ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເພື່ອ​ໃຫ້​ການ​ຂວ້ຳ​ບາດ​ທາງ​ການ​ທູດ ​ຕໍ່ໍ່​ງານ​ກິລາ​ໂອ​ລິ​ມປິກ ​ລະດູ​ໜາວ​ປັກ​ກິ່ງ ໄດ້​ຮັບ​ຜົນ​ ຫຼາຍ​ປະ​ເທດ​​ຕ້ອງ​ເຮັດ​ນຳ​​


ແມ່​ຍິງ​ຄົນ​ນຶ່ງ​ຖ່າຍ​ຮູບ​ຢູ່ໃກ້​ເຄື່ອງໝາຍຕ່າງໆ ຫຼື logos ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ ທີ່​ຈີນ, ວັນ​ທີ 9 ພະ​ຈິກ, 2021
ແມ່​ຍິງ​ຄົນ​ນຶ່ງ​ຖ່າຍ​ຮູບ​ຢູ່ໃກ້​ເຄື່ອງໝາຍຕ່າງໆ ຫຼື logos ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ ທີ່​ຈີນ, ວັນ​ທີ 9 ພະ​ຈິກ, 2021

ບັນດາ​ຜູ້​ຊ່ຽວຊານ​ກ່າວ​ວ່າ ເພື່ອ​ເຮັດໃຫ້​ການ​ຂວ້ຳ​ບາດ​ທາງ​ການ​ທູດ​ຂອງສະ​ຫະ​ລັດ​ຕໍ່ໍ່​ການ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ລະດູ​ໜາວ​ປັກ​ກິ່ງມີ​ປະ​ສິດ​ທິ​ຜົນ​, ​ຫຼາຍ​ປະ​ເທດ​ຈະ​ຕ້ອງ​ໄດ້ເຂົ້າ​ຮ່ວມ. ​ແຕ່​ວ່າ​ນັ້ນ​ອາດ​ຈະ​ເປັນ​ສິ່ງ​ທ້າ​ທາຍ​ຍ້ອນ​ການ​ພົວພັນ​ດ້ານ​ເສດຖະກິດ​ຂອງ​ບາງ​ປະ​ເທດ​ກັບ​ຈີນ ຫຼື​ການ​ຮັບ​ຮູ້​ຄວາມ​ສຳ​ຄັນ​ສູງຂອງກິລາໂອລິມປິກ​ລະດູ​ໜາວ.

ຫຼັງ​ຈາກ​ການ​ປະກາດ​ຂອງ​ລັດຖະບານ​ທ່ານ​ໄບ​ເດັນ ໃນ​ຕົ້ນ​ອາທິດ​ນີ້​ວ່າ ຕົນ​ຈະ​ບໍ່​ສົ່ງ​ຄະນະ​ຜູ້​ແທນ​ສະຫະລັດ​ໄປຮ່ວ​ມ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ, ອອ​ສເ​ຕຣ​ເລຍ​, ອັງກິດ, ​ແລະ ກາ​ນາ​ດາ ກໍ​ໄດ້​ເຂົ້າ​ຮ່ວມ​ການຂວ້ຳ​ບາດທາງ​ການ​ທູດ. ນັ້ນ ໝາຍຄວາມວ່າ ຈະບໍ່ມີເຈົ້າໜ້າທີ່ ຫຼືນັກການທູດຈາກປະເທດເຫຼົ່ານີ້ເຂົ້າຮ່ວມງານແຂ່ງ​ຂັນ​ກິ​ລານີ້ ເຖິງແມ່ນວ່າ ນັກກິລາຂອງພວກເຂົາເຈົ້າຍັງມີກຳນົດທີ່ຈະລົງແຂ່ງຂັນໃນງານກິລາທີ່ຈັດຂຶ້ນ ໃນວັນທີ 4 ຫາ 20 ກຸມພານີ້ກໍ​ຕາມ.

ທັງ​ສີ່​ປະ​ເທດ​ກ່າວ​ວ່າ ການ​ຂວ້ຳ​ບາດ​ດັ່ງກ່າວ​ເປັນ​ການ​ຕອບ​ໂຕ້​ຕໍ່​ການ​ລະ​ເມີດ​ສິດທິ​ມະນຸດ​ຂອງ​ລັດຖະບານ​ຈີນ. ໃນລະຫວ່າງກອງ​ປະ​ຊຸມຖະແຫຼງຂ່າວ ຂອງທຳນຽບຂາວໃນວັນຈັນຜ່ານ​ມາ, ໂຄສົກປະ​ຈຳ​ທຳ​ນຽບ​ຂາວ, ທ່ານນາງ ເຈນ ຊາ​ກີ (Jen Psaki) ກ່າວວ່າ ການຂວ້ຳ​ບາດຂອງສະຫະລັດແມ່ນເປັນ ຄຳຖະແຫຼງທີ່​ຕ້ານຕໍ່ “ການຂ້າລ້າງເຜົ່າພັນ ແລະການ​ກໍ່ອາຊະຍາກຳຕ້ານມະ ນຸດຊາດທີ່​ກຳ​ລັງ​ດຳ​ເນີນ​ໄປ​ຢູ່ຂອງຈີນຢູ່ໃນເຂດຊິນ​ຈຽງ.”

ນາຍົກລັດຖະມົນຕີອອສເຕຣເລຍ ທ່ານສ​ກັອດ ມໍ​ຣິ​ສັນ (Scott Morrison) ກ່າວໃນກອງປະຊຸມຖະແຫຼງຂ່າວໃນວັນພຸດຜ່ານ​ມາວ່າ ລັດຖະບານຂອງທ່ານ ໄດ້ຍົກໃຫ້​ເຫັນຄວາມເປັນຫ່ວງຂອງຕົນຕໍ່ປັກກິ່ງກ່ຽວກັບ "ການລະເມີດສິດທິ ມະນຸດ ແລະບັນຫາຕ່າງໆຢູ່ໃນເຂດຊິນຈຽງ."

ທ່ານ Liu Yumin (ກາງ) ຫົວ​ໜ້າດ້ານ​ການ​ວາງ​ແຜນ ແລະ​ກໍ່​ສ້າງໃນ​ຂະ​ນະ​ກຳ​ມະ​ການກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ ປີ 2022 ກ່າວ​ໃນ​ກອງ​ປະ​ຊຸມທີ່​ຈັດ​ຂຶ້ນ​ໃນ​ສຳ​ນັກ​ງານ​ຂອງຄະ​ນະ​ກຳ​ມະ​ການໃນ​ປັກ​ກິ່ງ, 30 ກໍ​ລະ​ກົດ, 2021
ທ່ານ Liu Yumin (ກາງ) ຫົວ​ໜ້າດ້ານ​ການ​ວາງ​ແຜນ ແລະ​ກໍ່​ສ້າງໃນ​ຂະ​ນະ​ກຳ​ມະ​ການກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ ປີ 2022 ກ່າວ​ໃນ​ກອງ​ປະ​ຊຸມທີ່​ຈັດ​ຂຶ້ນ​ໃນ​ສຳ​ນັກ​ງານ​ຂອງຄະ​ນະ​ກຳ​ມະ​ການໃນ​ປັກ​ກິ່ງ, 30 ກໍ​ລະ​ກົດ, 2021

ແລະໃນຂະນະທີ່ນາຍົກລັດຖະມົນຕີການາດາ, ທ່ານ​ຈັ​ສ​ຕິນ ທ​ຣູ​ໂດ (Justin Trudeau) ໄດ້ປະກາດການຕັດສິນໃຈດັ່ງກ່າວ, ທ່ານ​ກໍໄດ້ສະແດງ "ຄວາມ ກັງວົນທີ່ສຸດຕໍ່ການລະເມີດສິດທິມະນຸດຊ້ຳ​ແລ້ວ​ຊ້ຳ​ອີກ​ໂດຍລັດຖະບານຈີນ."

ນິວຊີແລນ ກໍໄດ້ກ່າວຢ້ຳຄືນໃນອາທິດນີ້ວ່າ ຈະບໍ່ສົ່ງລັດຖະມົນຕີຄົນໃດຂອງ ລັດຖະບານຕົນໄປຮ່ວມງານກິລາປັກກິ່ງ, ໂດຍອ້າງເຖິງ “ປັດໄຈຫຼາຍຢ່າງ ແຕ່ສ່ວນຫຼາຍແມ່ນກ່ຽວຂ້ອງກັບໂຄວິດ.”

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG