ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄາດກັນວ່າ ທາງລົດໄຟລາວ-ຈີນ ອາດຈະບໍ່ສໍາເລັດຕາມກໍານົດ ຍ້ອນການຊົດເຊີຍຄ່າເສຍຫາຍຊັກຊ້າ"


ພາກສ່ວນຂອງການສ້າງທາງລົດໄຟ ລາວ-ຈີນໃນ ສປປ ລາວ.
ພາກສ່ວນຂອງການສ້າງທາງລົດໄຟ ລາວ-ຈີນໃນ ສປປ ລາວ.

ທາງລົດໄຟລາວ-ຈີນທີ່ຄາດວ່າ ຈະເລີ້ມເປີດບໍລິການໃນວັນທີ 2 ທັນວາ 2021 ນີ້, ອາດ
ຈະຊັກຊ້າກວ່າກໍານົດຍ້ອນ ການຊົດເຊີຍຄ່າເສຍຫາຍທີ່ບໍ່ປະຕິບັດໄດ້ຕາມແຜນການ, ອີງ
ຕາມການໂອ້ລົມຂອງເຈົ້າໜ້າທີ່ທ່ານນຶ່ງໃນບໍລິສັດທາງລົດໄຟລາວ-ຈີນ ຊຶ່ງ ກິ່ງສະຫວັນ
ຈະນໍາເອົາລາຍລະອຽດກ່ຽວກັບລາຍງານນີ້ຈາກນັກ ຂ່າວຂອງພວກເຮົາ ມາສະເໜີທ່ານ
ໃນອັນດັບຕໍ່ໄປ.

ເສັ້ນທາງລົດໄຟຄວາມໄວສູງທີ່ມີຄວາມຍາວ 414 ກິໂລແມັດທີ່ ໄດ້ວາງສີລາເລີກໃນ
ທ້າຍປີ 2015 ນັ້ນ ຕາມແຜນການແລ້ວແມ່ນຈະເລີ້ມເປີດບໍລິການໃນວັນທີ 2 ທັນວາ ປີ
2021 ນີ້ ເພື່ອຕ້ອນຮັບວັນຊາດຂອງ ສປປລາວ, ແຕ່ວ່າມາຮອດເດືອນຜ່ານມາການ
ສ້າງ ທາງລົດໄຟດັ່ງກ່າວແມ່ນບໍ່ໄດ້ມີຄວາມຄືບໜ້າຫລາຍປານໃດ ເມື່ອທຽບໃສ່ເວລາ ທີ່ຍັງເຫລືອພຽງປີດຽວເທົ່ານັ້ນ ເມື່ອມັນສໍາເລັດໄປ 91 ເປີເຊັນເທົ່ານັ້ນ, ອີງຕາມການ ໂອ້ລົມຂອງເຈົ້າໜ້າທີ່ຂັ້ນສູງໃນບໍລິສັດດັ່ງກ່າວວ່າ: ​
“ຄວາມຄືບໜ້າປະຈຸບັນນີ້, ຮອດເດືອນ 11 ນີ້ ແມ່ນ 91% ຂອງວຽກທັງໝົດ ແລະຈໍາ
ນວນສະຖານີແຕ່ຕົ້ນມາແຕ່ທາງແຕ່ຄຸນໝິງ ຈັນເຖິງວຽງຈັນມີຢູ່ 33 ສະຖານີ. ແຕ່ລະ
ສະຖານີແມ່ນສ້າງສໍາເລັດແລ້ວ, ຍັງເຫລືອແຕ່ສະຖານີສຸດທ້າຍແມ່ນຢູ່ແຖວບ້ານນາ
ແຖ ແລະສະຖານີສ້ອມແປງ, ຢູ່ບ້ານໂຊກນ້ອຍ. ແຕ່ບັນຫາການຊົດເຊີຍລ້າຊ້າອາດ
ເປັນບັນຫານຶ່ງ ທີ່ເຮັດໃຫ້ມີການປ່ຽນແປງ ທີ່ອາດພາໃຫ້ລ້າຊ້າ ແລ້ວກາມີຂໍ້ອ້າງນັ້ນ
ອ້າງນີ້ເບິ່ງຕົວຈິງມັນອາດຈະບໍ່ໄດ້ເປີດທັນເວລາຄືກັນກັບບັນຫາທາງດ່ວນວຽງຈັນ-
ວັງວຽງຫັ້ນຫລະ ກໍຈໍາເປັນຫັ້ນລະໄປ໋.”

ທ່ານກ່າວຢໍ້າອີກວ່າ ການຊົດເຊີຍຄ່າເສຍຫາຍໃຫ້ແກ່ປະຊາຊົນໃນເຂດຕ່າງໆ ແມ່ນ
ສໍາເລັດໄປໂດຍສະເລ່ຍແລ້ວ ແມ່ນປະມານ 72 ເປີເຊັນເທົ່ານັ້ນ, ຊຶ່ງຊັກຊ້າ ກວ່າແຜນ
ການ ສະນັ້ນມັນເປັນບັນຫາຕົ້ນຕໍອັນນຶ່ງທີ່ອາດພາໃຫ້ເກີດການຫລ້າຊ້າ ຊຶ່ງບໍ່ແມ່ນການລະ
ບາດຂອງພະຍາດໂຄວິດ-19 ທີ່ໄດ້ເກີດຂຶ້ນຢ່າງໜັກໃນຈີນ ແລະຍັງສືບຕໍ່ລະບາດຢູ່ໃນ ລາວໃນລະດັບໃດນຶ່ງນັບແຕ່ຕົ້ນປີນີ້ ຊຶ່ງພາໃຫ້ມີການປິດປະເທດ ແລະເມືອງຢູ່ທັງສອງປະເທດໄລຍະນຶ່ງນັ້ນ ຊຶ່ງທ່ານໃຫ້ຄໍາເຫັນວ່າ:

“ເລື້ອງສະພາບໂຄວິດຕ່າງໆກະບໍ່ມີບັນຫາສ່ວນຫລາຍເຂົາກະບໍ່ມີຫຍັງເພາະສ່ວນ
ຫລາຍແຄ້ມເຂົາກະເຮັດວຽກເປັນປົກກະຕິ. ເລື້ອງຫຍັງສ່ວນຫລາຍ ແລະເລື່ອງແຜນ
ການສໍາເລັດເຂົາກະຢຶດໂຕເກົ່າເດືອນ 12 /2021 ວ່າຈະສໍາເລັດຫັ້ນ ແຫລ້ວ ແຕ່ວ່າ
ບັນຫາກໍ່ສ້າງກໍບໍ່ສະດວກ ຍ້ອນການຊົດເຊີຍຕ່າງໆຍັງຫຍຸ້ງຍາກ ຍ້ອນການແກ້ໄຂ
ຂອງລັດຖະບານຍັງແກ້ໄຂບໍ່ໄດ້ເທົ່າທີ່ຄວນ.”

ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຈາກດ່ານບໍ່ເຕັນ ຫານະຄອນຫຼວງວຽງຈັນ ຈະມີ
ການນຳໃຊ້ທີ່ດິນໃນຕະຫຼອດ 2 ຂ້າງທາງກວ້າງເບື້ອງລະ 50 ແມັດ ແລະເຮັດໃຫ້ຈະ
ຕ້ອງເວນຄືນທີ່ດິນໃນເນື້ອທີ່ກວ້າງກວ່າ 3,050 ເຮັກຕາ ຊຶ່ງລັດຖະບານລາວ ໄດ້ແຕ່ງ
ຕັ້ງຄະນະກຳມະການຂຶ້ນມາ ເພື່ອຮັບຜິດຊອບການເວນຄືນ ແລະຊົດເຊີຍຄ່າທີ່ດິນດັ່ງ
ກ່າວເປັນການສະເພາະ.

ເມື່ອເວົ້າເຖິງຜົນປະໂຫຍດທີ່ທາງລົດໄຟທີ່ມີມູນຄ່າເກືອບຮອດ 6 ຕື້ໂດລາ ທີ່ລາວມີ
ຫຸ້ນສ່ວນຢູ່ 30 ເປີເຊັນ ແລະກູ້ຢືມເງິນຈາກຈີນເກືອບທັງໝົດນີ້ ຄາດວ່າຈະນໍາຜົນປະ
ໂຫຍດມາໃຫ້ແກ່ຈີນຫລາຍກວ່າລາວຫລາຍ ອີງຕາມນັກວິເຄາະສາກົນ. ດັ່ງທີ່ທ່ານ
ເມີເຣ ໄຮເບີດ (Murray Hiebert) ຈາກສູນກາງການສຶກສາກ່ຽວກັບຍຸດທະສາດ ແລະ
ສາກົນທີ່ຕັ້ງຢູ່ນະຄອນຫລວງວໍຊິງຕັນ ແລະຜູ້ຂຽນປຶ້ມທີ່ຊື່ວ່າ “Under Beijng’s
Shadow: Southeast Asia’s China Challenge” ທີ່ພິມເຜີຍແຜ່ອອກມາ ເມື່ອ
ເດືອນສິງຫາປີນີ້ວ່າ: “ທາງລົດໄຟຈາກຄຸນໝິງ ໄປຫາສິງກະໂປເປັນບູລິມະສິດສູງສໍາລັບ
ຈີນ. ມັນຈະອຳນວຍຄວາມສະດວກໃຫ້ແກ່ຂົງເຂດຕາເວັນຕົກຂອງຈີນທີ່ທຸກຍາກ ຊຶ່ງໃນ
ປັດຈຸບັນນີ້ ເປັນພື້ນທີ່ບໍ່ມີທາງອອກສູ່ທະເລນັ້ນ ສາມາດເຂົ້າຫາເຂດຕ່າງໆ ທີ່ຮັ່ງມີກວ່າ
ໃນເອເຊຍຕາເວັນສຽງໃຕ້ໄດ້ຫຼາຍຂຶ້ນ ແລະມັນຈະເສີມຂະຫຍາຍການຄ້າຂາຍ ແລະ
ການທ່ອງທ່ຽວ”.

ເສັ້ນທາງລົດໄຟດັ່ງກ່າວເປັນພາກສ່ວນນຶ່ງຂອງໂຄງການລິເລີ້ມນຶ່ງແລວທາງ-ນຶ່ງເສັ້ນ
ທາງທີ່ສຳຄັນຍິ່ງຂອງປັກກິ່ງຊຶ່ງຈະເລີ້ມຈາກຄຸນໝິງ, ເມືອງເອກຂອງແຂວງຢູໜານໃນ
ຈີນຄາດວ່າຈະຊ່ວຍ ກະຕຸ້ນເສດຖະກິດໃນຂົງເຂດທີ່ຢູ່ຫ່າງໄກສອກຫລີກຂອງຈີນ. ອີງ
ຕາມການວິເຄາະຂອງນັກວິຊາການທ່ານນຶ່ງທີ່ບໍ່ປະສົງອອກນາມ ໃນນະຄອນຫລວງ
ວຽງຈັນກໍບອກວ່າເສັ້ນທາງລົດໄຟດັ່ງກ່າວ ຈະນໍາຜົນປະໂຫຍດມາໃຫ້ປະຊາຊົນລາວ
ໜ້ອຍກວ່າຈີນຫລາຍ ຊຶ່ງທ່ານໃຫ້ການຊີ້ແຈງຕອນນຶ່ງວ່າ:

“ດີສໍາລັບເຂົາແທ້ ໄທເຮົາບໍ່ໄດ້ຫຍັງ. ເຮົາມີຫຍັງລະ? ນອກຈາກຢາງພະລາ. ແມ່ນບໍ່?
ແຕ່ຢາງພະລາແມ່ນຂອງໃຜ? ຈີນຊໍ້າຜັດຊື້ເອົາໄປຂາຍອີກ. ເຮົາໄດ້ຂາຍຢາງພະລາ
ເທົ່ານັ້ນ. ຢ່າງອື່ນເຮົາບໍ່ມີ. ແຕ່ໂອກາດຂອງເຂົາເຈົ້າມີຫລາຍກວ່າເຮົາ ແຕ່ວ່າເຮົາກະ
ຕ້ອງຍອມຮັບ. ຖ້າບໍ່ມີເຂົາ ເຮົາກະບໍ່ເກີດ. ແຕ່ການເຂົ້າມາ ຂອງເຂົາເຈົ້າມັນມີທັງທາງດີ,
ທາງລົບ ແລະທາງບວກເນາະ ເອີ້ຜົນກະທົບຈິງໆ ກໍຄືເລື້ອງການຈ້າງງານກັບທາງດ້ານ
ທຸລະກິດມີການແຂ່ງຂັນສູງ ເພາະເຮົາຂາດວິຊາການ, ເພາະເຮົາກະບໍ່ເກັ່ງຄືເຂົາ.”

ສະຫລຸບແລ້ວ ທາງລົດໄຟຄວາມໄວສູງແມ່ນອາດຈະບໍ່ສໍາເລັດທັນຕາມກໍານົດ ເວລາທີ່
ວາງໄວ້ໃນແຜນການຍ້ອນການຊົດເຊີຍຄ່າເສຍຫາຍໃຫ້ແກ່ປະຊາຊົນ ຍັງຊັກຊ້າກວ່າ
ແຜນການຫລາຍ. ສ່ວນເລື້ອງຜົນປະໂຫຍດທີ່ຈະໄດ້ຈາກທາງ ລົດໄຟຄວາມໄວສູງນີ້
ຄາດກັນວ່າຝ່າຍຈີນທີ່ເປັນຜູ້ຖືຮຸ້ນລາຍໃຫຍ່ນັ້ນ ຈະໄດ້ຫລາຍກວ່າ ຝ່າຍລາວຫລາຍ.

XS
SM
MD
LG