ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ໃນ​ການ​ປັບ​ປຸງ ຝຸງບິນ​ລົບ F-16 ນັ້ນ ເບິ່ງ​ຊົງ​ວ່າ ໄຕ້​ຫວັນ ຄື​ຈະ​ບໍ່​ໄດ້​ຮັບ F-35


ເຮືອ​ບິນລົບ F-16 ຂອງກອງ​ທັບ​ອາ​ກາດ​ ໄຕ້​ຫວັນ ໃນ​ລະ​ຫວ່າງ ການ​ຊ້ອມ​ລົບ​ປະ​ຈຳ​ປີ Han Kuang ຢູ່​ພາກ​ເໜືອ ເກາະ​ໄຕ້​ຫວັນ ເມື່ອ​ວັນ​ທີ 4 ກໍ​ລະ​ກົດ 2015.
ເຮືອ​ບິນລົບ F-16 ຂອງກອງ​ທັບ​ອາ​ກາດ​ ໄຕ້​ຫວັນ ໃນ​ລະ​ຫວ່າງ ການ​ຊ້ອມ​ລົບ​ປະ​ຈຳ​ປີ Han Kuang ຢູ່​ພາກ​ເໜືອ ເກາະ​ໄຕ້​ຫວັນ ເມື່ອ​ວັນ​ທີ 4 ກໍ​ລະ​ກົດ 2015.

ໄຕ້​ຫວັນ​ໄດ້​ຍົກ​ລະ​ດັບ​ປັບ​ປຸງ​ເຮືອ​ບິນ​ລົບ​ອາຍ​ພົ່ນ ທີ່​ເຮັດ​ໂດຍ​ສະ​ຫະ​ລັດ​ຂອງ​ຕົນ ແຕ່​ອາດ​ຍົກ​ເລີກ​ຄວາມ​ໄຝ່​ຝັນ​ທີ່​ວ່າ ຕົນ​ອາດ​ຈະ​ໄດ້​ຮັບ ​ເຮືອ​ບິນ​ລົບ​ທີ່​ທັນ​ສະ​ໄໝ​ຮຸ້ນ F-35 ຊຶ່ງ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຈຳ​ກັດ ໃນ​ການ​ຮ່ວມ​ມືທາງ​ທະ​ຫານ ​ລະ​ຫວ່າງ​ສະ​ຫະ​ລັດກັບ​ໄຕ້​ຫວັນ ທັງໆ​ທີ່​ມີ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ ໃນການ​ຕ້ານ​ຢັນ​ຈີນ.

ກອງ​ທັບ​ອາ​ກາດ​ໄຕ້​ຫວັນຈະ​ໄດ້​ຮັບ​ເຮືອ​ບິນ​ລົບ​ອາຍ​ພົ່ນ F-16 A/B ທີ່​ໄດ້​ຮັບ​ການຍົກ​ລະ​ດັບ ຈຳ​ນວນ 4 ລຳ ໃນ​ຕົ້​ນ​ປີ 2019. ການ​ຍົກ​ລະ​ດັບ​ດັ່ງ​ກ່າວ ແມ່ນ​ສ່ວນ​ນຶ່ງໃນ​ການ​ປັບ​ປຸງກອງ​ທັບ​ອາ​ກາດ ທີ່​ເລີ້ມ​ມາ​ເມື່ອ​ນຶ່ງ​ປີ​ກ່ອນເພື່ອ​ປັບປຸງ​ເຮືອ​ບິນ​ລົບໃຫ້​ໄດ້​ບໍ່​ຕ່ຳ​ກວ່າ F-16 V ອີງ​ຕາມ​ລາຍ​ງານ​ ຂອງ​ອົງ​ການ​ຂ່າວສູນ​ກາງ​ຂອງ​ລັດ​ຖະ​ບານ​ໄຕ້​ຫວັນ.

ເຮືອ​ບິນ​ລົບ F-35 ຂອງ​ບໍ​ລິ​ສັດ​ລັອກ​ຮີດ ມາ​ຕິນ ຢູ່​ໂຮງ​ຈອດ​ເຮືອ​ບິນ ​ທີ່​ຖານ​ທັບ​ເຮືອ ຢູ່​ແມ່​ນ້ຳ Patuxent ​ໃນ​ລັດ​ແມ​ຣີ​ແລນ ເມື່ອ​ວັນ​ທີ 28 ຕຸ​ລາ ປີ 2015.
ເຮືອ​ບິນ​ລົບ F-35 ຂອງ​ບໍ​ລິ​ສັດ​ລັອກ​ຮີດ ມາ​ຕິນ ຢູ່​ໂຮງ​ຈອດ​ເຮືອ​ບິນ ​ທີ່​ຖານ​ທັບ​ເຮືອ ຢູ່​ແມ່​ນ້ຳ Patuxent ​ໃນ​ລັດ​ແມ​ຣີ​ແລນ ເມື່ອ​ວັນ​ທີ 28 ຕຸ​ລາ ປີ 2015.

​ແຕ່ກອງ​ທັບ​ໄຕ້​ຫວັນ ຊຶ່ງ​ມີ​ຄວາມ​ເຂັ້ມ​ແຂງ ​ເປັນ​ອັນ​ດັບ​ທີ 24 ຂອງ​ໂລກນັ້ນ​ບາງ​ທີອາດ​ຈະ​ບໍ່​ໄດ້​ຮັບ​ເຮືອ​ບິນ​ລົບ F-35 ຈາກ​ບໍ​ລິ​ສັດ​ລັອກ​ຮີດ ມາ​ຕິນ ຂອງອາ​ເມ​ຣິ​ກາ ​ທັງໆ​ທີ່​ປະ​ເທດ​ດັ່ງ​ກ່າວ​ໃຫ້​ຄວາມ​ສົນ​ໃຈ​ກ່ຽວ​ກັບ​ເຮືອ​ບິນ​ລົບ​ທີ່​ວ່ານີ້ ອີງ​ຕາມ​ພວກ​ນັກ​ວິ​ເຄາະ.

ດັ່ງ​ນັ້ນ ​ບໍ່​ວ່າ​ໃນ​ການ​ເຮັດ​ສົງ​ຄາມ​ໃດໆ​ກໍ​ຕາມ ​ກັບ​ຈີນ ຊຶ່ງ​ເປັນ​ຄູ່​ແຂ່ງ​ທາງ​ທະຫານ​ຂອງ​ຕົນ​ມາ​ປ​ະ​ມານ 70 ປີ​ແລ້ວ​ນັ້ນ ໄຕ້​ຫວັນຈຶ່ງ​ຕ້ອງ​ໄດ້​ກາງຕໍ່​ຄວາມ​ໄດ້​ປຽບ​ທາງ​ກົນ​ລະ​ຍຸດ ແທນ​ທີ່​ຈະ​ແມ່ນ ການ​ພະ​ຍາ​ຍາມໃຊ້​ອຳ​ນາດ​ໃນ​ການ​ຍິງ​ທຳ​ລາຍ​ ໃຫ້​ເທົ່າ​ທຽມ​ກັນ.

ພັນ​ເອກ​ຄອ​ລ​ລິນ ໂຄ ນັກ​ຄົ້ນ​ຄວ້າ​ກ່ຽວ​ກັບ​ຄວາມ​ປອດ​ໄພ ທາງ​ທະ​ເລ ທີ່​ມະ​ຫາ​ວິ​ທະ​ຍາ​ໄລ​ນານ​ຢາງ​ເທັກ​ໂນ​ໂລ​ຈີ ຂອງ​ສິງ​ກະ​ໂປ ກ່າວ​ວ່າ "ສິ່ງ​ສຳ​ຄັນ​ສຸດ ທີ່​ຂ້າ​ພະ​ເຈົ້າ​ຄິດ​ວ່​າ ໄຕ້​ຫວັນ​ໄດ້​ຫຼັງ​ເຫັນ​ແລ້ວ​ວ່າ ການ​ເຈ​ລະ​ຈາ ກ່ຽວ​ກັບ​ການ​ຊື້ເຮືອ​ບິນ​ລົບ F-35 ແມ່ນ​ມີ​ທ່າ​ທາງວ່າ ຈະ​ເປັນ​ການ​ແກ້​ໄຂ​ໄລ​ຍະ​ຍາວ ຫຼາຍ​ກວ່າທີ່ຈະ​ໄດ້​ຮັບ​ເຮືອ​ບິນ​ເຫຼົ່າ​ນີ້​ໃນ​ທັນ​ທີ ດັ່ງ​ນັ້ນ​ພວກ​ເຂົາ​ເຈົ້າ ຈຶ່ງ​ກຳ​ລັງ​ສຶກ​ສາ​ເບິ່ງ​ທາງ​ເລືອກ​ອື່ນ."

ຈີນ​ອ້າງວ່າ ໄຕ້​ຫວັນ​ທີ່​ປົກ​ຄອງ​ຕົນ​ເອງນັ້ນ ເປັນ​ສ່ວນ​ນຶ່ງ ຂອງ​ດິນ​ແດນ​ຕົນ. ໃນ​ອາ​ທິດ​ແລ້ວນີ້ ປະ​ທານ​ປະ​ເທດ​ຈີນ ທ່ານ​ສີ ຈິ້ນ​ຜິງ ໄດ້​ກ່າວ​ຢ້ຳ​ຢູ່​ໃນ​ຄຳ​ປາ​ໄສ​ຂອງ​ທ່ານວ​່າ ລັດ​ຖະ​ບານ​ຂອງ​ທ່ານ​ອາດ​ຈະ​ໃຊ້​ກຳ​ລັງ ຕໍ່​ໄຕ້​ຫວັນ ທີ່​ຢູ່​ຫ່າງ​ຈາກ​ແຜ່ນ​ດິນ​ໃຫຍ່​ພຽງ 160 ກິ​ໂລ​ແມັດ ຖ້າ​ຫາກ​ຈຳ​ເປັນ ເພື່ອ​ບັງ​ຄັບ​ໃຫ້​ມີ​ການ​ທ້ອນ​ໂຮມ​ຊາດ​ຂອງ​ທັງ​ສອງ​ຝ່າຍ. ຈີນ​ມີ​ກຳ​ລັງ​ທະ​ຫານ​ທີ່​ເຂັ້ມ​ແຂງ​ເປັນ​ອັນ​ດັບ 3 ຂອງ​ໂລກ ຮອງ​ຈາກ​ສະ​ຫະ​ລັດ ແລະ​ຣັດ​ເຊຍ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG