ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຮີ​ຣິ​ເຄນ ວິ​ລ​ລ​າ ​​ທີ່​ຈະ​ພັດ ຖະ​ຫຼົ່ມ ແຄມ​ຝັ່ງ​ ມະ​ຫາ​ສະ​ໝຸດ ປາ​ຊິ​ຟິກ​ ຂອງ​ເມັກ​ຊິ​ໂກ ຈັດ​ຢູ່​ໃນຄວາມ​ແຮງ ​ປະ​ເພດ 5


​ພາບ​ຈາກ ດາວ​ທຽມ GOES ພາກ​ຕາ​ເວັນ​ອອກ ຈາກ​ອົງ​ການ NOAA ​ສະ​ແດງ​ໃຫ້​ເຫັນ ​ພາ​ຍຸ​ວິ​ລ​ລາ ທີ່​ກຳ​ລັງ​ມຸ່ງ​ໜ້າ ໄປ​ຍັງ
ປະ​ເທດ​ເມັກ​ຊິ​ໂກ ວັນ​ທີ 22 ຕຸ​ລາ 2018.
​ພາບ​ຈາກ ດາວ​ທຽມ GOES ພາກ​ຕາ​ເວັນ​ອອກ ຈາກ​ອົງ​ການ NOAA ​ສະ​ແດງ​ໃຫ້​ເຫັນ ​ພາ​ຍຸ​ວິ​ລ​ລາ ທີ່​ກຳ​ລັງ​ມຸ່ງ​ໜ້າ ໄປ​ຍັງ ປະ​ເທດ​ເມັກ​ຊິ​ໂກ ວັນ​ທີ 22 ຕຸ​ລາ 2018.

ເຮີ​ຣິ​ເຄນ ວິ​ລ​ລ​າ ໄດ້​ເພີ້ມ​ຄວາມ​ແຮງ​ຂຶ້ນ​ເປັນພາ​ຍຸ​ປະ​ເພດ 5 ໃນ​ຂະ​ນະ​ທີ່​ມັນ​ກຳ​ລັງ
​ມຸ່ງ​ໜ້າ ​ໄປ​ຍັງ​ເຂດແຄມ​ຝັ່ງ​ມະ​ຫາ​ສະ​ໝຸດປາ​ຊິ​ຟິກ​ຂອງ​ເມັກ​ຊິ​ໂກ ດ້ວຍ​ຄວ​າມ​ແຮງ
260 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ, ຊຶ່ງ​ນັ້ນ​ ແມ່ນ​ການທຳ​ນາຍ​ ຈາກ​ສູນ​ກາງການພະ​ຍາ​ກອນ
ສະ​ຫະ​ລັດ.

ເຮີ​ຣິ​ເຄນ ວິ​ລ​ລ​າ ຄາດ​ວ່າ​ ຈະພັ​ດ​ເຂົ້າ​ປະ​ທະ​ຂົງ​ເຂດ ໃນ​ຕອນ​ບ່າຍ ຫຼື​ບໍ່ ກໍ​ຕອນ​ແລງ​
ຂອງວັນ​ອັງ​ຄານ​ມື້​ນີ້ “ທີ່​ຖື​ວ່າ​ເປັນ​ເຮີ​ຣິ​ເຄນທີ່​ເປັນ​ອັນ​ຕະ​ລາຍຮ້າ​ຍ​ແຮງ​ຫົວ​ນຶ່ງ,
ອີງ​ຕາມ​ສູນ​ກາງເຮີ​ຣິ​ເຄນ.

​ລົມພາ​ຍຸ​ຫົວ​ນີ້​ຄາດ​ວ່າ​ ຈະ​ພັດເຂົ້າ​ປະ​ທະ​ຂົງ​ເຂດ​ໃກ້​ໆ​ກັບ​ເມືອງ​ມາ​ຊັ​ສ​ລານ ຊຶ່ງເປັນ
ເມືອງ​ຝັ່ງ​ຕາກ​ອາ​ກາດ​ທີ່​ເປັນ​ທີ່​ນິ​ຍົມ​ແລະ​ມີ​ປະ​ຊາ​ກອນ​ປະ​ມານ 500,000 ຄົນ​.
ເມືອງ​ດັ່ງ​ກ່າວ ແມ່ນ​ມີ​ຊາວ​ອາ​ມາ​ຣິ​ກັນ ແລະ​ຊາວ​ກາ​ນາ​ດາ ຈຳ​ນວນ​ຫຼວງ​ຫຼາຍ
ທີ່​ອາ​ໄສ​ຢູ່​ທີ່​ນັ້ນ. ມັນ​ຍັງແມ່ນສະ​ຖານ​ທີ່​ຕາກ​ອາ​ກາດ ທີ່​ພວກ​ນັກ​ທ່ອງ​ທ່ຽວ​ນິ​ຍົມ​
ໄປ​ກັນ ແລະ​ເປັນ​ໝູ່​ບ້ານ​ຊາວ​ປະ​ມົງ ຈະ​ຖືກ​ຈັດ​ໃຫ້​ຢູ່​ໃນ​ເຂດ​ທີ່​ພາ​ຍຸ​ຈະ​ພັດ​ຜ່ານ.

​ມາ​ຮອດ​ວັນ​ຈັນ​ວານ​ນີ້ ​ພາຍຸຫົວ​ນີ້ ແມ່ນ​ມີລົມ​ແຮງ 190 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ
​ຢູ່​ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້ຂອງ​ເມືອງຄາ​ໂບ ຄໍ​ຣຽນ​ເຕິສ ເທິງ​ແຄມ​ຝັ່ງມະ​ຫາ​
ສະ​ໝຸດ​ປາ​ຊິ​ຟິກ.

“​ມີ​ການພະ​ຍາ​ກອນວ່າ ມັນ​ຈະ​ອ່ອນ​ຕົວ​ລົງເລີ້ມ​ໃນ​ວັນ​ອັງ​ຄານ​ມື້​ນີ້, ແຕ່ເຮີ​ຣິເຄນ
ວິ​ລ​ລ​າ ກໍຄາດ​ວ່າ​ຈະເປັນ​ພາ​ຍຸ​ທີ່​ອັນ​ຕະ​ລາຍຮ້າຍ​ແຮງ ຕອນ​ທີ່​ມັນ​ຈະ​ພັດ​ເຂົ້າ​
ປະ​ທະແຄມ​ຝັ່ງ​ເມັກ​ຊິ​ໂກ,”
ນັ້ນ​ຄື​ຄຳ​ເວົ້າ​ຂອງ​ສູນ​ກາງການພະ​ຍາ​ກອນ​ທີ່ໄດ້​ກ່າວ ໄວ້.

ລັດ​ຖະ​ບານ​ຂອງລັດຊີ​ນາ​ໂລ​ອາ ແລະ​ນາ​ຢາ​ຣິ​ດ ​ຂອງເມັກ​ຊິ​ໂກໄດ້​ສັ່ງ​ໃຫ້​ບັນດາ​
ໂຮງ​ຮຽນ​ຕາມ​ແຄມ​ຝັ່ງ​ທະ​ເລ ໃຫ້​ປິດ​ລົງ ແລະ​ເລີ້ມ​ຕຽມ​ການຈັດ​ຫາ​ທີ່​ພັກ ​ເຊົາ​ຊົ່ວ
​ຄາວແບບສຸກ​ເສີນ​ໄວ້​.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

Hurricane Willa has strengthened to a Category 5 storm as it moves toward Mexico's Pacific coast with winds of 260 kilometers per hour, the U.S. National Hurricane Center said.

Willa is expected to make landfall Tuesday afternoon or evening, as an "extremely dangerous major hurricane," according to the hurricane center.

The storm is expected to strike near Mazatlan, a popular beach resort, with a metropolitan area of around 500,000. The city is home to a large number of American and Canadian expatriates. Several other tourist destinations and fishing villages are along the storm's projected path.

As of Monday, the storm was about 190 kilometers southwest of the Pacific town of Cabo Corrientes.

"Slight weakening is forecast to begin on Tuesday, but Willa is expected to be an extremely dangerous major hurricane when it reaches the coast of Mexico," the NHC said.

The governments of Mexico's Sinaloa and Nayarit states have ordered coastal schools to close and have begun to prepare emergency shelters.

Weather officials warn the storm could bring 15 to 45 centimeters of rain to parts of Sinaloa, Nayarit, and Jalisco states, with landslides possible in mountainous areas. Willa is also expected to produce a dangerous storm surge with "large destructive waves," according to the hurricane center.

Further south, Mexico is facing another storm in the Pacific Ocean. Tropical Storm Vicente is expected to weaken to a tropical depression before it makes landfall along the southwestern coast of Mexico on Tuesday.

As of Monday, the storm was churning about 590 kilometers southeast of Manzanillo. The NHC said it could produce heavy rainfall and flooding.

XS
SM
MD
LG