ບໍ່ວ່າຈະແມ່ນເຟສບຸກ, ອິນສຕຣາແກຣມ (Instagram) ຫລື ທວີດເຕີ
(Twitter) ກໍຕາມ, ເວທີສື່ສັງຄົມອອນລາຍ ໄດ້ກາຍມາເປັນບ່ອນລວມສູນທາງ
ດິຈີຕອລ ທີ່ພວກເຮົາໄປເວົ້າລົມກັນ. ຕຳຫລວດກໍໄດ້ໄປເຂົ້າຊຸມນຸມກັນ ຢູ່ໃນ
ໜ້າເວັບໄຊ໌ເຫລົ່ານີ້ ເຊັ່ນກັນເພື່ອປ້ອງກັນ ແລະສືບສວນການກະທຳທາງອາດ
ຊະຍາກຳ. ແຕ່ວ່າ ຮ່ອງຮອຍພົບເຫັນ ຢູ່ໃນສິ່ງທີ່ເອົາລົງຢູ່ໃນສື່ສັງຄົມອອນລາຍ
ນັ້ນ ບໍ່ແມ່ນເລື້ອງທີ່ສາມາດສະຫລຸບໄດ້ສະເໝີໄປ ດັ່ງທີ່ ທີນາ ທຣິງໄດ້ນຳເລື້ອງ
ນີ້ ມາອະທິບາຍໃຫ້ພວກເຮົາຟັງ ຊຶ່ງບົວສະຫວັນຈະນຳລາຍລະອຽດມາສະເໜີ
ທ່ານ ໃນອັນດັບຕໍ່ໄປ.
ພວກທີ່ຕ້ອງສົງໄສ ທີ່ຖືກກ່າວຫາ ວ່າສົ່ງລະເບີດທໍ່ນໍ້າ ແລະເອົາຊີວິດພວກໄປ
ສວດມົນ ຢູ່ໃນວັດຊາວຢີວ ໃນເມືອງພີສເບີກ ຢ່າງໜ້ອຍແມ່ນມີສິ່ງນຶ່ງ ທີ່ຄືກັນ-
ນັ້ນກໍຄືຮູບພາບທີ່ເຂົາເຈົ້າເອົາລົງໃສ່ໜ້າປົກຂອງບັນຊີ ສື່ສັງຄົມອອນລາຍຂອງ
ເຂົາເຈົ້າ ທີ່ເຕັມໄປດ້ວຍທິດສະດີການສົມຮູ້ຮ່ວມຄິດ ທີ່ປາດສະຈາກຫລັກຖານ
ຫລື ຄວາມຢ້ານກົວຄົນທີ່ແຕກຕ່າງຈາກຕົນ.
ແຕ່ວ່າ ໃນຂະນະທີ່ພວກເຈົ້າໜ້າທີ່ພາກັນອີງອາໄສສື່ສັງຄົມອອນລາຍເພີ້ມຂຶ້ນ
ເພື່ອຊອກຫາຮ່ອງຮອຍທີ່ບົ່ງບອກເຖິງຜູ້ກະທຳຜິດນັ້ນ ເນື້ອໃນບາງຢ່າງທີ່ບຸກຄົນ
ໃຊ້ສື່ສັງຄົມອອນລາຍ ແມ່ນເປີດຊ່ອງຫວ່າງໃຫ້ມີການແປຄວາມໝາຍທີ່ຜິດພ້ຽນໄປ.
ທ່ານ ແດສມອນ ແພັດທັນ, ຈາກມະຫາວິທະຍາໄລ ໂຄລອມເບຍ ກ່າວວ່າ:
“ຈະມີຫຍັງເກີດຂຶ້ນເມື່ອທ່ານເວົ້າສິ່ງໃດ ສິ່ງນຶ່ງທີ່ທ່ານບໍ່ໄດ້ຕັ້ງໃຈ ຫລື ທ່ານເອົາ
ສິ່ງໃດສິ່ງນຶ່ງໄປລົງຢູ່ໃນນັ້ນ ໂດຍທີ່ທ່ານມີຈຸດປະສົງພຽງແຕ່ໃຫ້ເປັນການສົນທະ
ນາແບບສ່ວນຕົວແທ້ໆ ເທົ່ານັ້ນ? ມີໃຜແດ່ທີ່ເບິ່ງຂໍ້ມູນນັ້ນ? ມີໃຜແດ່ທີ່ ຈະທຳ
ການຕັດສິນໃຈກ່ຽວກັບເລື້ອງທີ່ກ່ຽວຂ້ອງກັບສິ່ງທີ່ມັນໝາຍເຖິງ ແລະຜົນກະທົບ
ທີ່ອາດຈະມີຕໍ່ຊີວິດຂອງທ່ານ ວ່າມີແນວໃດແດ່?
ທ່ານ ແດສມອນ ແພັດທັນ ເປັນຜູ້ສ້າງຕັ້ງ ເຄື່ອງກໍ່ຕັ້ງທາງເທັກໂນໂລຈີ ຊີມເມັດ
(Sim-Ed) ຊຶ່ງຫຍໍ້ມາຈາກຄຳວ່າ “Simulation Education” ຫລື “ການສຶກສາ
ໂດຍໃຊ້ສິ່ງຈຳລອງ” ທີ່ມະຫາວິທະຍາໄລໂຄລຳເບຍ. ເຄື່ອງນີ້ໃຊ້ສິ່ງທີ່ມີຢູ່ຕະຫລອດ
ການນັ້ນ ເພື່ອສອນ ໃຫ້ຊາວໜຸ່ມ ແລະພວກວາງນະໂຍບາຍຕ່າງໆ ໃຫ້ຮູ້ກ່ຽວກັບວິ
ທີການ ທີ່ສື່ສັງຄົມອອນລາຍ ສາມາດໃຊ້ ເພື່ອຕໍ່ຕ້ານເຂົາເຈົ້າ ແລະເລື້ອງຊົນຊາດ
ຊົນເຜົ່າວ່າມີສ່ວນ ຢູ່ໃນນັ້ນແນວໃດ.
ທ່ານ ແພັດທັນ ກ່າວເພີ້ມອີກວ່າ “ພວກເຮົາມີຕົວຢ່າງຂອງຊາວໜຸ່ມຈຳນວນນຶ່ງ ຊຶ່ງ
ມີທັງຜູ້ຊາຍຄົນຜິວດຳ, ຜິວສີນ້ຳຕານ ທີ່ຖືກນຳເຂົ້າມາຢູ່ໃນການຕິດຕາມດັ່ງກ່າວ
ເປັນເວລາຫລາຍປີ.”
ໂດຍຜ່ານສິ່ງທີ່ມີຢູ່ຕະຫລອດການນັ້ນ ພວກກວດເບິ່ງຂໍ້ມູນ ສາມາດທີ່ຈະກ້າວເຂົ້າໄປ
ຢູ່ໃນສະພາບຂອງທ້າວ ແຈແຣລ ດານຽນສ໌ ໃນຂະນະທີ່ລາວເອົາສິ່ງ ຕ່າງໆໄປລົງ
ຢູ່ໃນໜ້າສື່ສັງຄົມອອນລາຍຂອງລາວ ໂດຍບໍ່ຮູ້ຈັກວ່າມີການສິ້ງຊອມຕິດຕາມຂອງ
ຕຳຫລວດຢູ່ເລີຍ.
ໃນຊີວິດຕົວຈິງ ຂອງທ້າວ ແຈແຣລ ດານຽນສ໌ ທີ່ໄດ້ໄປເຂົ້າຄຸກເປັນເວລາ 6 ປີ ຍ້ອນ
ໄດ້ທຳການລວນລາມ, ແຕ່ວ່າ ຖືກຟ້ອງຮ້ອງໃນຂໍ້ກ່າວຫາເພີ້ມຂຶ້ນ ທີ່ລາວບອກວ່າ
ລາວບໍ່ມີສ່ວນກ່ຽວຂ້ອງຫຍັງ ຢູ່ໃນນັ້ນເລີຍ. ລາວເວົ້າອີກວ່າ ຕຳຫລວດໄດ້ຊີ້ໄປໃສ່
ສື່ສັງຄົມອອນລາຍວ່າ ເປັນຫລັກຖານທີ່ສະແດງໃຫ້ເຫັນວ່າ ລາວຮ່ວມມືກັບຄົນທີ່
ເປັນຈຳເລີຍຮ່ວມກັບລາວນັ້ນ.
ທ້າວ ດານຽນສ໌ ທີ່ເຂົ້າຮ່ວມໃນໂຄງານ (Sim-Ed) ເວົ້າວ່າ
“ພວກເຂົາເຈົ້າຕັ້ງຂໍ້ກ່າວຫາພວກເຮົາວ່າທຳການສົມຮູ້ຮ່ວມຄິດກັນ, ຍ້ອນໄດ້
ເຫັນພວກເຮົາຖ່າຍຮ່ວມກັນ, ຈາກການອ່ານຂໍ້ຄວາມທີ່ພວກເຮົາອາດຂຽນລົງ
ແຕ່ດົນ ຫລື ບໍ່ກ່ຽວຂ້ອງກັນກັບສິ່ງທີ່ພວກເຂົາເຈົ້າກຳລັງທຳການສືບສວນຢູ່ໃນ
ຕົວຈິງນັ້ນເລີຍ.”
ທ່ານ ແພັດທັນອະທິບາຍເພີ້ມອີກວ່າ “ພາສາທີ່ພວກເຮົາເຫັນຢູ່ໃນສື່ສັງຄົມອອນລາຍ
ແມ່ນມີລັກສະນະທ້ອງຖິ່ນຫລາຍສຸດຂີດ. ແລະລຫາຍໆຄັ້ງ ກໍມີຄຳປະສົມປະສານກັນ
ລະຫວ່າງພາສາຂອງຄົນອາເມຣິກັນເຊື້ອສາຍອາຟຣິກກາ ກັບພາສາອັງກິດ ແລະຄຳ
ເວົ້າທີ່ໃຊ້ໃນວົງການເທັກໂນໂລຈີ……ແລະມັນເປັນການຍາກຫລາຍອີ່ຫລີ ທີ່ຈະເຂົ້າ
ໃຈໄດ້ ຖ້າຫາກວ່າ ເຈົ້າແມ່ນຄົນທີ່ມາຈາກປະຊາຄົມນັ້ນ.”
ສຳລັບທ່ານ ແພັດທັນ ແລະທີມງານຂອງເພິ່ນແລ້ວ ສື່ສັງຄົມອອນລາຍ ມີແຕ່ບອກໃຫ້
ຮູ້ແຕ່ເລື້ອງລາວຕ່າງໆ ຂອງພຽງຂ້າງດຽວເທົ່ານັ້ນ. ມັນແມ່ນຜູ້ໃຊ້ ໃນຊີວິດຕົວຈິງຈຶ່ງສາ
ມາດບອກເລື້ອງທັງໝົດ ໃຫ້ຮູ້ໄດ້.