ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາຜູ້ຊ່ຽວຊານ ພວມຊັ່ງຊາ ກ່ຽວກັບໂອກາດ ທີ່ສົງຄາມກາງເມືອງ ໃນມຽນມາ ຈະຂະຫຍາຍຕົວ


ພວກປະທ້ວງຕ້ານການເຮັດລັດຖະປະຫານ ຖືປ້າຍ ແລະຮູບຜູ້ນຳມຽນມາ ທ່ານນາງອອງ ຊານ ຊູ ຈີ ຍ່າງຜ່ານຕະຫຼາດ ຢູ່ເມືອງກາມາຢຸດ ໃນນະຄອນຢ່າງກຸ້ງ ວັນທີ 18 ເມສາ 2021.
ພວກປະທ້ວງຕ້ານການເຮັດລັດຖະປະຫານ ຖືປ້າຍ ແລະຮູບຜູ້ນຳມຽນມາ ທ່ານນາງອອງ ຊານ ຊູ ຈີ ຍ່າງຜ່ານຕະຫຼາດ ຢູ່ເມືອງກາມາຢຸດ ໃນນະຄອນຢ່າງກຸ້ງ ວັນທີ 18 ເມສາ 2021.

ມຽນມາຍັງສືບຕໍ່ຢູ່ໃນເສັ້ນທາງໄປສູ່ການຂະຫຍາຍສົງຄາມກາງເມືອງ ໃນທົ່ວປະເທດ
ນອກຈາກວ່າຈະມີການປະສານງານ ໃນການຕອບຮັບ ຈາກທຸກພັກຝ່າຍທີ່ກ່ຽວຂ້ອງທັງ
ໝົດ ອີງຕາມບັນດາຜູ້ຊ່ຽວຊານ.

ນັບແຕ່ໄດ້ມີການເຮັດລັດຖະປະຫານໃນເດືອນກຸມພາເປັນຕົ້ນມາ ຄື້ນ ຟອງທີ່ໃຫຍ່ຂຶ້ນນັບ
ມື້ ຂອງປະຊາຊົນມຽນມາ ໄດ້ອອກມາຄັດຄ້ານຕໍ່ ການຍຶດອຳນາດດັ່ງກ່າວ ດ້ວຍການປະ
ທ້ວງ ຢູ່ຕາມຖະໜົນຫົນທາງ ແລະນັດຢຸດງານຕໍ່ຕ້ານພວກທະຫານ.

ເພື່ອການຕອບໂຕ້ ກຳລັງທະຫານໄດ້ກັກຂັງປະຊາຊົນຫຼາຍພັນຄົນ ຮວມທັງທ່ານນາງ
ອອງຊານ ຊູ ຈີ ຜູ້ນຳພັກສັນນິບາດແຫ່ງຊາດ ເພື່ອປະຊາທິປະໄຕ (NLD) ໃນຂະນະທີ່
ພວກປະທ້ວງຫຼາຍຮ້ອຍຄົນ ແລະພວກທີ່ບໍ່ມີສ່ວນກ່ຽວຂ້ອງ ໄດ້ຖືກຂ້າຕາຍ.

ນັບແຕ່ປີ 1988 ເປັນຕົ້ນມາ ມຽນມາໄດ້ມີການລຸກຂຶ້ນຕໍ່ຕ້ານກອງທັບ​ທີ່ສຳຄັນສາມຄັ້ງ
ແຕ່ວ່າຢູ່ໃນບັນດາລັດຊົນເຜົ່າ ການຂັດແຍ້ງໄດ້ແຜ່ ລາມມາເປັນເວລາດົນກວ່າ 70 ປີ
ແລ້ວ.

“ວັນກອງທັບແຫ່ງຊາດ” ຢູ່ໃນປະເທດດັ່ງກ່າວຫວ່າງມໍ່ໆມານີ້ ແມ່ນນຶ່ງໃນການນອງ
ເລືອດ ນັບແຕ່ມີການກໍ່ລັດຖະປະຫານ ເຮັດໃຫ້ຢ່າງໜ້ອຍ 100 ຄົນໄດ້ເສຍຊີວິດ.
ແຕ່ຫຼາຍມື້ຕໍ່ມາໃນວັນທີ 31 ມີນາທະຫານໄດ້ ໃຫ້ຄຳໝັ້ນສັນຍາຢຸດຍິງ ເປັນເວລານຶ່ງ
ເດືອນ. ບັນດາກຸ່ມໃຫ້ການຊ່ວຍ ເຫຼືອທາງດ້ານມະນຸດສຳທຳ ຢູ່ໃນເຂດຊົນເຜົ່າຢູ່ຂອງ
ປະເທດ ເຖິງຢ່າງໃດກໍດີ ໄດ້ລາຍງານວ່າ ພວກທະຫານຍັງສືບຕໍ່ທຳການໂຈມຕີ ຊຶ່ງໄດ້
ສັງຫານຫຼາຍສິບຄົນ ແລະບໍ່ມີທີ່ຢູ່ອາໄສ ອີກຫຼາຍພັນຄົນ.

ໃນຄວາມພະຍາຍາມທີ່ຈະແກ້ໄຂວິກິດການນັ້ນ ກອງປະຊຸມສຸກເສີນສຸດຍອດລະດັບ
ສູງໄດ້ຈັດຂຶ້ນອາທິດແລ້ວນີ້ ລະຫວ່າງບັນດາຜູ້ນຳຂອງອາຊຽນ. ສະມາຄົມບັນດາປະ
ເທດຊາດ ໃນເຂດເອເຊຍອາຄະເນຫລື​ອາ​ຊຽນ (ASEAN) ເປັນສະຫະພັນທີີມີສະມາ
ຊິກ 10 ປະເທດ ແລະກຸ່ມຈັດຕັ້ງຂົງເຂດທີ່ສົ່ງເສີມການເມືອງ ເສດຖະກິດ ແລະການ
ຮ່ວມມືດ້ານຄວາມໝັ້ນຄົງ. ຜົນສະຫລຸບກອງປະຊຸມໄດ້ ມີຢູ່ຫ້າຈຸດ ທີ່ເຫັນພ້ອມຮວມ
ທັງຢຸດເຊົາຄວາມຮຸນແຮງໃນທັນທີ ເຈລະຈາຫາລືເພື່ອ ແກ້ໄຂແບບສັນຕິ ໄກ່ເກ່ຍ
ແລະໃຫ້ການຊ່ວຍເຫຼືອດ້ານມະນຸດສະທຳ ຈາກສະມາຄົມ ASEAN ແລະການຢ້ຽມ
ຢາມໂດຍທູດພິເສດ ຕໍ່ມຽນມາເພື່ອໄປຢ້ຽມຢາມທຸກພັກຝ່າຍທີ່ກ່ຽວຂ້ອງ.

Myanmar remains on the path to an expanded, nationwide civil war unless there is a coordinated response from all parties concerned, according to experts.

Since February’s coup, large waves of Myanmar’s population have opposed the takeover, with street protests and strikes against the military.

In response, the armed forces have detained thousands of people, including National League for Democracy (NLD) leader Aung San Suu Kyi, while hundreds of protesters and bystanders have been killed.

Myanmar has seen three major revolts against the armed forces since 1988, but in its ethnic states, conflict has been rampant for more than 70 years.

“Armed Forces Day” in the country recently saw one of the bloodiest days since the coup, leaving at least 100 dead. But days later on March 31, the army promised a one-month cease-fire. Humanitarian groups in the country’s ethnic states, however, have reported that military attacks are continuing, which have killed dozens and displaced tens of thousands.

https://www.voanews.com/east-asia-pacific/no-cease-fire-myanmars-ethnic-minority-states-according-humanitarian-group

XS
SM
MD
LG