດ EEZ ເປັນເຂດທະເລຍາວ 370 ກິໂລແມັດ ນັບຈາກຝັ່ງທະເລຂອງປະເທດນຶ່ງ.
ໃນປີ 2009, ຈີນໄດ້ອ້າງເອົາກໍາມະສິດເຂດທະເລຈີນໃຕ້ ແລະບ່ອນທີ່ເປັນດິນໃນທະເລ ນັ້ນເກືອບໝົດ.
ຟີລິບປິນໄດ້ທ້າທາຍຕໍ່ການອ້າງເອົາກໍາມະສິດຂອງຈີນ ຢູ່ສານຕັດສິນຊີ້ຂາດສາກົນຢ່າງຖາວອນ, ແລະໃນປີ 2016 ສານໄດ້ພົບວ່າ ເກັນດີເປັນສ່ວນໃຫຍ່ກັບຟີລິບປິນ. ຈີນໄດ້ປະຕິເສດຕໍ່ຄໍາຕັດສິນດັ່ງກ່າວ ແລະສືບຕໍ່ການເເຄື່ອນໄຫວແບບຮຸກຮານຕໍ່ຟີລິບປິນ.
ໃນວັນທີ 5 ສິງຫານີ້, ກອງທະຫານຍາມຝັ່ງທະເລຂອງຈີນ ໄດ້ໃຊ້ທໍ່ສີດນໍ້າຂະນາດໃຫຍ່ ສີດໃສ່ກຳປັ່ນຂອງຟີລິບປິນ ເພື່ອໃຫ້ມັນຢຸດການສົ່ງເຄື່ອງຂອງໄປໃຫ້ກຳປັ່ນລຳນຶ່ງທີ່ຈອດຢູ່ຫາດ ໂທມັສ ທີສອງ ຢູ່ໝູ່ເກາະສແພຣດລີ ທີ່ນອນຢູ່ພາຍໃນຂອບເຂດ EEZ ຂອງຟີລິບປິນ.
ມັນບໍ່ແມ່ນເທື່ອທຳອິດ ທີ່ ຈີນໃຊ້ກຳລັງ ເພື່ອຢຸດກຳປັ່ນຟີລິບປິນບໍ່ໃຫ້ເຂົ້າໃກ້ເກາະຫາດນັ້ນໄດ້.
ການອ້າງເອົາກໍາມະສິດທີ່ເຮັດເປັນແຜນທີ່ດັ່ງກ່າວ ຍັງລວມມີພາກສ່ວນຕ່າງໆຂອງເຂດ EEZ ຂອງມາເລເຊຍ ໃກ້ກັບລັດຊາຣາວັກ ແລະ ຊາບາ ຊຶ່ງເປັນລັດຂອງມາເລເຊຍຢູ່ເທິງເກາະບໍນຽວ ແລະບຣູນາຍ ຊຶ່ງນອນຢູ່ໃນລັດຊາຣາວັກ ແລະມີຊາຍແດນຕິດກັນທີ່ມີຄວາມຍາວ 161 ກິໂລແມັດ ລຽບຕາມທະເລຈີນໃຕ້.
ເຊັ່ນດຽວກັນກັບຟີລິບປິນ ມາເລເຊຍຍື່ນການປະທ້ວງທາງການທູດກ່ຽວກັບແຜນທີ່ຂອງຈີນ.
ລັດຖະມົນຕີການຕ່າງປະເທດອິນໂດເນເຊຍ, ທ່ານເຣດໂນ ມາຊຸດີ ກ່າວວ່າ ເສັ້ນຂີດ ແລະ ການອ້າງເອົາເຂດດິນແດນຕ້ອງສອດຄ່ອງກັບສົນທິສັນຍາຂອງສະຫະປະຊາຊາດວ່າດ້ວຍກົດໝາຍທະເລ.
ຫວຽດນາມ ກ່າວວ່າ ຕົນ “ຄັດຄ້ານຢ່າງເດັດດ່ຽວ ຕໍ່ການອ້າງເອົາກໍາມສິດຂອງຈີນໃນທະເລຈີນໃຕ້ໂດຍອີງຕາມເສັ້ນທີ່ເປັນຈຸດໆນັ້ນ.”
ໄຕ້ຫວັນ ຊຶ່ງເປັນເກາະປົກຄອງຕົນເອງທີ່ຈີນແຜ່ນດິນໃຫຍ່ປົກຄອງດ້ວຍພັກຄອມມິວນິສຖືວ່າ ເປັນແຂວງນຶ່ງທີ່ແຍກອອກໄປນັ້ນ ກໍໄດ້ປະຕິເສດການອ້າງເອົາກໍາມະສິດຂອງປັກກິ່ງ ເຊັ່ນກັນ.
“[ໄຕ້ຫວັນ] ບໍ່ແມ່ນສ່ວນນຶ່ງຂອງສາທາລະນະລັດປະຊາຊົນຈີນແນ່ນອນ, ນັ້ນຄືຄໍາເວົ້າຂອງ ໂຄສົກກະຊວງການຕ່າງປະເທດໄຕ້ຫວັນ, ທ່ານແຈັຟ ລີວ.
“ບໍ່ວ່າລັດຖະບານຈີນຈະບິດເບືອນທ່າທີຂອງຕົນກ່ຽວກັບອະທິປະໄຕຂອງໄຕ້ຫວັນແບບໃດກໍຕາມ ແຕ່ມັນກໍບໍ່ສາມາດປ່ຽນແປງຂໍ້ເທັດຈິງແທ້ໆ ຂອງການເປັນຢູ່ຂອງປະເທດພວກເຮົາໄດ້,” ນັ້ນຄືຄໍາເວົ້າທີ່ທ່ານ ກ່າວຕໍ່ກອງປະຊຸມຖະແຫຼງຂ່າວ.
ແຜນທີ່ດັ່ງກ່າວຍັງປາກົດສະແດງໃຫ້ເຫັນວ່າ ຈີນມີການຄວບຄຸມຢ່າງຄົບຖ້ວນຕໍ່ເກາະ ບອລຊອຍ ອັສຊຸຣີອິສກີ ຊຶ່ງຕັ້ງຢູ່ຈຸດຄົບກັນຂອງແມ່ນໍ້າອາເມີ ແລະອັສຊຸຣີ ຢູ່ໃນເຂດຊາຍແດນລະຫວ່າງເຂດຕາເວັນອອກໄກຂອງຣັດເຊຍ ແລະພາກຕາເວັນອອກສຽງເຫນືອຂອງຈີນ.
ໃນປີ 2008, ຈີນ ແລະຣັດເຊຍໄດ້ຕົກລົງແບ່ງເກາະດັ່ງກ່າວ ຫຼັງຈາກມີການຂັດແຍ້ງກັນມາເປັນເວລາດົນນານ.
ໜັງສືພິມ RBC ຂອງຣັດເຊຍ ກ່າວວ່າ ຕົນໄດ້ສົ່ງຄຳຮ້ອງໄປຍັງກະຊວງການຕ່າງປະເທດຣັດເຊຍ ເພື່ອຂໍຄຳເຫັນກ່ຽວກັບແຜນທີ່ດັ່ງກ່າວແຕ່ຍັງບໍ່ທັນໄດ້ຮັບຄຳຕອບໃນເວລາທີ່ພິມຈຳໜ່າຍໜັງສືພິມນັ້ນຢູ່.
ປັກກິ່ງ ແລະຣັດເຊຍ ປະກາດ ການຮ່ວມມື "ແບບບໍ່ມີຂອບເຂດ" ໃນບໍ່ເທົ່າໃດອາທິດກ່ອນທີ່ ຣັດເຊຍຈະບຸກລຸກຢູເຄຣນ ແລະການສະໜັບສະໜູນຂອງຈີນຖືກ ຖືວ່າ ມີຄວາມສຳຄັນຫລາຍ ທີ່ສຸດຕໍ່ຄວາມພະຍາຍາມໃນການເຮັດສົງຄາມນັ້ນ.
ທ່ານມາກ ແຄັດ, ສາດສະດາຈານສອນຢູ່ໂຮງຮຽນນະໂຍບາຍ ແລະລັດຖະສາດຊາຂອງມະຫາວິທະຍາໄລຈອຣຈ໌ ເມສັນ ກ່າວຕໍ່ວາລະສານ Newsweek ວ່າ ປະທານາທິບໍດີຣັດເຊຍ, ທ່ານວລາດິເມຍ ປູຕິນ "ບໍ່ຢູ່ໃນຖານະທີ່ຈະເວົ້າຄວາມບໍ່ພໍໃຈອອກມາດັງໆ" ກ່ຽວກັບແຜນທີ່ດັັ່ງກ່າວໄດ້ ຍ້ອນການເພິ່ງພາທາງເສດຖະກິດຂອງຣັດເຊຍຕໍ່ຈີນ ຫຼັງຈາກການລົງໂທດຂອງຕາເວັນຕົກ ຍ້ອນສົງຄາມຂອງມົສກູ ເຮັດໃນຢູເຄຣນ.
ການອ້າງເອົາກໍາມະສິດທີ່ຂີດຢູ່ແຜນທີ່ຂອງຈີນ ໄດ້ດຳເນີນໄປ ລຸນຫລັງກອງປະຊຸມສຸດຍອດ BRICS (ບຣາຊິນ, ຣັດເຊຍ, ອິນເດຍ, ຈີນ ແລະອາຟຣິກາໃຕ້) ທີ່ຈັດຂຶ້ນຢູ່ນະຄອນໂຈແຮນແນັສເບີກ, ປະເທດອາຟຣິກາໃຕ້ ໃນເດືອນແລ້ວນີ້. ປັກກິ່ງຫວັງວ່າຈະນຳໃຊ້ BRICS ເປັນນໍ້າໜັກຖ່ວງໃຫ້ມີຄວາມກໍ້າເກິ່ງກັນ ກັບຝ່າຍຕາເວັນຕົກ.
ນອກນັ້ນ ມັນຍັງເກີດຂຶ້ນກ່ອນກອງປະຊຸມສຸດຍອດຂອງກຸ່ມ 20 ປະເທດທີ່ນະຄອນຫຼວງນິວເດລີຂອງອິນເດຍ ທີ່ກໍານົດຈະຈັດຂຶ້ນໃນວັນທີ 9 ຫາວັນທີ 10 ກັນຍານີ້ ຊຶ່ງຄາດວ່າ ຜູ້ນໍາຈີນ, ທ່ານສີ ຈິ້ນຜິງ ຈະເຂົ້າຮ່ວມນໍາ ແລະ ກອງປະຊຸມສຸດຍອດຂອງກຸ່ມປະເທດເອເຊຍຕາເວັນອອກສຽງໃຕ້ (ອາຊຽນ) ທີ່ຈັດຂຶ້ນຢູ່ນະຄອນຫຼວງຈາກາຕາຂອງອິນໂດເນເຊຍໃນວັນທີ 5-7 ກັນຍາ.
ທີ່ມາ ພະແນກ Polygraph ຂອງວີໂອເອ