ຄະນະຜູ້ຊ່ຽວຊານຕ່າງຊາດ ຍັງຕ້ອງໃຊ້ເວລາສຳລັບການສອບສວນ ເພື່ອຄົ້ນຫາສາ
ເຫດແທ້ຈິງທີ່ເຮັດໃຫ້ເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ໂດຍສະເພາະແມ່ນການຂຸດ
ເຈາະ ແລະ ວິໄຈດິນສັນເຂື່ອນທີ່ແຕກນັ້ນ.
ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ ຖະແຫຼງຕໍ່ກອງປະຊຸມສະໄໝສາ
ມັນຄັ້ງທີ 6 ຂອງສະພາແຫ່ງຊາດລາວ ເມື່ອບໍ່ນານມານີ້ວ່າ ການສອບສວນເພື່ອຄົ້ນ
ຫາສາເຫດທີ່ແທ້ຈິງທີ່ເຮັດໃຫ້ເຂື່ອນເຊປຽນ-ເຊນ້ຳນ້ອຍແຕກຢູ່ທີ່ແຂວງອັດຕະປື
ໂດຍຄະນະຜູ້ຊ່ຽວຊານຂອງຄະນະກຳມະການສາກົນວ່າດ້ວຍເຂື່ອນຂະໜາດໃຫຍ່
(International Commission on Large Dams - ICOLD) ຕາມການເຊີນຂອງ
ທາງການ ລາວ ນັ້ນຍັງຄົງສືບຕໍ່ຢ່າງຕັ້ງໜ້າ ຫາກແຕ່ກໍຍັງບໍ່ສາມາດສະຫຼຸບການສອບ
ສວນໄດ້ຢ່າງເປັນທາງການ ເນື່ອງຈາກວ່າຄະນະຜູ້ຊ່ຽວຊານຂອງ ICOLD ທີ່ໄດ້
ເລີ່ມການສອບສວນນັບຕັ້ງແຕ່ວັນທີ 19 ສິງຫາ 2018 ເປັນຕົ້ນມານັ້ນຍັງຕ້ອງໃຊ້ເວ
ລາອີກໄລຍະນຶ່ງ ເພື່ອດຳເນີນການສຶກສາ ແລະ ວິໄຈດິນສັນເຂື່ອນທີ່ແຕກນັ້ນຢ່າງ
ລະອຽດ ໂດຍທີ່ຜ່ານມາກໍໄດ້ທຳການຂຸດເຈາະດິນສັນເຂື່ອນເພີ່ມຂຶ້ນຈາກ 7 ຂຸມເປັນ
12 ຂຸມເພື່ອນຳມາສຶກສາ-ວິໄຈ ແລະ ສົມທຽບກັນຢ່າງຮອບດ້ານ ຈຶ່ງເຮັດໃຫ້ຄະນະ
ຜູ້ຊ່ຽວຊານຍັງບໍ່ສາມາດສະຫຼຸບຜົນການສຳຫຼວດໄດ້ຈົນເຖິງປັດຈຸບັນ ດັ່ງທີ່ທ່ານ
ບຸນທອງ ໄດ້ຖະແຫຼງຢືນຢັນວ່າ
"ເຂື່ອນເຊປຽນ-ເຊນ້ຳນ້ອຍນີ້ ໄດ້ຈັດຕັ້ງຄະນະຊີ້ນຳໂດຍແມ່ນຂ້າພະເຈົ້າເປັນຫົວໜ້າ
ດຳເນີນການກວດກາ ກ່ຽວກັບ ເຫດການທີ່ເຂື່ອນແຕກພັງຫັ້ນ ແມ່ນຍ້ອນອີຫຍັງ
ແລ້ວກະສິປຶກສາຫາລືກັນ ເວົ້າແທ້ໆນີ້ຫຼະແມ່ນວ່າ ເລີ່ມແຕ່ການກວດກາຄັ້ງທຳອິດນີ້
ພວກເຮົາກະເຫັນແລ້ວເລື່ອງຮ້າຍຂອງບັນຫາ ແຕ່ວ່າຊ່ຽວຊານນີ້ເພີ່ນບໍ່ໃຫ້ປະກາດ
ເພາະວ່າມັນຕ້ອງໄດ້ສຶກສາເບິ່ງໃຫ້ມັນລະອຽດເລິກເຊິ່ງຕື່ມໃນແຕ່ລະອັນ ແຕ່ລະວັນ
ແຕ່ລະຂອດ ແຕ່ລະມຸມຕໍ່ກັບບັນຫາຕ່າງໆ ຄືປັດຈຸບັນນີ້ ພວກເຮົາດຳເນີນການເຈາະ
ດິນ ວິໄຈດິນຄືນໃໝ່ ໂຕບ່ອນທີ່ມັນແຕກພັງຫັ້ນນະ."
ທາງດ້ານທ່ານ ວິທູນ ເພີ່ມພົງສາຈະເລີນ ຜູ້ອຳນວຍການຂອງເຄືອຂ່າຍພະລັງງານ
ເພື່ອນິຕິເວດທຳມະຊາດໃນລຸ່ມແມ່ນ້ຳຂອງ ໃຫ້ການຢືນຢັນວ່າ ບັນດາອົງການອະນຸ
ລັກສິ່ງແວດລ້ອມທຳມະຊາດໃນລຸ່ມແມ່ນ້ຳຂອງ ແລະ ສາກົນຍັງຄົງສືບຕໍ່ການເຄື່ອນ
ໄຫວເພື່ອກົດດັນໃຫ້ລັດຖະບານ ລາວ ພິຈາລະນາຍົກເລີກໂຄງການເຂື່ອນເຊປຽນ-
ເຊນ້ຳນ້ອຍ ເພາະວ່າເປັນໂຄງການທີ່ໄດ້ສົ່ງຜົນກະທົບທັງຕໍ່ສິ່ງແວດລ້ອມທຳມະຊາດ
ແລະ ຊີວິດການເປັນຢູ່ຂອງປະຊາຊົນໃນແຂວງອັດຕະປືຢ່າງກວ້າງຂວາງ ທັງຍັງມີ
ຄວາມສ່ຽງສູງທີ່ຈະເກີດໄພພິບັດໃນລັກສະນະດຽວກັນນີ້ໃນຕໍ່ໜ້າ ຖ້າຫາກລັດຖະ
ບານ ລາວ ຍັງຈະອະນຸຍາດໃຫ້ສືບຕໍ່ດຳເນີນການກໍ່ສ້າງເຂື່ອນໃຫ້ແລ້ວສຳເລັດຕາມ
ແຜນການເດີມໃນປີ 2019 ຕໍ່ໄປ.
ທັງນີ້ທ່ານ ວິທູນ ໃຫ້ການອະທິບາຍວ່າໂຄງການເຂື່ອນເຊປຽນ-ເຊນ້ຳນ້ອຍ ຈະຜະ
ລິດໄຟຟ້າດ້ວຍການຜັນນ້ຳຈາກເຊປຽນ ລົງໄປຍັງເຊນ້ຳນ້ອຍ ແລ້ວກໍປ່ອຍລົງເຊກອງ
ໄປສູ່ແມ່ນ້ຳຂອງ ຕາມລຳດັບນັ້ນເປັນການເພີ່ມປະລິມານນ້ຳໃນແມ່ນ້ຳແຕ່ລະສາຍ
ໃຫ້ສູງຂຶ້ນກວ່າປົກກະຕິໂດຍເມື່ອປະກອບກັບອ່າງຕົ່ງຂອງເຂື່ອນກໍຕັ້ງຢູ່ເທິງເຂດທີ່
ຮາບສູງບໍລະເວນ ແລະ ການກໍ່ສ້າງທີ່ບໍ່ໄດ້ມາດຕະຖານດ້ວຍນັ້ນ ຈຶ່ງບໍ່ສາມາດທີ່ຈະ
ຮັບປະກັນໄດ້ເລີຍວ່າ ຈະບໍ່ມີເຫດເຂື່ອນແຕກເກີດຂຶ້ນອີກນັ້ນເອງ.
ກ່ອນໜ້ານີ້ ອົງການອະນຸລັກສິ່ງແວດລ້ອມທຳມະຊາດໃນລຸ່ມແມ່ນ້ຳຂອງພ້ອມດ້ວຍ
ອົງການພາກປະຊາຊົນ ເກົາຫຼີໃຕ້ ກໍໄດ້ຮ່ວມກັນສະແດງການຮຽກຮ້ອງຂໍໃຫ້ 2 ບໍລິ
ສັດເອກະຊົນ ເກົາຫຼີໃຕ້ ທີ່ຮ່ວມລົງທຶນໃນໂຄງການເຂື່ອນເຊປຽນນັ້ນຄື ບໍລິສັດ SK
ວິສະວະກຳ ແລະ ກໍ່ສ້າງຈຳກັດ ແລະ ບໍລິສັດ Western power ຈຳກັດຈະຕ້ອງຮັບ
ຜິດຊອບຕໍ່ກໍລະນີເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ທີ່ໄດ້ສົ່ງຜົນກະທົບຢ່າງໜັກໜ່ວງ
ຕໍ່ປະຊາຊົນ ລາວ ທີ່ເມືອງສະໜາມໄຊ ໃນແຂວງ ອັດຕະປື ນັ້ນ.
ໂດຍການເຄື່ອນໄຫວດັ່ງກ່າວນີ້ ກໍຍັງນັບເປັນບາດກ້າວທຳອິດທີ່ຈະຂະຫຍາຍໄປສູ່
ການກົດດັນໃນລະດັບຊາດທັງໃນປະເທດ ເກົາຫຼີໃຕ້, ປະເທດ ໄທ ແລະ ລາວ ດ້ວຍ
ເປົ້າໝາຍທີ່ຈະຮຽກຮ້ອງໃຫ້ລັດຖະບານຂອງທັງ 3 ປະເທດຫັນມາໃຫ້ຄວາມສຳຄັນ
ກັບຄວາມຮັບຜິດຊອບຕໍ່ສັງຄົມ ແລະ ສິ່ງແວດລ້ອມທຳມະຊາດຂອງກຸ່ມລົງທຶນພັດ
ທະນາໂຄງການເຂື່ອນເຊປຽນ-ເຊນ້ຳນ້ອຍດ້ວຍ ເພາະທີ່ຜ່ານມາທັງ 2 ບໍລິສັດເອກະ
ຊົນ ເກົາຫຼີໃຕ້ ຍັງບໍ່ທັນໄດ້ສະແດງຄວາມຮັບຜິດຊອບຕໍ່ຜົນກະທົບທີ່ເກີດຂຶ້ນຢ່າງ
ເໝາະສົມແຕ່ຢ່າງໃດ ແລະ ດ້ວຍການເຄື່ອນໄຫວທີ່ຈິງຈັງຂອງພາກເອກະຊົນໃນ
ເກົາຫຼີໃຕ້ ທີ່ມີຕໍ່ກໍລະນີເຂື່ອນແຕກໃນ ລາວ ດັ່ງກ່າວກໍຍັງຈະເຮັດໃຫ້ມີການຮ່ວມກັນ
ເຄື່ອນໄຫວຢ່າງຕໍ່ເນື່ອງທັງຢູ່ໃນ ເກົາຫຼີໃຕ້, ປະເທດ ໄທ ແລະ ລາວ ຢ່າງເປັນຂະ
ບວນການພາຍໃຕ້ເປົ້າໝາຍດຽວກັນ ຊຶ່ງກໍຄືການກົດດັນໃຫ້ຍົກເລີກໂຄງການກໍ່ສ້າງ
ເຂື່ອນເຊປຽນ-ເຊນ້ຳນ້ອຍໃນ ລາວ ໃຫ້ໄດ້ນັ້ນເອງ.