ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ຊ່ຽວຊານກ່າວວ່າ ລັດຖະບານໃໝ່ຂອງໄທ ມີເປົ້າໝາຍ ຈະສ້າງຄວາມສົມດຸນລະຫວ່າງສະຫະລັດ ແລະ ຈີນ ທີ່​ພວມ​​ແຂ່ງ​ຂັນ


ແຟ້ມ-ທ່ານເສດຖາ ທະວີສິນ, ນາຍົກລັດຖະມົນຕີຂອງໄທຄົນປັດຈຸບັນ, ຮັບຮູ້ບັນດາຜູ້ສະໜັບສະໜຸນໃກ້ບາງກອກ, ປະເທດໄທ, ວັນທີ 15 ມີນາ 2023. ສອງເດືອນກ່ອນການເລືອກຕັ້ງໃນວັນທີ 14 ພຶດສະພາ, ທ່ານກ່າວວ່າ ພັກຂອງທ່ານ ຈະສະໜັບສະໜຸນ ການເພີ້ມຂຶ້ນທາງການຄ້າ ແລະ ການທ່ອງທ່ຽວກັບ ຈີນ.
ແຟ້ມ-ທ່ານເສດຖາ ທະວີສິນ, ນາຍົກລັດຖະມົນຕີຂອງໄທຄົນປັດຈຸບັນ, ຮັບຮູ້ບັນດາຜູ້ສະໜັບສະໜຸນໃກ້ບາງກອກ, ປະເທດໄທ, ວັນທີ 15 ມີນາ 2023. ສອງເດືອນກ່ອນການເລືອກຕັ້ງໃນວັນທີ 14 ພຶດສະພາ, ທ່ານກ່າວວ່າ ພັກຂອງທ່ານ ຈະສະໜັບສະໜຸນ ການເພີ້ມຂຶ້ນທາງການຄ້າ ແລະ ການທ່ອງທ່ຽວກັບ ຈີນ.

ລັດຖະບານປະສົມພົນລະເຮືອນຊຸດໃໝ່ຂອງໄທ ອາດຊອກຫາການຮ່ວມມືຫຼາຍຂຶ້ນກັບບັນດາປະເທດປະຊາທິປະໄຕຕາເວັນຕົກ ເຖິງແມ່ນລັດຖະບານ ຈະຍັງຄົງຮັກສາຄວາມສໍາພັນກັບຈີນ ເຊິ່ງໄດ້ເລີ້ມ​ຂຶ້ນໂດຍລະບອບການປົກຄອງທີ່ນໍາ ໂດຍພວກທະຫານກ່ອນໜ້ານັ້ນກໍຕາມ, ອີງຕາມການກ່າວຂອງນັກວິເຄາະ.

ແຕ່ ໃນຂະ​ນະທີ່ລັດຖະບານໃໝ່ຈາກພັກເພື່ອໄທ ອາດຈະຕ້ອງການສ້າງຄວາມແຕກຕ່າງໄປ​ຈາກທ່ານປຣະຢຸດ ຈັນໂອຊາ, ພົນເອກ ທີ່ນໍາພາທະຫານກໍ່ລັດຖະ ປະຫານໃນປີ 2014 ແລະຖືກລົງຄະແນນສຽງໃຫ້ເປັນນາຍົກລັດຖະມົນຕີສອງສະໄໝໂດຍສະພາ, ປາກົດວ່າ ການຫັນປ່ຽນອອກຈາກ ຈີນ ເບິ່ງຄືວ່າເປັນໄປໄດ້​ຍາກ.

ໃນເດືອນມີນາ, ບໍ່ເທົ່າໃດເດືອນກ່ອນການເລືອກຕັ້ງ ໃນວັນທີ 14 ພຶດສະພາ, ຜູ້ນໍາຂອງພັກເພື່ອໄທ ທ່ານເສດຖາ ທະວີສິນ ເຊິ່ງປັດຈຸບັນຄືນາຍົກລັດຖະມົນ ຕີ, ກ່າວວ່າ ພັກຂອງທ່ານຈະສະໜັບສະໜຸນ ການເພີ້ມຂຶ້ນທາງດ້ານການຄ້າ ແລະການທ່ອງກ່ຽວກັບ ຈີນ. ໃນບໍ່ເທົ່າໃດມື້ຂອງການເລືອກຕັ້ງຂອງ ທ່ານເສດຖາ ໃນວັນທີ 22 ສິງຫາ, ທູດຂອງຈີນ ປະ​ຈຳປະເທດໄທ ທ່ານຫານ ຊີຈຽງ (Han Zhigiang), ໄດ້ເຊື້ອເຊີນ ທ່ານເສດຖາ ໄປພົບປະກັບປະທານປະເທດຈີນ ທ່ານສີ ຈິ້ງຜິງ ໃນນະຄອນຫຼວງປັກກິ່ງ, ອີງຕາມລາຍງານຂອງໜັງ​ສື​ພິມ ມະຕິຊົນ.

ທ່ານເບັນຈາມິນ ຊາວັກຄີ (Benjamin Zawacki), ຜູ້ຂຽນປື້ມ “ປະເທດໄທ: ການປ່ຽນຈຸດຢືນລະຫວ່າງ ສະຫະລັດ ແລະ ຈີນ ​ທີ່ກໍາລັງ​ຈະ​ເລີນ​ຮຸ່ງ​ເຮືອງ (Shifting Ground between the US and Rising China),” ກ່າວ​ຕໍ່ VOA ພະແນກພາສາໄທ ໃນລະຫວ່າງການ​ໃຫ້ສໍາພາດທາງອີເມລ ເມື່ອວັນທີ 1 ກັນຍາ ວ່າ “ບາງທີ ເພື່ອຈໍາແນກພວກເຂົາເຈົ້າເອງຈາກລັດຖະບານຊຸດກ່ອນເຫຼົ່ານັ້ນ, ແລະເນື່ອງຈາກອຸດົມການ ແລະການຢຶດໝັ້ນທາງອຸດົມການ ທີ່ບໍ່ເຄີຍມີບົດບາດສໍາຄັນ ໃນນະໂຍບາຍການຕ່າງປະເທດຂອງໄທ, ຜູ້ທີ່ກໍາລັງມາເປັນລັດຖະບານ ທີ່ນໍາໂດຍພັກເພື່ອໄທ ອາດຈະມີການພົວພັນທີ່ມີຄວາມໝາຍຫຼາຍ ຂຶ້ນກັບ ສະຫະລັດ ແລະບັນດາປະເທດປະຊາທິປະໄຕອື່ນໆ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG